• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຕອບສະໜອງບັ້ນຂົນຂວາຍມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກ

      ວັນທີ 17 ມີນາ, ທີ່ຫໍວັດທະນະທຳຊາວໜູ່ມ (ເມືອງ 1) ນະຄອນ ໂຮ່ຈິມີນ, ໜັງສືພິມ ໄຊງ່ອນຢາຍຟ໊ອງ (ໄຊງ່ອນປົດປ່ອຍ) ໄດ້ສົມທົບກັບຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ຈັດຕັ້ງພິທີເລີ່ມເຄື່ອນໄຫວບັ້ນຂົນຂວາຍມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກປີ 2019. 

ຫວຽດນາມ ຕອບສະໜອງບັ້ນຂົນຂວາຍມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກ (ພາບ: hcmcpv.org.vn)
      ເຫດການຕົ້ນຕໍແມ່ນ “ຮ່ວມແຮງຮ່ວມໃຈມອດໄຟ 1 ຊົ່ວໂມງໃນທົ່ວໂລກ” ຈະດຳເນີນແຕ່ 17 ໂມງ - 22 ໂມງ ວັນທີ 30 ມີນາ ຢູ່ຫໍວັດທະນະທຳຊາວໜຸ່ມ, ຄາດວ່າ ເຫດການຈະດຶງດູດຊາວໜຸ່ມ ແລະ ປະຊາຊົນໃນບໍລິເວນນະຄອນເຂົ້າຮ່ວມກ່ວາ 5000 ຄົນ ດ້ວຍຈຸດສຸມແມ່ນການຂົນຂວາຍພ້ອມກັນມອດໄຟ 1 ຊົ່ວໂມງ.
        ໂຄງການຈຸດສຸມຂອງລາຍການແມ່ນ “Change your green” ຈະປຸກລະດົມຂະບວນການຂໍ້ລິເລີ່ມຂຽວ. ນອກຈາກໂຄງການດັ່ງກ່າວ, ມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກປີ 2019 ຍັງມີບັນດາການເຄື່ອນໄຫວອື່ນໆຄື: ໂຄງການເຄື່ອນໄຫວຂຽວ, ໂຄງການກຳລັງຄວາມສາມາດຂຽວໃຫ້ປະຊາຄົມ; ໂຄງການເຊື່ອມຕໍ່ຂຽວ; ເຫດການຕອບສະໜອງມອດໄຟ 1 ຊົ່ວໂມງພ້ອມກັບໂລກ…
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top