• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຫວຽດນາມ ຢືນຢັນ ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ຂອບຍຸດທະສາດການຮ່ວມມື ດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ຫຼື ແອັກແມັກ (ACMECS)  ຄັ້ງທີ 8 ແລະ ກອງປະຊຸມສຸດຍອດ ຂອບການຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ຫຼື ຊີແອວ ແອັມວີ (CLMV) ຄັ້ງທີ 9 ຕາມຄໍາ ເຊີນ ຂອງ ທ່ານ ປຣະຍຸດ ຈັນ ໂອຊາ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ໄທ ແລະ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຊ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກຳປູເຈຍ ແຕ່ວັນທີ 15-16 ມິຖຸນາ. 
ວາລະສານຂ່າວພາບຫວຽດນາມ ສະບັບນີ້ ຂໍຖືເປັນກຽດ ສະເໜີ ເນື້ອໃນ ບົດສຳພາດ ຂອງ ທ່ານ ຮອງລັດຖະມົນຕີ ຜູ້ປະຈຳການ ກະຊວງ ການຕ່າງປະເທດ ບຸ່ຍແທງເຊີນ ກ່ຽວກັບ ຜົນສຳເລັດຂອງ ສອງກອງປະຊຸມດັ່ງກ່າວ. 
- ຂໍທ່ານຮອງລັດຖະມົນຕີ ໃຫ້ການຕີລາຄາ ກ່ຽວກັບ ຄວາມໝາຍ ແລະ ບັນດາຜົນສຳເລັດຕົ້ນຕໍ ຂອງ ກອງປະຊຸມ ຍຸດຍອດ ACMECS ຄັ້ງທີ 8 ແລະ ກອງປະຊຸມສຸດຍອດ CLMV ຄັ້ງທີ 9 ?

ທ່ານລັດຖະມົນຕີ ບຸ່ຍແທງເຊີນ: ກອງປະຊຸມຍຸດຍອດ ACMECS ຄັ້ງທີ 8 ພາຍໃຕ້ຫົວຂໍ້ “ມຸ່ງສູ່ປະຊາຄົມ ACMECS ເຊື່ອມຕໍ່ ແລະ ເຊື່ອມໂຍງ” ແລະ ກອງປະຊຸມສຸດຍອດ CLMV ຄັ້ງທີ 9 ພາຍໃຕ້ຫົວຂໍ້ “ເພື່ອການເຊື່ອມໂຍງ ແລະ ເຊື່ອມຕໍ່ຢ່າງ ເລິກເຊິ່ງຍິ່ງຂຶ້ນ” ຊຶ່ງໄດ້ດຳເນີນໄປ ຢູ່ນະຄອນຫຼວງ ບາງ ກອກ, ແຫ່ງລາຊະອານາຈັກໄທ ເມື່ອວັນທີ 16 ມິຖຸນາຜ່ານມາ ໄດ້ປະ ສົມຜົນສຳເລັດ ຢ່າງຈົບງາມ.

ສອງກອງປະຊຸມສຸດຍອດ ຄັ້ງນີ້ ແມ່ນບາດກ້າວ ຜັນຂະຫຍາຍ ຢ່າງແຂງແຮງ ຜົນສຳເລັດ ຂອງກອງປະຊຸມສຸດຍອດ ACMECS ຄັ້ງທີ 7 ແລະ ກອງປະຊຸມສຸດຍອດ CLMV ຄັ້ງທີ 8 ຊຶ່ງໄດ້ ຮັບການຈັດຂຶ້ນ ຢູ່ນະຄອນຫຼວງ ຮ່າໂນ້ຍ ໃນ ເດືອນຕຸລາ ປີ 2016.

