• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຫວຽດນາມ-ຈີນ ປັບປຸງສາຍພົວພັນທາງການເມືອງ, ການທູດ ແລະ ເສດຖະກິດຢ່າງບໍ່ຢຸດຢັ້ງ

ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ນຳ ໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມຕະຫຼາດນັດ ນຳເຂົ້າສາກົນ ຈີນ (CIIE 2018) ຄັ້ງທີ 1. ເນື່ອງໃນເຫດການດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕອບຄຳ ສຳພາດຂອງນັກຂ່າວ ຊີນຮົວ ກ່ຽວກັບການພົວພັນລະຫວ່າງສອງປະເທດໃນປັດຈຸບັນ ແລະ ແງ່ຫວັງການຮ່ວມມືໃນອະນາຄົດ. ວາລະສານຂ່າວພາບຫວຽດນາມ ຂໍຖືເປັນກຽດ ສະເໜີຕໍ່ທ່ານ ຜູ້ອ່ານ ເນື້ອໃນຂອງການສຳພາດດັ່ງກ່າວ.
ນັກຂ່າວ: ຮຽນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານຕີລາຄາແນວໃດ ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ ແລະ ຈີນ ໃນປັດຈຸບັນ?

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ:

ສອງປະເທດ ຫວຽດນາມ-ຈີນ ມີສາຍພົວພັນອັນເປັນມູນເຊື້ອ,​ ພູຕໍ່ພູ, ແມ່ນຳ້ຕໍ່ແມ່ນຳ້, ໄດ້ຮັບການສ້າງສາ ແລະ ປັບປຸງຈາກ ການນຳ ແລະ ປະຊາຊົນສອງປະເທດຫຼາຍລຸ້ນຄົນ. ພິເສດ, ໃນໄລຍະຜ່ານມາ, ພາຍໃຕ້ການພະຍາຍາມຂອງພັກ, ລັດ ແລະ ປະຊາຊົນສອງປະເທດ, ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນ ຮັກສາໄດ້ການຂະຫຍາຍຕົວເປັນຢ່າງດີ, ບັນລຸໄດ້ຫຼາຍຜົນງານອັນດີເດັ່ນ. ສອງປະເທດມີການປັບປຸງ ແລະ ຂະຫຍາຍຕົວການພົວພັນທາງການເມືອງ, ການທູດ ແລະ ເສດຖະກິດຢ່າງບໍ່ຢຸດຢັ້ງ.

ການພົວພັນທາງການເມືອງລະຫວ່າງສອງປະເທດ ໄດ້ຮັບການ ປັບປຸງ ແລະ ຮັກສາການພັດທະນາໂດຍດີ.  ບັນດາການຢ້ຽມ ຢາມຂັ້ນສູງ ລະຫວ່າງ ສອງພັກ, ສອງລັດ ໄດ້ຮັກສາເປັນປະຈຳ; ຜ່ານໜ້ານັ້ນ, ການນຳຂັ້ນສູງສອງປະເທດ ຈຶ່ງບັນລຸໄດ້ຄວາມຮັບຮູ້ລວມທີ່ສຳຄັນ ກ່ຽວກັບບັນຫາເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ-ຈີນ ມີຄວາມເລິກເຊິ່ງກວ່າເກົ່າ.
 
ຜົນສຳເລັດໃນການພົວພັນທາງການເມືອງ, ການທູດ ລະຫວ່າງຫວຽດນາມ-ຈີນ ເປັນຂໍ້ມູນໃຫ້ແກ່ການພັດທະນາການພົວພັນທາງເສດຖະກິດ, ການຄ້າ ແລະ ການລົງທຶນຂອງສອງປະເທດ. ຈາກ ສັນຍາ, ຂໍ້ຕົກລົງວ່າດ້ວຍການຮ່ວມມືຫຼາຍສະບັບ ກ່ຽວກັບ ເສດຖະກິດ, ການພົວພັນທາງເສດຖະກິດ ຫວຽດນາມ-ຈີນ ສືບຕໍ່ພັດທະນາຍິ່ງຂຶ້ນ. ຈີນ ກາຍເປັນໜຶ່ງໃນບັນດາຄູ່ຮ່ວມມືທາງການຄ້າແຖວໜ້າຂອງ ຫວຽດນາມ ດ້ວຍມູນຄ່ານຳເຂົ້າ-ສົ່ງອອກ ເພີ່ມສູງຂຶ້ນ. ດຸນການຄ້ານັບມື້ນັບດີຂຶ້ນ. 


