• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຕອບ​ສະໜອງວັນ​ມະຫາ​ສະໝຸດ​ໂລກ ວັນ​ທີ 8 ມິຖຸນາ

ໃນລະຫວ່າງວັນທີ 01 ຫາວັນທີ 8 ມິຖຸນາ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດຕັ້ງບັນດາການເຄື່ອນໄຫວຕອບສະໜອງວັນມະຫາສະໝຸດໂລກ ວັນທີ 8 ມິຖຸນາ ແລະ ສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມປີ 2020 ດ້ວຍຫົວຂໍ້ “ປ່່ຽນແປງໃໝ່ ເພື່ອພັດທະນາເສດຖະກິດທະເລຫວຽດນາມແບບຍືນຍົງ”.

ທະຫານ ແລະ ຊາວໜຸ່ມ  ເກັບຂີ້ເຫຍື້ອຢູ່ບໍລິເວນເມືອງ ຢໍລິງ ແຂວງກວ໋າງຈິ (ພາບ: TTXVN)

ຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19, ບັນດາການເຄື່ອນໄຫວຕອບສະໜອງວັນມະຫາສະໝຸດໂລກ ແລະ ສັບປະດາທະເລ - ໝູ່ເກາະ ຫວຽດນາມ ປີ 2020 ໄດ້ຮັບການຈັດຕັ້ງດ້ວຍຫຼາຍຮູບແບບ ເຊັ່ນ: ການໂອ້ລົມສົນທະນາຜ່ານຊ່ອງໂທລະພາບ, ກອງປະຊຸມສໍາມະນາຜ່ານທາງອອນລາຍ, ແຂວນປ້າຍຄໍາຂວັນພາບປຸກລະດົມ ຢູ່ທ້ອງຖິ່ນຕ່າງໆ, ໂຄສະນາຜ່ານສ່ືມວນຊົນ..

“ປ່ຽນແປງໃໝ່ເພື່ອມະຫາສະໝຸດ ຍືນຍົງ” ແມ່ນເນື້ອໃນທີ່ແທດຈິງ ເພື່ອຕອບສະໜອງຫົວຂໍ້ຂອງວັນມະຫາສະໝຸດໂລກປີ 2020 ໂດຍສະຫະປະຊາຊາດປຸກລະດົມ. ນັບແຕ່ນີ້ຮອດເດືອນ ມິຖຸນາ 2020, ທ້ອງຖິ່ນຕ່າງໆຈະຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອຕອບສະຫຼອງສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ ແລະ ວັນມະຫາສະໝຸດໂລກປີ 2020. 

 (ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top