• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ຫວຽດນາມ-ຄູ່ຮ່ວມມືການຄ້າລາຍໃຫຍ່ທີ່ສຸດຂອງ ຈີນ ຢູ່ ອາຊຽນ

ມໍ່ມານີ້, ທູດເສດຖະກິດ-ການຄ້າສະຖານທູດ ຈີນ ປະຈຳ ຫວຽດນາມ ຮູສົວຈີນ (Hu Suo Jin) ໄດ້ສະເຫນີຄຳເຫັນຢືນຢັນວ່າ ການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ-ຈີນ ກຳລັງພັດທະນາຢ່າງໄວວາ ແລະ ຫວຽດນາມສາມາດ ກາຍເປັນຄູ່ຮ່ວມມືດ້ານການຄ້າ ລາຍໃຫຍ່ທີ່ສຸດຂອງ ຈີນ ໃນກຸ່ມ ອາຊຽນ ໃນປີ 2016. 
ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ຈະ​ບັນ​ລຸເປົ້າໝາຍ 100 ຕື້ USDໃນປີ 2016
ຕອບຄຳສຳພາດຂອງນັກຂ່າວຢູ່ ຮ່າໂນ້ຍ, ທ່ານ ຮູສົວຈີນ, ທີ່ປືກສາຂອງສະຖານທູດ ຈີນ ປະຈຳ ຫວຽດນາມໃຫ້ຮູ້ວ່າ ເຖິງວ່າການຄ້າໂລກສືບຕໍ່ທົດຖອຍລົງ, ແຕ່ການ ພົວພັນທາງດ້ານການຄ້າ ຫວຽດນາມ-ຈີນ ຍັງຂະຫຍາຍຕົວຢ່າງ​ໄວວາ ແລະ ໝັ້ນຄົງ.  ຫວຽດນາມ ເປັນຄູ່ຮ່ວມມືການຄ້າໃຫຍ່ທີສອງຂອງ ຈີນ ຢູ່​ໃນ​ກຸ່ມອາຊຽນ ຫຼັງ ມາເລເຊຍ,​ໃນ​ເວລາ​ນີ້ ຈີນ ເປັນຕະຫຼາດນຳເຂົ້າໃຫຍ່ທີ່ສຸດ ແລະ ​ເປັນຕະຫຼາດສົ່ງອອກໃຫຍ່ອັນ​ດັບທີ 4 ຂອງ ຫວຽດນາມ.
 
ຕາມຕົວ​ເລກສະຖິຕິຂອງຝ່າຍ ຈີນ, ປີ 2015, ຍອດມູນຄ່າ ການນຳເຂົ້າ-ສົ່ງອອກຂອງ ຫວຽດນາມ ແລະ ຈີນ ບັນລຸໄດ້ 95,8 ຕື້ USD, ເພີ່ມຂຶ້ນ 14,6% ທຽບ​ໃສ່ປີ 2014, ໃນນັ້ນມູນການຄ່າສົ່ງອອກຂອງ ຈີນ​ເຂົ້າ ຫວຽດນາມ ບັນລຸໄດ້ 66,1 ຕື້ USD, ເພີ່ມຂຶ້ນ 3,8% ທຽບ​ໃສ່ປີ 2014, ມູນຄ່ານຳເຂົ້າຂອງ ຈີນ ຈາກຫວຽດນາມ ບັນລຸໄດ້ 29,7 ຕື້ USD, ເພີ່ມຂຶ້ນ 49,1%. ປະຈຸບັນ, ມູນຄ່າການຄ້າ ຫວຽດນາມ-ຈີນ ກວມ 2,4% ໃນຍອດມູນຄ່າການນຳເຂົ້າ-ສົ່ງອອກຂອງ ຈີນ. ສະເພາະໃນເດືອນ ມັງກອນ 2016, ມູນຄ່າການຄ້າ ຫວຽດນາມ-ຈີນ ບັນລຸໄດ້7,8 ຕື້ USD, ​ໃນ​ເວລາ​ດຽວ​ກັນມູນຄ່າແລກປ່ຽນການຄ້າສອງຝ່າຍລະຫວ່າງ ຈີນ ແລະ ມາເລເຊຍ ​ບັນລຸພຽງແຕ່ 6,5 ຕື້ USD ເທົ່ານັ້ນ.
 