ໃນກອບຂອງການເຂົ້າຮ່ວມຕະຫຼາດນັດນຳເຂົ້າສາກົນ ຈີນ ຄັ້ງທີ 1, ທີ່ນະຄອນ ຊຽງໄຮ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ. ພາບ: ຖົ໋ງເຍີດ/VNA


ທີ່ນະຄອນ ຊຽງໄຮ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ. ພາບ: ຖົ໋ງເຍີດ/VNA


ບັນດາທ່ານຫົວໜ້າຄະນະຖ່າຍຮູບຮ່ວມກັນທີ່  CIIE 2018. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວປາໄສທີ່ພິທີໄຂ CIIE 2018. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄປຢ້ຽມຢາມຮ້ານຂາຍເຄື່ອງຂອງ ຫວຽດນາມ ທີ່ຕະຫຼາດນັດ CIIE 2018. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ, ທ່ານນາຍົກລັດຖະມົນຕີ ສ ຣັດເຊຍ D. Medvedev ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ທີ່ຕະຫຼາດນັດ CIIE 2018. ພາບ: ຖົ໋ງເຍີດ/VNA

ສອງປະເທດໄດ້ຜັນຂະຫຍາຍຫຼາຍການເຄື່ອນໄຫວພົບປະສ້າງສັນທີ່ຟົດຟື້ນ, ເປັນຕົ້ນແມ່ນລະຫວ່າງລຸ້ນໄວໜຸ່ມ ແລະ ປະຊາຊົນບັນດາທ້ອງຖິ່ນທີ່ອາໄສຢູ່ເຂດຊາຍແດນຂອງສອງປະເທດ. ບັນດາການພົບປະລະຫວ່າງກະຊວງ, ຂະແໜງການ ແລະ ທ້ອງຖິ່ນ... ດ້ວຍເນື້ອໃນແລກປ່ຽນ, ຮ່ວມມືຫຼາຍດ້ານ, ຫຼາຍທາງ, ຫຼາຍຂັ້ນ, ປະກອບສ່ວນເພີ່ມທະວີນຳ້ໃຈມິດຕະພາບອັນເປັນມູນເຊື້ອ ລະຫວ່າງສອງປະເທດ. ການທ່ອງທ່ຽວສືບຕໍ່ໄດ້ຍູ້ແຮງ, ຈີນ ນຳໜ້າ ກ່ຽວກັບຈຳນວນນັກທ່ອງທ່ຽວທີ່ມາ ຫວຽດນາມ. ໃນປີ 2017, ມີຈຳນວນນັກທ່ອງທ່ຽວ ຈີນ ກວ່າ 4 ລ້ານຄົນ, ເພີ່ມ 48,6%, ກວມກວ່າ 30% ຍອດຈຳນວນນັກທ່ອງທ່ຽວສາກົນ ມາ ຫວຽດນາມ. ແຕ່ລະປີ, ມີຈຳນວນນັກທ່ອງທ່ຽວ ຫວຽດນາມ ປະມານ 3 ລ້ານຄົນ ໄປ ຈີນ.

ສອງຝ່າຍສົມທົບຢ່າງແໜ້ນແຟ້ນ ໃນການຜັນຂະຫຍາຍປະຕິບັດບັນດາເອກະສານທາງກົດໝາຍ ກ່ຽວກັບຊາຍແດນເທິງດິນຕໍ່ແຜ່ນລະຫວ່າງຫວຽດນາມ-ຈີນ, ເພີ່ມທະວີການຄຸ້ມຄອງຄວາມ ສະຫງົບ, ປອດໄພຢູ່ຂົງເຂດຊາຍແດນ; ບັນລຸໄດ້ຫຼາຍຄວາມຮັບຮູ້ລວມກ່ຽວກັບການຄວບຄຸມກວດກາຄວາມບໍ່ເປັນເອກະພາບ, ປົກປັກຮັກສາສັນຕິພາບ,  ສະຖຽນລະພາບຢູ່ທະເລຕາເວັນອອກ.