ນີ້ແມ່ນບາດກ້າວຫັນເປັນອັນລະອຽດ ຕໍ່ຄຳໝັ້ນໝາຍ ປີ 2016 ຂອງ ບັນດາຜູ້ນຳ ກ່ຽວກັບການປະຕິຮູບ ບັນດາກົນໄກຮ່ວມມື ACMECS ແລະ CLMV ແນໃສ່ ຍົກສູງປະສິດທິຜົນ ການເຄື່ອນ ໄຫວ ແລະ ເພີ່ມທະວີປະສົມປະສານ ກັບ ບັນດາຂອບການຮ່ວມມື ອະນຸພາກພື້ນອື່ນ.



ໃນການເຂົ້າຮ່ວມ ກອງປະຊຸມສຸດຍອດ ACMECS ຄັ້ງທີ 8 ແລະ ກອງປະຊຸມສຸດຍອດ CLMV ຄັ້ງທີ 9, ຕອນບ່າຍວັນທີ 15 ມິຖຸນາ 2018,
ທີ່ນະຄອນຫຼວງບາງກອກ ແຫ່ງລາຊະອານາຈັກໄທ, ທ່ານ ນາຍົກລັດ ຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບ ທ່ານນາຍົກ ລັດຖະມົນຕີໄທ ປຣະຍຸດ ຈັນໂອຊາ. ພາບ: ຖົ໋ງເຍິດ/VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດ ຖະມົນຕີໄທ ປຣະຍຸດ ຈັນໂອຊາ ເປັນສັກຂີພິຍານ ໃນພິທີເຊັນ ສັນຍາ
ລະຫວ່າງ ບໍລິສັດ ຊວນເກົ່າຈຳກັດ ແລະ ບໍລິສັດ B. Grimm. ພາບ: ຖົ໋ງເຍິດ/VNA



 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ພັນລະຍາ ເຂົ້າ ຮ່ວມງານລ້ຽງຮັບຮອງ ຂອງ ທ່ານນາຍົກລັດຖະມົນຕີໄທ ປຣະຍຸດ ຈັນໂອຊາ ແລະ ພັນລະຍາ. ພາບ: ຖົ໋ງເຍິດ/VNA

ຍຸດທະສາດ ຮ່ວມມືເສດຖະກິດ ອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ ນໍ້າຂອງ (ACMECS) (ຊື່ຂອງ 3 ແມ່ນຳ້ຕົ້ນຕໍ ໃນເຂດລຸ່ມແມ່ນ້ຳຂອງ) ໄດ້ຮັບການສ້າງຕັ້ງ ໃນເດືອນ ພະຈິກ ປີ 2003. ນີ້ແມ່ນ ຂອບເຂດຮ່ວມມື ດ້ານເສດຖະກິດ ລວມມີ 5 ປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ, ແນໃສ່ເພີ່ມທະວີການ ຮ່ວມ ມືເສດຖະກິດລວມ ແລະ ຮ່ວມມືສອງຝ່າຍ ເພື່ອ ຂຸດຄົ້ນ, ເສີມຂະຫຍາຍທ່າໄດ້ປຽບ ລະຫວ່າງ ບັນດາເຂດ, ບັນດາປະເທດ ສະມາຊິກ, ຍົກສູງຄວາມສາມາດແຂ່ງຂັນ, ຫຼຸດຜ່ອນ ຄວາມແຕກຕ່າງ ລະຫວ່າງບັນດາປະເທດ. 
ກອງປະຊຸມສຸດຍອດ ACMECS ຄັ້ງທີ 8 ແລະ ກອງປະຊຸມສຸດ ຍອດ CLMV ຄັ້ງທີ 9 ໄດ້ດຳເນີນໄປ ໃນສະຖານະການ ສອງກົນໄກ ໄດ້ຜ່ານໄລຍະເວລາ 15 ປີ ແລະ ກຳລັງຢືນຢູ່ຕໍ່ໜ້າ ກາລະໂອກາດ ແລະ ສິ່ງທ້າທາຍໃໝ່ໆ: ຄຽງຂ້າງເງື່ອນ ເວລາທີ່ດີແມ່ນການ ຮ່ວມມື ໃນພາກພື້ນ ທີ່ກຳລັງພັດທະນາ ກັບ ຫຼາຍກົນໄກຮ່ວມມື ລະຫວ່າງ ປະເທດໃນອະນຸພາກພື້ນ ແມ່ນຳ້ຂອງ ແລະ ບັນດາຄູ່ ຮ່ວມມື ກຳລັງເປີດກວ້າງ, ບັນດາປະເທດສະມາຊິກ ACMECS  ແລະ CLMV ກໍພວມປະສົບກັບ ສິ່ງທ້າທາຍຫຼາຍຢ່າງ, ໂດຍສະເພາະຢ່າງຍິ່ງ ແມ່ນການຫັນປ່ຽນ ຢ່າງແຂງແຮງ ແລະ ໄວວາ ຂອງ ການປະຕິວັດ ອຸດສາຫະກຳ ຄັ້ງທີ 4 ແລະ ໄລຍະຫ່າງ ໃນການ ພັດທະນາ ກັບບັນດາ ປະເທດ ASEAN ແມ່ນໃຫຍ່ຫຼວງພໍຄວນ.

ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນຳ ໄດ້ມີພິນິດໄສ ເຫັນຢ່າງຮອບ ດ້ານ ແລະ ເລິກເຊິ່ງ ກ່ຽວກັບ ສະຖານະການໂລກ ແລະ ພາກພື້ນ, ບັນດາກາລະໂອກາດ ແລະ ສິ່ງທ້າທາຍ ທີ່ບັນດາປະເທດ ແມ່ນ້ຳ ຂອງ ກຳລັງປະເຊີນໜ້າ, ຈາກນັ້ນ ກໍວາງອອກບັນດາຂໍ້ກຳນົດທິດ ນະໂຍບາຍ ໃຫ້ແກ່ ການຮ່ວມມື ACMECS ໃນຕໍ່ໜ້າ.

ຄວາມຮັບຮູ້ລວມແມ່ນໃນສະພາບແວດລ້ອມໃໝ່ ບັນດາປະເທດ ແມ່ນຳ້ຂອງ ຕ້ອງເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ ການເຊື່ອມໂຍງ ແນໃສ່ເສີມຂະຫຍາຍທ່າແຮງ ກ່ຽວກັບ ຈຸດທີ່ຕັ້ງພູມສາດ ການເມືອງ ແລະ ຄວາມບົ່ມຊ້ອນ ດ້ານການຕະຫຼາດ ຂອງ ພາກພື້ນ.

ບົນຈິດໃຈດັ່ງກ່າວ, ບັນດາຜູ້ນຳ ໄດ້ເປັນເອກະພາບ ຮັບຮອງເອົາ ບັນດາເອກະສານ ທີ່ມີຄວາມໝາຍ ກຳນົດທິດ ພັດທະນາ ທີ່ສຳຄັນ ໃຫ້ແກ່ ສອງກົນໄກ ໃນໄລຍະທີ່ຈະມາເຖິງ.

ບັນດາຖະແຫຼງການຮ່ວມ ຂອງສອງກອງປະຊຸມ ໄດ້ຢືນຢັນຄວາມ ຕັດສິນໃຈ ຂອງບັນດາປະເທດສະມາຊິກ ACMECS ແລະ CLMV ວ່າດ້ວຍ ການສ້າງອະນຸພາກພື້ນແມ່ນຳ້ຂອງ ທີ່ມີສັນຕິພາບ, ພັດທະນາ ແລະ ໝັ້ນຄົງ. 


