• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຄັດຄ້ານບັນດາການເຄື່ອນໄຫວດ້ານການທະຫານຂອງຈີນ ຢູ່ ຟູ໋ເລິມ

      ຫວຽດນາມ ມີພື້ນຖານດ້ານນິຕິທຳ ແລະ ພະຍານຫຼັກຖານປະຫວັດສາດຢ່າງພຽງພໍ ເພື່ອຢັ້ງຢືນອຳນາດອະທິປະໄຕຂອງຕົນສຳລັບ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ

ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ
      ທີ່ການປະຊຸມຂ່າວນັດສາມັນໄດ້ດຳເນີນໃນຕອນບ່າຍວັນທີ 14 ມິຖຸນາ, ຢູ່ຮ່າໂນ້ຍ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ເລທິທູຮັ່ງ ອີກຄັ້ງໜຶ່ງຢັ້ງຢືນວ່າ: ຫວຽດນາມ ມີພື້ນຖານດ້ານນິຕິທຳ ແລະ ພະຍານຫຼັກຖານປະຫວັດສາດຢ່າງພຽງພໍ ເພື່ອຢັ້ງຢືນອຳນາດອະທິປະໄຕຂອງຕົນສຳລັບ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ, ສອດຄ່ອງກັບກົດໝາຍສາກົນ. ທຸກໆການກະທຳທີ່ດຳເນີນຢູ່ 2 ໝູ່ເກາະເຫຼົ່ານີ້ເຊິ່ງບໍ່ໄດ້ຮັບອະນຸຍາດຈາກ ຫວຽດນາມ ແມ່ນຜິດກົດໝາຍ ແລະ ບໍ່ມີຄຸນຄ່າ.
        ຕໍ່ກັບແຫຼ່ງຂ່າວຈາກສື່ສານສາກົນໃນວັນທີ 8 ມິຖຸນາ, ໄດ້ໃຫ້ຂ່າວຜ່ານຮູບພາບດາວທຽມຂອງອົງການສືບລາຊະການລັບ ອິດສະຣາແອນ, ຈີນ ໄດ້ເອົາຖານຍິງລູກສອນໄຟມາຕັ້ງຢູ່ເກາະ ຟູ໋ເລິມ ຂຶ້ນກັບໝູ່ເກາະຮ່ວາງຊາຂອງ ຫວຽດນາມ, ທ່ານນາງໂຄສົກກະຊວງການຕ່າງປະເທດ ເລທິທູຮັ່ງ, ເນັ້ນໜັກວ່າ:
        ເລື່ອງ ຈີນ ຜັນຂະຫຍາຍລູກສອນໄຟຄືນໃໝ່ຢູ່ເກາະ ຟູ໋ເລິມ ຂຶ້ນກັບໝູ່ເກາະ ຮ່ວາງຊາ ໄດ້ລະເມີດອຳນາດອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະຮ່ວາງຊາ ຢ່າງແຮງ, ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບໃນພາກພື້ນ ກໍ່ຄືຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ. ຫວຽດນາມ ຮຽກຮ້ອງໃຫ້ຈີນ ຢຸດຕິບັນດາການກະທຳຜິດພາດນີ້ໃນທັນທີ, ຖອນບັນດາອຸປະກອນການທະຫານທີ່ໄດ້ຜັນຂະຫຍາຍຢ່າງຜິດກົດໝາຍອອກຈາກໝູ່ເກາະ ຮ່ວາງຊາ ຂອງ ຫວຽດນາມ
 (ແຫຼ່ງຄັດຈາກ VOV)
 

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top