ບັນດາຜົນງານດັ່ງກ່າວ ປະກອບສ່ວນຢ່າງສຳຄັນເຂົ້າໃນການ ປັບປຸງໃຫ້ດີຂຶ້ນ ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ-ຈີນ, ປະກອບສ່ວນຢ່າງຕັ້ງໜ້າ ໃຫ້ແກ່ ພາລະກິດພັດທະນາ, ຍົກສູງຖານະບົດບາດຂອງແຕ່ລະປະເທດ. ຈາກຮາກຖານ ແລະ ພື້ນຖານອັນດີງາມຄືແນວນັ້ນ, ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຜັນຂະຫຍາຍບັນດາຄວາມຮັບຮູ້ລວມທີ່ສຳຄັນ ເຊິ່ງການນຳຂັ້ນສູງສອງປະເທດບັນລຸໄດ້ຢ່າງມີປະສິດ ທິຜົນ; ເພີ່ມທະວີບັນດາການຢ້ຽມຢາມ ແລະ ພົບປະຂັ້ນສູງ; ຊຸກຍູ້ບັນດາກົນໄກພົບປະສ້າງສັນ, ການຮ່ວມມື ຕ່າງຝ່າຍຕ່າງມີ ຜົນປະໂຫຍດ, ນຳສິ່ງທີ່ດີງາມມາໃຫ້ແກ່ປະຊາຊົນສອງປະເທດ.

ຂ້າພະເຈົ້າໝັ້ນໃຈວ່າ ພາຍໃຕ້ການເອົາໃຈໃສ່ຂອງການນຳຂັ້ນສູງສອງພັກ, ສອງປະເທດ ແລະ ຄວາມມານະພະຍາຍາມລວມຂອງທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ ແລະ ປະຊາຊົນສອງ ປະເທດ, ແນ່ນອນວ່າ ສາຍພົນວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ-ຈີນ ຈະພັດທະນາຂຶ້ນ, ປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນໃນພາກພື້ນ.

ນັກຂ່າວ: ຮຽນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຕະຫຼາດນັດນຳເຂົ້າສາກົນ ຈີນ ຄັ້ງທີ 1 ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນ ຊຽງໄຮ ເປັນເຫດການສົ່ງເສີມການຄ້າທີ່ສຳຄັນຂອງລັດຖະບານ ຂີນ ດ້ວຍເປົ້າໝາຍເປີດກວ້າງຕະຫຼາດ ຈີນ ອອກສູ່ ໂລກພາຍນອກ, ສ້າງໂອກາດໃຫ້ບັນດາປະເທດ ເຂົ້າໃກ້ກັບຕະຫຼາດທີ່ກວ້າງຂວາງຂອງ ຈີນ. ຫວຽດນາມ ເປັນປະເທດໄດ້ເຊີນເຂົ້າຮ່ວມດ້ວຍບົດບາດທີ່ເປັນ “ປະເທດກິດຕິມະສັກ”  ເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້.​ ຊັ້ນ ຫວຽດນາມ ມີຄວາມມຸ່ງຫວັງ ຫຍັງແດ່ ເມື່ອເຂົ້າຮ່ວມຢ່າງເລິກເຊິ່ງເຂົ້າໃນຕະຫຼາດ ຈີນ?

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ:

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່,ປະທານປະເທດ ຈີນ ສີຈິ້ນຜິງ, ຂ້າພະເຈົ້າ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ພ້ອມກັບນັກທຸລະກິດ ຫວຽດນາມ ຫຼາຍຄົນໄປເຂົ້າຮ່ວມງານຕະຫຼາດນັດນຳເຂົ້າສາກົນ ຈີນ ຄັ້ງທີ 1 ເຊິ່ງໄດ້ ຈັດຂຶ້ນຢູ່ນະຄອນ ຊຽງໄຮ, ປະເທດ ຈີນ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຢາກຝາກຄຳຂອບອົກຂອບໃຈເຖິງລັດຖະບານ ຈີນ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ທີ່ໄດ້ເຊີນ ຫວຽດນາມ ເຂົ້າຮ່ວມດ້ວຍບົດບາດທີ່ເປັນ “ປະເທດກິດຕິມະສັກ”.

