• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຫວຽດນາມ-ຈີນ ຊຸກຍູ້ການຮ່ວມມືເພື່ອສັນຕິພາບ ແລະ ການພັດທະນາ

ການຢ້ຽມຢາມທາງລັດຖະກິດເຖິງ ສປ ຈີນ ແລະ ເຂົ້າຮ່ວມເວທີປາ ໄສຂັ້ນສູງວ່າດ້ວຍການຮ່ວມມືສາກົນ “ຂອບອ້ອມ ແລະ ແລວທາງ” ແຕ່ວັນທີ 11-15 ພຶດສະພາຂອງທ່ານ ເຈິ່ນດ້າຍກວາງ, ປະ ທານປະເທດແຫ່ງ ສສ ຫວຽດນາມ ໄດ້ປະກອບສ່ວນ ຢ່າງຕັ້ງໜ້າ ເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະ ຫວ່າງ ສອງປະເທດ, ກໍ່ຄືຢືນຢັນຄວາມຫວັງດີ ແລະ ບົດບາດ ຂອງ ຫວຽດນາມ ໃນການເປີດກວ້າງການຮ່ວມມື ແລະ ເຊື່ອມຕໍ່ສາກົນ ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໂລກ.
ເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ແກ້ໄຂບັນດາຂໍ້ຂັດ ແຍ້ງດ້ວຍຄວາມຕັ້ງໝັ້ນ
ໃນການຢ້ຽມຢາມທາງລັດຖະກິດ ສປ ຈີນ, ທ່ານ ເຈິ່ນດ້າຍ ກວາງ, ປະທານປະເທດແຫ່ງ ສສ ຫວຽດນາມ ແລະ ບັນດາການ ນຳ ສປ ຈີນ ໄດ້ບັນລຸຄວາມຮັບຮູ້ທີ່ສຳຄັນກ່ຽວກັບແນວທາງ ແລະ ບັນດາວິທີແກ້ໄຂແນໃສ່ການເພີ່ມທະວີ ຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງ, ປັບປຸງການພົວພັນມິດຕະພາບ, ຊຸກຍູ້ ການຮ່ວມ ມື, ຮັກສາສັນຕິພາບ ແລະ ການພັດທະນາຢ່າງເຂັ້ມແຂງ, ໝັ້ນຄົງ ໃນການພົວພັນ ຂອງ ສອງປະເທດ.
 
ຕາມນັ້ນ, ສອງຝ່າຍໄດ້ສະຫງວນເວລາເພື່ອການແລກປ່ຽນ ຄວາມ ຄິດເຫັນ ແລະ ຕົກລົງກັນກ່ຽວກັບວິທີແກ້ໄຂຕົວຈິງ ເພື່ອຊຸກຍູ້ການ ຮ່ວມມືດ້ານເສດຖະກິດ ໃຫ້ຂະຫຍາຍຕົວຢ່າງເຂັ້ມແຂງ ແລະ ໝັ້ນ ຄົງ. ຝ່າຍ ຈີນ ຈະໃຫ້ບູລິມະສິດ ໃນການຕີລາຄາມາດຕະຖານ ຕໍ່ ນ້ຳນົມ ແລະ ບັນດາຜະລິດຕະພັນທີ່ຜະລິດ ຈາກນ້ຳນົມ ຂອງ ຫວຽດນາມ. ຊຸກຍູ້ການສ້າງລະບຽບການ ໃຫ້ສຳເລັດ ເພື່ອເປີດຕະ ຫຼາດ ໃຫ້ແກ່ປະເພດໝາກໄມ້, ດອກໄມ້ຈຳນວນໜຶ່ງຂອງ ຫວຽດ ນາມ, ສືບຕໍ່ຮ່ວມມືໃນດ້ານກະສິກຳ, ປ່າໄມ້, ສິນໃນນຳ້, ໃນນັ້ນ ມີເຂົ້າສານ ແລະ ມັນຕົ້ນ... ຫວຽດນາມ ສົ່ງເສີມວິສາຫະກິດ ຈີນ ຜັນຂະຫຍາຍ ບັນດາໂຄງການລົງ ທຶນດ້ວຍເຕັກໂນໂລຊີ ທັນສະໄໝ, ເປັນມິດຕໍ່ສິ່ງແວດລ້ອມ, ເໝາະສົມກັບຄວາມ ຕ້ອງການ ແລະ ຍຸດທະສາດ ພັດທະນາ ແບບຍືນຍົງ ຂອງ ຫວຽດນາມ.

