• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຫວຽດນາມ ຖືສຳຄັນ ການພົວພັນ ຄູ່ຮ່ວມມື ຍຸດທະສາດ ກັບ ສິງກະໂປ

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ ແລະ ພັນລະຍາ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງ ຫວຽດ ນາມ ໄດ້ສິ້ນສຸດ ການຢ້ຽມຢາມ ປະເທດ ສິງກະໂປ ຢ່າງເປັນ ທາງການ ແລະ ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ສະມາຄົມບັນ ດາປະເທດ ອາຊີ ຕາເວັນອອກ ສ່ຽງໃຕ້ (ASEAN) ຄັ້ງ ທີ 32 ຕາມຄໍາເຊື້ອເຊີນ ຂອງ ທ່ານ ຫຼີຊຽນຫຼົງ ນາຍົກລັດຖະມົນຕີ ສິງກະໂປ ແຕ່ວັນທີ 25-28 ເມສາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ ມີການເຮັດວຽກ ແລະ ເຄື່ອນໄຫວທີ່ຫຼາກ ຫຼາຍຮູບແບບ ສອງຝ່າຍ ແລະ ຫຼາຍຝ່າຍ. 
ເພີ່່ມທະວີການພົວພັນຄູ່ຮ່ວມມື ຍຸດທະສາດ ທີ່ໄວ້ວາງໃຈ ລະ ຫວ່າງ ຫວຽດນາມ ແລະ ສິງກະໂປ
ໃນຂອບເຂດ ການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຢ້ຽມຂຳ່ນັບ ປະທານາທິບໍດີ ສິງກະໂປ Halimah Yacob, ພົບປະເຈລະ ຈາ ກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ຢ້ຽມ ຢາມ ອົງການເຕັກໂນໂລຊີ ລັດຖະບານ ສິງກະໂປ-ອົງການ ຮັບຜິດຊອບ ສະເພາະວຽກງານ ຜັນຂະຫຍາຍ ຍຸດທະສາດ ກໍ່ສ້າງ ປະເທດສະຫຼາດ ແລະ ລັດຖະບານ ນຳໃຊ້ ເຕັກນິກ ດີຈີຕອນ ຂອງ ສິງກະໂປ.

ທ່ານລັດຖະມົນຕີ ໄດ້ທຳການພົບປະ, ສົນທະນາ ກັບ ບັນດາ ກຸ່ມບໍລິສັດລາຍໃຫຍ່ ຂອງ ສິງກະໂປ ທີ່ກຳລັງ  ແລະ ກະກຽມ ການເຄື່ອນໄຫວ ລົງທຶນ ຢູ່ ຫວຽດນາມ; ຮັບຟັງ ບັນດາ ນັກວິ ທະຍາສາດ, ນັກປັນຍາຊົນ ສິງກະໂປ ແນະນຳ ກ່ຽວກັບ ບົດ ຮຽນ ນຳໃຊ້ ເຕັກໂນໂລຊີ 4.0 ໃນການ ສ້າງລັດຖະບານ; ຢ້ຽມ ຢາມທ່າກຳປັ່ນ ແລະ logistics ແຖວໜ້າ ຂອງ ສິງກະໂປ; ເຂົ້າຮ່ວມ ເວທີປາໄສ ວິສາຫະກິດ ຫວຽດນາມ-ສິງກະໂປ; ຢ້ຽມຢາມ,ໂອ້ລົມ ກັບ ນັກສຶກສາ,ອາຈານສອນມະຫາວິທະ ຍາໄລ ຄຸ້ມຄອງ ສິງກະໂປ.
 


ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ແລະ ທ່ານນາຍົກລັດຖະ ມົນຕີ ຫງວຽນຊວນຟຸກ ກວດແຖວກອງກຽດຕິຍົດ. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກ ລັດຖະມົນຕີ ຫຼີຊຽນຫຼົງ ທີ່ພິທີຕ້ອນຮັບ. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກ ລັດ ຖະມົນຕີ ຫຼີຊຽນຫຼົງ ທີ່ການພົບປະເຈລະຈາ.  ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກ ລັດຖະມົນຕີ ຫຼີຊຽນຫຼົງ ເປັນສັກຂີພິຍານ ໃນພິທີລົງນາມເອກະ
ສານສະບັບຕ່າງ ກ່ຽວກັບການຮ່ວມມື ລະຫວ່າງ ສອງປະເທດ. ພາບ: ຖົ໋ງເຍິດ/VNAvພາບ: ຖົ໋ງເຍິດ/VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຢຽ້ມຂໍ່ານັບ ປະທານາທິບໍດີ ສິງກະໂປ Halimah Yacob. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ວາງພວງມາລາທີ່ ຮູບປັ້ນ ລຸງໂຮ່ ໃນຂອບເຂດຂອງ ຫໍພິພິທະພັນ
ຄວາມສິລິໄລ ອາ ຊີ. ພາບ: ຖົ໋ງເຍິດ/VNA



ຕອນເຊົ້າວັນທີ 26 ເມສາ 2014, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລົງຢ້ຽມຢາມ ບັນດາຫ້າງຮ້ານ ຂອງ ຫວຽດນາມ
ທີ່ ງານຕະຫຼາດນັດ ສິລະປະອາຫານການກິນ ແລະ ໂຮງ ແຮມ 2018. ພາບ: ຖົ໋ງເຍິດ/VNA



ຕອນເຊົ້າວັນທີ 26 ເມສາ, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນຟຸກ ເຂົ້າຮ່ວມ ເວທີປາໄສ ຫວຽດນາມ-ສິງກະໂປ.  ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວປາໄສທີ່ ເວທີ ປາໄສຫວຽດນາມ-ສິງກະໂປ. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນສັກຂີພິຍານໃນ ພິທີແລກປ່ຽນ ເອກະສານ ສະບັບຕ່າງໆ ລະຫວ່າງສອງປະເທດ
ທີ່ເວທີປາໄສຫວຽດນາມ-ສິງກະໂປ. ພາບ:ຖົ໋ງເຍິດ/VNA



 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລົງຢ້ຽມຢາມ ອົງ ການເຕັກໂນໂລຊີລັດຖະບານ ສິງກະໂປ. ພາບ: ຖົ໋ງເຍິດ/VNA


ຕອນບ່າຍວັນທີ 26 ເມສາ, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນຟຸກ ເຂົ້າຮ່ວມ ພິທີແນະນຳ ບັນດານັກວິທະຍາສາດ,
ນັກ ປັນຍາຊົນ ຂອງ ສິງກະໂປ ກ່ຽວກັບ “ການນຳໃຊ້ ເຕັກໂນໂລຊີ 4.0 ໃນການສ້າງ ລັດຖະບານ”. ພາບ: ຖົ໋ງເຍິດ/VNA



ຕອນເຊົ້າວັນທີ 27 ເມສາ, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນຟຸກ ຢ້ຽມຢາມທ່າກຳປັ່ນ PSA. ໃນພາບ: ທ່ານນາ ຍົກ
ລັດຖະມົນຕີ ຫງວຽນຊວນຟຸກ ລົງຢ້ຽມຢາມ ຫ້ອງການບັນຊາ ທ່າບັນຊາກຳປັ່ນ PSA. ພາບ: ຖົ໋ງເຍິດ/VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລົງຢ້ຽມຢາມບໍລິ ສັດ Supply Chain City ຂອງສິງກະໂປ. ພາບ: ຖົ໋ງເຍິດ/V NA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ທ່ານ Neil McGregor, ປະທານ ທັງເປັນ ຜູ້ອຳນວຍການ
ດ້ານຄຸ້ມຄອງ ບໍລິຫານ ກຸ່ມບໍລິສັດ Sembcorp. ພາບ: ຖົ໋ງເຍິດ/VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນການໂອ້ລົມ ສົນ ທະນາ ກັບ ຜູ້ຕາງໜ້າ 10 ວິສາຫະກິດແຖວໜ້າ ຂອງ ສິງກະ ໂປ ທີ່ກຳລັງ ລົງທຶນ ຢູ່ ຫວຽດນາມ. ໃນພາບ: ທ່ານ ນາຍົກລັດ ຖະມົນຕີ ຫງວຽນຊວນຟຸກ ຖ່າຍຮູບຮ່ວມກັນກັບບັນດາຜູ້ແທນ. ພາບ: ຖົ໋ງເຍິດ/VNA


