• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຄັດຄ້ານການກະທຳຂອງຈີນຢູ່ເຂດທະເລອ້ອມແອ້ມເກາະ ບາບິ່ງ ຂຶ້ນກັບໝູ່ເກາະເຈື່ອງຊາ

ເລື່ອງ ໄຕ້ຫວັນ ບໍ່ຫົວຊາຕໍ່ການຄັດຄ້ານຂອງ ຫວຽດນາມ ຍັງຄົງສືບຕໍ່ຈັດຕັ້ງການຝືກຊ້ອມຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມເກາະ ບາບິ່ງ ຂຶ້ນກັບໝູ່ເກາະ ເຈື່ອງຊາຂອງ ຫວຽດນາມ ແມ່ນການກະທຳລະເມີດອະທິປະໄຕເຂດນ້ຳດິນແດນ


ເຂດຈີນ ກໍ່ສ້າງຜິດກົດໝາຍໃນ ເກາະ ບາບີ່ງຂຶ້ນກັບໝູ່ເກາະ ເຈື່ອງຊາຂອງ ຫວຽດນາມ

(ພາບ:AMTI/CSIS)

ວັນທີ 22 ພະຈິກ 2018, ທີ່ການຖະແຫຼງຂ່າວປະຈຳເດືອນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວ ກ່ຽວກັບເລື່ອງ ໄຕ້ຫວັນ ໄດ້ຈັດຕັ້ງການຝຶກຊ້ອມຍິງລູກປືນແທ້ຢູ່ອ້ອມແອ້ມເກາະ ບາບີ່ງ, ໃນໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ, ທ່ານນາງຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຫງວຽນເຟືອງຈ່າ ຢັ້ງຢືນວ່າ: ຫວຽດນາມ ມີພະຍານຫຼັກຖານດ້ານນິຕິກຳ ແລະ ປະຫວັດສາດຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ເໝາະສົມກັບກົດໝາຍສາກົນ.

        ເລື່ອງ ໄຕ້ຫວັນ ບໍ່ຫົວຊາຕໍ່ການຄັດຄ້ານຂອງ ຫວຽດນາມ ຍັງຄົງສືບຕໍ່ຈັດຕັ້ງການຝືກຊ້ອມຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມເກາະ ບາບິ່ງ ຂຶ້ນກັບໝູ່ເກາະ ເຈື່ອງຊາຂອງ ຫວຽດນາມ ແມ່ນການກະທຳລະເມີດອະທິປະໄຕເຂດນ້ຳດິນແດນຂອງ ຫວຽດນາມສຳລັບໝູ່ເກາະນີ້ຢ່າງໜັກໜ່ວງ, ຂົມຂູ່ເຖິງສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມໝັ້ນຄົງໃນການເດີນເຮືອ, ກໍ່ຄວາມເຄັ່ງຕຶງ ແລະ ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ.

        ອີກຄັ້ງໜຶ່ງ, ຫວຽດນາມ ເດັດດ່ຽວ ຄັດຄ້ານການກະທຳດັ່ງກ່າວ ແລະ ຮຽກຮ້ອງໃຫ້ ໄຕ້ຫວັນ ບໍ່ດຳເນີນບັນດາການເຄື່ອນໄຫວທີ່ຄ້າຍຄືກັນ.

ຫວຽດນາມ ຄັດຄ້ານຢ່າງເດັດຂາດຕໍ່ການກະທໍາດັ່ງກ່າວຂອງ ຈີນ ແລະ ຮຽກຮ້ອງໃຫ້ຈີນຢຸດຕິໃນທັນທີ ແລະ ບໍ່ດໍາເນີນການກະທໍາທີ່ຄ້າຍຄືກັນຕື່ມອີກ, ເຄົາລົບອໍານາດອະທິປະໄຕຂອງຫວຽດນາມ ແລະ ກົດໝາຍສາກົນ, ມີການກະທໍາແທດຈິງ ປະກອບສ່ວນເຂົ້າໃນການພັດທະນາການພົວພັນຮ່ວມມື ມິດຕະພາບຫວຽດນາມ - ຈີນ, ກໍຄືຮັກສາສັນຕິພາບ, ສະຖຽນລະພາບ ຢູ່ທະເລຕາເວັນອອກ.

        ກ່ຽວຂ້ອງເຖິງການກ່າວປາໄສຂອງຈີນ ກ່ຽວກັບເລື່ອງສິ້ນສຸດການເຈລະຈາ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃນ 03 ປີຜ່ານມາ, ທ່ານນາງ ຫງວຽນເຟືອງຈ່າ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ:

“ຮັກສາສັນຕິພາບຄວາມໝັ້ນຄົງ, ສະຖຽນລະພາບຢູ່ທະເລຕາເວັນອອກ ແມ່ນຜົນປະໂຫຍດ ແລະ ຄວາມຮັບຜິດຊອບລວມຂອງທຸກໆປະເທດ, ໃນນັ້ນມີບັນດາປະເທດອາຊຽນ ແລະ ຈີນ. ຕາມນັ້ນແລ້ວ ແລະ ຕໍ່ກັບບັນດາການຜັນແປທີ່ສັບສົນໃນໄລຍະຜ່ານມາ ອາຊຽນໄດ້ເນັ້ນໜັກຫຼາຍເທື່ອແລ້ວວ່າ ຄວນບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC). ສິ່ງສໍາຄັນທີ່ສຸດ ແມ່ນຕ້ອງບັນລຸໄດ້ COC ຢ່າງແທດຈິງ, ມີປະສິດທິພາບ, ປະສິດທິຜົນ ແລະ ສອດຄ່່ອງກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ຜ່ານນັ້ນປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຢູ່ທະເລຕາເວັນອອກເວົ້າສະເພາະ ແລະ ພາກພື້ນເວົ້າລວມ ໂດຍໄວ”.

(ແຫຼ່ງຄັດຈາກ VOV)


ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top