• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຫວຽດນາມ ຖືສຳຄັນ ສາຍພົວພັນ ກັບ ສະຫະປະຊາຊາດ

ທີ່ກອງປະຊຸມສົນທະນາຂັ້ນສູງ  ສະມັດຊາໃຫຍ່ ສະຫະປະຊາຊາດ (ສປຊ) ຄັ້ງທີ 73 ທີ່ນະຄອນ ນິວຢອກ (ສ ອາເມລິກາ), ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ມີບົດກ່າວປາໄສ ອັນສຳຄັນ ພາຍໃຕ້ ຫົວຂໍ້: “ເພື່ອ ສປຊ ມີ ຄວາມສະໜິດຕິດພັນ ກັບປະຊາຊົນທຸກຄົນ: ນຳພາທົ່ວໂລກ ແລະ  ຄວາມຮັບຜິດຊອບລວມ ເພື່ອບັນດາ ສັງຄົມ ສັນຕິພາບ, ສະເໝີພາບ ແລະ ຍືນຍົງ” ໄດ້ບັນດາ ສະມາຊິກ ຂອງ ສະມັດຊາ ໃຫຍ່ ສປຊ ຄັ້ງທີ 73 ຕີລາຄາສູງ. 
ໃນບົດກ່າວປາໄສ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນ ໜັກວ່າ: “ປັດຈຸບັນ, ສປຊ ໄດ້ກາຍເປັນສັນຍາລັກ ແຫ່ງນຳ້ໃຈ ສາມັກຄີ ທົ່ວໂລກ, ເປັນສູນລວມ ບັນດາຄຸມຄ່າ ກ້າວໜ້າ ຂອງ ມວນມະ ນຸດ ແລະ ຫັນເປັນຕົວຈິງ ຄວາມມຸ້ງຫວັງ ບືນຂຶ້ນ ເພື່ອໂລກ ແຫ່ງ ສັນຕິພາບ, ວັດທະນາຖາວອນ ແລະ ສະເໝີພາບ. ຫວຽດນາມ ໄດ້ຮ່ວມທາງ ແລະ ປະກອບສ່ວນ ໃຫ້ແກ່ ບັນດາຈຸດໝາຍ ອັນ ສູງສົ່ງ ຂອງ ສປຊ ໃນກວ່າ 70 ປີ ຜ່ານມາ. ພວກຂ້າພະເຈົ້າ ສະໜັບສະໜູນ ບົດບາດເປັນໃຈກາງ ຂອງ ສປຊ ໃນລະບົບສາ ກົນ ຫຼາຍຝ່າຍ ແລະ ຕັ້ງໜ້າ ປະກອບສ່ວນ ປະຕິບັດ ບັນດາເສົາ ຄຳ້ຮ່ວມມື ໂດຍພື້ນຖານ ຂອງ ສປຊ ກ່ຽວກັບ ການຮັກສາສັນຕິ ພາບ, ຄວາມສະຫງົບສາກົນ, ຮ່ວມມືພັດທະນາ ແລະ ຮັບປະ ກັນ ສິດທິມະນຸດ”.

ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນ ຢັນວ່າ: “ຫວຽດນາມ ມີຄວາມເອກອ້າງທະນົງໃຈ ເປັນສະມາຊິກ ໜຶ່ງ ທີ່ຕັ້ງໜ້າ ຂອງ ສປຊ. ພວກຂ້າພະເຈົ້າ ມີຄວາມປາດຖະໜາ ປະກອບສ່ວນ ຍິ່ງຂຶ້ນ ເຂົ້າໃນການກໍ່ສ້າງ ບັນດາກົນໄກຫຼາຍ ຝ່າຍ ແລະ ປະຕິບັດ ບັນດາ ຄວາມຮັບຜິດຊອບລວມ ຂອງ ວົງ ຄະນາຍາດ ສາກົນ, ໃນນັ້ນ ຫວຽດນາມ ໄດ້ແຕ່ງຕັ້ງ ໂຮງໝໍ ສະ ໜາມ ຂັ້ນ 2 ເຂົ້າຮ່ວມ ຄະນະຜູ້ແທນ ຮັກສາສັນຕິພາບ ສປຊ (UNMIS) ຢູ່ ຊູດັງໃຕ້. ຫວ່າງແລ້ວນີ້, ຫວຽດນາມ ໄດ້ສະໝັກ ເລືອກຕັ້ງ ເປັນກຳມະການ ບໍ່ປະຈຳສະພາ ຄວາມໝັ້ນຄົງ ສປຊ ອາຍຸການ 2020-2021. ພວກຂ້າພະເຈົ້າ ຂໍສະແດງຄວາມຂອບ ໃຈ ມາຍັງ 53 ປະເທດ ຢູ່ ອາຊີ-ປາຊີຟິກ ໄດ້ເປັນ ເອກະພາບກັນ ສະເໜີ ຫວຽດນາມ ເປັນຜູ້ສະໝັກເລືອກ ໜຶ່ງດຽວ ຂອງກຸ່ມ ແລະ ຂໍສະແດງ ຄວາມຂອບໃຈ ຕໍ່ການສະໜັບສະໜູນ ຢ່າງກວ້າງ ຂວາງ ຂອງບັນດາປະເທດ ທີ່ສະຫງວນໃຫ້ແກ່ ຫວຽດນາມ. ຈາກ ເວທີປາໄສອັນສົມກຽດນີ້, ຕາງໜ້າລັດຖະບານ ແລະ ປະຊາຊົນ ຫວຽດນາມ, ຂ້າພະເຈົ້າ ຂໍຖືເປັນກຽດ ສະເໜີ ແລະ ຫວັງຢາກຈະ ໄດ້ຮັບຄວາມສະໜັບສະໜູນ ຈາກບັນດາປະເທດ ສະມາຊິກ. ຫວຽດນາມໝັ້ນໝາຍຈະເປັນສະມາຊິກ ທີ່ຕັ້ງໜ້າ, ມີຄວາມ ຮັບ ຜິດຊອບ ຂອງວົງຄະນາຍາດ ສາກົນ ແລະ ສປຊ”.



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ກ່າວປາໄສທີ່ ກອງປະຊຸມເວທີ ສົນທະນາ ຂັ້ນສູງ ຂອງ ກອງປະ ຊຸມ
ສະມັດຊາໃຫຍ່ ສະຫະປະຊາຊາດ (ສປຊ) ຄັ້ງທີ 73. ພາບ: ຖົ໋ງເຍິດ/VNA 



ຢູ່ນອກກອງປະຊຸມເວທີ ສົນທະນາ ຂັ້ນສູງ ຂອງ ກອງປະຊຸມ ສະ ມັດຊາໃຫຍ່ ສປຊ ຄັ້ງທີ 73, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ໄດ້ພົບປະກັບ ເລຂາທິການໃຫຍ່ ສປຊ ທ່ານ Antonio Guterres. ພາບ: ຖົ໋ງເຍິດ/VNA



ຢູ່ນອກກອງປະຊຸມເວທີ ສົນທະນາ ຂັ້ນສູງ ຂອງ ກອງປະຊຸມ ສະ ມັດຊາໃຫຍ່ ສປຊ ຄັ້ງທີ 73, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ໄດ້ພົບປະກັບ ປະທານສະມັດຊາໃຫຍ່ ສປຊ, ທ່ານ ນາງ Maria Fernanda Espinosa Garces. ພາບ: ຖົ໋ງເຍິດ/VNA



ຢູ່ນອກກອງປະຊຸມເວທີ ສົນທະນາ ຂັ້ນສູງ ຂອງ ກອງປະຊຸມ ສະ ມັດຊາໃຫຍ່ ສປຊ ຄັ້ງທີ 73, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນຟຸກ
ໄດ້ພົບປະກັບ ປະທານາທິບໍດີ ໂກຣເອເຊຍ ທ່ານນາງ Kolinda Grabar-Kitarović. ພາບ: ຖົ໋ງເຍິດ/VNA



ຢູ່ນອກກອງປະຊຸມເວທີ ສົນທະນາ ຂັ້ນສູງ ຂອງ ກອງປະຊຸມ ສະ ມັດຊາໃຫຍ່ ສປຊ ຄັ້ງທີ 73, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນຟຸກ
ໄດ້ພົບປະກັບ ນາຍົກລັດຖະມົນຕີ ຟີຈິ ທ່ານ Josaia Voreqe Bainimarama. ພາບ: ຖົ໋ງເຍິດ/VNA



ຢູ່ນອກກອງປະຊຸມເວທີ ສົນທະນາ ຂັ້ນສູງ ຂອງ ກອງປະຊຸມ ສະ ມັດຊາໃຫຍ່ ສປຊ ຄັ້ງທີ 73, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ໄດ້ພົບປະກັບ ນາຍົກລັດຖະມົນຕີ ບູນກາຣີ ທ່ານ Boyko Borisov. ພາບ: ຖົ໋ງເຍິດ/VNA