ຕອນບ່າຍ ວັນທີ 27 ເມສາ, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນຟຸກ ໄດ້ລົງຢ້ຽມຢາມ ໂຮງຮຽນຄຸ້ມຄອງ ສິງກະໂປ. ໃນ ພາບ:
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບຂອງ ຂວັນ ໃຫ້ແກ່ໂຮງຮຽນ ຄຸ້ມຄອງ ສິງກະໂປ. ພາບ: ຖົ໋ງເຍິດ/V NA



ຕອນບ່າຍວັນທີ 27 ເມສາ, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນຟຸກ ລົງຢ້ຽມຢາມ ໂຮງຮຽນຄຸ້ມຄອງ ສິງກະໂປ. ໃນພາບ: ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວປາໄສທີ່ ການ ຢ້ຽມຢາມ ໂຮງຮຽນຄຸ້ມຄອງ ສິງກະໂປ. ພາບ: ຖົ໋ງເຍິດ/VNA

ທ່ານນາຍົກລັດຖະມົນຕີ ໄດ້ມີການ ພົບປະ, ໂອ້ລົມ ກັບ ພະນັກງານ, ລັດຖະກອນ ສະຖານທູດ ແລະ ຜູ້ຕາງໜ້າ ວົງຄະນາຍາດ ຊາວ ຫວຽດນາມ ທີ່ສິງກະໂປ; ຢ້ຽມຢາມ ຫ້າງຮ້ານ ຫວຽດນາມ ທີ່ງານຕະຫຼາດນັດ ສິລະປະ ອາຫານການກິນ ແລະ ໂຮງແຮມ ອາຊີ 2018 (Food & Hotel Asia 2018-FHA 2018), ງານຕະຫຼາດນັດ ສະເພາະຂະແໜງ ໃຫຍ່ທີສຸດ ອາຊີ.

ໃນການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນຟຸກ ແລະ ທ່ານ ນາຍົກລັດຖະມົນຕີ ຫຼີຊຽນຫຼົງ ໄດ້ມີການ ແລກປ່ຽນ ກ່ຽວກັບ ທິດທາງ ແລະ ມາດຕະການຕ່າງໆ ທີ່ລະ ອຽດ ແນໃສ່ກຳໄດ້ໂອກາດ ເຊື່ອມຕໍ່ເສດຖະກິດ ພາກພື້ນ ໂດຍ ສັນຍາ ຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າ ຂ້າມປາຊີຟິກ (CPTPP) ແລະ ປະຕິວັດ ເຕັກໂນໂລຊີ 4.0 ເປັນຜົນ, ນຳ ການ ຮ່ວມມືຂຶ້ນສູ່ ລະດັບສູງໃໝ່, ນຳມາຊຶ່ງ ຜົນປະໂຫຍດ ຢ່າງແທ້ຈິງ ໃຫ້ແກ່ປະຊາຊົນ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢໍາ້ຄືນ ຄຳເວົ້າ ທີ່ ໂດ່ງດັງ ຂອງ ອະດີດ ນາຍົກລັດຖະມົນຕີ ລີກວນຢູ ກ່ຽວ ກັບ ຫວຽດນາມ: “ຖ້າມີຈຸດທີ່ຕັ້ງ ອັນດັບໜຶ່ງ ຢູ່ ອາຊີຕາເວັນອອກ ສ່ຽງໃຕ້, ນັ້ນຕ້ອງແມ່ນ ຫວຽດນາມ. ເພາະເມື່ອປຽບທຽບ ທາງ ດ້ານການເມືອງ, ຊັບພະຍາກອນມະນຸດ, ຫວຽດນາມ ບໍ່ອາດ ຈັດຢູ່ຫຼັງ ປະເທດໃດ ໃນພາກພື້ນ”. ທ່ານ ນາຍົກ ລັດຖະມົນຕີ ເຫັນວ່າ ຄຳເວົ້ານີ້ ຍັງຄົງເປັນ ກຳລັງໃຈ ຢ່າງຈິງໃຈ ຕໍ່ ຫວຽດ ນາມ ໃນຂະບວນວິວັດແຫ່ງ ການກໍ່ສ້າງ ແລະ ພັດທະນາ ປະເທດຊາດ.  
(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວປາໄສທີ່ ເວທີປາໄສ ວິສາຫະກິດ ຫວຽດນາມ-ສິງກະໂປ ໃນຂອບເຂດ ການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ). 
ສອງຝ່າຍ ໄດ້ເປັນເອກະພາບ ໃນການຮັກສາໄວ້ ການພົວພັນ ດ້ານການເມືອງ ທີ່ໄວ້ວາງໃຈ, ໃກ້ຊິດ ໂດຍຜ່ານການ ແລກ ປ່ຽນ ຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ເປັນປະຈຳ; ຊຸກຍູ້ ການຮ່ວມມື ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຖື ສຳຄັນ ການຮ່ວມມື ຕົວຈິງ ລະຫວ່າງ ກອງທັບເຮືອ, ກອງທັບ ອາກາດ; ການຊ່ວຍເຫຼືອກູ້ໄພ, ເຕັກໂນໂລຊີ ປ້ອງກັນຊາດ; ຄົ້ນຄ້ວາຍຸດທະສາດ ແລະ ແລກປ່ຽນຂໍ້ມູນຂ່າວສານສືບລາ ຊະການ ລັບ; ປະສານສົມທົບ ແກ້ໄຂ ບັນດາສິ່ງທ້າທາຍ ກ່ຽວ ກັບ ຄວາມສະຫງົບ ລວມ ເຊັ່ນ ໂຈນສະລັດ, ການກໍ່ການຮ້າຍ ແລະ ອື່ນໆ...

ທ່ານລັດຖະມົນຕີທັງສອງ ໄດ້ເປັນເອກະພາບກັນ ໃນບັນຫາ ການຮ່ວມມືລົງທຶນ ແລະ ການຄ້າ ເປັນເສົາຄຳ້ ທີ່ສຳຄັນ ໃນ ການພົວພັນສອງຝ່າຍ; ເປັນເອກະພາບກັນ ຕັ້ງໜ້າ ຊຸກຍູ້ ການ ເຊື່ອມຕໍ່ ວິສາຫະກິດ; ຂຸດຄົ້ນຄວາມອາດສາມາດ ບົ່ມຊ້ອນ ເຊື່ອມຕໍ່ດ້ານການບິນ, ເພີ່ມຈຳນວນນັກທ່ອງທ່ຽວ ແລະ ການ ຂົນສົ່ງສິນຄ້າ ລະຫວ່າງ ສອງປະເທດ ແລະ ກັບປະເທດ ອື່ນ;  ກ້າວໄປເຖິງ ສັນຍາການບິນເສລີ. ຍູ້ແຮງ ການຮ່ວມມືຄຸ້ມຄອງ ຕະຫຼາດການເງິນ, ຫຼັກຊັບ, ຊ່ວຍໜູນ ບັນດາບໍລິສັດ ລາຍໃຫຍ່ ຂອງ ຫວຽດນາມ ຢູ່ເທິງຕະຫຼາດ ຫຼັກຊັບ ສິງກະໂປ. ທ່ານ ນາ ຍົກ ລັດຖະມົນຕີ ຫຼີຊຽນຫຼົງ ໄດ້ໃຫ້ຄຳໝັ້ນໝາຍວ່າ ສິງກະໂປ ຈະສືບຕໍ່ ເພີ່ມທະວີ ລົງທຶນ ສູ່ ຫວຽດນາມ; ສືບຕໍ່ເພີ່ມທຶນ ການ ສຶກສາ ໃຫ້ແກ່ນັກຮຽນ, ນັກສຶກສາ ຫວຽດນາມ ຢູ່ ສິງກະໂປ.

