• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ຫວຽດນາມ ຈະເປັນໂຮງງານຜະລິດກຸ້ງຂອງໂລກ

ຫວຽດນາມ ເປັນໜຶ່ງໃນສາມປະເທດຜະລິກກຸ້ງແຖວໜ້າຂອງ ໂລກ, ປັດຈຸບັນ ມູນຄ່າການສົ່ງອອກ ບັນລຸໄດ້ ປະມານ ເກືອບ 4 ຕື້ໂດລາສະຫະລັດຕໍ່ປີ. ໃນເວລາດຽວກັນ, ຕະຫຼາດຈຳ ໜ່າຍກຸ້ງ ແລະ ສິນໃນນ້ຳເວົ້າລວມ ຢູ່ໃນໂລກ ແມ່ນສຸດທີ່ຫຼວງ ຫຼາຍ ກັບ ກວ່າ 7 ຕື້ຄົນ, ເພາະສະນັ້ນ ຄວາມສາມາດບົ່ມຊ້ອນ ຂອງຂະແໜງການກຸ້ງ ຫວຽດນາມແມ່ນສຸດທີ່ໃຫຍ່ຫຼວງ. ບົນຈິດ ໃຈດັ່ງກ່າວນັ້ນ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ສສ.ຫວຽດນາມ ກ່າວວ່າ ຫວຽດນາມ ຈຳເປັນຕ້ອງສູ້ຊົນໃຫ້ ກາຍເປັນໂຮງງານຜະລິດກຸ້ງ ຂອງໂລກ. 
ຕາມທ່ານ ຫງວຽນຊວນເກື່ອງ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ,  ກຸ້ງແມ່ນຜະລິດຕະພັນມີຄຸນຄ່າ, ຊຶ່ງຂະແໜງການກະສິກຳ ໄດ້ຄັດເລືອກເປັນໜຶ່ງ ໃນບັນດາ ເປົ້າ ໝາຍຫຼັກ ມີລັກສະນະບຸກທະລຸໃນການຫັນປ່ຽນ ໂຄງປະກອບ ຂະແໜງການ ສິນໃນນ້ຳ ແລະ ກະສິກຳ ເວົ້າລວມ. ພິເສດ, ເງື່ອນໄຂທຳມະຊາດ, ພູມອາກາດ, ປະກົດການ ນ້ຳເຄັມຊຶມ ແລະ ນ້ຳທະເລຍື່ງຂຶ້ນ ຈະເຮັດໃຫ້ເລື່ອງ ຫຼາຍພື້ນທີ່ ຖືກນ້ຳ ເຄັມຊຶມ ຊຶ່ງແທດເໝາະກັບການເປີດກວ້າງ ເນື້ອທີ່ລ້ຽງກຸ້ງ ຫຼື ຫຼາຍພື້ນທີ່ຕ້ອງຫັນໄປສູ່ການລ້ຽງກຸ້ງ ເພື່ອໃຫ້ເໝາະກັບ ສະພາບການ ໃໝ່, ໂດຍສະເພາະຢ່າງຍິ່ງ ແມ່ນ ຢູ່ເຂດທົ່ງພຽງ ແມ່ນ້ຳຂອງ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວປາໄສຊີ້ນຳ ທີ່ ກອງປະຊຸດພັດທະນາ ຂະແໜງການກຸ້ງຫວຽດນາມ ຢູ່ ກ່າເມົາ. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລົງຢ້ຽມຢາມພື້ນຖານ ປຸງແຕ່ງກຸ້ງເພື່ອການສົ່ງອອກຂອງກຸ່ມບໍລິສັດສິນທະເລມິງຝູ໋ ຢູ່ແຂວງ ກ່າເມົາ. ພາບ: ຖົ໋ງເຍິດ/VNA