ສອງຝ່າຍເຫັນດີເປັນເອກະພາບ ໃນການຍູ້ແຮງ ການຮ່ວມມືໃນ ບັນດາຂົງເຂດກະສິກຳ, ສິ່ງແວດລ້ອມ, ວິທະຍາສາດ, ເຕັກໂນໂລ ຊີ ແລະ ການຄົມມະນາຄົມ-ຂົນສົ່ງ; ປົກປ້ອງ ແລະ ນຳໃຊ້ແຫຼ່ງນ້ຳ ຜ່ານຊາຍແດນຢ່າງໝັ້ນຄົງ; ຄຸ້ມຄອງ, ຄວບຄຸມຄວາມປອດໄພ ດ້ານນິວເຄຼຍ.

ທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປ ຈີນ
ເປັນເຈົ້າພາບໃນພິທີຕ້ອນຮັບທ່ານ ເຈິ່ນດ້າຍກວາງ, ປະທານ ປະ ເທດແຫ່ງ ສສ ຫວຽດນາມ
ທີ່ຫໍສະພາປະຊາຊົນ ຢູ່ນະຄອນຫຼວງ ປັກກິ່ງ, ສປ ຈີນ.
ພາບ: ຍານຊ໋າງ/VNA



ທ່ານ ເຈິ່ນດ້າຍກວາງ, ປະທານປະເທດແຫ່ງ ສສ ຫວຽດນາມ ພົບ ປະເຈລະຈາກັບທ່ານ ສີຈິ້ນຜິງ,
ເລຂາທິການໃຫຍ່, ປະທານປະ ເທດ ແຫ່ງ ສປ ຈີນ. ພາບ: ຍານຊ໋າງ/VNA


ທ່ານ ເຈິ່ນດ້າຍກວາງ, ປະທານປະເທດແຫ່ງ ສສ ຫວຽດນາມ ແລະ ທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່,
ປະທານປະເທດແຫ່ງ  ສປ ຈີນ ເປັນສັກຂີພິຍານ ພິທີລົງນາມ ເອກະສານ
ວ່າດ້ວຍ ການຮ່ວມມື ລະ ຫວ່າງສອງປະເທດ 5 ສະບັບ.
ພາບ: ຍານຊ໋າງ/VNA


ທ່ານ ເຈິ່ນດ້າຍກວາງ, ປະທານປະເທດແຫ່ງ ສສ ຫວຽດນາມ
ພົບປະກັບທ່ານ ຫຼີເຄີຊຽງ, ນາຍົກລັດຖະມົນຕີແຫ່ງ ສປ ຈີນ.
ພາບ: ຍານຊ໋າງ/VNA



ທ່ານ ເຈິ່ນດ້າຍກວາງ, ປະທານປະເທດແຫ່ງ ສສ ຫວຽດນາມ  ພົບປະກັບ ທ່ານ ຈາງເຕີຈຽງ,
ກຳມະການຫົວໜ້າຄະນະກຳມະການປະຈຳກອງປະຊຸມໃຫຍ່
ຜູ້ແທນປະຊາຊົນທົ່ວປະເທດ ຈີນ.
ພາບ: ຍານຊ໋າງ/VNA



ທ່ານ ເຈິ່ນດ້າຍກວາງ, ປະທານປະເທດແຫ່ງ ສສ ຫວຽດນາມ  ພົບປະກັບທ່ານ ອີເຈິ້ງເຊີງ, 
ປະທານສະພາປຶກສາການເມືອງ ປະຊາຊົນແຫ່ງຊາດ ຈີນ.
ພາບ: ຍານຊ໋າງ/VNA



ທ່ານ ເຈິ່ນດ້າຍກວາງ, ປະທານປະເທດແຫ່ງ ສສ ຫວຽດນາມ  ພົບປະກັບທ່ານ ຫຼິວຢູນຊ່ານ,
ເລຂາທິການ ສູນກາງພັກກອມມູນິດ ຈີນ.
ພາບ: ຍານຊ໋າງ/VNA



ທ່ານ ເຈິ່ນດ້າຍກວາງ, ປະທານປະເທດແຫ່ງ ສສ ຫວຽດນາມ  ເຂົ້າຮ່ວມ ແລະ ກ່າວປາໄສ
ໃນງານສຳມະນາ ວ່າດ້ວຍ ການຮ່ວມມື ເສດຖະກິດ, ການຄ້າ ຫວຽດນາມ-ຈີນ.
ພາບ: ຍານຊ໋າງ/VNA



