• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຫວຽດນາມ ຊຸກຍູ້ການພົວພັນຮ່ວມມືຮອບດ້ານກັບ ສ ລັດເຊຍ ແລະ ສ ເບລາຣຸດ

ທ່ານ ເຈິ່ນດ້າຍກວາງ, ປະທານປະເທດແຫ່ງ ສສ ຫວຽດນາມ ຫາກໍສິ້ນສຸດການຢ້ຽມຢາມ ປະເທດ ສະຫະພັນ ລັດເຊຍ ແລະ ສາທາລະນະລັດ ເບລາຣຸດ ຢ່າງເປັນທາງການ ລະຫວ່າງວັນທີ 26 ມິຖຸນາ - 1 ກໍລະກົດ 2017. ການຢ້ຽມຢາມ ໄດ້ປະກອບສ່ວນ ປັບປຸງ ແລະ ເພີ່ມທະວີ ການພົວພັນ ກັບບັນດາປະເທດເພື່ອນມິດເກົ່າ, ສ້າງພະລັງແຮງ ຊຸກຍູ້ ການຮ່ວມມື ບົນຫຼາຍຂົງເຂດ. ທີ່ການຢ້ຽມຢາມ, ບັນດາທ່ານຜູ້ນຳ ລັດເຊຍ ແລະ ເບລາຣຸດ ຕ່າງກໍຢືນຢັນວ່າ ຍາມໃດກໍຖືຫວຽດນາມ ເປັນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດ ແລະ ສຳຄັນຢູ່ພາກພື້ນ. 
ຫວຽດນາມ-ເບລາຣຸດ ຊຸກຍູ້ການຮ່ວມມື ບົນຫຼາຍຂົງເຂດ

ໃນກອບການຢ້ຽມຢາມ ສາທາລະນະລັດ ເບລາຣຸດ ຢ່າງ ເປັນທາງການ ລະຫວ່າງວັນທີ 26-28 ມິຖຸນາ, ທ່ານ ເຈິ່ນ ດ້າຍກວາງ, ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ ມີ ການພົບປະກັບ ປະທານາທິບໍດີ Alexander Lukashen ko, ພົບປະແລກປ່ຽນຄຳຄິດຄຳເຫັນ ກັບທ່ານ V. Andrei chenko, ປະທານສະພາຕ່ຳ ແຫ່ງ ເບລາຣຸດ, ທ່ານ Andrei Kobyakov ນາຍົກລັດຖະມົນຕີ ແຫ່ງສ ເບລາຣຸດ.

ທ່ານ ປະທານາທິບໍດີ Alexander Lukashenko ໄດ້ ຕີລາ ຄາສູງ ບັນດາຜົນສຳເລັດອັນໃຫຍ່ຫຼວງ ທີ່ຫວຽດນາມ ບັນລຸ ໄດ້ ແລະ ຢືນຢັນວ່າ ຍາມໃດ ເບລາຣຸດ ກໍຖື ຫວຽດນາມ ເປັນ ໜຶ່ງໃນບັນດາ ບຸລິມະສິດ ການຕ່າງປະເທດ ທີ່ສຳຄັນ ຂອງ ເບລາຣຸດ ຢູ່ພາກພື້ນອາຊີ.


ປະທານາທິບໍດີ ສ.ເບລາຣຸດ Alexander Lukashenko ຕ້ອນຮັບທ່ານ ເຈິ່ນດ້າຍກວາງ ປະທານປະເທດ
ແຫ່ງ ສສ ຫວຽດນາມ ທີ່ຫໍເອກະລາດ ຢູ່ນະຄອນຫຼວງ ມິສ. ພາບ: ຍານຊ໋າງ/VNA

 

ທ່ານ ເຈິ່ນດ້າຍກວາງ ປະທານປະເທດ ແຫ່ງ ສສ ຫວຽດ ນາມ ທຳການພົບປະເຈລະຈາ ກັບປະທານາທິບໍດີ
ສ.ເບລາ ຣຸດ ທ່ານ Alexander Lukashenko. ພາບ: ຍານຊ໋າງ/VNA



