• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປະກອບສ່ວນຕັ້ງໜ້າເຂົ້າໃນຄຸນຄ່າຂອງມວນມະນຸດກ່ຽວກັບສິດທິມະນຸດ

      ເພື່ອໃຫ້ມີສັນຕິພາບພາຍຫຼັງເກີດສົງຄາມເປັນເວລາຫຼາຍປີ, ຫວຽດນາມ ໄດ້ມານະພະຍາຍາມເພື່ອສ້າງລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງບໍ່ຢຸດຢັ້ງ

ຫວຽດນາມ ມານະພະຍາຍາມຊຸກຍູ້ສິດທິຂອງປະຊາຊົນທຸກຊັ້ນຄົນ
(ພາບປະກອບ: baohagiang.vn)
      ວັນທີ 10 ທັນວາ, ໂລກໄດ້ສະເຫຼີມສະຫຼອງ 71 ປີແຫ່ງວັນສະມັດຊາໃຫຍ່ສະຫະປະຊາຊາດຮັບຮອງເອົາຖະແຫຼງການສິດທິມະນຸດສາກົນ ໃນວັນທີ 10 ທັນວາ 1948. ການກຳເນີດຖະແຫຼງການສິດທິມະນຸດສາກົນ ແມ່ນສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາຂອງປະຊາຄົມສາກົນເພື່ອມຸ່ງໄປເຖິງບັນດາຄຸນຄ່າລວມຂອງມວນມະນຸດກ່ຽວກັບສິດທິມະນຸດ, ພ້ອມທັງສ້າງພື້ນຖານສຳຄັນໃຫ້ແກ່ການສ້າງບັນດາສົນທິສັນຍາສາກົນພື້ນຖານກ່ຽວກັບສິດທິມະນຸດຄື: ສົນທິສັນຍາກ່ຽວກັບບັນດາສິດທິພົນລະເຮືອນ, ການເມືອງ, ສົນທິສັນຍາກ່ຽວກັບບັນດາສິດທິດ້ານເສດຖະກິດ, ສັງຄົມ, ວັດທະນະທຳ, ບັນດາສົນທິສັນຍາກ່ຽວກັບສິດທິຂອງເດັກນ້ອຍ, ແມ່ຍິງ, ຄົນພິການ… ກວ່າ 70 ປີຜ່ານມາ, ຍາມໃດຫວຽດນາມ ກໍ່ປະກອບສ່ວນ ຕັ້ງໜ້າເຂົ້າໃນການສ້າງບັນດາຄຸນຄ່າລວມຂອງມວນມະນຸດກ່ຽວກັບສິດທິມະນຸດໃຫ້ສົມບູນກວ່າອີກ.
        ບັນດາຄວາມມານະພະຍາຍາມໃນການຕໍ່ສູ້ເພື່ອຍາດເອົາເອກະລາດ, ໂຮມປະເທດຊາດເປັນເອກະພາບ ໃນຫຼາຍທົດສະວັດຜ່ານມາຂອງຫວຽດນາມ ແມ່ນເພື່ອຈຸດປະສົງຮັບປະກັນໃຫ້ປະຊາຊົນຫວຽດນາມ ທຸກຄົນໄດ້ຊົມໃຊ້ສິດທິມະນຸດຢ່າງຄົບຖ້ວນທີ່ສຸດ, ໃນນັ້ນມີສິດໄດ້ດຳລົງຊີວິດໃນສັນຕິສຸກ, ເອກະລາດ, ເສລີພາບ ແລະ ມີສິດຕັດສິນຊະຕາກຳ, ເສັ້ນທາງພັດທະນາຂອງຕົນ. ເພື່ອໃຫ້ມີສັນຕິພາບພາຍຫຼັງເກີດສົງຄາມເປັນເວລາຫຼາຍປີ, ຫວຽດນາມ ໄດ້ມານະພະຍາຍາມເພື່ອສ້າງລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງບໍ່ຢຸດຢັ້ງ, ກ່ອນອື່ນໝົດແມ່ນສ້າງລັດແຫ່ງອຳນາດນິຕິບັນຍັດ ສັງຄົມນິຍົມ, ປັບປຸງ, ຍົກສູງລະບົບກົດໝາຍກ່ຽວກັບສິດທິມະນຸດ.
