• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຈະມີຂໍ້ລິເລີ່ມ ແລະ ບຸລິມະສິດຫຼາຍຢ່າງໃນເສົາຄໍ້າເສດຖະກິດ ອາຊຽນ

      ໃນປີ ເປັນປະທານ ອາຊຽນ 2020, ໄປຄຽງຄູ່ກັບບັນດາເປົ້າໝາຍຍູ້ແຮງການພົວພັນຄູ່ຮ່ວມມືຂອງ ອາຊຽນ, ຫວຽດນາມ ຈະມີບັນດາຂໍ້ລິເລີ່ມ ກໍຄືບຸລິມະສິດ ເພື່ອຊຸກຍູ້ເສົາຄໍ້າເສດຖະກິດ, ຖືນີ້ແມ່ນເສົາຄໍ້າພື້ນຖານ, ເພື່ອແນໃສ່ຊຸກຍູ້ການຮ່ວມສໍາພັນ ແລະ ເຊື່ອມຕໍ່, ນໍາ ອາຊຽນ ກາຍເປັນໜຶ່ງໃນບັນດາພາກພື້ນພັດທະນາເສດຖະກິດແຖວໜ້າຂອງໂລກ.
 
      4 ເນື້ອໃນຕົ້ນຕໍກ່ຽວກັບການເຊື່ອມໂຍງເສດຖະກິດພາຍໃນກຸ່ມ ພວມໄດ້ຮັບຄວາມສົນໃຈຈາກບັນດາປະເທດ ອາຊຽນໃນປີ 2020. ນັ້ນແມ່ນ ໄລຍະກາງອາຍຸການປະຕິບັດແຜນການສັງລວມ ກໍ່ສ້າງປະຊາຄົມ ເສດຖະກິດ ອາຊຽນ ປີ 2025 ໃນສະພາບການເສດຖະກິດທົ່ວໂລກ ແລະ ພາກພື້ນ ພວມມີການປ່ຽນແປງ ແລະ ຜັນແປຫຼາຍຢ່າງທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້; ກໍ່ສ້າງຍຸດທະສາດສັງລວມຂອງ ອາຊຽນ ໃນການປະຕິວັດອຸດສາຫະກໍາ ຄັ້ງທີ 4; ຄົ້ນຄວ້າໂດຍພື້ນຖານ ກ່ຽວກັບລະບົບຄຸ້ມຄອງເອກະສານນິຕິກໍາ ພາຍໃນ ອາຊຽນ ແລະ ພິເສດແມ່ນບັນດາບຸລິມະສິດໃນເສົາຄໍ້າເສດຖະກິດ ຂອງ ອາຊຽນ ໃນປີ 2020 ໂດຍ ຫວຽດນາມ ສະເໜີ.
        ບັນດາປະເທດ ອາຊຽນ ພວມພິຈາລະນາ ແລະ ຕີລາຄາສູງການປະກອບສ່ວນຂອງຫວຽດນາມ, ພິເສດແມ່ນກ່ຽວຂ້ອງເຖິງບັນດາບຸລິມະສິດໃນເສົາຄໍ້າເສດຖະກິດຂອງ ອາຊຽນ ໃນປີ 2020 ແລະ ຖືນີ້ ແມ່ນພື້ນຖານເພ່ືອຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງບັນດາປະເທດ ອາຊຽນ ໃນຂົງເຂດເສດຖະກິດ.
        ການເຊື່ອມໂຍງເສດຖະກິດ ອາຊຽນ ແມ່ນພື້ນຖານ