ສອງຝ່າຍໄດ້ແບ່ງປັນວິໄສທັດ ແລະ ໝັ້ນໝາຍ ເພີິ່ມທະວີການ ຮ່ວມມື ສອງຝ່າຍ ບົນເວທີສາກົນ, ໂດຍສະເພາະ ແມ່ນ ຍູ້ແຮງ ການຮ່ວມມື ໃນຂອບເຂດ ASEAN, APEC, ສະຫະປະຊາ ຊາດ. ສອງຝ່າຍຢັ້ງຢືນ ລະດັບຄວາມສຳຄັນ ຂອງການຮັກສາ ສັນຕິພາບ ແລະ ສະຖຽນລະພາບ ຢູ່ພາກພື້ນ, ການເດີນທະເລ ແລະ ການເດີນອາກາດ ຢູ່ທະເລຕາເວັນອອກ ຢ່າງເສລີ, ສືບຕໍ່ ສະໜັບສະໜູນ ການປະຕິບັດ ຢ່າງຄົບຖ້ວນ ແລະ ມີປະສິດທິ ຜົນ ຖະແຫຼງການ ວ່າດ້ວຍ ການປະພຶດຕໍ່ ຂອງຝ່າຍຕ່າງໆ ຢູ່ ທະເລຕາເວັນອອກ (DOC) ແລະ ຊຸກຍູ້ການສໍາເລັດ ປະມວນ ກົດລະບຽບ ການປະພຶດຕໍ່ ຂອງ ຝ່າຍຕ່າງໆ ຢູ່ທະເລຕາເວັນ ອອກ (COC) ໃຫ້ມີປະສິດທິຜົນ ແລະ ມີລັກສະນະຜູກມັດ ໂດຍໄວ. ເນື່ອງໃນໂອກາດນີ້, ທ່ານ ລັດຖະມົນຕີທັງສອງ ໄດ້ ຮັບຮອງເອົາ ຖະແຫຼງການຮ່ວມ ຂອງ ການຢ້ຽມຢາມ, ເປັນສັກ ຂີພິຍານ ໃນພິທີລົງນາມ ໃນເອກະສານ ສະບັບຕ່າງໆ ວ່າດ້ວຍ ການຮ່ວມມື.

