• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຍາມໃດກໍ່ຖືການພົວພັນຮ່ວມມືຢ່າງຮອບດ້ານກັບ ສະຫະພາບເອີລົບເປັນສຳຄັນ

      ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວເນັ້ນໜັກວ່າ ຍາມໃດຫວຽດນາມ ກໍ່ຖື ການພົວພັນຮ່ວມມືຢ່າງຮອບດ້ານກັບ ສະຫະພາບເອີລົບເປັນສຳຄັນ, ເປັນຄູ່ຮ່ວມມືສຳຄັນແຖວໜ້າໃນນະໂຍບາຍການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ
ທ່ານນາງ Roberta Metsola  (ພາບ: AFP/TTXVN)
      ເນື່ອງໃນໂອກາດທ່ານນາງ Roberta Metsola ຫາກໍ່ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານລັດຖະສະພາເອີລົບ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ສົ່ງຈົດໝາຍອວຍພອນ. ໃນຈົດໝາຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະແດງຄວາມປະທັບໃຈທີ່ສຸດ ເມື່ອໄດ້ຮູ້ວ່າ ທ່ານນາງ Roberta Metsola ເປັນປະທານລັດຖະສະພາເອີລົບໜຸ່ມທີ່ສຸດ ໃນປະຫວັດສາດ ແລະ ເປັນປະທານຍິງຄົນທຳອິດໃນ 20 ປີຜ່ານມາ ຂອງລັດຖະສະພາເອີລົບ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວເນັ້ນໜັກວ່າ ຍາມໃດຫວຽດນາມ ກໍ່ຖື ການພົວພັນຮ່ວມມືຢ່າງຮອບດ້ານກັບ ສະຫະພາບເອີລົບເປັນສຳຄັນ, ເປັນຄູ່ຮ່ວມມືສຳຄັນແຖວໜ້າໃນນະໂຍບາຍການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ ໃນນັ້ນການຮ່ວມມືລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາເອີລົບ ແມ່ນເສົາຄ້ຳສຳຄັນ ໃນການພົວພັນສອງຝ່າຍ, ທ່ານເວືອງດິ່ງເຫ້ວເຊື່ອໝັ້ນວ່າ ພາຍໃຕ້ການນຳພາ ແລະ ເອົາໃຈໃສ່ຢ່າງເລິກເຊິ່ງ ຂອງທ່ານນາງ Roberta Metsola ພ້ອມກັບການສະໜັບສະໜູນຂອງ ສະມາຊິກລັດຖະສະພາເອີລົບ, ການພົວພັນຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ສະຫະພາບເອີລົບ ຈະພັດທະນາ ຂຶ້ນສູ່ລະດັບສູງໃໝ່, ນັບມື້ນັບເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ, ເພື່ອຜົນປະໂຫຍດທີ່ແທດຈິງຂອງປະຊາຊົນສອງຝ່າຍ.
            ໃນໂອກາດນີ້, ທ່ານ ເວືອງດິ່ງເຫ້ວ ຂໍທີ່ເປັນກຽດເຊື້ອເຊີນທ່ານນາງ Roberta Metsola ມາຢ້ຽມຢາມ ຫວຽດນາມໃນໄລຍະທີ່ເໝາະສົມ ເພື່ອສືບຕໍ່ແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາເອີລົບ, ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບເວົ້າລວມ.
(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປເຮັດໃຫ້ຄວາມເຄັ່ງຕຶງໃນປັດຈຸບັນຢູ່ພາກພື້ນຕາເວັນອອກກາງປີນຂັ້ນໄດ, ໂດຍສະເພາະແມ່ນບັນດາການກະທຳໃຊ້ອາວຸດ ລະເມີດກົດບັດ ສປຊ ແລະ ກໍ່ຜົນເສຍຫາຍຕໍ່ປະຊາຊົນ.

Top