• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຫວຽດນາມ-ຍີ່ປຸ່ນ ເພີ່ມທະວີການຮ່ວມມື ດ້ານເສດຖະກິດ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

“ຍີ່ປຸ່ນ ເປັນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຍາວນານ ຂອງ ຫວຽດນາມ”, ນີ້ແມ່ນຄຳຢືນຢັນ ຂອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນໂອກາດຕ້ອນຮັບ ທ່ານ ຊິນໂຊະ ອາເບະ, ນາຍົກລັດຖະມົນຕີ ແຫ່ງປະເທດ ຍີ່ປຸ່ນ ເນື່ອງໃນໂອກາດ ມາ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ (ແຕ່ວັນທີ 16-17 ມັງກອນ 2017). ໃນການຢ້ຽມຢາມຄັ້ງນີ້ ສອງປະເທດໄດ້ຕັດ ສິນໃຈ ນຳການພົວພັນຄູ່ຮ່ວມມືຍຸດທະສາດ ຢ່າງກວ້າງຂວາງ, ເລິກເຊິ່ງ ຮອບດ້ານ, ຕົວຈິງ ແລະ ມີປະສິດທິຜົນ ກວ່າເກົ່າໃນຕໍ່ໜ້າ. 
ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ເປັນເອກະພາບໃນການ ເພີ່ມທະວີ ການຮ່ວມມື ດ້ານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ໃນນັ້ນມີຂົງເຂດສຳຫຼວດ, ທຳລາຍລະເບີດ ແລະ ຍົກສູງ ຄວາມ ອາດສາມາດປະຕິບັດກົດໝາຍທາງທະເລ.

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ສອງຝ່າຍໄດ້ເປັນ ເອກະ ພາບ ໃນການຜັນຂະຫຍາຍ ຍຸດທະສາດຫັນເປັນອຸດສາຫະກຳ ຂອງ ຫວຽດນາມ ໃນຂອບເຂດ ການຮ່ວມມື ຫວຽດນາມ-ຍີ່ປຸ່ນ ເຖິງ ປີ 2020 ວິໄສທັດ 2030 ກໍຄື ຂໍ້ລິເລີ່ມລວມ ຍີ່ປຸ່ນ-ຫວຽດ ນາມ ໄລຍະ 6 ແນໃສ່ປັບປຸງ ສະພາບແວດລ້ອມການ ລົງທຶນ ຢູ່ ຫວຽດນາມ; ສືບຕໍ່ຜັນຂະຫຍາຍບັນດາໂຄງການໃຫຍ່ໆ ກ່ຽວກັບພື້ນຖານ ໂຄງລ່າງຂອງສອງປະເທດ ເຊ່ັນ ທາງດ່ວນ ເໜືອ-ໃຕ້ ແລະ ຊຸກຍູ້ການຮ່ວມມື ໃນຂົງເຂດກະສິກຳ, ເຕັກໂນໂລຊີຂັ້ນສູງ...

ຍີ່ປຸ່ນໃຫ້ຄຳສັນຍາ ທີ່ສະໜອງ ບ້ວງເງິນທຶນກູ້ຢືມ ODA ໃນປີ 2016 ໃຫ້ແກ່ຫວຽດນາມ ລວມມູນຄ່າ ປະມານ 123 ຕື້ເຢັນ (ເທົ່າກັບ 1,05 ຕື້ໂດລາສະຫະລັດ) ໃນຂົງເຂດຕ່າງໆເຊັ່ນ ຄວາມສະຫງົບປອດໄພ ໃນການເດີນທະເລ, ຮັບມືກັບການປ່ຽນແປງ ຂອງດິນຟ້າອາກາດ, ລະບາຍນ້ຳ ແລະ ບຳບັດນ້ຳເປື້ອນ.

ທ່ານ ຊິນໂຊະ ອາເບະ, ນາຍົກລັດຖະມົນຕີ ແຫ່ງປະເທດ ຍີ່ ປຸ່ນ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
ໃນ ໂອກາດປີໃໝ່ປະຈຳຊາດ ຫວຽດນາມ ພວມໝູນວຽນມາເຖິງ. ພາບ: ຖົ໋ງເຍິດ/VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທຳການ ພົບປະ ເຈລະ ຈາກັບ ທ່ານ ນາຍົກລັດຖະມົນຕີ ຊິນໂຊະ ອາເບະ. ພາບ: ຖົ໋ງເຍິດ/VNA


ຫວຽດນາມ ແລະ ຍີ່ປຸ່ນ ໄດ້ບັນລຸຂໍ້ຕົກລົງຫຼາຍດ້ານ ວ່າດ້ວຍ ການຮ່ວມມືສຳຄັນໃນຫຼາຍຂົງເຂດ. ໃນພາບ: ທ່ານ ນາຍົກລັດ ຖະມົນຕີ ຫງວຽນຊວນຟຸກ 
ແລະ ທ່ານ ນາຍົກລັດ ຖະມົນຕີ ຊິນໂຊະ ອາເບະ ເປັນສັກຂີພິຍານ ໃນພິທີແລກປ່ຽນ ສັນຍາ ລົງທຶນ
ກໍ່ສ້າງໂຮງງານໄຟຟ້າຖ່ານຫີນ ຫວູງອ໋າງ ເລກ 2. ພາບ: ຖົ໋ງເຍິດ/VNA



ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ຕ້ອນຮັບ ທ່ານ ນາຍົກລັດຖະມົນຕີ ຊິນໂຊະ ອາເບະ. ພາບ: ຖົ໋ງເຍິດ/VNA


ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບ ທ່ານ ນາຍົກລັດຖະມົນຕີ ຊິນໂຊະ ອາເບະ. ພາບ: ຖົ໋ງເຍິດ/VNA


ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງີນ ຕ້ອນຮັບ ທ່ານ ນາຍົກລັດຖະມົນຕີ ຊິນໂຊະ ອາເບະ. ພາບ: ຈ້ອງດຶກ/VNA


ທ່ານ ນາຍົກລັດຖະມົນຕີ ຊິນໂຊະ ອາເບະ  ແລະ  ທ່ານນາ ຍົກ ລັດຖະມົນຕີ ຫງວຽນຊວນຟຸກ 
ເຂົ້າຮ່ວມ ການສົນທະນາ ວິສາຫະກິດ ຫວຽດນາມ-ຍີ່ປຸ່ນ. ພາບ: ແຢງລາມ/VNA

 
ສອງຝ່າຍໄດ້ແລກປ່ຽນ ແລະ ເປັນເອກະພາບ ກ່ຽວກັບຄວາມ ສຳຄັນ ໃນການຮັບປະກັນສັນຕິພາບ, ຄວາມສະຫງົບປອດໄພ, ເສລີໃນການເດີນທະເລ ແລະ ການເດີນອາກາດ, ຝ່າຍຕ່າງໆ ທີ່ກ່ຽວຂ້ອງ ບໍ່ສ້າງສະຖານະການທີ່ເຄັ່ງຕຶງ ແລະ ຫັນເປັນການ ທະຫານ ພາໄປເຖິງ ການປ່ຽນແປງ ສະພາບເດີມ ຢູ່ທະເລຕາ ເວັນອອກ, ຊຸກຍູ້ແກ້ໄຂຂໍ້ຂັດແຍ້ງດ້ວຍສັນຕິວິທີ, ເຄົາລົບຢ່າງ ຄົບຖ້ວນ ບັນດາວິວັດທະນາການ ການຕ່າງປະເທດ ແລະ ນິຕິ ກຳ, ບໍ່ນຳໃຊ້ກຳລັງອາວຸດ ຫຼື ນາບຂູ່ໃຊ້ ກຳລັງອາວຸດ, ປະຕິ ບັດ ຕາມກົດໝາຍ ສາກົນຢ່າງເຂັ້ມງວດ, ໂດຍສະເພາະ ຢ່າງ ຍິ່ງແມ່ນ ສົນທິສັນຍາ ຂອງສະຫະປະຊາຊາດ ວ່າ ດ້ວຍກົດໝາຍທາງທະເລ 1982 ກໍຄືຖະແຫຼງການວ່າດ້ວຍ ການປະພຶດຕໍ່ ຂອງຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (DOC), ສ້າງປະມວນ ກົດລະບຽບ ການປະພຶດ ຢູ່ທະເລຕາເວັນອອກ (COC) ໂດຍໄວ.

ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ແລກປ່ຽນເອກະສານ ທີ່ໄດ້ ຮັບການລົງນາມຫຼາຍສະບັບ ຊຶ່ງມີມູນຄ່າສູງ ດ້ານເສດຖະກິດ ໃນຂົງເຂດຕ່າງໆເຊັ່ນ: ຮັບມືກັບ ການປ່ຽນແປງຂອງ ດິນຟ້າ ອາກາດ, ເພີ່ມທະວີຄວາມ ອາດສາມາດ ຮັບປະກັນຄວາມ ສະ ຫງົບທາງນ້ຳ, ຕັດຫຍິບ, ໂຮງໄຟຟ້າຖ່ານຫີນ ແລະ ອື່ນໆ...
 

ຍີ່ປຸ່ນ ເປັນປະເທດຜູ້ອຸປະຖຳ ODA ອັນດັບຕົ້ນໃຫ້ແກ່ ຫວຽດ ນາມ, ເປັນຜູ້ລົງທຶນຕ່າງປະເທດຢູ່ອັນດັບ 2, ມີຈຳນວນນັກ ທ່ອງທ່ຽວ ມາທ່ຽວຫວຽດນາມ ຢູ່ອັນດັບທີ 3  ທັງເປັນຄູ່ຮ່ວມມື ການຄ້າ ຢູ່ອັນດັບທີ 4 ຂອງ ຫວຽດນາມ. ໃນປີ 2016, ຫວຽດ ນາມ ດຶງດູດການລົງທຶນຈາກບັນດານັກລົງທຶນຍີ່ປຸ່ນ ໄດ້ 2 ຕື້ ໂດລາສະຫະລັດ, ນຳຍອດ ມູນຄ່າການລົງທຶນ ຂອງ ບັນດາວິ ສາຫະກິດຍີ່ປຸ່ນ ເຂົ້າສູ່ຫວຽດນາມ ບັນລຸ 42 ຕື້ ໂດລາສະຫະ ລັດ, ຢູ່ອັນດັບທີ 2 ໃນຈຳນວນ 142 ປະເທດ ແລະ ພື້ນຖານ ເສດຖະກິດ ລົງທຶນ FDI ເຂົ້າສູ່ ຫວຽດນາມ. 

 
ປະຕິບັດໂດຍ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top