ທ່ານ ເຈິ່ນດ້າຍກວາງ ປະທານປະ ເທດແຫ່ງສສ ຫວຽດນາມ ແລະ ປະທານາທິບໍດີ Alexander Lukashenko ລົງນາມ ໃນຖະແຫຼງການຮ່ວມ
ກ່ຽວກັບການພັດທະນາຮອບດ້ານ ແລະ ເລິກເຊິ່ງ ລະຫວ່າງປະເທດ ສສ ຫວຽດ ນາມ ແລະ ສ.ເບລາຣຸດ. ພາບ: ຍານຊ໋າງ/VNA 



ທ່ານ ເຈິ່ນດ້າຍກວາງ ປະທານປະ ເທດແຫ່ງສສ ຫວຽດນາມ ແລະ ປະທານາທິບໍດີ Alexander Lukashenko ເຂົ້າ ຮ່ວມ ແລະ ກ່າວປາໄສ
ທີ່ກອງປະຊຸມສົນທະນາ ເສດຖະກິດ ຫວຽດ ນາມ-ເບລາຣຸດ. ພາບ: ຍານຊ໋າງ/VNA



ທ່ານ ເຈິ່ນດ້າຍກວາງ ປະທານປະ ເທດແຫ່ງສສ ຫວຽດນາມ ພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານ Andrei Kobyakov
ນາຍົກລັດຖະມົນຕີ ແຫ່ງສ ເບລາຣຸດ. ພາບ: ຍານຊ໋າງ/VNA



ທ່ານ ເຈິ່ນດ້າຍກວາງ ປະທານປະເທດແຫ່ງສສ ຫວຽດນາມ ແລກ ປ່ຽນຄຳຄິດຄຳເຫັນກັບທ່ານ V. Andreichenko,
ປະ ທານ ສະພາຕ່ຳແຫ່ງຊາດ ເບລາ ຣຸດ. ພາບ: ຍານຊ໋າງ/VNA

ສອງຝ່າຍໄດ້ພິຈາລະນາ ແລະ ເປັນເອກະສັນກັນ ໃນຫຼາຍ ມາດ ຕະການທີ່ລະອຽດ ແນໃສ່ນຳການຮ່ວມມື ດ້ານເສຖະ ກິດ, ການຄ້າ ແລະ ການລົງທຶນ ຂະຫຍາຍຕົວຍິ່ງຂຶ້ນ, ຊຶ່ງ ກ່ອນ ອື່ນໝົດແມ່ນ ປະສານສົມທົບ ຜັນຂະຫຍາຍ ຢ່າງມີ ປະສິດ ທິຜົນ ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະ ຫະພັນເສດຖະກິດອາຊີ-ເອີຣົບ ແລະ ອະນຸສັນຍາ ແຫ່ງການ ເຈລະຈາເບື້ອງຕົ້ນ ວ່າດ້ວຍ ຊ່ວຍໜູນການຜະ ລິດ ພາຫະ ນະຂົນສົ່ງ ເຄື່ອງຈັກ ຢູ່ຫວຽດນາມ ແນໃສ່ສ້າງ ບາດກ້າວກະ ໂດດຂັ້ນ ໃນການຮ່ວມມື ເສດຖະກິດ-ການ ຄ້າລະຫວ່າງ ສອງປະເທດ; ສູ້ຊົນຍົກວົງເງິນການ ຄ້າສອງ ຝ່າຍ ຂຶ້ນເຖິງ 500 ລ້ານ ໂດລາສະຫະລັດ ໃນສອງ ປີຕໍ່ໜ້າ. ພ້ອມກັນນັ້ນ ຄົ້ນຄວ້າ ເປີດກວ້າງ ການຮ່ວມມື ໃນ ຂົງເຂດ ກະສິກຳ ທີ່ ສອງປະເທດມີທ່າແຮງບົ່ມຊ້ອນຢ່າງຫຼວງຫຼາຍ.

