• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຫວຽດນາມ ຊຸກຍູ້ການຮ່ວມມືຮອບດ້ານກັບ ລາຊະອານາຈັກ ກຳປູເຈຍ ແລະ ສປປ ລາວ

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ຫາກໍ່ສິ້ນສຸດການຢ້ຽມຢາມຢ່າງເປັນທາງການ ລາຊະອານາຈັກ ກຳປູເຈຍ (24-25/4) ແລະ ສປປ ລາວ (26-27/4).

ຜ່ານການພົບປະເຈລະຈາ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະ ມົນຕີແຫ່ງ ສສ ຫວຽດນາມ ໄດ້ມີການແລກປ່ຽນ ຄຳຄິດຄຳ ເຫັນ ຢ່າງກົງໄປກົງມາ ກັບ ສົມເດັດ ເຕໂຊ ຮຸນແຊນ ນາຍົກລັດຖະມົນ ຕີ ແຫ່ງລາຊະອານາຈັກ ກຳປູເຈຍ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່ຽວກັບ ຫຼາຍ ບັນຫາຄື: ບັນຫາຢູ່ທະເລຕາເວັນອອກ, ບັນຫາຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ ແລະ ລາວ, ພິເສດແມ່ນການຍົກສູງ ປະສິດທິພາບ ການ ຮ່ວມມືດ້ານເສດຖະກິດ, ການສຶກສາລະຫວ່າງ ຫວຽດນາມ ແລະ ສອງ ປະເທດ ຢ່າງມີປະສິດທິພາບ



ປະຈຸບັນ, ຫວຽນດາມ ລົງທຶນຢູ່ກຳປູເຈຍ ມີ 190 ໂຄງການ ດ້ວຍ ຍອດມູນຄ່າການລົງທຶນ 2,89 ຕື້ໂດລາສະຫະລັດ, ສຸມໃສ່ເຂົ້າ ໃນຂົງເຂດກະສິກຳ. ມູນຄ່າການຄ້າສອງປະເທດບັນລຸໄດ້ກວ່າ 2,9 ຕື້ໂດລາສະຫະລັດ ໃນປີ 2016, ໄຕມາດ 1/2017 ບັນລຸໄດ້ 936 ລ້ານໂດລາສະຫະລັດ (ເພີ່ມ 11,6% ທຽບກັບໄລຍະ ດຽວ ກັນຂອງປີ 2016). 




ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ສົມເດັດ ເຕໂຊ ຮຸນແຊນ
ນາຍົກລັດຖະມົນຕີ ລາຊະອານາ ຈັກ ກຳປູເຈຍ ທຳການພົບປະໃນວົງແຄບ. ພາບ: ຖົ໋ງເຍີດ/
VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພົບປະເຈລະຈາກັບ
ສົມເດັດ ເຕໂຊ ຮຸນແຊນ ນາຍົກລັດ ຖະມົນ ຕີ ລາຊະອານາຈັກ ກຳປູເຈຍ. ພາບ: ຖົ໋ງເຍີດ/VNA




ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ສົມເດັດ ເຕໂຊ ຮຸນແຊນ
ນາຍົກລັດຖະມົນຕີ ແຫ່ງລາຊະ ອານາຈັກ ກຳປູເຈຍ ຮ່ວມກັນເປັນສັກຂີພິຍານການນາມ
ເອກະສານສຳຄັນສະບັບຕ່າງໆ ວ່າດ້ວຍການຮ່ວມມື ລະຫວ່າງສອງ ປະເທດ. ພາບ: ຖົ໋ງເຍີດ/
VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ສົມເດັດ ເຕໂຊ ຮຸນແຊນ
ນາຍົກລັດຖະມົນຕີແຫ່ງ ລາຊະ ອານາຈັກ ກຳປູເຈຍ ຕັດແຖບຜ້າ
ສະຫຼອງຜົນສຳເລັດການ ກໍ່ສ້າງຂົວ ລອງບິ່ງ-ເຈີໄຣທຳ.  ພາບ: ກົງມ້າວ/
VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພ້ອມພັນລະຍາ ເຂົ້າຢ້ຽມຂ່ຳນັບເຈົ້າຊີວິດ
ແຫ່ງ ລາຊະອານາຈັກ ກຳປູເຈຍ
ພະບາດສົມເດັດ ພະບໍ ຣົມມະນຽດ ໂນໂຣດົມ ສີຫາ ໂມນີ. ພາບ: ຖົ໋ງເຍີດ/VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພົບປະແລກປ່ຽນຄຳເຫັນກັບ
ສົມເດັດ ເຮັງ ຊຳຣິນ ປະທານສະ ພາ ແຫ່ງຊາດ ລາຊະອານາຈັກ ກຳປູເຈຍ. ພາບ: ຖົ໋ງເຍີດ/VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພົບປະກັບທ່ານນາງ ແມນ ຊຳອານ
ຮອງນາຍົກລັດຖະມົນຕີ, ປະ ທານສະມາຄົມມິດຕະພາບ ກຳປູເຈຍ-ຫວຽດນາມ.
ພາບ: ຖົ໋ງເຍີດ/VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ
ພ້ອມດ້ວຍພັນລະຍາ ເຂົ້າຢ້ຽມຂ່ຳນັບ ເຈົ້າ ອາວາດ ແຕບວົງ.
ພາບ: ຖົ໋ງເຍີດ/VNA