ຕອນເຊົ້າວັນທີ 16 ມິຖຸນາ 2018, ທີ່ນະຄອນຫຼວງ ບາງກອກ (ລາ ຊະອານາຈັກໄທ), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ ເຂົ້າຮ່ວມພິທີໄຂ ກອງປະຊຸມສຸດຍອດ ຂອບຍຸດທະສາດການ ຮ່ວມ ມືດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ ນໍ້າຂອງ (ACMECS) 
ຄັ້ງທີ 8. ພາບ: ຖົ໋ງເຍິດ/VNA



ທ່ານນາຍົກລັດຖະມົນຕີໄທ ປຣະຍຸດ ຈັນໂອຊາ ກ່າວປາໄສ  ພິທີ ໄຂກອງປະຊຸມ. ພາບ: ຖົ໋ງເຍິດ/VNA


ພາບລວມໃນກອງປະຊຸມສຸດຍອດ ACMECS ຄັ້ງທີ 8. ພາບ: ຖົ໋ງເຍິດ/VNAA


ຕອນເຊົ້າວັນທີ 16 ມິຖຸນາ 2018, ທີ່ນະຄອນຫຼວງ ບາງກອກ (ລາຊະອານາຈັກໄທ), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ເຂົ້າຮ່ວມກອງປະຊຸມສຸດຍອດ CLMV ຄັ້ງທີ 9. ພາບ: ຖົ໋ງເຍິດ/VNA

ຕອນບ່າຍວັນທີ 16 ມິຖຸນາ 2018, ທີ່ນະຄອນຫຼວງ ບາງກອກ (ລາຊະອານາຈັກໄທ), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ພ້ອມກັບ ຫົວໜ້າຄະນະ ປະເທດຕ່າງໆ ໄດ້ເຮັດວຽກ ກັບບັນດາຜູ້ອຳນວຍການ ດ້ານຄຸ້ມຄອງບໍລິຫານ ວິສາຫະກິດ (CEO).
ພາບ: ຖົ໋ງເຍິດ/VNA

ພິເສດ, ແຜນການສັງລວມ ACMECS ໄລຍະ 2019-2023 ແມ່ນເອກະສານສຳຄັນ ກຳນົດທິດ ການຮ່ວມມື ໃນ 5 ປີ ຕໍ່ໜ້າ ກັບ ຈຸດໝາຍ ຊຸກຍູ້ການປະສານສົມທົບ ຢູ່ພາຍໃນກຸ່ມ ລະຫວ່າງ ບັນດາປະເທດແມ່ນຳ້ຂອງ, ພ້ອມກັນນັ້ນ ຍົກສູງ ບົດບາດນຳພາ ຂອງ ບັນດາປະເທດ ແມ່ນຳ້ຂອງ ໃນການພົວພັນ ກັບບັນດາ ປະເທດຄູ່ຮ່ວມມື ຢູ່ພາຍນອກ.

ເນື້ອໃນຕົ້ນຕໍ ຂອງແຜນການສັງລວມ ໃນການສ້າງ ACMECS ໜຶ່ງ ທີ່ມີຄວາມລຸລ່ວງ (ເຊື່ອມຕໍ່ພື້ນຖານໂຄງລ່າງແຂງ), ຫັນເປັນ ຄົບຊຸດ (ເຊື່ອມຕໍ່ພື້ນຖານໂຄງລ່າງອ່ອນ) ແລະ ພັດທະນາ ຢ່າງ ສະຫຼາດ ແລະ ໝັ້ນຄົງຖາວອນ (ໃນຫຼາຍຂົງເຂດເຊັ່ນ: ການຄ້າ-ການລົງທຶນ, ກະສິກຳ, ອຸດສາຫະກຳ, ສິ່ງແວດລ້ອມ, ພັດທະນາ ແຫຼ່ງຊັບພະຍາກອນມະນຸດ, ການທ່ອງທ່ຽວ ແລະ ອື່ນໆ...).