ທ່ານ ເຈິ່ນດ້າຍກວາງ, ປະທານປະເທດແຫ່ງ ສສ ຫວຽດນາມ 
ພົບປະກັບນັກປັນຍາຊົນ ຈີນ ແລະ ສະມາຄົມມິດຕະພາບ ຈີນ-ຫວຽດນາມ.
ພາບ: ຍານຊ໋າງ/VNA



ທ່ານ ເຈິ່ນດ້າຍກວາງ, ປະທານປະເທດແຫ່ງ ສສ ຫວຽດນາມ ແລະ ພັນລະຍາ
ຢ້ຽມຢາມຄຸ້ມຖະໜົນເກົ່າ ຂອງ ນະຄອນ ຟຸກເຈືອ, ແຂວງ ຟຸກແກງ. ພາບ: ຍານຊ໋າງ/VNA

ກ່ຽວກັບບັນຫາຢູ່ທະເລຕາເວັນອອກ, ສອງຝ່າຍໄດ້ມີການແລກ ປ່ຽນ ຄຳຄິດເຫັນແບບກົງໄປກົງມາ, ຈິງໃຈ ແລະ ເປີດອົກເປີດໃຈ; ຢຶດໝັ້ນແກ້ໄຂບັນດາຂໍ້ຂັດແຍ້ງ, ຮັກສາຄວາມໝັ້ນຄົງ ຢູ່ ທະເລຕາເວັນອອກ. ສອງຝ່າຍຕົກລົງກັນຈະປະຕິບັດ ຄວາມຮັບຮູ້ລວມທີ່ ບັນລຸໄດ້ລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງລັດຖະບານ ແລະ “ຂໍ້ຕົກລົງວ່່າດ້ວຍບັນດາຫຼັກການພື້ນຖານຊີ້ນຳ ແກ້ໄຂ ບັນຫາບົນທະເລລະຫວ່າງ ຫວຽດນາມ-ຈີນ”, ຜັນຂະຫຍາຍ ບັນດາກົນ ໄກເຈລະຈາທີ່ມີຢູ່ແລ້ວ, ຄວບຄຸມບັນດາ ຄວາມບໍ່ລົງລອຍກັນບົນ ທະເລ, ບໍ່ມີການກະທຳເຮັດໃຫ້ສະພາບການສັບ ສົນຂຶ້ນຕື່ມ, ຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ ທະເລຕາເວັນອອກ, ປະຕິບັດຖະແຫຼງການວ່າດ້ວຍການປະພຶດ ຂອງບັນດາ ຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຮອບດ້ານ ແລະ ມີປະສິດທິຜົນ, ຊຸກຍູ້ການ ສ້າງປະມວນກົດລະບຽບ ການປະພຶດ ຂອງ ຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (COC)ໂດຍໄວ.

ພ້ອມແລ້ວຮ່ວມມືບົນພື້ນຖານສະເໝີພາບ ແລະ ຕ່າງຝ່າຍ ຕ່າງ ມີຜົນປະໂຫຍດ
ເຂົ້າຮ່ວມເວທີປາໄສຂັ້ນສູງຮ່ວມມືສາກົນ “ຂອບອ້ອມ ແລະ ແລວທາງ”, ທ່ານ ເຈິ່ນດ້າຍກວາງ, ປະທານປະເທດແຫ່ງ ສສ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ຍິນດີຕໍ່ບັນດາຫົວຄິດປະດິດສ້າງຮ່ວມ ສຳພັນ ດ້ານເສດຖະກິດ, ການເຊື່ອມຕໍ່ໃນພາກພື້ນເວົ້າລວມ, ໂດຍສະເພາະແມ່ນຫົວຄິດປະດິດສ້າງ “ຂອບອ້ອມ ແລະ ແລວທາງ”; ພ້ອມແລ້ວທີ່ຈະຮ່ວມມືກັບ ສປ ຈີນ ແລະ ບັນດາປະເທດ ໃນການ ຄົ້ນຄວ້າ, ກໍ່ສ້າງ ແລະ ຜັນຂະຫຍາຍບັນດາໂຄງການ ຊຶ່ງນຳມາຜົນ ປະໂຫຍດລວມໃຫ້ທຸກຝ່າຍ, ປະກອບສ່ວນປະຕິບັດສຳເລັດ ໂຄງການ ພິຈາລະນາ 2030 ຂອງສະຫະປະຊາຊາດ ກ່ຽວກັບການພັດ ທະນາຢ່າງໝັ້ນຄົງ.