ຫວຽດນາມ ເປັນປະເທດ ອັນດັບສາມ ໃນໂລກ ກ່ຽວກັບ ການ ຜະລິດກຸ້ງ ແລະ ນຳໜ້າໂລກ ກ່ຽວກັບຜະລິດກຸ້ງຫົວໂຂນ. ກຸ້ງ ກໍແມ່ນປະເພດສິນຄ້າມີວົງເງິນສົ່ງອອກໃຫຍ່ທີສຸດ ໃນກຸ່ມ ສິນ ທະເລ ຂອງ ຫວຽດນາມ, ກວມເກືອບ 50% ຍອດວົງເງິນ ສົ່ງ ອອກ, ສູງສຸດຄືປີ 2014 ການສົ່ງອອກກຸ້ງ ບັນລຸ ເກືອບ 4 ຕື້ ໂດ ລາສະຫະລັດ. 
ກ່າວປາໄສຊີ້ນຳທີ່ກອງປະຊຸມ ຂອງຂະແໜງການກຸ້ງ ຊຶ່ງຈັດຂຶ້ນ ເມື່ອວັນທີ 6 ກຸມພາ ຜ່ານມາ ຢູ່ ແຂວງ ກ່າເມົາ, ທ້ອງຖິ່ນ ທີ່ມີເນື້ອທີ່ລ້ຽງກຸ້ງໃຫຍ່ສຸດ ຂອງປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍົກໃຫ້ເຫັນວ່າ ຫວຽດນາມ ມີເງື່ອນໄຂຢ່າງ ພຽງພໍ ແລະ ມີທ່າໄດ້ປຽບເພື່ອ ຂະຫຍາຍຕົວ ຂະແໜງການກຸ້ງ. ຫວຽດນາມຕ້ອງມີການ ຕັດສິນໃຈທາງດ້ານການເມືອງ, ມີວິທີ ແກ້ໄຂຢ່າງຄົບຊຸດ ເພື່ອນຳຂະແໜງການກຸ້ງ ຂະຫຍາຍຕົວຢ່າງ ແຂງແຮງ, ບັນລຸປະສິດທິຜົນສູງ, ປະກອບສ່ວນຍົກສູງຊີວິດການ ເປັນຢູ່ໃຫ້ແກ່ຊາວກະສິກອນ.

ທ່ານ ນາຍົກລັດຖະມົນຕີ ໄດ້ກຳນົດເປົ້າໝາຍ, ວິໄສທັດ ແລະ ຊີ້ ນຳ ບັນດາວິທີແກ້ໄຂຢ່າງລະອຽດ ເພື່ອການຂະຫຍາຍຕົວ ຂອງ ຂະແໜງການນີ້. ກ່ອນອື່ນໝົດ ແມ່ນທົ່ງພຽງແມ່ນ້ຳຂອງ ໃນພາກໃຕ້ ຫວຽດນາມ ຈະຕ້ອງເປັນເມືອງເອກ ຂອງຂະແໜງການ ອຸດສາ ຫະກຳການລ້ຽງ ແລະ ປຸງແຕ່ງກຸ້ງ ຄຸນນະພາບສູງໃນທົ່ວໂລກ.

ທ່ານນາຍົກລັດຖະມົນຕີ ກ່າວວ່າ: “ຈາກນີ້ ພວກຂ້າພະເຈົ້າ ຈະ ໄດ້ເຫັນກັບຕາ ບັນດາເຄື່ອງໝາຍການຄ້າທົ່ວໂລກ ກ່ຽວກັບກຸ້ງ, ນຳຫວຽດນາມ ໄປຕາມເສັ້ນທາງກໍ່ສ້າງພື້ນຖານກະສິກຳ ທີ່ທັນ ສະໄໝ, ມູນຄ່າເພີ່ມສູງຂຶ້ນ ໝູນໃຊ້ເຕັກໂນໂລຊີ ກ້າວໜ້າ ຂອງ ໂລກ ທີ່ກ່ຽວພັນເຖິງຜະລິດຕະພັນກຸ້ງ. ຫວຽດນາມ ຈະສູ້ຊົນ ເພື່ອ ກາຍເປັນໂຮງງານຜະລິດກຸ້ງຊັ້ນນຳຂອງໂລກ”.
ລ້ຽງກຸ້ງຢູ່ເທິງໂນນຊາຍ ຢູ່ ແຂວງ ກວາງນາມ. ພາບ: ຫວຽດເກື່ອງ/VNP