ຢູ່ນອກກອງປະຊຸມເວທີ ສົນທະນາ ຂັ້ນສູງ ຂອງ ກອງປະຊຸມ ສະ ມັດຊາໃຫຍ່ ສປຊ ຄັ້ງທີ 73, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ພົບປະກັບ ນາຍົກລັດຖະມົນຕີ ແຊັງລຸຍເຊຍ ທ່ານ Allen Chastanet. ພາບ: ຖົ໋ງເຍິດ/VNA


ຢູ່ນອກກອງປະຊຸມເວທີ ສົນທະນາ ຂັ້ນສູງ ຂອງ ກອງປະຊຸມ ສະ ມັດຊາໃຫຍ່ ສປຊ ຄັ້ງທີ 73, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນຟຸກ
ໄດ້ເຂົ້າຮ່ວມ ກອງປະຊຸມສົນທະນາໂຕະມົນ ກັບບັນ ດາວິສາຫະກິດ ສ ອາເມລິກາ ກ່ຽວກັບ ດຶງດູດການລົງທຶນ ຢູ່ ຫວຽດນາມ ໃນຍຸກພັດທະນາ ເຕັກໂນໂລຊີ 4.0 ໂດຍ ສະພາ ວິສາຫະກິດ  ເພື່ອຄວາມເຂົ້າໃຈສາກົນ (BCIU) ແລະ ກຸ່ມບໍລິ ສັດ FPT ເປັນຜູ້ຈັດ. ພາບ: ຖົ໋ງເຍິດ/VNA



ຢູ່ນອກກອງປະຊຸມເວທີ ສົນທະນາ ຂັ້ນສູງ ຂອງ ກອງປະຊຸມ ສະ ມັດຊາໃຫຍ່ ສປຊ ຄັ້ງທີ 73, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ໄດ້ມີການພົບປະກັບ ປະທານສະພາ ແຫ່ງລັດ ກູບາ ທ່ານ Miguel Diaz-Canel.  ພາບ: ຖົ໋ງເຍິດ/VNA



ເນື່ອງໃນໂອກາດເຂົ້າຮ່ວມ ກອງປະຊຸມເວທີ ສົນທະນາ ຂັ້ນສູງ ຂອງ ກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 73, ທ່ານນາຍົກ ລັດຖະມົນຕີ
ຫງວຽນຊວນຟຸກ  ໄດ້ມີການພົບປະກັບ ເພື່ອນມິດ ສ ອາເມລິກາ, ພະນັກງານ ຄະນະຜູ້ແທນ ຜູ້ຕາງໜ້າ ປະຈຳການ ຫວຽດນາມ ຢູ່ ສປຊ
ແລະ ຜູ້ຕາງໜ້າວົງຄະນາຍາດ ຫວຽດນາມ ຢູ່ ນິວຢອກ. ພາບ: ຖົ໋ງເຍິດ/VNA

ນອກຈາກບົດກ່າວປາໄສອັນສຳຄັນ ທີ່ສະມັດຊາໃຫຍ່ ສປຊ ຄັ້ງ ທີ 73, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ເຄື່ອນໄຫວການຕ່າງ ປະເທດເຊັ່ນ: ພົບປະການນຳ ຂອງ ສະມັດຊາໃຫຍ່ ສປຊ, ເລຂາທິການໃຫຍ່ ສປຊ ແລະ ພົບປະສອງຝ່າຍກັບ ປະທານສະພາ ແຫ່ງລັດ ກູບາ, ນາຍົກລັດຖະມົນຕີ ຟີຈິ, ນາຍົກລັດຖະມົນຕີ ໂກຣເອ ເຊຍ, ນາຍົກ ລັດຖະມົນຕີ ແຊັງລຸຍເຊຍ, ນາຍົກລັດຖະມົນຕີ ບູນ ກາຣີ, ຈັດກອງ ປະຊຸມສົນທະນາ ກັບບັນດາວິສາຫະກິດ ສ ອາເມລິກາ ກ່ຽວກັບ ດຶງດູດການລົງທຶນ ທີ່ ຫວຽດນາມ ໃນຍຸກ ຂະຫຍາຍຕົວ ເຕັກໂນໂລຊີ 4.0, ພົບປະເພື່ອນມິດ ສ ອາເມລິກາ, ພະນັກງານ ຄະນະຜູ້ແທນ ເປັນຕົວແທນ ປະຈຳການ ຫວຽດນາມ ຢູ່ ສປຊ ແລະ ຜູ້ຕາງໜ້າວົງຄະນາຍາດຊາວ ຫວຽດນາມ ຢູ່ ນິວຢອກ.

