• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຫວຽດນາມ ປະກອບສ່ວນສຳຄັນໃຫ້ແກ່ ກອງປະຊຸມໃຫຍ່ IPU

ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ນຳໂດຍ ທ່ານ ນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ ໄດ້ ສິ້ນສຸດ ການເຄື່ອນໄຫວ ເຂົ້າຮ່ວມ ກອງປະຊຸມໃຫຍ່ສະມັດ ຊາສະຫະພັນ ລັດຖະສະພາ ສາກົນ ຄັ້ງທີ 137 (IPU-137) ໃນລະຫວ່າງ ວັນທີ 14-15 ຕຸລາ 2017 ທີ່ນະຄອນ Saint Petersburg ແຫ່ງ ສ.ລັດເຊຍ ແລະ ຢ້ຽມຢາມ ສ.ກາຢັກ ສະຖານ ຢ່າງເປັນທາງການ ແຕ່ ວັນທີ 16-18 ຕຸລາ 2017.

ກອງປະຊຸມ IPU-137: ຍົກສູງບົດບາດທ່ີຕັ້ງຂອງ ຫວຽດນາມ ບົນເວທີສາກົນ

ເປັນອົງການຈັດຕັ້ງລັດຖະສະພາຫຼາຍຝ່າຍໃຫຍ່ທີສຸດໂລກ, ໃນກວ່າ 120 ປີ ແຫ່ງການປະກົກຳເນີດ ແລະ ຂະຍຫາຍຕົວ, IPU ໄດ້ສະແດງໃຫ້ເຫັນພາລະໜ້າທີ່ຂອງຕົນ ໃນການຊຸກຍູ້ ການແລກປ່ຽນ, ຮ່ວມມື ແລະ ແລກປ່ຽນບົດຮຽນ ລະຫວ່າງ ລັດຖະສະພາຂອງບັນດາປະເທດດ້ວຍກັນ; ປຶກສາຫາລີ, ຮັບຟັງຄວາມຄິດເຫັນ ແລະ ສະແດງໃຫ້ເຫັນທັດສະນະ ວ່າດ້ວຍ ບັນດາບັນຫາ ກ່ຽວພັນເຖິງຜົນປະໂຫຍດສາກົນ ແນໃສ່ສະເໜີ ການເຄື່ອນໄຫວ ໃຫ້ແກ່ບັນດາລັດຖະສະພາ ສະມາຊິກ, ຜ່ານນັ້ນ ປະກອບສ່ວນເຂົ້າໃນການ ປົກປັກຮັກສາ ແລະ ຊຸກຍູ້ ຮັບປະກັນບັນດາຫຼັກການ ແລະ ບັນທັດຖານ ຂອງ ກົດໝາຍ ສາກົນ ; ຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດ, ຊົນຊາດ ມຸ່ງສູ່ສັນຕິພາບ ແລະ ຄວາມສະຫງົບປອດໄພ ທົ່ວໂລກ, ຍູ້ແຮງການພັດທະນາທີ່ຍືນຍົງ, ຍົກສູງບົດບາດຂອງ ແມ່ຍິງ ໃນດ້ານການເມືອງ ແລະ ເພີ່ມທະວີ ການໂອ້ລົມສົນທະນາ, ການແລກປ່ຽນກ່ຽວກັບ ດ້ານການສຶກສາ, ວິທະຍາສາດ, ວັດທະນະທຳ ແລະ ອື່ນໆ...

ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມ ທຸກການເຄື່ອນໄຫວຂອງ IPU-137. ທີ່ວາລະໄຂກອງປະຊຸມ ແລະ ໃນມື້ເຮັດວຽກທຳອິດ ຂອງລັດຖະສະພາ, ທ່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ມີບົດກ່າວປາໄສອັນສຳຄັນ, ໄດ້ປະທານສະພາແຫ່ງຊາດ ແລະ ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ/ລັດຖະສະພາ ຂອງຫຼາຍປະເທດຕີລາຄາສູງ, ໄດ້ນຳສະເໜີ ບັນດາວິທີແກ້ໄຂ ທີ່ໃກ້ຊິດ ແລະ ແທດເໝາະກັບສະຖານະການໂລກ.






