• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ອອກ​ຖະ​ແຫຼງການ​ປະທານ ກ່ຽວກັບ​​ເລື່ອງ ອາຊຽນ ຮ່ວມ​ກັນ​ຮັບ​ມື​ກັບ​ເຊື້ອ​ພະຍາດ​ອັກ​ເສບປອດ​ທີ່​ເກີດ​ຈາກ​ເຊື້ອ​ຈຸລະ​ໂລກ Covid -19

ຖະແຫຼງການປະທານ ກ່ຽວກັບເລື່ອງ ອາຊຽນ ຮ່ວມກັນຮັບມືກັບເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກ Covid - 19 ໂດຍທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ປະກາດໃຊ້ພາຍຫຼັງປຶກສາຫາລືກັບບັນດາປະເທດສະມາຊິກ ອາຊຽນ, ໃນສະພາບການທີ່ເຊື້ອພະຍາດດັ່ງກ່າວມີການຜັນແປຢ່າງສັບສົນ. 

 (ພາບປະກອບ: VOV)

ຖະແຫຼງການດັ່ງກ່າວ ໄດ້ສະແດງຄວາມວິຕົກກັງວົນຂອງການນໍາບັນດາປະເທດ ອາຊຽນ ຕໍ່ການຜັນແປຂອງເຊື້ອພະຍາດດັ່ງກ່າວ ພ້ອມທັງເນັ້ນໜັກເຖິງຄວາມສາມັກຄີຂອງ ອາຊຽນ ໃນການຮ່ວມແຮງຮ່ວມໃຈກັນຄວບຄຸມ ແລະ ສະກັດກັ້ນການແຜ່ລາມຂອງເຊື້ອພະຍາດດັ່ງກ່າວ, ຮັບປະກັນໃຫ້ປະຊາຊົນມີຊີວິດທີ່ສະຫງົບສຸກ. ນອກຈາກນັ້ນ, ຖະແຫຼງການສະບັບດັ່ງກ່າວ ກໍໄດ້ເນັ້ນໜັກວ່າ ບັນດາປະເທດ ອາຊຽນ ຈະສືບຕໍ່ຮັກສານະໂຍບາຍເປີດປະຕູ; ເຫັນດີເປັນເອກະພາບຕໍ່ການສົມທົບໃນວຽກງານກວດກາສາທາລະນະສຸກຢູ່ດ່ານຊາຍແດນແຫ່ງຕ່າງໆຂອງບັນດາປະເທດສະມາຊິກ; ຮຽກຮ້ອງໃຫ້ບັນດາອົງການຕາງໜ້າທາງການທູດຂອງບັນດາປະເທດ ສະມາຊິກອາຊຽນ  ປະຈໍາຢູ່ປະເທດທີ 3 ໜູນຊ່ວຍດ້ານກົງສູນໃຫ້ພົນລະເມືອງ ອາຊຽນ ໃນກໍລະນີຈໍາເປັນ ກໍຄື ຮ່ວມມືກັນຢ່າງມີປະສິດທິຜົນສະກັດກັ້ນການເຜີຍແຜ່ຂໍ້ມູນຂ່າວທີ່ບໍ່ມີມູນຄວາມຈິງກ່ຽວກັບເຊື້ອພະຍາດ Covid – 19. ໃນບົດບາດເປັນປະທານ ສະພາປະສານງານ ອາຊຽນ (ACC), ຫວຽດນາມສະເໜີ ຈັດຕັ້ງກອງປະຊຸມພິເສດຂອງ ACC ແລະ ສົມທົບກັບ ຈີນ ຈັດກອງປະຊຸມພິເສດ ລັດຖະມົນຕີການຕ່າງປະເທດ ອາຊຽນ - ຈີນ ເນື່ອງໃນໂອກາດລັດຖະມົນຕີການຕ່າງປະເທດ ແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ຢູ່ ນະຄອນຫຼວງວຽງຈັນ ປະເທດ ລາວ ໃນໄລຍະຈະມາເຖິງ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືກັນຮັບມືກັບເຊື້ອພະຍາດ Covid – 19. 
(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top