ສອງຝ່າຍໄດ້ເປັນເອກະພາບ ໃນການສືບຕໍ່ ຜັນຂະຫຍາຍ ປະຕິບັດເປັນຢ່າງດີ ໂຄງການຮ່ວມມື ລະຫວ່າງ ຫວຽດນາມ ແລະ ເບລາຣຸດ ໃນຂົງເຂດຕ່າງໆ ເຊັ່ນ: ເສດຖະກິດ, ວິທະ ຍາສາດ, ການສຶກສາ ແລະ ວັດທະນະທຳ ໃນໄລຍະແຕ່ປີ 2016-2018; ສືບຕໍ່ຜັນຂະຫຍາຍຍ່າງມີປະສິດທິຜົນຂອງ ການຮ່ວມມື ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ...

ກ່ຽວກັບບັນຫາທະເລຕາເວັນອອກ, ປະທານາທິບໍດີ ເບລາ ຣຸດ ໄດ້ຢືນຢັນ ຈະສະໜັບສະໜູນ ຫຼັກໝັ້ນ ຂອງ ຫວຽດ ນາມ ໃນການແກ້ໄຂ ບັນດາຂໍ້ພິພາດ ອານາເຂດ, ໃນນັ້ນ ມີ ຂໍ້ພິພາດ ຢູ່ທະເລຕາເວັນອອກ ໂດຍສັນຕິວິທີ,  ບໍ່ ນຳໃຊ້ ກຳລັງອາວຸດ ຫຼື ນາບຂູ່ການນຳໃຊ້ກຳລັງອາວຸດ ໂດຍມີ ການເຂົ້າຮ່ວມ ຂອງ ທຸກຝ່າຍທີ່ກ່ຽວຂ້ອງ ແລະ ຊົມເຊີຍ ຄວາມພະຍາຍາມ ແນໃສ່ບັນລຸໄດ້ ກຳນົດກົດລະບຽບ ແລະ ການປະພຶດຂອງຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (COC).

 

ວົງເງິນການຄ້າສອງຝ່າຍ ຫວຽດນາມ-ເບລາຣຸດ ປີ 2016 ບັນລຸ 94,5 ລ້ານໂດລາສະຫະລັດ; ສະເພາະ ໄຕມາດ 1/2017 ບັນລຸ 37,7 ລ້ານໂດລາສະຫະລັດ. ຫວຽດນາມ ສົ່ງອອກສິນຄ້າໄປຍັງ ເບລາຣຸດ ຕົ້ນຕໍ ແມ່ນບັນດາຜະລິດ ຕະພັນ ສິນໃນນ້ຳ, ເຄື່ອງ ຟໍນີເຈີ, ຕັດຫຍິບ, ເກີບ, ເຂົ້າ ສານ, ຢາງພາລາ, ໝາກມ່ວງຫິມະພານ, ຖົ່ວດິນ, ພິກໄທ, ຊາ, ຜັກ ແລະ ປອງໝາກໄມ້, ຢາປົວພະຍາດ, ຄອມພີວ... ຫວຽດນາມ ນຳເຂົ້າ ຈາກ ເບລາຣຸດ ບັນດາ ປະເພດສິນຄ້າ ເຊັ່ນ: ຝຸ່ນ, ເຄື່ອງຈັກ, ອຸປະກອນ, ສິ້ນສ່ວນລົດຍົນ, ລົດ ໄຖ, ລົດຂົນສົ່ງ, ທາດເຄມີ ແລະ ອື່ນ...