ທ່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມພິທີໄຂ ກອງປະຊຸມໃຫຍ່ສະມັດຊາ ສະຫະພັນ ລັດຖະສະພາສາກົນ
ຄັ້ງທີ 137 (IPU-137) ທີ່ນະຄອນ ແຊງ ເປແຕັກບົວ (ສ.ລັດເຊຍ). ພາບ: ຈ້ອງດຶກ/VNA



ທ່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມ ກອງປະຊຸມ ຄົບຄະນະ
ຂອງກອງປະຊຸມໃຫຍ່ສະມັດຊາ ສະຫະພັນ ລັດຖະສະພາສາກົນ ຄັ້ງທີ 137 (IPU-137). ພາບ: ຈ້ອງດຶກ/VNA



ທ່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ ກ່າວປາໄສທີ່ກອງປະຊຸມຄົບຄະນະ ຂອງກອງປະຊຸມໃຫຍ່ ສະມັດຊາສະຫະພັນ
ລັດຖະສະພາສາກົນ ຄັ້ງທີ 137 (IPU-137). ພາບ: ຈ້ອງດຶກ/VNA



 ທ່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ ພົບປະກັບ ທ່ານ Saber H. Chowdhury, ປະທານສະຫະພັນ ລັດຖະສະພາສາກົນ (IPU). ພາບ: ຈ້ອງດຶກ/VNA


ທ່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ ພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານນາງ Valentina Ivanovna Matvienko,
ປະທານຄະນະມົນຕີ ສ.ລັດເຊຍ. ພາບ: ຈ້ອງດຶກ/VNA



ທ່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ  ຕ້ອນຮັບ ທ່ານ ຈາງຜິງ, ຮອງປະທານ ຄະນະປະຈຳສະພາແຫ່ງຊາດ
ກຳມະການ ຄະນະປະຈຳສະພາແຫ່ງຊາດ ສ.ຈີນ. ພາບ: ຈ້ອງດຶກ/VNA



ທ່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ ຕ້ອນຮັບທ່ານ Chung Sye-kyun, ປະທານສະພາແຫ່ງຊາດ
ສ.ເກົາຫຼີ. ພາບ: ຈ້ອງດຶກ/VNA



ທ່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ ຕ້ອນຮັບທ່ານ Ardeshi Larijani,
ປະທານສະພາແຫ່ງຊາດ ສ. ອິດສະຫຼາມ ອີຣານ. ພາບ: ຈ້ອງດຶກ/VNA

ທ່ານນາງປະທານສະພາແຫ່ງຊາດ ໄດ້ນຳສະເໜີ ຫ້າຂໍ້ ຊຶ່ງ ລວມມີຄື: ໜຶ່ງ: ບັນດາລັດຖະສະພາຢູ່ໃນໂລກ ສຸມໃສ່ ໃນການ ສ້າງ ຂອບເຂດນິຕິກຳ ກ່ຽວກັບຊົນຊາດ ແລະ ສາສະໜາ. ຜ່ານ ນັ້ນ, ດ້ວຍບົດບາດເປັນອົງການຈັດຕັ້ງ ນິຕິບັນຍັດ, ຄວບຄຸມ ກວດກາ ການປະຕິບັດ ບັນດານະໂບບາຍ ກ່ຽວຂ້ອງເຖິງຂອບ ເຂດ ນິຕິກຳນີ້, ສ້າງອອກຂອບເຂດນິຕິກຳ ຖືກຕ້ອງຕາມກົດ ໝາຍ ໃຫ້ແກ່ປະຊາຊົນທຸກຄົນ, ທຸກພາກສ່່ວນ. ແຕ່ຄວາມປາດ ຖະໜາສູງສຸດ ແມ່ນສ້າງຄວາມສາມັກຄີເພື່ອສ້າງໂລກ ແຫ່ງການຮ່ວມມືໃນສັນຕິພາບ.