ຂ້າພະເຈົ້າ ຕີລາຄາສູງຕໍ່ເລື່ອງ ຈີນ ຈັດຕັ້ງ CIIE 2018, ສິ່ງດັ່ງກ່າວສະແດງໃຫ້ເຫັນຈິນຕະນາການຮ່ວມມື ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສ້າງເຄືອຂ່າຍສົ່ງເສີມການຄ້າໃໝ່, ສຳຄັນ ແລະ ມີຂະໜາດໃຫ້ ສຳລັບໃຫ້ແກ່ ຈີນ ແລະ ບັນດາຄູ່ຮ່ວມມື, ສ້າງ ໂອກາດໃຫ້ວິສາຫະກິດ ຈີນ ແລະ ບັນດາປະເທດທີ່ເຂົ້າຮ່ວມ ຊອກຫາຂໍ້ມູນຂ່າວສານ, ຄົ້ນຄວ້າການຕະຫຼາດ, ປະຕິບັດບັນດາການເຄື່ອນໄຫວສົ່ງເສີມການຄ້າ.

ງານຕະຫຼາດນັດນຳເຂົ້າສາກົນ ຈີນ ຄັ້ງທີ 1 (CIIE 2018) ເປັນເຫດການສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ໃຫຍ່ທີສຸດເຊິ່ງ ຈີນ ໄດ້ຈັດ. ຫວຽດນາມ ໄດ້ຄັດເລືອກເປັນໜຶ່ງໃນ 12 ປະເທດກິດຕິມະສັກ ໃຫ້ແກ່ງານຕະຫຼາດນັດຄັ້ງທຳອິດ ໃນຈຳນວນກວ່າ 130 ປະເທດ ແລະ ເຂດແຄວ້ນຕ່າງໆ ໃນໂລກ ເຂົ້າຮ່ວມ. 
ເຂົ້າຮ່ວມງານຕະຫຼາດນັດ ດ້ວຍບົດບາດທີ່ເປັນ “ປະເທດ ກິດຕິມະສັກ”, ຫວຽດນາມ ມີໂອກາດທີ່ດີ ເພື່ອເຜີຍແຜ່ໂຄສະນາຮູບພາບປະເທດ ຊາດ, ເພີ່ມທະວີການຊຸກຍູ້ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຢ່າງມີປະສິດ ທິພາບ, ບັນດາວິສາຫະກິດ ຫວຽດນາມ ມີໂອກາດເຂົ້າໃກ້ ແລະ ຕິດຕໍ່ຄ້າຂາຍແລກປ່ຽນ, ເປີດກວ້າງການຮ່ວມມືເຮັດທຸລະກິດກັບນັກທຸລະກິດ, ນັກລົງທຶນກວ່າ 150.000 ຄົນຂອງ ຈີນ ແລະ ປະເທດຕ່າງໆ.

ຜ່ານ CIIE 2018, ດ້ວຍບົດບາດທີ່ເປັນຂົວເຊື່ອມຕໍ່ລະຫວ່າງປະຊາຄົນເສດຖະກິດ ອາຊຽນ ແລະ ຈີນ, ຫວຽດນາມ ຢາກສືບຕໍ່ຜັນຂະຫຍາຍຢ່າງມີປະສິດທິຜົນ ບັນດາຜົນປະໂຫຍດຕົວຈິງ ໂດຍຂົງເຂດການຄ້າເສລີ ອາຊຽນ-ຈີນ ນຳມາໃຫ້, ປະກອບສ່ວນເຂົ້າໃນການພັດທະນາຢ່າງຮອບດ້ານ, ການພົວພັນທາງ ເສດຖະກິດ, ການຄ້າ ລະຫວ່າງ ອາຊຽນ ແລະ ຈີນ.