ໃນຂອບເຂດການຢ້ຽມຢາມ, ທ່ານລັດຖະມົນຕີ ຫງວຽນຊວນ ຟຸກ ໄດ້ມີການເຄື່ອນໄຫວຕ່າງໆ ເພື່ອ ຊຸກຍູ້ການລົງທຶນ, ເຂົ້າ ຮ່ວມເວທີປາໄສວິສາຫະກິດ ຫວຽດນາມ-ສິງກະໂປ ແລະ ເປັນ ສັກຂີພິຍານ ໃນພິທີ ລົງນາມໃນ ຂໍ້ຕົກລົງ 16 ສະບັບ ວ່າ ດ້ວຍ ການພົບປະ ລະຫວ່າງ ສອງຝ່າຍ; ພົບປະສົນທະນາ ກັບ ກຸ່ມບໍ ລິສັດ, ວິສາຫະກິດລາຍໃຫຍ່ ຫຼາຍກຸ່ມ ຂອງ ສິງກະໂປ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ຫວຽດ ນາມ ກຳລັງລໍຖ້າ ບັນດາ ນັກລົງທຶນຈາກສິງກະໂປ ແລະ ສະ ແດງ ຄວາມມຸ້ງຫວັງວ່າ ການຮ່ວມມື ຂອງ ບັນດາ ຄູ່ຮ່ວມມື ສິງກະໂປ ຈະນຳເອົາ ຊຶ່ງ ບັນດາບົດຮຽນ ທີ່ມີຜົນປະໂຫຍດ ວ່າ ດ້ວຍ ຜົນສຳເລັດ ກ່ຽວກັບ ການເລີ່ມຕົ້ນທຸລະກິດ ຂອງ ສິງກະ ໂປ ມາໃຫ້ແກ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນ ວ່າ ຈະມີໂອກາດຮ່ວມມື ຫຼາຍຢ່າງ ໃຫ້ແກ່ ບັນດາສາຫະກິດ ຂອງ ສອງປະເທດ ເພື່ອການພັດທະນາຮອບດ້ານ ຂອງ ສອງ ປະເທດ ແລະ ທົ່ວພາກພື້ນ.




ໜັງສືພິມ ສິງກະໂປຕີລາຄາສູງ ການຢ້ຽມຢາມ ຂອງທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: 
- ໜັງສືພິມ Straits Times ຍົກຄຳເວົ້າ ຂອງ ທ່ານ ນາຍົກລັດ ຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ທີ່ຢືນຢັນວ່າ ນະຄອນຫຼວງ ຮ່າ ໂນ້ຍ, ນະຄອນ ໂຮ່ຈີມິນ, ນະຄອນ ດ່າໜັງ  ຂອງ ຫວຽດນາມ ຈະກາຍເປັນ ສ່ວນໜຶ່ງ ໃນຕາໜ່າງ ບັນດາ ນະນອນ ສະຫຼາດ ຂອງ ສະມາຄົມ ບັນດາປະເທດ ອາຊີຕາເວັນ ອອກສ່ຽງໃຕ້ (ASEAN) ໂດຍ ສິງກະໂປ ເປັນຜູ້ສະເໜີ.

- ໜ້າເວັບ Channel News Asia ມີບົດຂຽນ ພາດຫົວເລື່ອງ “ສິງກະໂປ ແລະ ຫວຽດນາມ ລົງນາມ ໃນຂໍ້ຕົກລົງ 6 ສະບັບ ເພື່ອເພີ່ມທະວີການຮ່ວມມື”, ຊຶ່ງໄດ້ເນັ້ນໜັກວ່າ ນີ້ ແມ່ນ ຜົນ ສຳເລັດ ທີ່ສຳຄັນ ໃນການຢ້ຽມຢາມ ສິງກະໂປ ຢ່າງເປັນ ທາງ ການ ຄັ້ງທຳອິດ ຂອງ  ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ນັບຕັ້ງແຕ່ໄດ້ຮັບຕຳແໜ່ງ. 

