• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຫວຽດນາມ - ຈີນ ໃຫ້ຄຳໝັ້ນສັນຍາໃນການຄວບຄຸມ ຄວາມບໍ່ລົງລອຍກັນທາງທະເລ

ບົນຈິດໃຈການແລກປ່ຽນຢ່າງກົງໄປກົງມາ, ຈິງໃຈ ແລະ ເປີດ ເຜີຍ, ສສ ຫວຽດນາມ ແລະ ສປ ຈີນ ໄດ້ພ້ອມກັນ ໃຫ້ຄຳໝັ້ນສັນ ຍາ ໃນການຄວບຄຸມຄວາມບໍ່ລົງລອຍກັນທາງທະເລ, ທັງນີ້ ເພື່ອຮັກສາສັນຕິພາບ, ສະຖຽນລະພາບ ຢູ່ທະເລຕາເວັນອອກ, ຍົກສູງການຮ່ວມມືດ້ານເສຖະກິດ ແລະ ຂົງເຂດຕ່າງໆ ເພື່ອ ສ້າງພື້ນຖານທີ່ໝັ້ນຄົງ ໃຫ້ແກ່ການ ພັດທະນາຄວາມສຳພັນ ລະ ຫວ່າງ ສອງປະເທດ... ນີ້ແມ່ນບັນຫາພົ້ນເດັ່ນໃນ ການຢ້ຽມ ຢາມ ສປ ຈີນ ຢ່າງເປັນທາງການ ຂອງ ສະຫາຍເລຂາທິການ ໃຫຍ່ ຫງວຽນຝູ໋ຈ້ອງ ໃນລະຫວ່າງວັນທີ 12-15 ມັງກອນ 2017. 
ມີຫຼາຍບັນຫາທີ່ພົ້ນເດັ່ນໃນການຢ້ຽມຢາມ ສປ ຈີນ ຄັ້ງນີ້ ຂອງ ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ຄື: ພິທີຕ້ອນຮັບ ໄດ້ຈັດ ຂຶ້ນຢ່າງສົມກຽດ ຕາມພິທີການຕ້ອນຮັບ ສູງສຸດທີ່ສະຫງວນ ໃຫ້ ແກ່ປະມຸກລັດ ແຫ່ງຊາດ; ສະຫາຍ ເລຂາທິ ການໃຫຍ່ ໄດ້ຮັບການ ຕ້ອນຮັບໃນບັນຍາກາດຢ່າງ ສະຫງ່າຜ່າເຜີຍ ດ້ວຍການຍິງ ປືນ ໃຫຍ່ 21 ລູກ; ເທື່ອ ທຳອິດໄດ້ຈັດການ ພົບປະເຈລະຈາ, ພົບປະ ແລກປ່ຽນຄວາມຄິດຄວາມເຫັນ ກັບ 5/7 ສະຫາຍກຳມະການ ຄະນະປະຈຳກົມການເມືອງສູນກາງ ພັກກອມມູນິດຈີນ; ການ ພົບປະເຈ ລະຈາກັບ ສະຫາຍເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນ ຜິງ ໄດ້ດຳເນີນໄປເຖິງ 80 ນາທີ (ຫຼາຍກວ່າ 30 ນາທີເມື່ອທຽບກັບແຜນການ) ດ້ວຍເນື້ອໃນສຸດທີ່ອຸດົມສົມບູນ, ແທດເໝາະກັບຄວາມເປັນຈິງ; ສະຫາຍເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ໄດ້ເປັນປະທານໃນງານລ້ຽງນ້ຳຊາ ເພື່ອຄຳນັບຮັບ ຕ້ອນ ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ສປ. ຈີນ ສີຈິ້ນຜິງ
ຕ້ອນຮັບສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ. ພາບ: ຈີ໋ຢຸງ/
VNA



ພິທີຕ້ອນຮັບສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄດ້ ຈັດຂຶ້ນ
ຢ່າງສົມກຽດທີ່ຫໍປະຊຸມໃຫຍ່ ມະຫາສະພາປະຊາຊົນຢູ່ນະຄອນ ຫຼວງ ປັກກິ່ງ. ພາບ: ຈີ໋ຢຸງ/
VNA