ນັກຂ່າວ: ຮຽນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຈີນ ຕັດສິນໃຈດັດແປງ, ສະໜັບສະໜູນ ການຫັນເປັນ ການຄ້າເສລີ.​ ຫວຽດນາມ ແລະ ຈີນ ຕ້ອງເຮັດແນວໃດ ເພື່ອເພີ່ມທະວີການ ເຊື່ອມຕໍ່ ລະຫວ່າງ ຫົວຄິດປະດິດສ້າງ “ເຂດລ້ອມຮອບ ແລະ ເສັ້ນທາງ’’ ກັບແຜນການ “ສອງແລວທາງ ແລະ ໜຶ່ງເຂດລ້ອມ ຮອບເສດຖະກິດ’’ ເພື່ອນຳມາຜົນປະໂຫຍດທີ່ເໝາະກັບ ຄວາມເປັນຈິງ ໃຫ້ແກ່ປະຊາຊົນສອງປະເທດ?

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ:

ຫວຽດນາມ ສະໜັບສະໜູນບັນດາການເຄື່ອນໄຫວຮ່ວມມື, ເຊື່ອມຕໍ່ເສດຖະກິດໃນກອບຂອງຫົວຄິດປະດິດສ້າງ “ເຂດລ້ອມຮອບ ແລະ ເສັ້ນທາງ’’ ເພື່ອເປົ້າໝາຍສັນຕິພາບ, ການພັດທະນາ ແລະ ວັດທະນາຖາວອນໃຫ້ແກ່ບັນດາປະເທດ ບົນຫຼັກການເຄົາລົບ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ; ເຄົາລົບຄວາມເປັນເອກະລາດ, ອະທິປະໄຕ, ຜືນແຜ່ນດິນຢ່າງຄົບຖ້ວນຂອງບັນດາປະເທດເຂົ້າຮ່ວມການຮ່ວມມື ກໍ່ຄືເຄົາລົບກົດໝາຍສາກົນ. ປີ 2017, ລັດຖະບານ ຫວຽດນາມ ແລະ ລັດຖະບານ ຈີນ ໄດ້ເຊັນບົດບັດທຶກຊ່ວຍຈຳ (MOU) ວ່າດ້ວຍການເຊື່ອມຕໍ່ ລະຫວ່າງ ຂອບເຂດ “ສອງແລວທາງ ແລະ ໜຶ່ງເຂດລ້ອມຮອບເສດຖະກິດ’’ ກັບຫົວຄິດປະດິດສ້າງ “ເຂດລ້ອມຮອບ ແລະ ເສັ້ນທາງ”. ຫວຽດນາມ ໃຫ້ຮູ້ວ່າ ສອງຝ່າຍມີ ທ່າແຮງບົ່ມຊ້ອນໃນການ ຮ່ວມມືເທິງ 5 ຂົງເຂດ (ນະໂຍບາຍ, ພື້ນຖານ, ການເງິນ, ການຄ້າ, ມະນຸດ) ທີ່ໄດ້ຍົກໃຫ້ເຫັນໃນ MOU.


 ທີ່ນະຄອນ ຊຽງໄຮ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບເຈົ້າຄອງນະຄອນ ຊຽງໄຮ ອີງຢຸງ. ພາບ: ຖົ໋ງເຍີດ/VNA


ທີ່ນະຄອນ ຊຽງໄຮ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມການພົບປະສົນທະນາພ້ອມກັບນັກທຸລະກິດ ຈຳນວນໜ່ຶງຂອງ ຈີນ. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາຜູ້ແທນ
ປະຕິບັດພິທີເປີດສະຫຼອງຫ້ອງການສົ່ງເສີມການຄ້າ ຫວຽດນາມ ທີ່ ຂາງເຈົ້າ (ຈີນ). ພາບ: ຖົ໋ງເຍີດ/VNA



ໃນແຜນການເຂົ້າຮ່ວມງານຕະຫຼາດນັດນຳເຂົ້າສາກົນ ຈີນ ຄັ້ງທີ 1 ຢູ່ນະຄອນ ຊຽງໄຮ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ ໂຮງທຽນຈຸ (Hong Tianzhu) , ປະທານກຸ່ມບໍລິສັດ Texhong. ພາບ: ຖົ໋ງເຍີດ/VNA


ທີ່ນະຄອນ ຊຽງໄຮ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ ຢຽນເຈຍເຫືອ (Yan Jie He), ຜູ້ສ້າງຕັ້ງກຸ່ມ ບໍລິສັດກໍ່ສ້າງ ປາຊີຟີກ (ຈີນ). ພາບ: ຖົ໋ງເຍີດ/VNA