 

ຫວຽດນາມ ແລະ ລັດເຊຍ ເພີ່ມທະວີການພົວພັນ ຄູ່ຮ່ວມ ມືຍຸດທະສາດຮອບດ້ານ

ໃນກອບການຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງ ການລະຫວ່າງ ວັນທີ 28 ມິຖຸນາ - 1 ກໍລະກົດ 2017 ທ່ານ ເຈິ່ນ ດ້າຍກວາງ ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ມີ ການພົບ ປະໃນວົງແຄບ ກັບປະທານາທິບໍດີ ລັດເຊຍ Vladimir Putin, ພົບປະແລກປ່ຽຄຳຄິດຄຳເຫັນ ກັບ ທ່ານ Dmitry Medvedev, ນາຍົກລັດຖະມົນຕີ ແຫ່ງ ສ.ລັດເຊຍ, ທ່ານ V. Matvienko, ປະທານສະພາແຫ່ງ ສ.ລັດເຊຍ ແລະ ທ່ານ V. Volodin, ປະ ທານສະພາ ດູມາ ແຫ່ງຊາດ ສ.ລັດເຊຍ.

ຕ້ອນຮັບ ແລະ ເຈລະຈາກກັບທ່ານ ເຈິ່ນດ້າຍກວາງ ປະ ທານປະເທດແຫ່ງ ສສ ຫວຽດນາມ, ປະທານາທິບໍດີ  ສ.ລັດເຊຍ Vladimir Putin ຢືນຢັນວ່າ: ລັດເຊຍ ຍາມໃດກໍຖື ຫວຽດນາມ ເປັນໜຶ່ງໃນບັນດາຄູ່ຮ່ວມມື ບຸລິມະສິດຂອງ ລັດເຊຍ ຢູ່ ພາກພື້ນ ອາຊີ-ປາຊີຟິກ; ເຊື່ອໝັ້ນ ການຢ້ຽມຢາມຄັ້ງນີ້ ຈະສ້າງພະລັງແຮງໃຫມ່ ໃຫ້ແກ່ການພັດທະນາ ຂອງການພົວພັນ ສອງປະເທດໃນ ຕໍ່ໜ້າ.

ປະທານາທິບໍດີ ສ. ລັດເຊຍ V. Putin  ຕ້ອນຮັບ ທ່ານ ເຈິ່ນດ້າຍ ກວາງ ປະທານປະ ເທດແຫ່ງສສ ຫວຽດ ນາມ ທີ່ວັງ ແກຣມລີນ, ນະຄອນຫຼວງ ມົສກູ. ພາບ:  ຍານຊ໋າງ/VNA


ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານ ເຈິ່ນດ້າຍ ກວາງ ປະທານ ປະເທດແຫ່ງສສ ຫວຽດນາມ
ໄດ້ທຳການພົບປະ  ເຈລະ ຈາວົງແຄບກັບ ປະທານາທິບໍດີ V. Putin. ພາບ:  ຍານຊ໋າງ/VNA



ທ່ານ ເຈິ່ນດ້າຍກວາງ ປະທານປະ ເທດແຫ່ງສສ ຫວຽດນາມ ແລະ ປະທານາທິບໍດີ ສ. ລັດເຊຍ V. Putin ເປັນສັກຂີພິຍານ ໃນພິທີລົງນາມຂໍ້ຕົກລົງວ່າດ້ວຍການຮ່ວມມື
ລະຫວ່າງ ສຳນັກ ຂ່າວສານຫວຽດນາມ  ແລະ ກຸ່ມບໍລິ ສັດສື່ສານ Sputnik ຂອງ ລັດເຊຍ. ພາບ:  ຍານຊ໋າງ/VNA



ທ່ານ ເຈິ່ນດ້າຍກວາງ ປະທານປະ ເທດແຫ່ງສສ ຫວຽດນາມ ທຳ ການພົບປະແລກປ່ຽນຄຳຄິດຄຳເຫັນ ກັບທ່ານ D. Medvedev,
ນາຍົກລັດຖະມົນຕີ ແຫ່ງ ສ.ລັດເຊຍ. ພາບ: ຍານຊ໋າງ/VNA


ທ່ານ ເຈິ່ນດ້າຍກວາງ ປະທານປະເທດແຫ່ງສສ ຫວຽດນາມ ພົບປະແລກປ່ຽນຄຳຄິດຄຳເຫັນກັບ ທ່ານ V. Matvienko,
ປະທານສະພາແຫ່ງ ສ.ລັດເຊຍ. ພາບ: ຍານຊ໋າງ/VNA