ກວດກາຄຸນນະພາບນ້ຳຢູ່ໜອງລ້ຽງກຸ້ງ. ພາບ: ກີມເຊີນ/VNP


ກວດກາຄຸນນະພາບຂອງກຸ້ງລ້ຽງ ຕາມກຳນົດເວລາ. ພາບ: ຈິ້ງວັນໂບ້/VNP


ຫ້ອງທົດລອງ ຮັບໃຊ້ຂະແໜງການລ້ຽງກຸ້ງ. ພາບ: ກີມເຊີນ/VNP


ເກັບກ່ຽວກຸ້ງ. ພາບ: ກີມເຊີນ/VNP
 
ທ່ານນາຍົກລັດຖະມົນຕີ ໄດ້ວາງຄາດໝາຍໄວ້ ກ່ອນປີ 2025, ຫວຽດນາມ ຕ້ອງບັນລຸວົງເງິນສົ່ງອອກ 10 ຕື້ໂດລາສະຫະລັດ, ມີເຄື່ອງໝາຍການຄ້າກຸ້ງ ຫວຽດນາມ ທີ່ມີຊື່ສຽງໃນໂລກ, ການລ້ຽງກຸ້ງ ຕິດພັນ ກັບການຂະຫຍາຍຕົວເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ແບບຍືນຍົງ. ຂະແໜງການກຸ້ງ ຫວຽດນາມ ຕ້ອງ ສູ້ຊົນບັນລຸປະມານ 10% ລວມຍອດຜະລິດພັນພາຍໃນ (GDP).

ເພື່ອຂະຫຍາຍຕົວຂະແໜງການກຸ້ງ, ທ່ານນາຍົກລັດຖະມົນຕີ ສະເໜີ ໃຫ້ສຳຫຼວດ ຈັດສັນ ພື້ນທີ່ລ້ຽງກຸ້ງ ຈຳນວນໜຶ່ງ ໃຫ້ເໝາະ ສົມ, ບໍ່ໃຫ້ມີສະພາບການລ້ຽງກຸ້ງ ເກີດຂຶ້ນໂດຍລຳພັງ, ກະແຈກ ກະຈາຍ. ວຽກງານຈັດຂັ້ນຕອນຕ້ອງໄປຄຽງຄູ່ກັບ ການປົກປັກ ຮັກສາລະບົບນິເວດ ໃຫ້ແກ່ກຸ້ງ ແລະ ບັນດາ ສິ່ງທີ່ມີຊີວິດມີຄຸນ ຄ່າເສດຖະກິດສູງ. ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງ ທະນາ ຄານແຫ່ງລັດ ຊີ້ນຳ ບັນດາທະນາຄານ ການຄ້າ ຮັບປະກັນທຶນ ຮັບໃຊ້ຂະແໜງການລ້ຽງກຸ້ງ ດ້ວຍ ກຳໄລສອດຄ່ອງ, ພິເສດ ແມ່ນ ສຳລັບການລ້ຽງກຸ້ງ ນຳໃຊ້ເຕັກໂນໂລຊີສູງ.

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ຕື່ມອີກວ່າ: ເພື່ອປົກປ້ອງຄົນ ລ້ຽງກຸ້ງ ແລະ ຮັກສາອິດທິພົນຊື່ສຽງໃຫ້ແກ່ຂະແໜງການລ້ຽງກຸ້ງ ຂອງ ທົ່ວທັງຊາດ, ລັດຖະບານ ຈະກຳຈັດທຸກການກະທຳທີ່ ລະເມີດກົດໝາຍ ສ້າງຜົນກະທົບຕໍ່ສິ່ງແວດລ້ອມ ການຜະລິດ ກຸ້ງ ຢູ່ຫວຽດນາມ.

