• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຖືກຈັດຢູ່ອັນດັບທີ 25 ໃນໂລກ ກ່ຽວກັບດັດຊະນີຄວາມປອດໄພຂອງຂໍ້ມູນທາງອິນເຕີເນັດ

      ວັນທີ 27 ຕຸລາ, ກົມຄວາມປອດໄພດ້ານຂໍ້ມູນຂ່າວສານ (ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ) ໄດ້ສົມທົບກັບ ກຸ່ມບໍລິສັດ IEC ຈັດຕັ້ງກອງປະຊຸມສຳມະນາ ແລະ ງານວາງສະແດງສາກົນ ກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ຫວຽດນາມ ປີ 2021 (Vietnam Security Summit 2021) ຕາມຮູບການທາງໄກ.
ກອງປະຊຸມສຳມະນາ ແລະ ງານວາງສະແດງສາກົນ ກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ຫວຽດນາມ ປີ 2021 (ພາບ: qdnd.vn)
      ດ້ວຍຫົວຂໍ້ “ຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດໃນສັງກາດ ດີຈີຕອນ: ສິ່ງທ້າທາຍ ແລະ ວິທີການແກ້ໄຂ”, ກອງປະຊຸມສຳມະນາແມ່ນເວທີປາໄສຮັບເອົາຄຳຄິດເຫັນຂອງນັກຊ່ຽວຊານພາຍໃນປະເທດ ແລະ ສາກົນ ກ່ຽວກັບບົດຮຽນໃນການຍົກສູງກຳລັງຄວາມສາມາດຮັບມືກັບຄວາມສ່ຽງຕ່າງໆໃນການປ້ອງກັນຄວາມປອດໄພ, ຄວາມໝັ້ນຄົງໃນເຄືອຂ່າຍອິນເຕີເນັດ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຫງວຽນຮຸຍຢຸງ ໃຫ້ຮູ້ວ່າ:
        ຫວຽດນາມ ພວມຖືກຈັດຢູ່ອັນດັບທີ 25 ໃນທົ່ວໂລກກ່ຽວກັບດັດຊະນີຄວາມປອດໄພຂອງຂໍ້ມູນຂ່າວສານໃນເຄືອຂ່າຍອິນເຕີເນັດ. ນີ້ແມ່ນໝາກຜົນແຫ່ງຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຮັບປະກັນຄວາມປອດໄພຂອງຂໍ້ມູນຂ່າວສານໃນເຄືອຂ່າຍອິນເຕີເນັດໃນການເຄື່ອນໄຫວຂອງອົງການຈັດຕັ້ງ, ສ່ວນບຸກຄົນໃນເຄືອຂ່າຍອິນເຕີເນັດ ແລະ ພວກເຮົາຍັງຕ້ອງມານະພະຍາຍາມຫຼາຍກວ່າອີກໃນໄລຍະຕໍ່ໄປ. ໃນໄລຍະຈະມາເຖິງ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຈະປະຕິບັດບັ້ນເຄື່ອນໄຫວປ້ອງກັນຄວາມປອດໄພໃນເຄືອຂ່າຍອິນເຕີເນັດ ໃຫ້ແກ່ປະຊາຊົນຢ່າງທົ່ວເຖິງ ສະໜອງແອັບຟີເຄຊັນ, ການບໍລິການປ້ອງກັນຄວາມປອດໄພຂອງຂໍ້ມູນຂ່າວສານໂດຍພື້ນຖານໃນໂປແກຼມຂອງໂທລະສັບມືຖື”.
(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top