• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມີ ທັດສະນະສະເໝີຕົ້ນສະເໝີປາຍຕໍ່ບັນຫາທະເລຕາເວັນອອກ

      ຫວຽດນາມຮຽກຮ້ອງຈີນ ຈົ່ງເຄົາລົບອະທິປະໄຕຂອງຫວຽດນາມ ຢູ່ ໝູ່ເກາະ ຮ່ວາງຊາ ຢຸດຕິ ແລະບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ.”
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ
      ໃນການຖະແຫລງຂ່າວນັດສາມັນດຳເນີນໃນຕອນບ່າຍ ວັນທີ 5 ສິງຫາ ຕາມຮູບການທາງໄກ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ອີກຄັ້ງຫນຶ່ງຢັ້ງຢືນ ທັດສະນະສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ໃນບັນດາບັນຫາກ່ຽວກັບທະເລຕາເວັນອອກ.
ກ່ຽວຂ້ອງເຖິງການຊ້ອມຮົບຂອງຈີນ ຢູ່ ເຂດທະເລຕາເວັນອອກທີ່ແກ່ຍາວ ລວມທັງ1/2 ໝູ່ເກາ ຮ່ວາງຊາ ຂອງຫວຽດນາມ ແຕ່ວັນທີ 6 ສິງຫາ ຮອດວັນທີ 10 ສິງຫາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຮຽກຮ້ອງຈີນ ຈົ່ງຢຸດຕິບັນດາການກະທຳລະເມີດນີ້.
ເລື່ອງຈີນ ດຳເນີນການຊ້ອມຮົບ ຢູ່    ໝູ່ເກາະຮ່ວາງຊາ ຂອງຫວຽດນາມ ແມ່ນ ລະເມີດ ອະທິປະໄຕຂອງຫວຽດນາມ  ສຳລັບໝູ່ເກາະແຫ່ງນີ້ ໄປຝືນກັບ DOC ກໍ່ຄວາມສັບສົນຕໍ່ສະພາບການ, ບໍ່ມີຜົນປະໂຫຍດໃຫ້ວິວັດການເຈລະຈາ COC ລະຫວ່າງ ອາຊຽນ ແລະ ຈີນ ກໍ່ຄື ການຮັກສາສັນຕິພາບ ສະຖຽນລະພາບ ແລະການຮ່ວມມືຢູ່ພາກພື້ນ. ຫວຽດນາມຮຽກຮ້ອງຈີນ ຈົ່ງເຄົາລົບອະທິປະໄຕຂອງຫວຽດນາມ ຢູ່ ໝູ່ເກາະ ຮ່ວາງຊາ ຢຸດຕິ ແລະບໍ່ມີການກະທຳຄືແນວນີ້ອີກ.
ເມື່ອຕອບຄຳຖາມຂອງນັກຂ່າວຕໍ່ ເລື່ອງ ອິນເດຍ ຈັດສົ່ງກຳປັ່ນສູ້ຮົບເຖິງທະເລຕາເວັນອອກເພື່ອທຳການຊ້ອມຮົບຫລາຍຝ່າຍ ແລະ ສອງຝ່າຍ, ໃນນັ້ນມີຂ່າວວ່າ ຫວຽດນາມຈະພ້ອມກັນເຂົ້າຮ່ວມ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ:
“ແຜນນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ແມ່ນບັນດາການເຄື່ອນໄຫວຢູ່ທະເລຂອງບັນດາປະເທດຢູ່ພາຍໃນ ແລະ ນອກພາກພື້ນ ຄວນເຄົາລົບຕາມບັນດາຂໍ້ກຳນົດຂອງ UNCLOS ປີ 1982 ປະກອບສ່ວນຢ່າງມີຄວາມຮັບຜິດຊອບໃຫ້ແກ່ວິວັດການສັນຕິພາບ ຄວາມໝັ້ນຄົງ ຄວາມປອດໄພ ຄວາມເປັນລະບຽບຮຽບຮ້ອຍ, ເຄົາລົບກົດໝາຍການຮ່ວມມືຢູ່ທະເລ ເພື່ອຜົນປະໂຫຍດລວມ ສອດຄ່ອງກັບຄວາມມຸ່ງມາດປາດຖະຫນາຂອງບັນດາປະເທດໃນພາກພື້ນ ແລະ ປະຊາຄົມສາກົນ.
ແລະທີ່ການຖະແຫລງຂ່າວ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ກ່າວວ່າ: ຫວຽດນາມ ຂໍສະແດງຄວາມຂອບອົກຂອບໃຈ ແລະຕີລາຄາສູງ ການຫນູນຊ່ວຍຂອງສາກົນໃນການແບ່ງປັນ ວັກຊິນ ແລະ ຍົກສູງກຳລັງຄວາມສາມາດໃນການປ້ອງກັນ ຕ້ານໂລກລະບາດໂຄວິດ 19.  ຕາມທ່ານນາງ ເລທິທູຮັ່ງ ແລ້ວ, ມາຮອດປະຈຸບັນ ຫວຽດນາມ ໄດ້ຮັບວັກຊິນກັນໂຄວິດ 19 ປະມານ 18 ລ້ານໂດສ ຈາກບັນດາປະເທດ, ບັນດາຄູ່ຮ່ວມມື ແລະບັນດາອົງການຈັດຕັ້ງສາກົນ. ນີ້ແມ່ນການຫນູນຊ່ວຍອັນລ້ຳຄ່າໃນສະພາບຄວາມຕ້ອງການວັກຊິນກັນໂຄວິດ 19 ພວມນັບມື້ນັບເພີ່ມຂຶ້ນສູງໃນໂລກ.
ທ່ານຮອງປະທານາທິບໍດີ ອາເມລິກາ Kamala Harris ຈະຢ້ຽມຢາມຫວຽດນາມ ໃນໄລຍະຈະມາເຖິງ
ທີ່ການຖະແຫລງຂ່າວໃນຕອນບ່າຍວັນທີ 5 ສິງຫາ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ໃຫ້ຮູ້ວ່າ: ບັນດາອົງການກ່ຽວຂ້ອງຂອງສອງປະເທດ ພວມສົມທົບກັນເພື່ອກະກຽມໃຫ້ແກ່ການຢ້ຽມຢາມຫວຽດນາມ ຂອງທ່ານຮອງປະທານາທິບໍດີ ອາເມລິກາ Kamala Harris ບົນຈິດໃຈການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ, ສືບຕໍ່ພັດທະນາການພົວພັນອັນດີງາມ ມີຄຸນນະພາບໃນທຸກຂົງເຂດ, ປະກອບສ່ວນຕັ້ງຫນ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ການຮ່ວມມື ພັດທະນາຢູ່ ພາກພື້ນ ແລະໃນໂລກ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top