ມານະພະຍາຍາມຊຸກຍູ້ສິດທິຂອງປະຊາຊົນທຸກຊັ້ນຄົນ
        ເລື່ອງຮັບຮອງເອົາລັດຖະທຳມະນູນປີ 2013 ດ້ວຍພາກສະເພາະກ່ຽວກັບ “ສິດທິມະນຸດ, ສິດ ແລະ ພັນທະຂອງພົນລະເມືອງ”, ແລະ ຫຼັງຈາກນັ້ນພຽງ 4 ປີ, ຫວຽດນາມ ໄດ້ສ້າງເອກະສານນິຕິກຳກ່ວາ 90 ສະບັບທີ່ກ່ຽວຂ້ອງເຖິງສິດທິມະນຸດໂດຍຫວຽດນາມ ສ້າງຂຶ້ນ ແມ່ນບັນດາຄວາມມານະພະຍາຍາມທີ່ມີຄວາມໝາຍສຳຄັນທີ່ສຸດ, ສ້າງກອບກົດໝາຍສຳຄັນໃຫ້ແກ່ການຮັບປະກັນສິດທິມະນຸດ, ສິດທິພົນລະເມືອງ. ພ້ອມກັນນັ້ນ, ຫວຽດນາມ ໄດ້ສູຊົນສ້າງລະບອບລະບຽບການໃຫ້ສົບູນແບບ ແລະ ສ້າງຕັ້ງພື້ນຖານດ້ານວັດຖຸຢ່າງບໍ່ຢຸດຢັ້ງ ເພື່ອຮັບປະກັນສິດທິມະນຸດໃຫ້ດີກວ່າເກົ່າ. ບັນດາຍຸດທະສາດ, ລາຍການ, ໂຄງການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ ລ້ວນແຕ່ໄດ້ຮັບການສ້າງຂຶ້ນ ບົນພື້ນຖານຖືປະຊາຊົນເປັນໃຈກາງ, ມຸ່ງໄປເຖິງປະຊາຊົນ ແລະ ເພື່ອຮັບໃຊ້ປະຊາຊົນ.
        ຈາກບັນດາຄວາມມານະພະຍາຍາມຂອງຫວຽດນາມ ນັ້ນ ໄດ້ນຳມາເຊິ່ງບັນດາຜົນງານຢ່າງຕັ້ງໜ້າ ໃນການຮັບປະກັບສິດທິມະນຸດ, ຈາກສິດທິດ້ານເສດຖະກິດ, ສັງຄົມ, ວັດທະນະທຳ ຕະຫຼອດຮອດສິດທິພົນລະເຮືອນ, ການເມືອງ, ສິດຂອງບັນດາກຸ່ມຖືກຄວາມສ່ຽງສູງກວ່າເພີ່ນ. ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ປະຕິບັດສຳເລັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG) ກ່ອນກຳນົດເວລາ. ໃນຫຼາຍປີຢ່າງລຽນຕິດ, ຫວຽດນາມ ຮັກສາໄດ້ລະດັບເຕີບໂຕເສດຖະກິດແມ່ນກວ່າ 6%, ໃນຂະນະນັ້ນ, ຍັງເອົາໃຈໃສ່ເຖິງການພັດທະນາສັງຄົມ, ຫຼຸດຜ່ອນອັດຕາຄອບຄົວທຸກຍາກຢ່າງແຮງລົງເຫຼືອພຽງ 5,35%. ສິດໃນການສຶກສາ, ສາທາລະນະສຸກ, ເຮືອນຢູ່ອາໄສກໍ່ລ້ວນແຕ່ໄດ້ຮັບການປົວແປງຢ່າງແຮງ, ໃນນັ້ນມີ 63 ແຂວງ, ນະຄອນໄດ້ປະຕິບັດການສຶກສາຂັ້ນອະນຸບານ ແລະ ຂັ້ນປະຖົມແບບບັງຄັບ. ສິດສະເໝີພາບລະຫວ່າງຍິງ - ຊາຍມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ ດ້ວຍອັດຕາສະມາຊິກສະພາແຫ່ງຊາດຍິງໃນສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນບັນລຸລະດັບ 27%, ເຊິ່ງແມ່ນອັດຕາສູງພໍສົມຄວນເມື່ອທຽບໃສ່ບັນດາປະເທດຢູ່ພາກພື້ນ. ຊີວິດການເຫຼື້ອມໄສເຊື່ອຖືສາສະໜານັບມື້ນັບໄດ້ຮັບການພັດທະນາຢ່າງອຸດົມສົມບູນ ດ້ວຍງານບຸນເຊື່ອຖື, ສາສະໜານັບພັນໆບຸນໄດ້ດຳເນີນໃນແຕ່ລະປີ. ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາປະເທດມີອັດຕາຜູ້ນຳໃຊ້ອິນເຕີແນັດເພີ່ມຂຶ້ນຢ່າງໄວກວ່າໝູ່ໃນໂລກ, ດ້ວຍອັດຕາຜູ້ນຳໃຊ້ອິນເຕີແນັດແມ່ນ 50 ລ້ານຄົນ.
ການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄຸນຄ່າລວມຂອງມວນມະນຸດກ່ຽວກັບສິດທິມະນຸດ
ພ້ອມກັບບັນດາຜົນງານລວມດັ່ງກ່າວນັ້ນ, ຫວຽດນາມ ຍາມໃດກໍ່ມານະພະຍາຍາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາຄຸນຄ່າລວມ, ຄວາມຕັ້ງໜ້າ ແລະ ກ້າວໜ້າຂອງມວນມະນຸດກ່ຽວກັບສິດທິມະນຸດ. ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນບັນດາເວທີປາໄສກ່ຽວຂ້ອງເຖິງສິດທິມະນຸດຂອງ ສປຊ, ອາຊຽນ ແລະ ບັນດາອົງການອື່ນໆ. ທີ່ບັນດາເວທີປາໄສນີ້, ຫວຽດນາມ ໄດ້ເປັນເຈົ້າການຍົກອອກບັນດາຂໍ້ລິເລີ່ມກ່ຽວກັບສິດທິມະນຸດ ແລະ ໄດ້ຮັບການຊົມເຊີຍຈາກປະຊາຄົມໂລກ, ພິເສດແມ່ນເນື້ອໃນກ່ຽວຂ້ອງເຖິງການຮັບປະກັນສິດທິຂອງແມ່ຍິງ, ເດັກນ້ອຍ, ຄົນພິການ…. ປີ 2016 ແລະ 2018, ຫວຽດນາມ ໄດ້ເປັນປະທານແນະນຳມະຕິ 2 ສະບັບກ່ຽວກັບການກະທົບຂອງການປ່ຽນແປງຂອງດິນຟ້າອາກາດສຳລັບສິດທິຂອງເດັກ ແລະ ສຳລັບສິດທິຂອງແມ່ຍິງ ເຊິ່ງໄດ້ຮັບການຮັບຮອງເອົາຈາກສະພາສິດທິມະນຸດ.
ຫວຽດນາມ ຍາມໃດກໍ່ປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບສິດທິມະນຸດຢ່າງເຂັ້ມງວດ, ໃນນັ້ນໄດ້ປະຕິບັດຕາມສົນທິສັນຍາສາກົນພື້ນຖານກ່ຽວກັບສິດທິມະນຸດ 7 ສະບັບໃນຈຳນວນທັງໝົດ 9 ສະບັບ ໂດຍຫວຽດນາມ ເປັນສະມາຊິກ. ບົດລາຍງານແຫ່ງຊາດຂອງ ຫວຽດນາມ ໄດ້ອັບເດັດບັນດາຄວາມມານະພະຍາຍາມ ໃນການສ້າງກົດໝາຍ, ນະໂຍາຍກ່ຽວກັບສິດທິມະນຸດໃຫ້ສົມບູນແບບ, ຜົນງານຮັບປະກັນສິດທິມະນຸດໃນຕົວຈິງ ພ້ອມທັງໄດ້ໃຫ້ຂໍ້ມູນຂ່າວ, ແບ່ງປັນໝາກຜົນການປະຕິບັດບັນດາຂໍ້ສະເໜີຂອງ ສປຊ ກ່ຽວກັບ ສິດທິມະນຸດ.
ເພື່ອຮັບປະກັນສິດທິຂອງປະຊາຊົນທຸກຄົນໃຫ້ເປັນຢ່າງດີທີ່ສຸດນັ້ນ, ຫວຽດນາມ ກໍ່ມານະພະຍາຍາມສ້າງລັດແຫ່ງອຳນາດນິຕິບັນຍັດໃຫ້ສຳເລັດ, ປັບປຸງພື້ນຖານດ້ານນິຕິກຳ ແລະ ນະໂຍບາຍກ່ຽວຂ້ອງເຖິງການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ. ໃນນັ້ນ, ຫວຽດນາມ ຍູ້ແຮງການປະຕິບັດ “ລັດຖະບານແຫ່ງການສ້າງສັນເພື່ອປະຊາຊົນ”, ການປະຕິຮູບດ້ານບໍລິຫານ ແລະ ຍົກສູງຄຸນນະພາບການບໍລິການຂອງລັດ, ສະກັດກັ້ນຕ້ານອາດຍາສິດ, ການສໍ້ລາດບັງຫຼວງ, ເສີມຂະຫຍາຍປະຊາທິປະໄຕ ແລະ ຍົກສູງປະສິດທິພາບຂອງກົງຈັກລັດ. ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະຍູ້ແຮງກ່ວາອີກການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ຖືເປັນສຳຄັນບັນດານະໂຍບາຍຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ຮັດແຄບຊ່ອງວ່າງການພັດທະນາລະຫວ່າງບັນດາເຂດພາກ, ກຸ່ມພົນລະເມືອງ, ໃນນັ້ນໄດ້ເອົາໃຈໃສ່ເປັນພິເສດເຖິງບັນດາກຸ່ມທີ່ມີຄວາມສ່ຽງສູງກວ່າເພີ່ນ.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສິດທິມະນຸດສາກົນ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ສະໜັບສະໜູນການໂອ້ລົມສົນທະນາ ແລະ ຮ່ວມມືໃນຂົງເຂດສິດທິມະນຸດ, ພ້ອມກັບບັນດາປະເທດໃນໂລກ ປະກອບສ່ວນ ເເລະສ້າງບັນດາຄຸນຄ່າຂອງມວນມະນຸດກ່ຽວກັບສິດທິມະນຸດ, ສ້າງເນື້ອໃນຈິດໃຈຂອງຖະແຫຼງການສິດທິມະນຸດສາກົນຢ່າງມີຊີວິດຊີວາໃນໂລກທຸກວັນນີ້.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top