ສ້າງປະຊາຄົມ ASEAN ທີ່ເຂັ້ມແຂງ ດ້ວຍຕົນ ເອງ ແລະ ປະດິດສ້າງ 

ໃນຂອບເຂດເຂົ້າຮ່ວມກອງປະຊຸມສຸດຍອດ ASEAN ຄັ້ງທີ 32-ກອງປະຊຸມສຸດຍອດ ເທື່ອທຳອິດ ຂອງປີ ໃນນາມປະທານ ASEAN ຂອງ ສິງກະໂປ, ຜູ້ນຳບັນດາປະເທດໄດ້ ເນັ້ນໜັກ ລະດັບຄວາມສຳຄັນ ຂອງ ນ້ຳໃຈສ້າງ ຄວາມເຂັ້ມແຂງ ດ້ວຍ ຕົນເອງ ແລະ ລັກສະນະປະດິດສ້າງຂອງ ASEAN, ໂດຍເຫັນ ວ່າ ນີ້ ຈະແມ່ນບ່ອນອີງ ທີ່ໝັ້ນຄົງເພື່ອໃຫ້ສະມາຄົມສືບຕໍ່ກ້າວ ຂຶ້ນ ໃນສະພາບແວດລ້ອມ ພາກພື້ນ ແລະ ສາກົນ ມີຄວາມຫັນ ປ່ຽນ ຢ່າງໄວວາ, ສັບສົນ ພ້ອມກັບ ບັນດາກາລະໂອກາດໃໝ່ ທີ່ພວມເປີດ ກັບ ການປະຕິວັດ ອຸດສາຫະກຳ 4.0.

ກ່າວປາໄສທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນຟຸກ ກ່າວວ່າ ການເສີມຂະຫຍາຍ ລັກສະນະປະດິດຄິດ ສ້າງ ຢ່າງມີປະສິດທິຜົນ ຈະເປັນໄມ້ງັດ ເພີ່ມກຳລັງສ້າງ ຄວາມ ເຂັ້ມແຂງ ດ້ວຍຕົນເອງ ຂອງ ASEAN, ໃນນັ້ນສ້າງ ຄວາມ ເຂັ້ມແຂງ ດ້ານເສດຖະກິດ ດ້ວຍຕົນເອງ ແມ່ນສຳຄັນທີສຸດ ຕໍ່ ບັນດາພື້ນຖານເສດຖະກິດ ທີ່ມີການເປີດກວ້າງ ຄື ASEAN.



ກ່ອນກອງປະຊຸມສຸດຍອດ ASEAN ຄັ້ງທີ 32 ທີ່ ສິງກະໂປ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ທຳການພົບປະ
ກັບ ປະທານາທິບໍດີ ຟີລິບປິນ Rodrigo Duterte. ພາບ: ຖົ໋ງເຍິດ/VNA



ຕອນຄາໍ່ ວັນທີ 27 ເມສາ, ທີ່ ສິງກະໂປ, ທ່ານນາຍົກລັດຖະ ມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະ ກອງປະຊຸມສຸດຍອດ ASEAN ຄັ້ງທີ 32. ໃນພາບ: ພາບໃນ ກອງປະຊຸມ. ພາບ: ຖົ໋ງເຍິດ/VNA


ຕອນເຊົ້າວັນທີ 28 ເມສາ, ທີ່ ສິງກະໂປ, ທ່ານນາຍົກລັດຖະ ມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີໄຂ ກອງປະຊຸມສຸດ ຍອດ ASEAN
ຄັ້ງທີ 32. ໃນພາບ: ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາຫົວໜ້າຄະນະ ທີ່ເຂົ້າຮ່ວມ ກອງ ປະຊຸມ. ພາບ: ຖົ໋ງເຍິດ/VNA



ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ກ່າວປາໄສທີ່ພິທີໄຂ ກອງປະຊຸມ. ພາບ: ຖົ໋ງເຍິດ/VNA


ໃນຂອບເຂດ ກອງປະຊຸມສຸດຍອດ ASEAN ຄັ້ງທີ 32 ທີ່ ສິງ ກະໂປ, ຕອນບ່າຍວັນທີ 28 ເມສາ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະ ແລກປ່ຽນຄຳຄິດຄຳເຫັນ ກັບປະທານາທິບໍດີ ອິນໂດເນເຊຍ Joko Widodo. ພາບ: ຖົ໋ງເຍິດ/VNA


ໃນຂອບເຂດ ກອງປະຊຸມສຸດຍອດ ASEAN ຄັ້ງທີ 32 ທີ່ ສິງ ກະໂປ, ຕອນບ່າຍວັນທີ 28 ເມສາ, ທ່ານນາຍົກລັດຖະມົນຕີ
ຫງວຽນຊວນຟຸກ ໄດ້ທຳການພົບປະ ກັບ ປະທານາທິບໍດີ ມຽນ ມາ Win Myint. ພາບ: ຖົ໋ງເຍິດ/VNA