ສອງ: ບັນດາລັດຖະສະພາຕ້ອງສ້າງ ມາດຕາຖານ ເປັນ ພື້ນ ຖານເພື່ອການຄຸ້ມຄອງໄດ້ບັນລຸປະສິດທິຜົນ. ສາມ: ຕ້ອງ ເອົາ ໃຈໃສ່ກ່ຽວກັບວຽກງານສື່ມວນຊົນ, ຜາຍແຜ່ແນວຄິດເອື້ອເພື້ອ ເຜື່ອແຜ່ ແລະ ການຮ່ວມມື, ສິ່ງດັ່ງກ່າວ ສຸດທີ່ ສຳຄັນເພື່ອ ໃຫ້ ບັນດາຊົນຊາດ, ສາສະໜາມີຄວາມ ໃກ້ຊິດກັນ ຫຼາຍຂຶ້ນ. ສີ່: ຕ້ອງເພີ່ມທະວີການຮ່ວມມື ສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອ ຄວາມເຂົ້າໃຈຮູ້ຊຶ່ງກັນ ໃນການແກ້ໄຂ ບັນດາບັນຫາກ່ຽວກັບ ສາສະໜາ, ວັດທະນະທຳ ແລະ ຊົນຊາດ. ຫ້າ: ສະເໜີ ສະຫະ ພັນລັດຖະສະພາ ປະສານສົມທົບກັນ ຢ່າງແໜ້ນແຟ້ນ ກັບ ສະ ຫະປະຊາຊາດ, ບັນດາອົງການຈັດຕັ້ງ, ບັນດາລັດຖະສະພາ ສະມາຊິກ ເພີ່ມທະວີ ຂໍ້ລິເລີ່ມ ແລະ ເຄື່ອນໄຫວທີ່ກ່ຽວພັນເຖິງ ບັນຫາສາສະໜາ, ວັດທະນະທຳ. ຜ່ານການພົບປະແລກປ່ຽນ, ໂດຍຫົວໜ້າຄະນະ ບັນດາປະເທດ ໄດ້ໃຫ້ຄວາມເຫັນວ່າ ສາ ມາດຄົ້ນຄວ້າ, ໝູນໃຊ້ ບັດາຂໍ້ສະເໜີຂອງຫວຽດນາມ ໃຫ້ ກັບ ປະເທດ ຂອງຕົນ.

ຢູ່ນອກກອງປະຊຸມ, ທ່ານນາງ ຫງວຽນທິກີມເງິນ, ປະທານ ສະ ພາແຫ່ງຊາດ ໄດ້ມີການພົບປະກັບ ປະທານສະພາ ສະຫະພັນ ລັດເຊຍ, ປະທານສະພາແຫ່ງຊາດ ສ.ເກົາຫຼີ, ປະທານ ສະພາ ແຫ່ງຊາດ ສ.ອິສລາມ ອີຣານ, ຮອງປະທານ ຄະນະປະຈຳສະ ພາແຫ່ງຊາດ ສປ ຈີນ, ຊຶ່ງບັນດາເພື່ອນມິດ ໄດ້ຕີລາຄາສູງ ຕໍ່ ຜົນສຳເລັດກ່ຽວກັບການພັດທະນາເສດຖະກິດ ສັງຄົມຂອງ ຫວຽດນາມ, ເຮັດໃຫ້ບົດບາດທີ່ຕັ້ງຂອງຫວຽດນາມ ນັບມື້ນັບ ໄດ້ຮັບການຍົກສູງຂຶ້ນ. ບັນດາເພື່ອນມິດຕ່າງກໍສະເໜີ ເພີ່ມທະ ວີ ການຮ່ວມມືລະຫວ່າງລັດຖະສະພາ, ມີການພົວພັນ ແລກ ປ່ຽນເປັນປະຈຳ ລະຫວ່າງບັນດາຄະນະຜູ້ແທນຂັ້ນສູງ.

