• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຫວຽດນາມ ອອກແຮງພະຍາຍາມ ເພື່ອຜົນສຳເລັດລວມ ກອງປະຊຸມ ອາຊຽນ-30

ກອງປະຊຸມສຸດຍອດ ອາຊຽນ (ASEAN) ຄັ້ງທີ 30 (ກອງປະຊຸມ ອາຊຽນ-30) ຫາກໍຈັດຂຶ້ນຢູ່ນະຄອນຫຼວງ ມານີລາ ຂອງ ຟີລິບ ປິນ (ແຕ່ວັນທີ 28-29 ເມສາ 2017). ຄະນະຜູ້ແທນຫວຽດນາມ ນຳໂດຍ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ເປັນຫົວໜ້າ ຄະນະເຂົ້າຮ່ວມ ແລະ ໄດ້ມີການປະກອບສ່ວນ ຢ່າງສຳຄັນ ເຂົ້າໃນ ຜົນສຳເລັດລວມຂອງກອງປະຊຸມ. 
ໃນກອງປະຊຸມ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພ້ອມກັບບັນດາທ່ານຜູ້ນຳອາຊຽນ ໄດ້ຕີລາຄາ ຜົນສຳເລັດທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ວາງທິດທາງ ຜັນຂະຫຍາຍ ໃນການສ້າງປະຊາຄົມອາຊຽນ, ປຶກສາຫາລື ບັນດາມາດຕະການ  ເພີ່ມທະວີການພົວພັນດ້ານການທູດ ແລະ ບົດບາດເປັນໃຈກາງ ຂອງອາຊຽນ ກໍຄື ແລກປ່ຽນກ່ຽວກັບ ບັນດາບັນ ຫາ ຂອງພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງ ມີຄວາມສົນໃຈ. 

ທ່ານ Rodrigo Roa Duterte ປະທານາທິບໍດີ ຟີລິບປິນ ພ້ອມ ດ້ວຍພັນລະຍາ ໃຫ້ການຕ້ອນຮັບທ່ານ ຫງວຽນຊວນຟຸກ
ນາຍົກ ລັດຖະມົນຕີ ຫວຽດນາມ ພ້ອມພັນລະຍາ. ພາບ: ຖົ໋ງເຍິດ/VNA



ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາ ຫົວໜ້າ ຄະນະ ເຂົ້າຮ່ວມພິທີໄຂກອງປະຊຸມອາຊຽນ-30. ພາບ: ຖົ໋ງເຍິດ/VNA

ກ່າວປາໄສທີ່ວາລະປະຊຸມຄົບຄະນະ, ທ່ານ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ໃນໄລຍະປັດຈຸບັນ, ເພື່ອບັນລຸປະສິດທິພາບ ການຮ່ວມມື ຢ່າງແທ້ຈິງ, ອາຊຽນ ຕ້ອງໃຫ້ບຸລິມະສິດ ປະຕິບັດ 3 ໜ້າທີ່ຈຸດສຸມເຊັ່ນ: 1/. ຕອບສະໜອງຜົນປະໂຫຍດ ຂອງປະຊາ ຊົນ, ຖືປະຊາຊົນເປັນຈຸດໃຈກາງ; 2/. ຍົກສູງປະສິດທິຜົນ ການ ເຄື່ອນໄຫວ ຂອງ ອາຊຽນ; 3/. ເພີ່ມທະວີຄວາມສາມັກຄີ, ຍູ້ແຮງ ການຮ່ວມມື ພາຍໃນກຸ່ມ ແລະ ຮ່ວມສຳພັນໃນພາກພື້ນ.

ທ່ານ ຫງວຽນຊວນຟຸກ ໄດ້ປຶກສາຫາລື ເນື້ອໃນຕ່າງໆ ແນໃສ່ ແກ້ ໄຂບັນດາສິ່ງທ້າທາຍ ຄວາມສະຫງົບ ທີ່ເກີດຂຶ້ນໃໝ່, ພິເສດ ແມ່ນການປ່ຽນແປງຂອງດິນຟ້າອາກາດ ແລະ ໂຈນສະລັດ; ແບ່ງປັນ ຄວາມວິຕົກກັງວົນ ກ່ຽວກັບ ຄວາມເຄັ່ງຕຶງທີ່ເພີ່ມຂຶ້ນ ຢູ່ແຫຼມ ເກົາຫຼີ, ທະເລຮວາຕຸງ, ທະເລຕາເວັນອອກ ແລະ ເນັ້ນໜັກ ວ່າ ອາຊຽນ ຕ້ອງ ຖືສຳຄັນ ບັນດາຫຼັກການ ພື້ນຖານ ແລະ ຫຼັກໝັ້ນ ລວມ ກ່ຽວກັບການ ແກ້ໄຂຂໍ້ຜິດພາດໂດຍສັນຕິວິທີ ແລະ ບົນ ພື້ນຖານ ກົດໝາຍສາກົນ.

