• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຢາກມີວິສາຫະກິດ ຍີ່ປຸ່ນ ຫລາຍແຫ່ງເປີດກ້ວາງການລົງທຶນເຂົ້າ ຫວຽດນາມ ນັບມື້ນັບຫລາຍ

ຕອນບ່າຍວັນທີ 28 ກຸມພາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Umeda Kunio ແລະ ທ່ານ Iwamura Yasutsugu ຜູ້ອຳນວຍການໃຫຍ່ Aeon Mall ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານ  Iwamura Yasutsugu, ຜູ້ອຳນວຍການໃຫຍ່ບໍລິສັດ Aeon Mall ຫວຽດນາມ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ: ຫວຽດນາມ ປາດຖະໜາຢາກມີວິສາຫະກິດ ຍີ່ປຸ່ນ ຫລາຍແຫ່ງເປີດກ້ວາງການລົງທຶນເຂົ້າ ຫວຽດນາມ ນັບມື້ນັບຫລາຍ, ໃນນັ້ນ ມີ Aeon. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢືນຢັນວ່າ: ຫວຽດນາມ ຈະສືບຕໍ່ຍູ້ແຮງການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສ້າງເງື່ອນໄຂດີກ່ວາໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ໃນນັ້ນ ມີບັນດາວິສາຫະກິດ ຍີ່ປຸ່ນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີ ທ່ານ Iwamura Yasutsugu ແລະ ກຸ່ມບໍລິສັດ Aeon ສືບຕໍ່ຊຸກຍູ້ບາງເນື້ອໃນການຮ່ວມມືຢູ່ ຫວຽດນາມ ໃນໄລຍະຈະມາເຖິງ, ໃນນັ້ນ ຄວນສືບຕໍ່ເປີດກ້ວາງການລົງທຶນ, ດຳເນີນທຸລະກິດ; ກໍ່ສ້າງບັນດາສູນການຄ້າຂອງ Aeon.

        ສ່ວນທ່ານເອກອັກຄະລັດຖະທູດ Umeda Kunio ຢັ້ງຢືນວ່າ: ຫວຽດນາມ ມີບົດບາດສຳຄັນທີ່ສຸດໃນຍຸດທະສາດການນຳເນີນທຸລະກິດຂອງບັນດາກຸ່ມບໍລິສັດເສດຖະກິດ ຍີ່ປຸ່ນ, ໃນນັ້ນມີ Aeon. ທ່ານ Umeda Kunio ປາດຖະໜາຢາກໃຫ້ທ່ານນາຍົກລັດຖະມົນຕີ ແລະ ລັດຖະບານ ຫວຽດນາມ ຈະສືບຕໍ່ເອົາໃຈໃສ່ ແລະ ສະໜັບສະໜູນບັນດາກຸ່ມບໍລິສັດຂອງ ຍີ່ປຸ່ນ ໃນການລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ ນັບມື້ນັບມີປະສິດທິຜົນກ່ວາ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top