ປະຊາຄົມ ASEAN ຕ້ອງເປັນ ຫຼັງເຮືອນທີ່ໝັ້ນຄົງ ເພື່ອໃຫ້ ປະຊາຊົນ ໄດ້ປົກປ້ອງ ແລະ ຫຼີກລ່ຽງ ການນາບຂູ່ ຈາກໄພພິ ບັດ, ການປ່ຽນແປງ ຂອງດິນຟ້າອາກາດ, ສະພາບອາກາດ ອັນໂຫດຮ້າຍ, ໂລກລະບາດ ແລະ ອື່ນໆ... ຊີວິດຂອງ ປະຊາຊົນ ຈະດີ ຂຶ້ນ ເມື່ອເຂົາເຈົ້າ ໄດ້ສ້າງສິ່ງ ອຳນວຍ ຄວາມສະດວກ ໃນການ ເຄື່ອນຍ້າຍ ລະຫວ່າງ ປະເທດຕ່າງໆ; ເພີ່ມໂອກາດ ໃນການ ຊອກຫາວຽກເຮັດງານທຳ, ໄດ້ຮັບການສຶກສາ ແລະ ໄດ້ຮັບ ການ ຊ່ວຍເຫຼືອ ຢ່າງທັນການ...

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ແຕ່ງຕັ້ງ ນະຄອນໃຫຍ່ 3 ແຫ່ງ ຂອງ ຫວຽດນາມ ເຊັ່ນ ຮ່າ ໂນ້ຍ, ນະຄອນ ໂຮ່ຈີມິນ, ດ່າໜັງ ເຂົ້າຮ່ວມ ຂໍ້ລິເລີ່ມ ຕາໜ່າງ ນະຄອນສະຫຼາດ ASEAN.

ຢູ່ນອກກອງປະຊຸມ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະ, ສອງຝ່າຍ ກັບ ປະທານາທິ ບໍດີຟີລິບປິນ Rodrigo Duterte, ປະທານາທິບໍດີ ອິນໂດເນເຊຍ Joko Wi dodo, ປະທານາທິບໍດີ ມຽນມາ Win Myint (Uyn Min), ຜ່ານນັ້ນ, ສອງຝ່າຍ ໄດ້ມີການແລກປ່ຽນ ມາດຕະການ, ກຳ ນົດທິດ ຫຼາຍຢ່າງ ເພື່ອຊຸກຍູ້ການພົວພັນ ສອງຝ່າຍຍິ່ງຂຶ້ນ.

ການຢ້ຽມຢາມ ປະເທດ ສິງກະໂປ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ASEAN ຄັ້ງທີ 32 ຂອງ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ປະກອບສ່ວນສ້າງ ພະລັງແຮງ ໃຫ້ແກ່ ການພົບພັນຮ່ວມມື ລະຫວ່າງ ຫວຽດນາມ-ສິງກະໂປ; ສະແດງໃຫ້ເຫັນ ການສະໜັບສະໜູນ ຂອງ ຫວຽດ ນາມ ທີ່ມີຕໍ່ ສິງກະໂປ ໃນຖານະ ເປັນປະທານ ASEAN 2018, ຕັ້ງໜ້າຊຸກຍູ້ ຄວາມສາມັກຄີ, ເອກະພາບ ແລະ ຮັກສາ ໄວ້ ເປັນຢ່າງດີ ບົດບາດເປັນໃຈກາງ ຂອງ ASEAN ໃນ ໂຄງ ປະກອບ ພາກພື້ນ ໜ່ຶງທີ່ເປີດ, ປອດໃສ ແລະ ອີງໃສ່ ລະບຽບ ກົດໝາຍ.
ປະຕິບັດໂດຍ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top