 

ທ່ານ ເຈິ່ນ ດ້າຍ ກວາງ ປະທານປະ ເທດແຫ່ງສສ ຫວຽດນາມ ໄດ້ທຳການພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານ V. Volodin,
ປະທານສະພາ ດູມາ ແຫ່ງຊາດ ສ.ລັດເຊຍ. ພາບ: ຍານຊ໋າງ/VNA

 

ທ່ານ ເຈິ່ນ ດ້າຍກວາງ ປະທານປະເທດແຫ່ງສສ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສ ໃນພິທີໄຂກອງປະຊຸມສົນທະນາ ເສດຖະກິດສສ ຫວຽດນາມ- ສ.ລັດເຊຍ. ພາບ: ຍານຊ໋າງ/VNA

ສອງຝ່າຍໄດ້ເປັນເອກະພາບກັນ ຮ່ວມມືຢ່າງແໜ້ນແຟ້ນ, ຜັນຂະຫຍາຍຢ່າງມີປະສິດທິຜົນ ສັນຍາການຄ້າເສລີ ຫວຽດນາມ-ສະຫະພັນເສດຖະກິດອາຊີ-ເອີຣົບ ທີ່ໄດ້ມີ ຜົນ ສັກສິດ ໃນເດືອນຕຸລາ 2016 ແນໃສ່ຍາດແຍ່ງເອົາ ທ່າໄດ້ ປຽບ ທີ່ສັນຍາດັ່ງກ່າວ ນຳມາໃຫ້ເພື່ອເປີດ ກວ້າງການຮ່ວມ ມືເສດຖະກິດ-ການຄ້າ, ການລົງທຶນ; ເພີ່ມທະວີການເຄື່ອນ ໄຫວ ຊຸກຍູ້ການຄ້າ; ສູ້ຊົນບັນລຸຈຸດໝາຍ ຍົກວົງເງິນການ ຄ້າຂຶ້ນ 10 ຕື້ ໂດລາສະຫະລັດ ໃນປີ 2020.

ສອງຝ່າຍໄດ້ເປັນເອກະສັນກັນ ຕັ້ງໜ້າຜັນຂະຫຍາຍ ປະ ສິດທິຜົນ ບັນດາໂຄງການລົງທຶນບຸລິມະສິດທີ່ ສອງປະເທດ ໄດ້ເຊັ່ນ: ນ້ຳມັນອາຍແກັສ, ຜະລິດນົມ, ປະກອບ, ຜະລິດ ລົດຍົນ ແລະ ອື່ນໆ... ພ້ອມກັນນັ້ນ ຄົ້ນຄວ້າ ບັນດາໂຄງ ການຮ່ວມມືໃໝ່ ກ່ຽວກັບພະລັງງານ, ພື້ນຖານໂຄງລ່າງ, ພິ ຈາລະນາ ຄວາມອາດສາມາດການຮ່ວມມື ໃນຂົງເຂດນຳ ໃຊ້ພະລັງງານ ນິວເຄຼຍ ເພື່ອ ສັນຕິພາບ.

ສອງຝ່າຍຢືນຢັນ ສືບຕໍ່ການຮ່ວມມືຢ່າງແໜ້ນແຟ້ນ ແລະ ມີ ປະສິດທິຜົນ ໃນຂົງເຂດ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ພິເສດ ແມ່ນ ກ່ຽວກັບເຕັກນິກ ການທະຫານ; ເປັນ ເອກະສັນກັນ ເປີດກວ້າງ ການຮ່ວມມື ໃນບັນດາຂົງເຂດ ທີ່ມີຄວາມບົ່ມຊ້ອນຫຼາຍຢ່າງເຊັ່ນ: ວິທະຍາສາດ-ເຕັກໂນ ໂລຊີ, ການສຶກສາ-ກໍ່ສ້າງ, ວັດທະນະທຳ, ການທ່ອງທ່ຽວ, ແຮງງານ, ການຮ່ວມມື ລະຫວ່າງທ້ອງຖິ່ນ ແລະ ອື່ນໆ.

