• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຈະເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ ແລະ ສປຊ

      ຕອນບ່າຍວັນທີ 21 ມັງກອນ, ກ່າວຄຳເຫັນໃນຖານະເປັນຜູ້ບັນລະຍາຍຕົ້ນຕໍ ຢູ່ ວາລະ ປະຊຸມຄົບຄະນະກ່ຽວກັບ ແງ່ຫວັງຍຸດທະສາດ ອາຊຽນ” -ໂດຍເປັນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງ ເວທີປາໄວເສດຖະກິດໂລກ (WEF) ຄັ້ງທີ 50 ຢູ່ Davos (ສະວິດ), ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບິ່ງ ໄດ້ຊີ້ແຈ້ງເຖິງສານກ່ຽວກັບຫົວຂໍ້, ບຸລິມະສິດການດຳເນີນງານຂອງ ອາຊຽນ ແລະ ຫວຽດນາມໃນປີ 2020.

ທ່ານດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊເຂົ້າຮ່ວມກອງປະຊຸມ
ກ່ຽວກັບການຊຸກຍູ້ ແລະ ຮັບປະກັນສິດມະນຸດ ຢູ່ ສະມັດຊາໃຫຍ່ ສປຊ

 (ພາບ: baoquocte.vn)
      ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ຢັ້ງຢຶນວ່າ ອາຊຽນແມ່ນບຸລິມະສິດຍຸດທະສາດໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ, ພ້ອມທັງເນັ້ນໜັກເຖິງ ຫົວຂໍ້ດຳເນີນງານຂອງ ອາຊຽນ ໃນປີ ຫວຽດນາມ ເປັນປະທານອາຊຽນ 2020 ແມ່ນສຸມໃສ່ເຂົ້າໃນ “ການສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ຕອບສະໜອງຄວາມຮຽກຮ້ອງ, ຄວາມສົນໃຈລວມຂອງ ບັນດາປະເທດ ອາຊຽນ ກ່ຽວກັບການສ້າງ ປະຊາຄົມໃຫ້ມີຄວາມໝັ້ນຄົງເຂັ້ມແຂງໃນສະພາບການໂລກພວມມີການຜັນປ່ຽນຢ່າງ ໄວວາ ແລະ ເລິກເຊິ່ງ.
        ທ່ານ ເຈືອງຮ່ວາບິ່ງ ກໍ່ຢັ້ງຢືນວ່າ ດ້ວຍການແບກຫາບ 2 ໜ້າທີ່ ແມ່ນ ເປັນປະທານ ອາຊຽນ ແລະ ເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021, ຫວຽດນາມ ຈະເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ ແລະ ສປຊ ເພື່ອແນໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສັນຕິພາບ, ຄວາມໝັ້ນຄົງ ຂອງ ພາກພື້ນ ແລະ ສາກົນ ກໍ່ຄືຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG).
 (ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top