ກ່ຽວກັບທະເລຕາເວັນອອກ, ນີ້ແມ່ນບັນຫາ ທີ່ຜູ້ນຳ ແລະ ລັດຖະ ມົນຕີ ເກືອບທຸກປະເທດກ່າວເຖິງ ໃນບົດປາໄສ, ໃນນັ້ນສະແດງ ຄວາມເປັນຫ່ວງກັງວົນ ກ່ຽວກັບສະຖານະການຜັນແປ ຢູ່ ທະເລ ຕາເວັນອອກ ໃນປັດຈຸບັນ ຊຶ່ງປະກົດໃຫ້ເຫັນ ໃນການຫັນເປັນ ການທະຫານ. ບັນດາປະເທດ ຕ່າງກໍຢືນຢັນ ຫຼັກໝັ້ນລວມ ອາ ຊຽນ, ຖືການແກ້ໄຂບັນດາຂໍ້ຜິດພາດໂດຍສັນຕິວິທີ; ປະຕິບັດ ຢ່າງເຂັ້ມງວດ ແລະ ຄົບຖ້ວນ ຖະແຫຼງການກ່ຽວກັບການປະພຶດ ຂອງ ຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (DOC) ແລະ ມຸ່ງສູ່ການ ສ້າງໂຄງປະກອບ ຂອງ ປະມວນກົດລະບຽບ ການປະພຶດ ຢູ່ ທະ ເລຕາເວັນອອກ (COC) ໂດຍໄວ ດ້ວຍຈຸດປະສົງບັນລຸໄດ້COC ທີ່ມີເນື້ອແທ້, ມີປະສິດທິຜົນ ແລະ ແທດເໝາະກັບກົດໝາຍສາ ກົນ, ປະກອບສ່ວນຮັກສາສະຖຽນລະພາບ, ຄວາມສະຫງົບ ແລະ ນຳທະເລຕາເວັນອອກ ກາຍເປັນຂົງເຂດແຫ່ງສັນຕິພາບ ແລະ ການຮ່ວມມື.

ທີ່ປະຊຸມຄັ້ງນີ້, ຄະນະຫວຽດນາມ ໄດ້ປະຕິບັດ ເປັນຢ່າງດີ ບົດ ບາດເປັນປະທານກຸ່ມ ຮັບຜິດຊອບສະເພາະຂໍ້ລິເລີ່ມ ການຮ່ວມສຳພັນອາຊຽນ (IAI) ແລະ ຈັດທຳການພົວພັນ, ການ ສົນທະນາ ອາຊຽນ-ອິນເດຍ ໃນສະຖານະການ ສອງຝ່າຍກຳລັງມຸ່ງສູ່ການ ສະເຫຼີມສະຫຼອງ 25 ປີ ການສ້າງຕັ້ງການພົວພັນຄູ່ສົນທະນາ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາຫົວໜ້າ ຄະນະເຂົ້າຮ່ວມ ວາລະປະຊຸມຄົບຄະນະ ກອງປະຊຸມອາຊຽນ-30. ພາບ: ຖົ໋ງເຍິດ/VNA
 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ວາລະປະຊຸມ ຄົບ ຄະນະ ກອງປະຊຸມ ອາຊຽນ-30. ພາບ: ຖົ໋ງເຍິດ/VNA


ພາບລວມໃນວາລະປະຊຸມຄົບຄະນະ ກອງປະຊຸມ ອາຊຽນ-30. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມການປະຊຸມ ລະຫວ່າງ ບັນດາຜູ້ນຳອາຊຽນ ກັບຜູ້ຕາງໜ້າ ລັຖະສະພາ
ລະ ຫວ່າງຊາດ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (AIPA).   ພາບ: ຖົ໋ງເຍິດ/VNA



ບັນດາຫົວໜ້າຄະນະ ເຂົ້າຮ່ວມພິທີລົງນາມ ເອກະສານ ສະບັບ ຕ່າງໆ ກ່ຽວກັບ ອາຊຽນ-30. ພາບ: ຖົ໋ງເຍິດ/VNA

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະ, ເຮັດວຽກ ສອງຝ່າຍກັບບັນດາ ຫົວໜ້າຄະນະ, ການນຳບັນດາປະເທດ ອາຊຽນ ທີ່ເຂົ້າຮ່ວມ ກອງປະຊຸມ ເຊັ່ນ: ທ່ານ Rodrigo Roa Duterte ປະທານາທິບໍດີ ຟີລິບປິນ, ກະ ສັດ ບຣູໄນ Sultan Haji Hassanal Bolkiah, ທ່ານ ປຣະ ຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ, ທ່ານ Najib Razak ນາຍົກ ລັດຖະມົນຕີ ມາເລເຊຍ, ທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງຊາດ, ລັດຖະມົນຕີການຕ່າງປະເທດ ມຽນມາ ແນໃສ່ ແລກປ່ຽນມາດຕາການຕ່າງໆ, ໃນການກຳນົດທິດ ເພື່ອຊຸກຍູ້ ການເພີ່ມທະວີ ການພົວພັນສອງຝ່າຍ ກໍຄືແກ້ໄຂບັນດາບັນຫາ ຕົວຈິງ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບທ່ານ Rodrigo Roa Duterte ປະທານາທິບໍດີ ຟີລິບປິນ ປະເທດ ເຈົ້າພາບ. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບທ່ານ  Mohd Najib bin Abdul Razak ນາຍົກລັດຖະມົນຕີ ມາເລ ເຊຍ. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບ ກະສັດ ບຣູໄນ Hassanal Bolkiah. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງຊາດ
, ລັດຖະມົນຕີ ການ ຕ່າງ ປະເທດມຽນມາ. ພາບ: ຖົ໋ງເຍິດ/VNA
ປະຕິບັດ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top