ບົນຈິດໃຈດັ່ງກ່າວ, ຂ້າພະເຈົ້າສະເໜີວ່າ ໃນເວລາຈະມາເຖິງ, ສອງປະເທດຕ້ອງສຸມໃສ່ ຊຸກຍູ້ບັນຫາຈຳນວນໜຶ່ງດັ່ງລຸ່ມນີ້:

ໜຶ່ງແມ່ນ: ຕັ້ງໜ້າໃນການຊຸກຍູ້ການຄ້າພັດທະນາ ຢ່າງ ສະເໝີພາບ, ໝັ້ນຄົງ,​ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ, ສິນຄ້າຂອງ ຫວຽດນາມ ຈະ ໄດ້ນຳເຂົ້າ ຈີນ ຫຼາຍກວ່າ, ເປັນຕົ້ນແມ່ນບັນດາປະເພດສິນຄ້າທີ່ ຫວຽດນາມ ມີທ່າແຮງ ແລະ ຈີນ ມີຄວາມຕ້ອງການ.

ສອງແມ່ນ: ວິສາຫະກິດ ຈີນ ເພີ່ມທະວີການລົງທຶນເຂົ້າໃນບັນດາໂຄງການເຕັກໂນໂລຊີລະດັບສູງ, ໃກ້ຊິດກັບສ່ິງແວດລ້ອມ, ຮັບປະກັນຄຸນນະພາບ ແລະ ເວລາກຳນົດ, ເປັນຕົ້ນແມ່ນບັນດາໂຄງການທີ່ໄດ້ການນຳຂັ້ນສູງສອງປະເທດ ມີຄວາມສົນໃຈ, ຜ່ານໜ້ານັ້ນ ສ້າງຮູບພາບທີ່ດີ, ອິດທິພົນ ແລະ ນິຍົມເຊື່ອຖື ຂອງການລົງທຶນ ຈີນ ຢູ່ ຫວຽດນາມ.

ສາມແມ່ນ: ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ເໝາະສົມກັບຄວາມຕ້ອງການ ແລະ ທ່າແຮງຂອງແຕ່ລະຝ່າຍ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ ຫວຽດນາມ ເຂົ້າໃກ້ກັບແຫຼ່ງທຶນພິເສດຂອງ ຈີນ, ຜັນຂະຫຍາຍແຫຼ່ງທຶນຊ່ວຍເຫຼືອຢ່າງມີປະສິດທິຜົນ.

ປັດຈຸບັນ, ລັດຖະບານ ຫວຽດນາມ ໄດ້ຊີ້ນຳບັນດາກະຊວງ, ຂະແໜງການ ສົມທົບກັບຝ່າຍ ຈີນ ເພື່ອຫັນເປັນຕົວຈິງ ບັນດາ ເນື້ອໃນຮ່ວມມືດ່ັງກ່າວ; ຄົ້ນຄວ້າກໍ່ສ້າງແຜນການຮ່ວມມືຢ່າງລາຍລະອຽດ ກ່ຽວກັບການເຊື່ອມຕໍ່ ລະຫວ່າງ ຂໍ້ລິເລີ່ມ “ເຂດລ້ອມ ຮອບ ແລະ ເສັ້ນທາງ” ກັບຫົວຄິດປະດິດສ້າງ “ສອງແລວທາງ, ໜຶ່ງເຂດລ້ອມຮອບ ເສດຖະກິດ”.​ ຂ້າພະເຈົ້າຫວັງວ່າ ການສົມທົບ, ຜັນຂະຫຍາຍບັນດາເນື້ອໃນຮ່ວມມືໃນກອບຂອງບົດບັນທຶກ ຊ່ວຍຈຳ ທີ່ສອງຝ່າຍໄດ້ລົງນາມ ຢ່າງຕັ້ງໜ້າ ຈະນຳຫຼາຍ ຜົນປະໂຫຍດທີ່ເໝາະກັບຄວາມເປັນຈິງ ມາໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງແຕ່ລະປະເທດ.

ນັກຂ່າວ: ຂໍຂອບໃຈ.
ສັງລວມ: VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top