ບົນພື້ນຖານດັ່ງກ່າວນັ້ນ, ສອງຝ່າຍໄດ້ສະເໜີ ບັນດາການກຳ ນົດທິດ ແລະ ວິທີແກ້ໄຂຕົວຈິງ ເພື່ອຊຸກຍູ້ການຮ່ວມມື, ແກ້ ໄຂ ບັນດາຂໍ້ຄົງຄ້າງ ຢ່າງກົງໄປກົງມາ. ເພາະສະນັ້ນ ນອກ ຈາກບັນ ດາການກຳນົດທິດຍຸດທະສາດ, ການຢ້ຽມຢາມ ສອງປະເທດ ຂອງ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຄັ້ງນີ້ ປະສົບ ຜົນສຳເລັດຢ່າງຈົບງາມ, ໄດ້ລົງນາມເອກະສານຄວາມຮ່ວມມື 13 ສະບັບ ໃນຂົງເຂດຄື: ການຄົມມະນາຄົມ-ຂົນສົ່ງ, ການຄ້າ, ການສຶກສາ ແລະ ບຳລຸງສ້າງ, ການອອກແຮງງານ, ພະລັງງານ, ກະສິກຳ, ສິນໃນນ້ຳ ແລະ ການຮ່ວມມືລະຫວ່າງ ບັນດາທ້ອງຖິ່ນ.
 
ອາດສາມາດເວົ້າໄດ້ວ່າ ການຢ້ຽມຢາມ 2 ປະເທດໃນຄັ້ງນີ້ ຂອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສ້າງກຳລັງແຮງໃໝ່ເພື່ອຊຸກຍູ້ການພົວພັນຂອງ ຫວຽດນາມ ກັບ 2 ປະເທດ ຢ່່າງມີ ປະສິດທິພາບກວ່າເກົ່າ, ປະກອບສ່ວນເຂົ້າໃນການປົກປັກ ຮັກ ສາສັນຕິພາບ, ຄວາມສະຫງົບ, ຄວາມໝັ້ນຄົງ ແລະ ການພັດ ທະນາໃນພາກພື້ນ ແລະ ໃນໂລກອີກດ້ວຍ
.



ມູນຄ່າການຄ້າ ຫວຽດນາມ-ລາວ ປີ 2016 ບັນລຸໄດ້ 823 ລ້ານ ໂດລາສະຫະລັດ. ເຖິງເດືອນ ກຸມພາ 2017, ຫວຽດນາມ ລົງທຶນ ຢູ່ ລາວ 408 ໂຄງການ, ຍອດເງິນລົງທຶນປະມານ 3,7 ຕື້ໂດລາ ສະຫະລັດ. 


 


ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ທ່ານ ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີແຫ່ງ ສປປ ລາວ
ທຳການພົບປະວົງແຄບ. ພາບ: ຖົ໋ງເຍີດ/VNA




ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພົບປະເຈລະຈາກັບ
ທ່ານ ທອງລຸນ ສີສຸລິດ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ.
ພາບ: ຖົ໋ງເຍີດ/VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ທ່ານ ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີແຫ່ງ ສປປ ລາວ
ຮ່ວມກັນເປັນສັກຂີພິຍານ ການລົງນາມເອກະສານສຳຄັນສະບັບຕ່າງໆ
ວ່າດ້ວຍການຮ່ວມມືລະຫວ່າງ ສອງ ປະເທດ. ພາບ: ຖົ໋ງເຍີດ/
VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ມອບປື້ມວັດຈະນານຸກົມຫວຽດ-ລາວ
ແລະ ລາວ-ຫວຽດ ໃຫ້ແກ່ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ.
ພາບ: ຖົ໋ງເຍີດ/VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ທ່ານ ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເປັນປະທານຮ່ວມ ໃນພິທີເປີດ
ປີ ສາມັກຄີມິດຕະພາບລາວ-ຫວຽດນາມ; ຫວຽດນາມ-ລາວ ປີ 2017.
ພາບ: ຖົ໋ງເຍີດ/VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ທ່ານ ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ແຫ່ງສປປ ລາວ ຕັດແຖບຜ້າ ສະຫຼອງຜົນສຳເລັດການກໍ່ສ້າງ
ໂຄງແຮມ
Crowne Plaza Vientiane. ພາບ: ຖົ໋ງເຍີດ/VNA

 


ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ເຂົ້າຢ້ຽມ ຂ່ຳນັບທ່ານ ບຸນຍັງ ວໍລະຈິດ
ເລຂາທິການໃຫຍ່, ປະ ທານປະເທດແຫ່ງ ສປປ ລາວ
. ພາບ: ຖົ໋ງເຍີດ/VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພົບປະແລກປ່ຽນຄຳຄິດຄຳເຫັນ
ກັບທ່ານນາງ ປານີ ຢາທໍ່ຕູ້ ປະ ທານສະພາແຫ່ງຊາດລາວ
. ພາບ: ຖົ໋ງເຍີດ/VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພົບປະກັບທ່ານ ພັນຄຳ ວິພາວັນ
ຜູ້ປະຈຳການຄະນະເລຂາທິ ການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ.
ພາບ: ຖົ໋ງເຍີດ/VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພົບປະກັບທ່ານ ວິໄລວົງ ບຸດດາຄຳ
ກຳມະການກົມການເມືອງ, ປະທານສະມາຄົມມິດຕະພາບ ລາວ-ຫວຽດ.
ພາບ: ຖົ໋ງເຍີດ/
VNA

 
 

ປະຕິບັດໂດຍ: VNA/VNP
 

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top