ເນື່ອງໃນໂອກາດນີ້, ທ່ານນາງ ຫງວຽນທິກີມເງິນ ປະທານ ສະ ພາແຫ່ງຊາດ ໄດ້ຝາກຈົດໝາຍເຊື້ອເຊີນ ດ້ວຍຄວາມນັບຖື ຢ່າງສູງ ເຖິງບັນດາປະເທດສະມາຊິກໃນພາກພື້ນ ອາຊີ-ປາຊີ ຟິກ ເຂົ້າຮ່ວມເວທີປາໄສລັດຖະສະພາ ອາຊີ-ປາຊີຟິກ (APPF) ຊຶ່ງຄາດວ່າຈະໄດ້ຈັດຂຶ້ນຢູ່ຮ່າໂນ້ຍ ໃນຕົ້ນປີ 2018, ຊຶ່ງການນຳ ລັດຖະສະພາບັນດາປະເທດໄດ້ຮັບປາກ ດ້ວຍ ຄວາມຍິນດີ.


ກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ ຄັ້ງ ທີ 137 (IPU-137) ມີການເຂົ້າຮ່ວມຂອງກວ່າ 160 ລັດຖະ ສະພາສະມາຊິກ, ຈຳນວນຜູ້ແທນເຂົ້າຮ່ວມເປັນທາງການມີ 2.400 ທ່ານ, ໃນນັ້ນມີປະທານສະພາແຫ່ງຊາດ ເກືອບ 100 ທ່ານ ແລະ ຮອງປະທານສະພາແຫ່ງຊາດ 40 ທ່ານໄດ້ເຂົ້າ ຮ່ວມ ກອງປະຊຸມດັ່ງກ່າວ. ກອງປະຊຸມສະມັດຊາໃຫຍ່ ໄດ້ຮັບ ການ ດຳເນີນໄປ ໃນສະພາບແວດລ້ອມ ສະຖານະການ ໂລກ ພວມມີການຜັນແປຢ່າງສັບສົນ, ຊຶ່ງພົ້ນເດັ່ນແມ່ນການ ຟື້ນຕົວ ລຸກຂຶ້ນ ຂອງ ກະແສລັດທິຊາດນິຍົມ, ລັດທິຊົນຊາດ ແລະ ການປະເຊີນໜ້າດ້ານເຊື້ອຊາດ, ສາສະໜາ. 


ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ-ກາຢັກສະຖານ

ຫຼັງຈາກສິ້ນສຸດການຢ້ຽມຢາມ ສ.ລັດເຊຍ, ທ່ານນາງ ຫງວຽນທິ ກີມເງິນ, ປະທານ ສະພາແຫ່ງຊາດ ໄດ້ສືບຕໍ່ເດີນທາງໄປຢ້ຽມ ຢາມປະເທດ ສ.ກາຢັກສະຖານ ຕາມຄຳເຊື້ອເຊີນຂອງ ທ່ານ Kassym Zhomart Tokayev, ປະທານສະພາສູງ ສ.ກາຢັກ ສະຖານ ແລະ ທ່ານ Nurlan Nigmatulin, ປະທານສະພາຕ່ຳ ສ.ກາຢັກສະຖານ. ນີ້ແມ່ນຄັ້ງທຳອິດ ທີ່ປະທານສະພາແຫ່ງ ຊາດຫວຽດນາມ ທຳການຢ້ຽມຢາມ ສ.ກາຢັກສະຖານ ຢ່າງ ເປັນທາງການ.