        ບັນດາຂໍ້ລິເລີ່ມ ແລະ ບຸລິມະສິດກ່ຽວກັບການກໍ່ສ້າງເສົາຄໍ້າເສດຖະກິດ ອາຊຽນ ໃນປີ ເປັນປະທານ ອາຊຽນ 2020 ຈະສະແດງບົດບາດເປັນເຈົ້າການ ແລະ ຕັ້ງໜ້າຂອງຫວຽດນາມ, ພ້ອມທັງສະແດງໃຫ້ເຫັນທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ຖື ອາຊຽນ ເປັນບຸລິມະສິດຈຸດສຸມແຖວໜ້າ. ປີ 1996, ເມື່ອຫວຽດນາມ ຫາກໍເຂົ້າຮ່ວມກຸ່ມການຄ້າເສລີ ອາຊຽນ (AFTA), ການຄ້າສອງສົ້ນຂອງຫວຽດນາມ ກັບບັນດາປະເທດພາຍໃນກຸ່ມ ພຽງແຕ່ບັນລຸ ປະມານເກືອບ 6 ຕື້ USD ເທົ່ານັ້ນ, ແຕ່ໄລ່ມາຮອດປັດຈຸບັນ, ຕົວເລກດັ່ງກ່າວ ໄດ້ເພີ່ມຂຶ້ນເຖິງຫຼາຍກວ່າ 10 ເທົ່າ, ເຊິ່ງບັນລຸປະມານຫຼາຍກວ່າ 60 ຕື້  USD. ເມື່ອຕີລາຄາກ່ຽວກັບຄວາມສໍາຄັນຂອງການເຊື່່ອມໂຍງເສດຖະກິດ ອາຊຽນ ໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ, ທ່ານລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກໍາຫວຽດນາມ ເຈິ່ນຕ໊ວນແອັງ ຢັ້ງຢືນວ່າ:
        “ການຮ່ວມມືຂອງພວກເຮົາກັບ ອາຊຽນ ແມ່ນບັນດາບາດກ້າວເດີນທໍາອິດ. ຄວາມສາມາດບົ່ມຊ້ອນຂອງຫວຽດນາມໃນການສໍາຜັດກັບເສດຖະກິດຂອງພາກພື້ນ ແລະ ບັນດາພາກພື້ນອື່ນໃນໂລກ ຜ່ານບົດບາດຂອງ ອາຊຽນ ແມ່ນໄດ້ຮັບການຢັ້ງຢືນຢ່າງແຮງ. ການຮ່ວມມືຂອງຫວຽດນາມ ກັບ ອາຊຽນ ໃນທຸກຂົງເຂດ ແລະ ແງ່ມູມ, ໃນນັ້ນ ຖື ເສດຖະກິດແມ່ນເສົາຄໍ້າສໍາຄັນ ໄດ້ນໍາມາເຊິ່ງທີ່ຕັ້ງບົດບາດສໍາຄັນທີີ່ສຸດໃຫ້ແກ່ຫວຽດນາມ ຄືໃນປັດຈຸບັນ, ນັບທັງດ້ານການເມືອງ, ການພົວພັນຕ່າງປະເທດ ກໍຄືເສດຖະກິດ”.
        ການເຊື່ອມໂຍງເຂົ້າກັບເສດຖະກິດ ອາຊຽນ ບໍ່ພຽງແຕ່ນໍາມາເຊິ່ງບັນດາກາລະໂອກາດເພີ່ມທະວີການຊຸກຍູ້ຮ່ວມມືດ້ານການຄ້າກັບໂລກເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມໝາຍໃຫ້ແກ່ການສ້າງໂຄງປະກອບພື້ນຖານເສດຖະກິດຂອງຫວຽດນາມ ຄືນໃໝ່, ສືບຕໍ່ປ່ຽນແປງໃໝ່ຮູບແບບການເຕີບໂຕກໍຄື ຕິດພັນກັບການສ້າງລັດແຫ່ງນິຕິບັນຍັດ, ບົນພື້ນຖານຂອງພື້ນຖານເສດຖະກິດການຕະຫຼາດຕາມກໍານົດທິດສັງຄົມນິຍົມ. 