ແລກປ່ຽນກັບທ່ານ Maria Fernanda Espinosa Garces, ປະທານສະມັດຊາໃຫຍ່ ສປຊ, ທ່ານ ນາຍົກລັດຖະມົນຕີ ຫງວຽນ ຊວນຟຸກ ໄດ້ສະເໜີ ສປຊ ໃຫ້ບຸລິມະສິດ ໃນການຊຸກຍູ້ການຕ່າງ ປະເທດກັນ, ສະໜັບສະໜູນ ແກ້ໄຂ ບັນດາຂໍ້ຂັດແຍ່ງ ຢູ່ທະເລ ຕາເວັນອອກ ໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ; ຢືນຢັນ ຫວຽດນາມ ຈະປະກອບສ່ວນ ຢ່າງຕັ້ງໜ້າ  ແລະ ມີຄວາມ ຮັບຜິດຊອບ ເຂົ້າໃນວຽກງານລວມ ຂອງ ສປຊ, ເຂົ້າຮ່ວມເປັນເຈົ້າການ, ມີຄວາມຮັບຜິດຊອບ ເຂົ້າໃນ ບັນດາຂໍ້ລິເລີ່ມ ຂອງ ສປຊ ກ່ຽວກັບການຂະຫຍາຍຕົວ ແລະ ຮັກສາສັນຕິພາບ.

ທີ່ການພົບປະກັບ ເລຂາທິການໃຫຍ່ ສປຊ ທ່ານ Antonio Guterres, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາ ຄາສູງ ບັນດາຄວາມມານະພະຍາຍາມ ຂອງທ່ານ ເລຂາທິການ ໃຫຍ່ ໃນການປັບປ່ຽນ ສປຊ, ພິເສດ ແມ່ນ ລະບົບພັດທະນາ ສປຊ ເພື່ອຊ່ວຍເຫຼືອ ບັນດາປະເທດ ໃນການປະຕິບັດ ໂຄງການ ພັດທະນາ ທີ່ໝັ້ນຄົງ ເຖິງປີ 2030 ໃຫ້ດີກວ່າເກົ່າ. ທ່ານນາຍົກ ລັດຖະມົນຕີ ມີຄວາມປາດຖະໜາວ່າ ສປຊ ຈະສືບຕໍ່ ຊ່ວຍໜູນ ຫວຽດນາມ ປະຕິບັດປະສົບຜົນສຳເລັດ ບັນດາຈຸດໝາຍ ພັດທະນາ ຢ່າງໝັ້ນຄົງ ແລະ ສັນຍາ ປາຣີ ກ່ຽວ ກັບ ການປ່ຽນແປງ ຂອງ ດິນຟ້າອາກາດ.



ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ແລະ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການ ຕ່າງປະເທດ ກູເວດ ທ່ານ Sabah Al Khalid Al Sabah ຮ່ວມ ເປັນເຈົ້າພາບ ໃນກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ASEAN- ສະພາຮ່ວມມືເຂດອ່າວ (GCC) ຢູ່ນອກກອງປະຊຸມ ສະມັດຊາໃຫຍ່ ສປຊ ຄັ້ງທີ 73. ພາບ: ຮວ່າຍແທງ/VNA


ຢູ່ນອກກອງປະຊຸມ ສະມັດຊາໃຫຍ່ ສປຊ ຄັ້ງທີ 73, ທ່ານຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ໄດ້ເປັນເຈົ້າພາບໃນການພົບປະ, ຂົນຂວາຍ ບັນດາປະເທດ ສະ ໜັບສະໜູນ ຫວຽດນາມ ສະໝັກເລືອກຕັ້ງ ເປັນກຳມະການ ບໍ່ ປະຈຳສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021. ໃນພາບ: ທ່ານຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງ ປະເທດ ຟ້າມບິ່ງມິນ ກ່າວປາໄສທີ່ການພົບປະ, ຂົນຂວາຍ. ພາບ: ຮວ່າຍແທງ/VNA


ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ພົບປະກັບຮອງລັດຖະມົນຕີການຕ່າງປະເທດ
ສ ອາ ເມລິກາ ທ່ານ John J. Sulivan. ພາບ: ຮວ່າຍແທງ/VNA



ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ພົບປະກັບ ປະທານາທິບໍດີ ປາເລົາ Tommy Remengesau.
ພາບ: ຮວ່າຍແທງ/VNA



ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມ ບິ່ງມິນ ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ
ອົສຕຣາລີ Marise Payne. ພາບ: ຮວ່າຍແທງ/VNA



ຢູ່ນອກກອງປະຊຸມ ສະມັດຊາໃຫຍ່ ສປຊ ຄັ້ງທີ 73, ທ່ານຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີ ບັນດາ ປະເທດ ASEAN ແລະ ສະຫະພັນປາຊີຟິກ ຄັ້ງທີ 5. ພາບ: ຮວ່າຍແທງ/VNA

ປະທານສະມັດຊາໃຫຍ່ ທ່ານ Maria Fernanda Espinosa Garces ແລະ ເລຂາທິການໃຫຍ່ ສປຊ ທ່ານ Antonio Guterres ໄດ້ສະແດງຄວາມປະທັບໃຈ ຕໍ່ ບັນດາຜົນສຳເລັດໃນ ການພັດທະນາເສດຖະກິດ-ສັງຄົມ ຂອງ ຫວຽດນາມ, ຕີລາຄາ ສູງ ແລະ ສະແດງຄວາມຂອບໃຈ ຕໍ່ບັນດາ ການປະກອບສ່ວນ ຢ່າງຕັ້ງໜ້າ ຂອງ ຫວຽດນາມ ເຂົ້າໃນ ການປະຕິບັດ ວຽກງານ ລວມ ຂອງ ສປຊ ແລະ ບັນດາຂໍ້ລິເລີ່ມ ກ່ຽວກັບ ການດັດປ່ຽນ ວິທີການເຄື່ອນໄຫວ ຂອງ ສປຊ ແລະ ຫວັງວ່າ ຫວຽດນາມ ສືບຕໍ່ ເປັນປະເທດ ນຳໜ້າ ໃນການ ປະຕິບັດຈຸດໝາຍ ພັດທະນາແບບ ຍືນຍົງ (SDGs), ຢືນຢັນ ສປຊ ຈະສືບຕໍ່ຊ່ວຍ ໜູນ ຫວຽດນາມ. ທ່ານ ເລຂາທິການໃຫຍ່ ສປຊ ໄດ້ສະແດງຄວາມ ເອົາໃຈໃສ່ ເຖິງ ສະຖານະການ ຢູ່ທະເລຕາເວັນອອກ ແລະ ຢັ້ງຢືນ ແຜນນະໂຍ ບາຍ ແບບສະເໝີຕົ້ນ ສະເໝີປາຍ ຂອງ ສປຊ ແມ່ນ ສະໜັບສະ ໜູນ ການແກ້ໄຂ ບັນດາ ຂໍ້ຂັດແຍ່ງ ໂດຍສັນຕິວິທີ ບົນພື້ນຖານ ຂອງ ກົດໝາຍສາກົນ. 

ທ່ານ ຟ້າມບິ່ງມິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການ ຕ່າງປະເທດ ໄດ້ເປັນເຈົ້າພາບ ໃນການ ພົບປະ ຂົນຂວາຍ ບັນ ດາປະເທດ ສະໜັບສະໜູນ ຫວຽດນາມ ຮັບສະໝັກເລືອກຕັ້ງ ເປັນກຳມະການ ບໍ່ປະຈຳ ສະພາຄວາມໝັ້ນຄົງ ສປຊ, ເຂົ້າຮ່ວມ ກອງປະຊຸມ ຂັ້ນລັດຖະມົນຕີ ບັນດາປະເທດ ASEAN ແລະ ສະ ຫະພັນ ປາຊີຟິກ ຄັ້ງທີ 5, ສະພາຮ່ວມມື ເຂດອ່າວ (GCC) ແລະ ບັນດາການພົບປະສອງຝ່າຍ ກັບ ລັດຖະມົນຕີການຕ່າງປະເທດ ອົສຕຣາລີ, ອູແກຣນ, ສະໂລວາກີ, ສະໂລເວນີ, ອູກັນດາ, ເອກວາດໍ ແລະ ຕ້ອນຮັບ ຮອງລັດຖະມົນຕີ ສ ອາເມລິກາ. 

ບົດ: VNP ສັງລວມ - ພາບ: VNA

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top