ໃນການພົບປະເຈລະຈາກັບ ປະທານສະພາຕ່ຳ ທ່ານ Nurlan Nigmatulin, ຜູ້ນຳທັງສອງ ໄດ້ມີການແລກປ່ຽນຢ່າງລະອຽດ, ຕົວຈິງ ແລະ ເອກະພາບກັນ  ຮ່ວມມືລະຫວ່າງ ສອງສະພາ ແຫ່ງຊາດ ແລະ ບັນດາອົງການຈັດຕັ້ງ ຂອງສະພາແຫ່ງຊາດ, ຜູ້ແທນລາຊະດອນສອງປະເທດ.

ທ່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ ກໍໄດ້ ມີ ການພົບປະແລກປ່ຽນ ຄຳຄິດເຫັນກັບທ່ານ Kassym Zhomart Tokayev, ປະທານສະພາສູງ ກາຢັກສະຖານ; ເຂົ້າ ຢ້ຽມຂຳ່ນັບ ທ່ານ Bakytzhan Sagintayev, ນາຍົກລັດຖະ ມົນຕີ ແລະ ມີພົບປະກັບຜູ້ນຳພັກ ກຳອຳນາດ Nur Otan, ພັກ ຄອມມູນິດປະຊາຊົນ ກາຢັກສະຖານ.



ທ່ານ Nurlan Nigmatulin, ປະທານສະພາຕຳ່ ສ.ກາຢັກສະຖານ ຕ້ອນຮັບທ່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ
ທີ່ສຳນັກງານ ສະພາຕຳ່ ສ.ກາຢັກສະຖານ ຢູ່ນະຄອນຫຼວງ ອາສຕານາ.  ພາບ: ຈ້ອງດຶກ/VNA



ທ່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ ພົບປະເຈລະຈາກັບ ທ່ານ Nurlan Nigmatulin,
ປະທານສະພາຕຳ່ ສ.ກາຢັກສະຖານ. ພາບ: ຈ້ອງດຶກ/VNA



ທ່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ ພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານ Kassym Zhomart Tokayev,
ປະທານສະພາສູງ ສ.ກາຢັກສະຖານ. ພາບ: ຈ້ອງດຶກ/VNA



ທ່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ ພົບປະແລກປ່ຽຄຳຄິດຄຳເຫັນຫັບທ່ານ Kassym Zhomart Tokayev,
ປະທານສະພາສູງ ສ.ກາຢັກສະຖານ. ພາບ: ຈ້ອງດຶກ/VNA



ທ່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ ພົບປະແລກປ່ຽຄຳຄິດຄຳເຫັນ ກັບທ່ານ Bakhytzhan Sagintayev,
ນາຍົກລັດຖະມົນຕີີ ສ.ກາຢັກສະຖານ. ພາບ: ຈ້ອງດຶກ/VNA



ທ່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ ຕ້ອນຮັບ ຄະນະການນຳ ພັກກຳອຳນາດ ນູໂອຕານ
ຂອງ ສ.ກາຢັກສະຖານ. ພາບ: ຈ້ອງດຶກ/VNA

ໃນການພົບປະເຈລະຈາ, ແລກປ່ຽນຄຳຄິດເຫັນ ແລະ ພົບປະ ຄັ້ງຕ່າງໆ ຂອງທ່ານນາງ ຫງວຽນທິກີມເງິນ ປະທານ ສະພາ ແຫ່ງຊາດ, ບັນດາຜູ້ນຳ, ຜູ້ຕາງໜ້າ ບັນດາພັກ ການເມືອງ ກາຢັກສະຖານ ຕ່າງກໍສະແດງຄວາມຍິນດີ ຕໍ່ບັນດາຜົນສຳເລັດ ໃນການ ພັດທະນາເສດຖະກິດ-ສັງຄົມ ຂອງຫວຽດນາມ ໃນໄລຍະຜ່ານມາ; ຢືນຢັນເຖິງນ້ຳໃຈ ອັນຈົບງາມ ແລະ ພ້ອມ ທີ່ ຈະເປີດກວ້າງ ການພົວພັນຮ່ວມມື ກັບຫວຽດນາມ ຢູ່ສະເໝີ.