ແລກປ່ຽນກ່ຽວກັບ ການຜັນແປຢ່າງສັບສົນທີ່ເກີດຂຶ້ນ ໃນ ມໍ່ໆນີ້ ຢູ່ທະເລຕາເວັນອອກ, ຜູ້ນຳທັງສອງ ໄດ້ເປັນ ເອກະ ພາບກັນວ່າ ບັນດາຂໍ້ພິພາດຊາຍແດນ, ອານາເຂດ, ໃນນັ້ນ ມີຂໍ້ພິພາດ ຢູ່ທະເລຕາເວັນອອກ ຈະຕ້ອງໄດ້ຮັບການແກ້ໄຂ ໂດຍສັນຕິວິທີ, ບໍ່ນຳໃຊ້ ກຳລັງອາວຸດ ຫຼື ນາບຂູ່ ການນຳ ໃຊ້ ກຳລັງອາວຸດ, ບົນພື້ນຖານເຄົາລົບ ກົດໝາຍ, ຊຶ່ງກ່ອນ ອື່ນໝົດ ແມ່ນສົນທິສັນຍາ ຂອງ ສະຫະປະຊາຊາດວ່າ ດ້ວຍກົດໝາຍທະເລປີ 1982 (UNCLOS), ຜັນ ຂະຫຍາຍ ຢ່າງຄົບຖ້ວນ ແລະ ມີປະສິດທິຜົນຖະແຫຼງການ ວ່າດ້ວຍ ການປະພຶດ ຂອງ ຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (DOC) ແລະ ມຸ່ງສູ່ ການສ້າງ ກົດລະບຽບ ຕໍ່ການປະພຶດ ຢູ່ທະເລຕາ ເວັນອອກ (COC) ໂດຍໄວ.


ວົງເງິນການຄ້າສອງຝ່າຍ ຫວຽດນາມ-ລັດເຊຍ ບັນລຸ 2,7 ຕື້ ໂດລາສະຫະລັດ ໃນ ປີ 2016 ແລະ 1,37 ຕື້ ໂດລາສະຫະ ລັດ ໃນ 5 ເດືອນ ຕົ້ນປີ 2017. ປະຈຸບັນ, ລັດເຊຍ ຢູ່ອັນ ດັບ ທີ 23/116 ປະເທດ ແລະ ເຂດແຄ້ວນ ທີ່ມີການລົງທຶນ ສູ່ ຫວຽດນາມ ມີ 118 ໂຄງການ ແລະ ຍອດເງິນລົງທຶນ ຈົດ ທະບຽນ 1,1 ຕື້ ໂດລາສະຫະລັດ, ສ່ວນຫຼາຍໃນຂົງເຂດພະ ລັງງານ, ຂຸດຄົ້ນບໍ່ແຮ່, ອຸດສາຫະກຳປຸງແຕ່ງ, ປະດິດສ້າງ, ທະນາຄານ ແລະ ອື່ນໆ... ໃນໄລຍະຫຼັງໆ ມານີ້, ການລົງ ທຶນ ຂອງຫວຽດນາມ ຢູ່ລັດເຊຍ ໄດ້ເພີ່ມຂຶ້ນ ຢ່າງໄວ, ປະ ມານ ກວ່າ 100 ລ້ານ ໂດລາ ສະຫະລັດ ປີ 2008, ມາ ຮອດປັດຈຸບັນ ມີ 18 ໂຄງການ ລົງທຶນຢູ່ລັດເຊຍ ກັບ ຍອດ ເງິນລົງທຶນກວມ 2,4 ຕື້ ໂດລາ ສະຫະລັດ, ສ່ວນຫຼາຍ ໃນ ຂົງເຂດ ນ້ຳມັນອາຍແກັສ, ການຄ້າ, ກະສິກຳ ແລະ ອື່ນໆ.


ປະຕິບັດໂດຍ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top