• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຖືການເພີ່ມທະວີການພົວພັນກັບ ປານາມາ ເປັນສໍາຄັນ

ຫວຽດນາມ ຖືການເພີ່ມທະວີການພົວພັນກັບບັນດາປະເທດ ອາເມລິກາ ລາຕິນ ເວົ້າລວມ ແລະ ປານາມາ ເວົ້າສະເພາະ ເປັນສໍາຄັນ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານເອກອັກຄະລັດຖະທູດ ປານາມາ ປະຈໍາຫວຽດນາມ Servico Samudio (ພາບ: 
Thoibaotaichinh.vn)

ຕອນເຊົ້າວັນທີ 15 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານ  Servico Samudio ເອກອັກຄະລັດຖະທູດ ປານາມາ ປະຈໍາຫວຽດນາມ  ໄດ້ເຂົ້າຢ້ຽມອໍາລາ ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ທາງການທູດຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຊົມເຊີຍທ່ານເອກອັກຄະລັດຖະທູດ Servico Samudio ທີ່ໄດ້ປະຕິບັດສໍາເລັດອາຍຸການປະຕິບັດງານຢູ່ຫວຽດນາມ ເປັນຢ່າງດີ ແລະ ມີບັນດາການປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຖືການເພີ່ມທະວີການພົວພັນກັບບັນດາປະເທດ ອາເມລິກາ ລາຕິນ ເວົ້າລວມ ແລະ ປານາມາ ເວົ້າສະເພາະ ເປັນສໍາຄັນ. ພ້ອມທັງ, ສະເໜີວ່າ ສອງປະເທດ ສືບຕໍ່ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ.

        ສ່ວນທ່ານເອກອັກຄະລັດຖະທູດ Servico Samudio ຢັ້ງຢືນວ່າ ປານາມາ ຍາມໃດກໍຄຽງບາຄຽງໄຫຼ່, ສະໜັບສະໜູນ ຫວຽດນາມ ແບກຫາບບົດບາດເປັນປະທານ ອາຊຽນ ໃນປີ 2020 ໄດ້ເປັນຢ່າງດີ ແລະ ປາດຖະໜາຢາກໃຫ້ ຫວຽດນາມ ເປັນຂົວເຊື່ອມຕໍ່ ເພື່ອໃຫ້ ປານາມາ ແຊກຊຶມເຂົ້າຕະຫຼາດຂອງ ອາຊຽນ. ປານາມາ ກໍພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ ເພື່ອໃຫ້ຫວຽດນາມ ແຊກຊຶມເຂົ້າຕະຫຼາດ ອາເມລິກາ ລາຕິນ. ທ່ານກໍເຊື່ອໝັ້ນວ່າ ສອງຝ່າຍຈະຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນປີ 2020 ແລະ ປານາມາ ປາດຖະໜາວ່າ ຈະໄດ້ຕ້ອນຮັບນາຍົກລັດຖະມົນຕີຫວຽດນາມ ໄປຢ້ຽມຢາມ ປານາມາ ໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top