ສອງຝ່າຍໄດ້ເປັນເອກະສັນກັນໃນການຊຸກຍູ້, ເຮັດໃຫ້ສາຍພົວ ພັນມິດຕະພາບ, ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສອງ ປະເທດ ເລິກເຊິ່ງຍິ່ງຂຶ້ນ, ນຳເອົາບັນດາຂົງເຂດຮ່ວມມືເຂົ້າສູ່ ລວງເລິກ, ຕົວຈິງຍິ່ງຂຶ້ນ ແລະ ເປີດກວ້າງການຮ່ວມມື ໄປສູ່ ບັນດາ ຂົງເຂດທີ່ສອງຝ່າຍມີທ່າແຮງ.

ສອງຝ່າຍໄດ້ຕີລາຄາ ການຮ່ວມມື ລະຫວ່າງ ສອງ ສະພາແຫ່ງ ຊາດ ຫວຽດນາມ-ກາຢັກສະຖານ ເປັນຮູບແບບການ ຕິດຕໍ່ອັນ ສຳຄັນ ໃນການພົວພັນຮ່ວມມືລະຫວ່າງສອງປະເທດ; ເປັນ ເອກະສັນກັນ ຈະສືບຕໍ່ປັບປຸງ ແລະ ເພີ່ມທະວີການພົວພັນ ຮ່ວມມື ຢ່າງແໜ້ນແຟ້ນ ບົນເວທີພາກພື້ນ ແລະ ສາກົນ, ແບ່ງ ປັນບົດຮຽນ ໃນການເຄື່ອນໄຫວນິຕິບັນຍັດ, ຮັບປະກັນ ຜົນປະ ໂຫຍດ ຂອງປະຊາຊົນ ໃນຂະບວນວິວັັດແຫ່ງການ ພັດທະນາ ເສດະກິດ-ສັງຄົມ.

ສອງຝ່າຍສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ, ຂັ້ນຄະນະ ກຳ ມະການ ແລະ ອົງການຈັດຕັ້ງ ຮັບໃຊ້ ສະພາແຫ່ງຊາດ; ປະ ສານສົມທົບ ຄວບຄຸມກວດກາ ການປະຕິບັດ ບັນດາຂໍ້ຕົກລົງ ວ່າດ້ວຍການຮ່ວມມື ທີ່ລັດຖະບານສອງປະເທດ ໄດ້ລົງນາມ, ແລກປ່ຽນ ຂໍ້ມູນຂ່າວສານ ກ່ຽວກັບການເຄື່ອນໄຫວລັດຖະສະ ພາ ຂອງ ແຕ່ລະປະເທດ.


ກາຢັກສະຖານ ເປັນປະເທດ ມີເນື້ອທີ່ ໃຫຍ່ທີສຸດໃນ ພາກ ພື້ນ ອາຊີ, ມີຈຳນວນພົນລະເມືອງພຽງ 16,6 ລ້ານກວ່າຄົນ, ແຕ່ມີ ແຫຼ່ງ ຊັບພະຍາກອນທີ່ອຸດົມສົມບູນ ກັບປະລິມານນ້ຳມັນບໍ່ບົ່ມ ຊ້ອນ ຢືນອັນດັບທີ 8 ໃນໂລກ. ຫວຽດນາມ ແລະ ກາຢັກສະ ຖານ ເປັນສະມາຊິກຂອງ ສັນຍາການຄ້າເສລີ ຫວຽດນາມ-ສະ ຫະພັນ ເສດຖະກິດອາຊີ-ເອີຣົບ ມີຜົນສັກສິດແຕ່ ເດືອນ ຕຸລາ 2016.

ປະຕິບັດໂດຍ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top