ຄຽງຂ້າງນັ້ນ, ເພື່ອສະແດງໃຫ້ເຫັນ ການຕັດສິນໃຈ ນຳ ການຮ່ວມ ມື ACMECS ເຂົ້າສູ່ປະສິດທິຜົນຢ່າງແທ້ຈິງ, ບັນດາຜູ້ນຳ ໄດ້ພິຈາລະນາ ກ່ຽວກັບ ຄວາມອາດສາມາດ ສ້າງຕັ້ງກອງທຶນ ACMECS ແລະ ກອງທຶນມອບໝາຍ ແລະ ພື້ນຖານໂຄງລ່າງ ACMECS ແນໃສ່ລະດົມແຫຼ່ງກໍາລັງແຮງ ເພື່ອຜັນຂະຫຍາຍ ບັນດາ ໂຄງການ ຮ່ວມມື.

ບັນດາຜູ້ນຳໄດ້ເປັນເອກະສັນກັນໃນການມອບໜ້າທີ່ ໃຫ້ ບັນດາ ກະຊວງ ຂອງ 5 ປະເທດ ພິຈາລະນາ ກ່ຽວກັບ ຂໍ້ສັນຍາອ້າງອີງ ແລະ ການເຄື່ອນໄຫວລະອຽດ ຂອງ ກອງທຶນ ACMECS ໃນປີ 2018. ພ້ອມກັນນັ້ນ, ຜູ້ນຳບັນດາປະເທດ ແມ່ນຳ້ຂອງ ກໍເປັນ ເອກະສັນ ກັບ ເພີ່ມທະວີ ການຮ່ວມມື ລະຫວ່າງ  ACMECS ແລະ CLMV ກັບບັນດາຄູ່ຮ່ວມມື ພັດທະນາ, ປະສານສົມທົບ ຢ່າງ ແໜ້ນແຟ້ນຍິ່ງຂຶ້ນ ກັບຄະນະເລຂາ ASEAN ເພື່ອ ລະດົມ ແຫຼ່ງກຳລັງແຮງ ໃຫ້ແກ່ການພັດທະນາ ຂອງ ພາກພື້ນ ໃຫ້ມີປະ ສິດທິຜົນຍິ່ງຂຶ້ນ. ນີ້ກໍແມ່ນຈຸດໃໝ່ ປະກອບສ່ວນ ສ້າງກຳລັງໜູນ ພັດທະນາ ຂອງການຮ່ວມມື ACMECS.

ກອງປະຊຸມຄັ້ງນີ້ ໄດ້ເນັ້ນໜັກ ບົດບາດ ຂອງປະຊາຄົມ ວິສາຫະ ກິດ ຢູ່ພາຍໃນ ແລະ ນອກພາກພື້ນ. ເປັນຄັ້ງທຳອິດ ເວທີປາໄສ ການນຳ ວິສາຫະກິດ ACMECS ແລະ ໂອ້ລົມ ສົນທະນາ/ພົບປະ ແລກ ປ່ຽນ ລະຫວ່າງ ບັນດາປະມຸກລັກ ແລະ ບັນດາ CEO ແຖວໜ້າໃນພາກພື້ນ ໄດ້ຮັບການຈັດຕັ້ງຂຶ້ນ, ໃນນັ້ນ ມີການເຂົ້າຮ່ວມ ຢ່າງຕັ້ງໜ້າ ຂອງ ບັນດາ ວິສາຫະກິດແຖວໜ້າ ຂອງ ຫວຽດນາມ. ສິ່ງດັ່ງກ່າວ ສະແດງໃຫ້ເຫັນ ຂົງເຂດເອກະຊົນ ຈະເປັນ ຄູ່ຮ່ວມມື ອັນສຳຄັນ ຂອງການຮ່ວມມື ACMECS ໃນໄລຍະຕໍ່ໜ້າ.



- ຂໍທ່ານຮອງລັດຖະມົນຕີໃຫ້ຮູ້ ກ່ຽວກັບ ການປະກອບສ່ວນ ແລະ ບັນດາຂໍ້ລິເລີ່ມ ຂອງ ຫວຽດນາມ ທີ່ ບັນດາກອງປະຊຸມສຸດຍອດ ACMECS ຄັ້ງທີ 8 ແລະ CLMV ຄັ້ງທີ 9?