ບັນດານ້ອງນ້ອຍເຍົາວະຊົນນະຄອນຫຼວງ ປັກກິ່ງ ສະແດງຄວາມ
ຄຳນັບຮັບຕ້ອນຕໍ່ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ. ພາບ: ຈີ໋ຢຸງ/
VNA



ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ພົບປະເຈລະຈາກັບ ສະຫາຍເລຂາທິການໃຫຍ່,
ປະທານປະເທດ ສປ. ຈີນ ສີຈິ້ນຜິງ. 
ພາບ: ຈີ໋ຢຸງ/VNA



ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ສະຫາຍ ເລຂາທິ ການໃຫຍ່, ປະທານປະເທດ ສປ. ຈີນ ສີຈິ້ນຜິງ
ເປັນສັກຂີພິຍານ ພິທີລົງນາມເອກະສານຫຼາຍສະບັບວ່າດ້ວຍ ການຮ່ວມມືລະຫວ່າງ ສອງປະເທດ. ພາບ:
VNA



ສະຫາຍເລຂາທິການໃຫຍ່, ປະທານປະເທດ ສປ. ຈີນ ສີຈິ້ນຜິງ
ແນະນຳວິທີຊົງນ້ຳຊາຂອງຄົນ ຈີນ ກັບ ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ. ພາບ: ຈີ໋ຢຸງ/
VNA



ສະຫາຍເລຂາທິການໃຫຍ່, ປະທານປະເທດ ສປ. ຈີນ ສີຈິ້ນຜິງ ເປັນປະທານໃນງານລ້ຽງນ້ຳຊາ
ເພື່ອຄຳນັບຮັບຕ້ອນ ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ. ພາບ: ຈີ໋ຢຸງ/VNA

ໃນການຢ້ຽມຢາມ, ການນຳສູງສຸດຂອງສອງພັກ, ສອງປະເທດໄດ້ເຫັນພ້ອມກັນໃນຫຼາຍບັນຫາທີ່ສຳຄັນກ່ຽວກັບສາຍພົວພັນລະ ຫວ່າງສອງພັກ, ສອງປະເທດ, ກ່ຽວກັບການຮ່ວມມືລະຫວ່າງ ສສ ຫວຽດນາມ ແລະ ສປ ຈີນ ໃນປະຈຸບັນ ແລະ ເປັນເອກະພາບຕໍ່ທິດທາງໃນການເພີ່ມທະວີຄວາມເຊື່ອໝັ້ນທາງດ້ານ ການເມືອງ, ເສີມຂະຫຍາຍມິດຕະພາບ, ຊຸກຍູ້ການຮ່ວມມື; ປົກປັກຮັກສາ ສັນ ຕິພາບ, ມິດຕະພາບ ແລະ ການພັດທະນາທີ່ໝັ້ນຄົງລະຫວ່າງສອງ ປະເທດ.
 
ສອງຝ່າຍໄດ້ອອກຖະແຫຼງການຮ່ວມ ມີທັງໝົດ 10 ຂໍ້, ໃນນັ້ນ ໄດ້ ເນັ້ນໜັກເຖິງ ການເພີ່ມທະວີ ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ການຮ່ວມມື, ການຢ້ຽມຢາມລະຫວ່າງສອງພັກ, ຊຸກຍູ້ການເຊື່ອມ ຕໍ່ຍຸດທະສາດ, ການເຊື່ອມຕໍ່ດ້ານການຜະລິດ, ຊຸກຍູ້ການຄ້າ, ການ ລົງທຶນ, ຊຸກຍູ້ການຮ່ວມມືດ້ານ ປ້ອງກັນຊາດ, ປ້ອງກັນຄວາມສະ ຫງົບ, ເພີ່ມທະວີການພົບປະລະ ຫວ່າງປະຊາຊົນສອງປະເທດ, ປັບ ປຸງພື້ນຖານທາງສັງຄົມ... ສອງ ຝ່າຍໄດ້ລົງນາມໃນເອກະສານ ທີ່ ສຳຄັນ 15 ສະບັບ ເພື່ອ ຊຸກຍູ້ ການຮ່ວມມືໃນຫຼາຍຂົງເຂດ. ພ້ອມ ນີ້ ວິສາຫະກິດຫຼາຍແຫ່ງ ຂອງ ສອງ ປະເທດ ກໍ່ໄດ້ເຊັນສັນຍາການ ຮ່ວມມື ດ້ານເສດຖະກິດທີ່ ສຳຄັນຫຼາຍສະບັບ. 

ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ພົບປະແລກປ່ຽນຄວາມ
ຄິດຄວາມເຫັນກັບ ນາຍົກລັດຖະມົນຕີ ສປ ຈີນ ຫຼີເຄີຊຽງ. ພາບ: ຈີ໋ຢຸງ/
VNA



ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ພົບປະແລກປ່ຽນຄວາມ ຄິດຄວາມເຫັນກັບທ່ານ ຈາງເຕີ໋ຈຽງ,
ກຳມະການ ຄະນະປະຈຳກົມ ການເມືອງ, ກຳມະການຫົວໜ້າຄະນະກຳມະການປະຈຳ
ກອງປະຊຸມໃຫຍ່ ຜູ້ແທນປະຊາຊົນທົ່ວປະເທດ ຈີນ (ປະທານສະພາ ແຫ່ງຊາດ). ພາບ: ຈີ໋ຢຸງ/
VNA



ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ພົບປະແລກປ່ຽນຄວາມ ຄິດຄວາມເຫັນກັບ ທ່ານ ອີເຈິ້ງເຊີງ,
ປະທານສະພາ ປຶກສາການ ເມືອງ ປະຊາຊົນແຫ່ງຊາດ ຈີນ. ພາບ: ຈີ໋ຢຸງ/
VNA



ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ພົບປະແລກປ່ຽນຄວາມ ຄິດຄວາມເຫັນກັບ
ເລ​ຂາ​ຄະ​ນະ​ກຳ​ມະ​ການກວດ​ກາ​​ປະ​ຕິ​ບັດ​ວິ​ໄນ​ສູ​ນ​ກາງ​ພັກ​ກອມ​ມູ​ນິດ ຈີນ ຫວ​າງ​ຈີຊານ. ພາບ: ຈີ໋ຢຸງ/VNA

 
ພິເສດ, ກ່ຽວກັບບັນຫາຢູ່ທະເລຕາເວັນອອກ, ຈາກການແລກ ປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ, ຈິງ​ໃຈ ແລະ ເປີດເຜີຍ, ສອງຝ່າຍໄດ້ ເປັນເອກະພາບ ທີ່ຈະແກ້ໄຂບັນດາຂໍ້ຂັດແຍ້ງດ້ວຍສັນຕິວິທີຕາມກົດໝາຍສາກົນ, ປະຕິບັດ “ຂໍ້ຕົກລົງວ່າດ້ວຍຫຼັກການ ພື້ນ ຖານຊີ້ນຳການແກ້ໄຂບັນຫາທາງທະເລ ຫວຽດນາມ-ຈີນ”, ປະ​ຕິ​ ບັດຖະ​ແຫຼງ​ການ​ວ່າ​ດ້ວຍການປະ​ພຶດ​ຂອງ​ຝ່າຍ​ຕ່າງໆ ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົ​ນ, ສ້າງ ປະມວນກົດລະບຽບການປະພຶດ ຂອງຝ່າຍຕ່າງໆ ຢູ່​ທະ​ເລ​ຕາ​ເວັນ​ອອກ (COC), ຄວບ​ຄຸມ​ຄວາມບໍ່​ລົງ​ລອຍ​ກັນ​ທາງ​ທະ​ເລ​ໃຫ້​ດີ, ບໍ່​ມີ​ການ​ເຄື່ອນໄຫວສ້າງ​ຄວາມ​ສັບ​ສົນ, ເປີດກວ້າງ​ການ​ຂັດ​ແຍ້ງ, ຮັກສາສັນຕິພາບ, ສະຖຽນລະພາບ ຢູ່ທະເລຕາເວັນ ອອກ. 

ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ພ້ອມກັບທ່ານ ອີເຈິ້ງ ເຊີງ, ປະທານສະພາ ປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ
ເຂົ້າຮ່ວມລາຍການ “ພົບປະສ້າງສັນເນື່ອງໃນໂອກາດສະເຫຼີມສະ ຫຼອງ 67 ປີ
ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຈີນ ແລະ ຕ້ອນຮັບປີໃໝ່ 2017”. ພາບ: ຈີ໋ຢຸງ/
VNA



ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ພົບປະກັບບັນດານັກ ທຸລະກິດ ຈີນ. ພາບ: ຈີ໋ຢຸງ/VNA


ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ຢ້ຽມຢາມຄຸ້ມເມືອງເກົ່າ ເຫີຟາງ  (He fang) ຢູ່ແຂວງ ເຈີ້ຈຽງ. ພາບ: ຈີ໋ຢຸງ/VNA


ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ມາຢ້ຽມຢາມ ແລະ ຊື້ ເຄື່ອງທີ່ລະນຶກຢູ່ຄຸ້ມເມືອງເກົ່າ ເຫີຟາງ. ພາບ: ຈີ໋ຢຸງ/VNA


ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ຢ້ຽມຢາມຄຸ້ມເມືອງ ເກົ່າ ເຫີຟາງ ແລະ ນັ່ງດື່ມນ້ຳຊາ ລອງຈິງ. ພາບ: ຈີ໋ຢຸງ/VNA


ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ຢ້ຽມຢາມກຸ່ມບໍລິສັດ ອວານຊືລີ (Wan Shi li)
ຢູ່ນະຄອນ ຫັງໂຈ, ແຂວງ ເຈີ້ຈຽງ. ພາບ: ຈີ໋ຢຸງ/VNA



ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ຢ້ຽມຢາມໜອງ ຊີຫູ   (Xi Hu) ນະຄອນ ຫັງໂຈ, ແຂວງ ເຈີ້ຈຽງ. ພາບ: ຈີ໋ຢຸງ/VNA
 
ການຢ້ຽມຢາມໄດ້ປະສົບຜົນສຳເລັດຢ່າງຈົບງາມ ຊຶ່ງເປັນການ ສະ ແດງໃຫ້ເຫັນວ່າ ສອງຝ່າຍ ມີຄວາມຫວັງອັນແຮງກ້າ ໃນການຕັດ ສິນໃຈ ເຮັດໃຫ້ການພົວພັນສອງຝ່າຍສືບຕໍ່ພັດທະນາຂຶ້ນຢ່າງປອດ ໃສ, ໝັ້ນຄົງ,​ ນັບມື້ນັບດີຂຶ້ນໃນໄລຍະຈະມາເຖິງ.

ໃນຂອບເຂດການເຄື່ອນໄຫວຢ້ຽມຢາມ ສປຈີນ ຂອງຄະນະຜູ້ແທນ ຂັ້ນສູງ ສສ ຫວຽດນາມ,
ຫົວໜ້າຄະນະໂຄສະນາສຶກສາ ສູນກາງ ຫວໍວັນເຖືອງ ໄດ້ມີການພົບປະ ແລະ ເຮັດວຽກກັບ
ທ່ານ ​ຫຼິວສີ​ປາວ
ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ
, ​ເລຂາທິການສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມສູນ​ກາງ​ພັກ​ກອມ​ມູນິດ​ຈີນ.
ພາບ: ຫວິງຮ່າ/VNA



ທ່ານ ໂງຊວນລິກ, ລັດຖະມົນຕີກະຊວງ ປ້ອງກັນປະເທດ ຫວຽດ ນາມ ພົບປະກັບທ່ານ ຈ໋າງວານກວ໋ານ,
ລັດຖະມົນຕີ ກະຊວງ ປ້ອງ ກັນປະເທດ ຈີນ. ພາບ: ຫວິງຮ່າ/
VNA



ທ່ານ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ  ພົບ ປະ ແລກ ປ່ຽນ ຄວາມຄິດຄວາມເຫັນ
ກັບທ່ານ ​ເຈິ໋ນກວັນ​ເຊິ​ງ, ລັດຖະ ມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ຈີນ. ພາບ: ເລືອງແອງຕວັນ/VNA

ປະຕິບັດໂດຍ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top