(ພາບປະກອບ: tapchitaichinh.vn
      ບັນດາກຳນົດທິດບຸລິມະສິດລະອຽດ
        ດ້ວຍ 2 ເນື້ອໃນໃນຫົວຂໍ້ຂອງປີ 2020 ແມ່ນ ຫວຽດນາມກໍ່ໄດ້ມີການກຳນົດທິດບັນດາເປົ້າໝາຍບຸລິມະສິດຢ່າງລະອຽດ. ໃນສະພາບການ ການປະຕິວັດອຸດສາຫະກຳ 4.0, ເສດຖະກິດ ດີຈີຕອນ, ລັດທິອາລັກຂາການຄ້າພຽງລຳພັງຝ່າຍດຽວພວມເປັນບັນດາສິ່ງທ້າທາຍອັນໃຫຍ່ຫຼວງໃຫ້ແກ່ລະບົບການຄ້າຫຼາຍຝ່າຍ ບົນພື້ນຖານກົດໝາຍ, ໃນນັ້ນ ມີບັນດາຂອບເຂດຂອງ ກຸ່ມ AFTA, ບັນຫາແມ່ນເຮັດແນວໃດເພື່ອເພີ່ມທະວີຄວາມສາມາດໃນການຮັບມືຂອງ ອາຊຽນ, ເພີ່ມທະວີການເຊື່ອມຕໍ່ໃນການດຳເນີນທຸລະກິດແບບປະດິດຄິດສ້າງ, ໃນການຄ້າເອເລັກໂຕນິກ, ລົບລ້າງບັນດາສິ່ງກີດຂວາງໃນການເຫັນເປັນການຄ້າເສລີ… ແມ່ນໜຶ່ງໃນບັນດາບຸລິມະສິດຈຸດສຸມຂອງ ປີ ປະທານອາຊຽນ 2020. ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເນັ້ນໜັກວ່າ:
        ສິ່ງທ້າທາຍທັງໝົດໃນປັດຈຸບັນຮຽກຮ້ອງໃຫ້ພວກເຮົາຕ້ອງມີບົດບາດຂອງປະທານອາຊຽນທີ່ມີກຳລັງຢ່າງພຽງພໍເພື່ອກຳແໜ້ນ, ບໍລິຫານ ແລະ ເພື່ອພ້ອມກັບບັນດາປະເທດອາຊຽນຢັ້ງຢືນອີກຄັ້ງໜຶ່ງຢູ່ລະດັບໃໝ່, ສະພາບການໃໝ່, ດ້ວຍການເຊື່ອມຕໍ່, ຮ່ວມສຳພັນ. ຕ້ອງເຮັດແນວໃດເພື່ອຮັບປະກັນໄດ້ຄວາມອາດສາມາດໃນການຮັບມື ກັບບັນດາການຜັນແປໃໝ່ ແລະ ສືບຕໍ່ສ້າງບັນດາພະລັງຊີວິດໃໝ່ໃຫ້ແກ່ອາຊຽນ, ກໍ່ຄືໃຫ້ແກ່ບັນດາຂອບການຮ່ວມມືຂອງ ອາຊຽນ ແລະ ບັນດາຄູ່ຮ່ວມມື.
        ໃນຖານະເປັນປະທານຂອງ ອາຊຽນ 2020, ປີນີ້ ຫວຽດນາມ ມີຂໍ້ລິ້ເລີ່ມ 16 – 17 ຂໍ້ ທີ່ຜັນຂະຫຍາຍ ໃນຂົງເຂດທັງໝົດຄື: ເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຢີ… ພ້ອມກັບບັນດາສົນທິສັນຍາການຄ້າເສລີ (FTA) ທີ່ມີຢູ່ແລ້ວລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືໃນໂລກ, ສັນຍາຄູ່ຮ່ວມມືຮອບດ້ານເສດຖະກິດໃນພາກພື້ນ (RCEP) ເຊິ່ງ ອາຊຽນຄາດວ່າ ຈະລົງນາມໃນປີນີ້, ການຮ່ວມມືເສດຖະກິດ ອາຊຽນ ປີ 2020 ແນ່ນອນວ່າ ຈະນຳມາເຊິ່ງບັນດາໝາກຜົນໃໝ່.
 (ແຫຼ່ງຄັດຈາກ VOV)

 

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ຕອນບ່າຍວັນທີ 22/4, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ເນື່ອງໃນໂອກາດມາຫວຽດນາມ ເພື່ອເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ 2024

Top