ທ່ານລັດຖະມົນຕີ ບຸ່ຍແທງເຊີນ: ປີ 2016, ຫວຽດນາມ ເປັນ ເຈົ້າ ພາບຈັດຕັ້ງ ກອງປະຊຸມສຸດຍອດ ACMECS ຄັ້ງທີ 7 ແລະ ກອງ ປະຊຸມສຸດຍອດ CLMV ຄັ້ງທີ 8 ຢູ່ນະຄອນຫຼວງ ຮ່າໂນ້ຍ  ປະສົບ ຜົນສຳເລັດ. ດ້ວຍບົດບາດເປັນປະເທດ ເຈົ້າພາບ, ຫວຽດນາມ ໄດ້ ສະເໜີປະຕິຮູບ ກົນໄກ ການຮ່ວມມື ACMECS  ແລະ CLMV ແນໃສ່ ຍົກສູງ ປະສິດທິຜົນ ຂອງສອງ ກົນໄກ.

ຂໍ້ສະເໜີ ຂອງ ຫວຽດນາມ ແມ່ນພື້ນຖານ ໃຫ້ແກ່ ບັນດາ ຜົນສຳ ເລັດຕົ້ນຕໍ ຂອງກອງປະຊຸມຄັ້ງນີ້: ແຜນການສັງລວມ ACMECS, ການເຂົ້າຮ່ວມ ຂອງ ວິສາຫະກິດ ແລະ ຄູ່ຮ່ວມມື ພັດທະນາ.

ໃນສອງປີຜ່ານມາ, ເພື່ອກະກຽມໃຫ້ແກ່ ສອງກອງປະຊຸມ ສຸດຍອດ ຄັ້ງນີ້, ຫວຽດນາມ ໄດ້ຕັ້ງໜ້າ ເຂົ້າຮ່ວມ ໃນຂະບວນ ວິ ວັດແຫ່ງການ ສ້າງບັນດາແນວຄວາມຄິດ, ຂໍ້ລິເລີ່ມໃໝ່ແນໃສ່ ຜັນຂະຫຍາຍ ຜົນສຳເລັດ ຂອງ ກອງປະຊຸມສຸດຍອດ ACMECS ຄັ້ງທີ 7 ແລະ ກອງປະຊຸມສຸດຍອດ CLMV ຄັ້ງທີ 8.

ຫວຽດນາມ ໄດ້ປະກອບສ່ວນ ເຂົ້າໃນການຮ່າງເອກະສານ ຂອງ ສອງກອງປະຊຸມນີ້ ຢ່າງຫຼວງຫຼາຍ. ຫວຽດນາມ ໄດ້ສະເໜີ ນຳ ເຂົ້າສູ່ ແຜນການສັງລວມ ACMECS, ຖະແຫລງການຮ່ວມ CLMV ໃນຫຼາຍເນື້ອໃນ, ການເຄື່ອນໄຫວ ຢ່າງລະອຽດ ກ່ຽວກັບ ການພັດທະນາແບບຍືນຍົງ, ການຄ້າ, ການລົງທຶນ, ເຊື່ອມຕໍ່ພື້ນ ຖານໂຄງລ່າງ, ພົບປະສັງສັນ-ທ່ອງທ່ຽວ...

ບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ໄດ້ຈັດຕັ້ງການ ເຄື່ອນໄຫວສຳຄັນຫຼາຍຢ່າງ ໃນຂອບເຂດ ສອງກົນໄກຮ່ວມມື ເຊັ່ນ: ຈັດຕັ້ງງານຕະຫຼາດນັດ ທ່ອງທ່ຽວສາກົນ, ງານ ຕະຫຼາດນັດ ການຄ້າປະຈຳປີ, ບັນດາໂຄງການກ່ຽວກັບການ ຄົມມະນາຄົມ...