ດ້ວຍການຕັດສິນໃຈດັ່ງກ່າວ, ທ່ານ ຮອງລັດຖະມົນຕີໄດ້ມອບໜ້າທີ່ໃຫ້ກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ ໃຫ້ເລັ່ງລັດກໍ່ສ້າງ ແຜນດຳເນີນງານ ພັດທະນາຂະແໜງການກຸ້ງ ຂອງ ຫວຽດນາມ ແລະ ຍື່ນຕໍ່ລັດຖະບານ ເພື່ອພິຈາລະນາ ແລະ ອະນຸມັດຜ່ານ ໂດຍໄວ.

ເຂດຜະລິດ ແລະ ປຸງແຕ່ງກຸ້ງຫົວໂຂນ ຂອງບໍລິສັດຫຸ້ນສ່ວນ ສັງກັດ ກຸ່ມບໍລິສັດສິນທະເລມິງຝູ໋, ແຂວງກ່າເມົາ.  ມພາບ: ກີມເຟືອງ/VNP


ຄຸນນະພາບຂອງກຸ້ງຫົວໂຂນ ໄດ້ຄັດເລືອກຢ່າງລະອຽດ ກ່ອນ ສົ່ງໄປປຸງແຕ່ງ. ພາບ: ກີມເຟືອງ/VNP


ຕ່ອງໂສ້ປຸງແຕ່ງກຸ້ງ ເພື່ອການສົ່ງອອກ ຂອງ ບໍລິສັດຫຸ້ນສ່ວນ ສັງກັດ ກຸ່ມບໍລິສັດສິນທະເລມິງຝູ໋, ແຂວງກ່າເມົາ. ພາບ: ກີມເຟືອງ/VNP


ຂັ້ນຕອນປຸງແຕ່ງກຸ້ງ ໄດ້ປະຕິບັດຕາມ ຂໍ້ກຳນົດ ຢ່າງເຄັ່ງຄັດ ກ່ຽວກັບຫຼັກອະນາໄມດ້ານສະບຽງອາຫານ. ພາບ: ກີມເຟືອງ/VNP


ກຸ້ງຫວຽດນາມ ຖືກຕີລາຄາວ່າ ມີຄຸນນະພາບສູງ ແລະ ຮັບປະ ກັນ ກ່ຽວກັບຫຼັກອະນາໄມດ້ານສະບຽງອາຫານ. ພາບ: ກີມເຟືອງ/VNP


ຕ່ອງໂສ້ປຸງແຕ່ງກຸ້ງ ເພື່ອການສົ່ງອອກ ຂອງ ບໍລິສັດ ຫຸ້ນສ່ວນ ສັງກັດ ກຸ່ມບໍລິສັດ ສິນທະເລມິງຝູ໋, ແຂວງ ກ່າເມົາ. ພາບ: ກີມເຟືອງ/VNP
 


ຫວຽດນາມ ມີເນື້ອທີ່ລ້ຽງກຸ້ງ ທັງໝົດ 694.645 ເຮັກຕາ, ໃນນັ້ນ ເນື້ອທີ່ລ້ຽງກຸ້ງຫົວໂຂນ ມີ 600.399 ເຮັກຕາ, ເນື້ອທີ່ ລ້ຽງກຸ້ງ ແຖຕີນຂາວ (White Shrimp) ມີ 94.246 ເຮັກຕາ. ຍອດປະ ລິມານການຜະລິດກຸ້ງ ບັນລຸໄດ້ 657.282 ໂຕນ, ໃນນັ້ນ ປະລິ ມານການຜະລິດກຸ້ງ ແຖຕີນຂາວ ໄດ້ 263.853 ໂຕນ. ປີ 2016, ຫວຽດນາມ ໄດ້ສົ່ງອອກກຸ້ງ ໄປຍັງ 90 ຕະຫຼາດທົ່ວໂລກ, ບັນລຸ ວົງເງິນ ກວ່າ 3,15 ຕື້ໂດລາສະຫະລັດ, ໃນນັ້ນກຸ້ງແຖຕີນຂາວ ກວມ 62,1%, ກຸ້ງຫົວໂຂນ ກວມເກືອບ 29,5%, ກຸ້ງທະເລ ປະ ເພດ ອື່ນໆ ກວມ 8,3%.

(ແຫຼ່ງ: ກົມສິນທະເລ)


ປະຕິບັດ: VNA/VNP

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top