ທ່ານ ເຈິ່ນດ້າຍກວາງ, ປະທານປະເທດແຫ່ງ ສສ ຫວຽດນາມ, ທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່,
ປະທານປະເທດແຫ່ງ ສປ ຈີນ, ທ່ານ ປູຕິນ, ປະທານາທິບໍດີແຫ່ງ ສ ລັດເຊຍ  ແລະ ບັນດາຫົວໜ້າ
ຄະນະ ຜູ້ແທນ ບັນດາປະເທດທີ່ເຂົ້າຮ່ວມເວທີປາໄສຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ
ວ່າດ້ວຍ “ຂອບອ້ອມ ແລະ ແລວທາງ” ຊຶ່ງຈັດຂຶ້ນຢູ່ນະຄອນຫຼວງ ປັກກິ່ງ, ສປ ຈີນ. ພາບ: ຍານຊ໋າງ/VNA


ທ່ານ ເຈິ່ນດ້າຍກວາງ, ປະທານປະເທດແຫ່ງ ສສ ຫວຽດນາມ, ທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່,
ປະທານປະເທດແຫ່ງ ສປ ຈີນ ແລະ ບັນດາຫົວໜ້າຄະນະຜູ້ແທນ ບັນດາປະເທດທີ່ມາເຂົ້າຮ່ວມ
ເວທີປາໄສຂັ້ນສູງຖ່າຍຮູບຮ່ວມ. ພາບ: ຍານຊ໋າງ/VNA

ແບ່ງປັນກ່ຽວກັບການຮ່ວມມືໃນຂອບເຂດ “ຂອບອ້ອມ ແລະ ແລວທາງ”, ທ່ານ ເຈິ່ນດ້າຍກວາງ, ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ເນັ້ນໜັກວ່າ ການຮ່ວມມືພັດທະນາຢ່າງຍືນຍົງລະຫວ່າງ ບັນດາປະເທດ ຕ້ອງອີງໃສ່ຫຼັກການຄວາມເປັນເອກະພາບ, ສະເໝີພາບ, ສະໝັກໃຈ, ຈະແຈ້ງ, ເປີດໃຈ, ນັບຖືເຊິ່ງກັນ ແລະ ກັນ, ຕ່າງ ຝ່າຍຕ່າງ ມີຜົນປະໂຫຍດ, ເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ.

ບັນດາຄວາມຄິດຄວາມເຫັນ ຂອງ ຫວຽດນາມ ໄດ້ຮັບການຕີລາຄາສູງຈາກບັນດາຜູ້ແທນໃນກອງປະຊຸມ ແລະ ຫຼາຍເນື້ອ ໃນໄດ້ສ່ອງແສງເຖິງໃນຖະແຫຼງການຮ່ວມ.
 
ໃນໂອກາດນີ້, ທ່ານ ເຈິ່ນດ້າຍກວາງ, ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ມີການພົບປະສອງຝ່າຍກັບການນຳຂັ້ນສູງຫຼາຍປະເທດ ເພື່ອພິຈາລະນາບັນດາວິທີແກ້ໄຂ, ຊຸກຍູ້ການພົວພັນຮ່ວມ ມື ໃຫ້ດີກວ່າເກົ່າ. ຜູ້ນຳຫຼາຍປະເທດສະແດງຄວາມຍິນດີ ຊົມເຊີຍ ແລະ ສະໜັບສະໜູນ ຫວຽດນາມ ສຳເລັດການຈັດຕັ້ງປີ APEC 2017. 


ເວທີປາໄສຂັ້ນສູງວ່າດ້ວຍການຮ່ວມມືສາກົນ “ຂອບອ້ອມ ແລະ ແລວທາງ” ໄດ້ຈັດຂຶ້ນແຕ່ວັນທີ 14-15 ພຶດສະພາ 2017 ຢູ່ນະຄອນຫຼວງ ປັກກິ່ງ, ສປ ຈີນ, ໂດຍມີຜູ້ແທນເຂົ້າຮ່ວມປະມານ 1.200 ຄົນ ທີ່ມາຈາກ 100 ກວ່າປະເທດ ແລະ ບັນດາອົງການ ສາ ກົນ, ຂົງເຂດ ວິສາຫະກິດ ແລະ ນັກປັນຍາຊົນໃນໂລກ.

 

ປະຕິບັດ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top