ທີ່ສອງກອງປະຊຸມນີ້, ບັນດາຄຳກ່າວປາໄສ ແລະ ຂໍ້ສະເໜີ ກ່ຽວ ກັບກຳນົດທິດການຮ່ວມມື ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ບັນດາປະເທດ ຕີລາຄາສູງ ຍ້ອນສ່ອງແສງຢ່າງ ຕິດແທດ ກັບຄວາມຕ້ອງການ ແລະ ນຳມາເຊິ່ງ ຜົນປະໂຫຍດ ຕົວຈິງ ໃຫ້ແກ່ບັນດາປະເທດ.



ຕອນເຊົ້າວັນທີ 16 ມິຖຸນາ 2018, ທີ່ນະຄອນຫຼວງ ບາງກອກ (ລາຊະອານາຈັກໄທ), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຮັດວຽກກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ອັກຄະມະຫາເສນາ ບໍດີ ເຕໂຊ ຮຸນແຊນ.
ພາບ: ຖົ໋ງເຍິດ/VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບ ທ່ານນາ ຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບປະທານາ ທິບໍດີ ມຽນມາ Win Myint. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Charoen Sirivadhanabhakdi, ປະທານກຸ່ມບໍລິສັດThaiBev. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບ ເລຂາທິ ການໃຫຍ່ ASEAN Lim Jock Hoi.  ພາບ: ຖົ໋ງເຍິດ/VNA

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ກ່າວວ່າ ຫວຽດນາມ ຈະສືບຕໍ່ຊ່ວຍໜູນ ດ້ານເຕັກນິກ ໃຫ້ແກ່ ບັນດາປະເທດ ກຳປູເຈຍ, ລາວ, ມຽນມາ ເຊັ່ນ ສະໜອງທຶນການ ສຶກສາ CLMV ແລະ ພ້ອມຈະຮັບນັກສຶກສາ ທີ່ມາຈາກ ບັນດາ ປະເທດ ACMECS, ພິເສດແມ່ນ ຫວຽດນາມ ໄດ້ສ້າງສູນ ບຳລຸງ ສ້າງວິຊາອາຊີບຄຸນນະພາບສູງ ທີ່ແຂວງ ກອນຕູມ ຂອງຫວຽດ ນາມ, ປະກອບສ່ວນສະໜອງ ແຮງງານມີສີມືອາຊີບ ໃຫ້ແກ່ບັນ ດາປະເທດ CLM; ຫວຽດນາມ ກໍຈະຊ່ວຍໜູນບັນດາ ປະເທດ CLM ເຂົ້າຮ່ວມ ແລະ ຈັດຕັ້ງ ບັນດາງານຕະຫຼາດນັດ ຂະໜາດ ໃຫຍ່ຢູ່ ຫວຽດນາມ. 

