• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສະໜັບສະໜູນ ຍີ່ປຸ່ນ ເສີມຂະຫຍາຍບົດບາດຕັ້ງໜ້າ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ

ເນື່ອງໃນໂອກາດຢ້ຽມຢາມທາງລັດຖະກິດຢູ່ ຍີ່ປຸ່ນ (29/05 – 02/06), ວັນທີ 25 ພຶດສະພາ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ຕອບສຳພາດຕໍ່ໂທລະພາບ, ສຳນັກຂ່າວສານ, ໜັງສືພິມ ຍີ່ປຸ່ນ ຄື: ໂທລະພາບ NHK, ສຳນັກຂ່າວສານ Kyodo News…

ເມື່ອຕອບສຳພາດຕໍ່ນັກຂ່າວ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ: ໃນການຢ້ຽມຢາມຄັ້ງນີ້, 2 ຝ່າຍແລກປ່ຽນກ່ຽວກັບທິດທາງ ແລະ ບັນດາມາດຕະການໃຫຍ່ ເພື່ອຊຸກຍູ້ການພົວພັນລະຫວ່າງ 2 ປະເທດ. ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍູ້ແຮງການຮ່ວມມືດ້ານການຄ້າ, ການລົງທຶນ, ການຮ່ວມມືພັດທະນາ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍູ້ແຮງການພົວພັນແລກປ່ຽນວັດທະນະທຳ, ພົວພັນແລກປ່ຽນປະຊາຊົນ. 2 ຝ່າຍຈະແລກປ່ຽນກ່ຽວກັບການສົມທົບກັນຢູ່ບັນດາເວທີປາໄສສາກົນ, ພາກພື້ນ ແລະ ບັນດາບັນຫາເຊິ່ງ 2 ຝ່າຍມີຄວາມສົນໃຈ, ເປັນຕົ້ນ ແມ່ນໃນສະພາບການ ຫວຽດນາມ ຈະຮັກສາບົດບາດເປັນປະເທດປະສານງານການພົວພັນ ອາຊຽນ - ຍີ່ປຸ່ນ ໄລຍະ 2018 – 2021.

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ: ໃນໄລຍະຈະມາເຖິງ, 2 ປະເທດຈະສືບຕໍ່ທ່າພັດທະນາອັນດີງາມຂອງການພົວພັນ ຫວຽດນາມ - ຍີ່ປຸ່ນ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ຊຸກຍູ້ການຮ່ວມມື, ນຳການພົວພັນ “ຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຊີ” ເຂົ້າໃນໄລຍະພັດທະນາໃໝ່ໃນທຸກຂົງເຂດ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top