ໃນກອງປະຊຸມສຸດຍອດ ASEAN-ຍີ່ປຸ່ນ ເດືອນ ທັນວາ ປີ 2003, ຢູ່ນະຄອນຫລວງ ໂຕກຽວ, ຍີ່ປຸ່ນ, ຜູ້ນຳຂັ້ນສູງ ບັນດາປະເທດ ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ (CLMV) ໄດ້ເປັນ ເອກະສັນກັນ ຈັດຕັ້ງ ກອງປະຊຸມສຸດຍອດ ກຳປູເຈຍ-ລາວ-ມຽນ ມາ ແລະ ຫວຽດນາມ ຄັ້ງທີ 1 ໃນໂອກາດ ກອງປະຊຸມສຸດຍອດ ASEAN ຄັ້ງທີ 10 ຊຶ່ງໄດ້ຈັດຂຶ້ນຢູ່ ນະຄອນຫຼວງ ວຽງຈັນ, ສປປ ລາວ, ເດືອນ ພະຈິກ ປີ 2004. ການສ້າງກົນໄກ ຮ່ວມມື ກຳປູ ເຈຍ-ລາວ-ມຽນມາ ແລະ ຫວຽດນາມ ເປັນໜຶ່ງໃນບັນດາ ຄວາມພະຍາຍາມ ຕອບສະໜອງ ຄວາມຮຽກຮ້ອງ ຕ້ອງການ ຢ່າງພາວະວິໄສ ຂອງ ການ ເຊື່ອມໂຍງ ອະນຸພາກພື້ນ ແມ່ນຳ້ຂອງ ແລະ ASEAN.
ບັນດາປະເທດ CLMV ໄດ້ຕີລາຄາສູງ ການປະກອບສ່ວນ ຂອງ ຫວຽດນາມ ໃນການເຊື່ອມຕໍ່ ພື້ນຖານໂຄງລ່າງອ່ອນ. ບັນດາ ໂຄງການ ໂທລະຄົມມະນາຄົມ ຂອງກຸ່ມບໍລິສັດ Viettel ໄດ້ປະກອບ ສ່ວນອັນສຳຄັນ ໃນການຊຸກຍູ້ ການເຊື່ອມຕໍ່ ດ້ານ ການໂທລະ ຄົມມະນາຄົມ ລະຫວ່າງ 4 ປະເທດ ໃນນັ້ນ ມີໂຄງການ ປ່ຽນເຂດ ສາກົນ ພາຍໃນ 4 ປະເທດ CLMV ໂດຍບໍ່ຄິດຄ່າ; ພ້ອມກັນນັ້ນ Viettel ກໍ່ສາມາດຊ່ວຍໜູນ ລັດຖະບານ 4 ປະເທດ ກໍ່ສ້າງລັດຖະບານເອເລັກຕໂຣນິກ, ຍົກສູງກຳລັງຄວາມອາດສາມາດ ແລະ ຄວາມສາມາດດ້ານ ດີຈີຕອນ ເພື່ອຮັບໃຊ້ ການຫັນປ່ຽນພື້ນຖານ ເສດຖະກິດ ດີຈີຕອນ.

ຜູ້ຕາງໜ້າ ບັນດາວິສາຫະກິດແຖວໜ້າ ຂອງ ຫວຽດນາມ ເຊັ່ນ: FPT, Vietjet, BRG, T&T ແລະ ບັນດາວິສາຫະກິດ ເລີ່ມຕົ້ນ ທຸລະກິດຂອງ ຫວຽດນາມ ໄດ້ຕັ້ງໜ້າ ເຂົ້າຮ່ວມ ແລະ ພິຈາລະນາ ທີ່ເວທີປາໄສ ການນຳວິສາຫະກິດ ACMECS ກໍຄື ການພົບປະສັງສັນ ກັບບັນດາຜູ້ນຳປະເທດຕ່າງໆ.

ອາດເວົ້າໄດ້ວ່າ ການປະກອບສ່ວນ ຂອງຫວຽດນາມ ໃນກອງປະ ຊຸມສຸດຍອດ ACMECS ຄັ້ງທີ 8 ແລະ ກອງປະຊຸມສຸດຍອດ CLMV ຄັ້ງທີ 9 ອີກຄັ້ງໜຶ່ງ ຢັ້ງຢືນເຖິງ ນຳ້ໃຈ ຄວາມເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ ຂອງ ຫວຽດນາມ ໃນຂະບວນວິວັດແຫ່ງການເຂົ້າຮ່ວມ ໃນບັນດາຂອບເຂດ ການຮ່ວມມື ພາກພື້ນ, ປະກອບສ່ວນຊຸກຍຸ້ ການພັດທະນາ ຮອບດ້ານ ແລະ ຍືນຍົງ ຂອງ ອະນຸພາກພື້ນແມ່ນຳ້ຂອງ.

 
ປະຕິບັດໂດຍ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top