ຈາກໝາກຜົນດັ່ງກ່າວ, ທ່ານ ຮູສົວຈີນ ຄາດຄະເນວ່າ ສອງປະເທດສາມາດບັນລຸເປົ້າໝາຍຍົກມູນຄ່າການຄ້າສອງຝ່າຍ ຂຶ້ນ​ເປັນ 100 ຕື້ USD ໃນປີ 2016, ບັນລຸ​ໄດ້​ກ່ອນໜຶ່ງປີທຽບ​ໃສ່ກຳນົດເວລາທີ່ການນຳສອງປະເທດວາງອອກ.
 
ທ່ານໄດ້ຢັ້ງຢືນວ່າ: “ແນ່ນອນ ຫວຽດນາມ ຈະກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຈີນໃນກຸ່ມ ອາຊຽນ ໃນປີ 2016”. 


ຄະນະຜູ້ແທນ ຈີນ ກ່າວປາໄສທີ່ກອງ​ປະຊຸມສຳມະນາສາກົນ “ນະໂຍບາຍ ແລະ ມາດຕາການ
ຊ່ວຍຫນູນການສົ່ງອອກຜະລິດຕະພັນກະສິກຳ ​ເຂົ້າສູ່ຕະຫຼາດ ຈີນ​ໂດຍຜ່ານແຂວງ ກາວບັ່ງ”. ພາບ: ກວກດາດ/
VNA



ບັນດາວິສາຫະກິດ ຈີນ ຄົ້ນຄວ້າ,ຊອກຮູ້ກ່ຽວກັບຜະລິດຕະພັນຊາຂອງ ຫວຽດນາມ. ພາບ: ກວກດາດ/VNA


ພາບຕ້ອນຮັບນັກທ່ອງທ່ຽວ ຈີນ ມາຫວຽດນາມ ທີ່ດ່ານຊາຍແດນສາກົນ ມອ້ງກາຍ (ກວາງນີງ). ພາບ: ວັນດຶກ/ VNA


ລົດ ບັນທຸກ ຂົນສົ່ງສິນຄ້າຈອດຢູ່ດ່ານຊາຍແດນ ເຕິນແທງ (ລ້າງເຊີນ)
ລໍຖ້າການແຈ້ງເອກະສານສົ່ງອອກໄປ ຈີນ. ພາບ: ຖ໋າຍທ່ວນ/
VNA



ກິດຈະກຳພົບ​ປະລະຫວ່າງສອງປະເທດ ຫວຽດນາມ-ຈີນ ​ເປີດຂຶ້ນຢ່າງຟົດຟື້ນຢູ່ ແມ່ນຳ້ ຄາລອງ,
ເສດຖະບານ ມອ້ງກາຍ, ແຂວງ ກວາງນີງ. ພາບ: ກິມເຟືອງ//
VNA



ບໍລິສັດ Chee Wahຜູ້​ລົງທຶນ​ຂອງ​ຈີນ 100% ທີ່ເຂດ ອຸດສາຫະກຳ ຝູເງ້ຍ, ເມືອງ ເຈືອງໝີ໋ (ຮ່າໂນ້ຍ)
ດຳ​ເນີນ​ການຜະລິດເຄື່ອງຫຼິ້ນສົ່ງອອກໄປສູ່ຕະຫຼາດ ເອີຣົບ, ທະວີບອາເມລິກາ ແລະ ອື່ນໆ. ພາບ: ແຢງລາມ/ VNA


ປີ 2015, ຍອດມູນຄ່າການ ນຳເຂົ້າ-ສົ່ງອອກຂອງ ຫວຽດ ນາມ ແລະ ຈີນ ບັນລຸໄດ້ 95,8 ຕື້ USD, ເພີ່ມຂຶ້ນ 14,6% ທຽບ​ໃສ່ ປີ 2014, ໃນນັ້ນ ມູນຄ່າການສົ່ງອອກຂອງ ຈີນ ​ເຂົ້າຫວຽດນາມ ບັນລຸໄດ້ 66,1 ຕື້ USD, ເພີ່ມຂຶ້ນ 3,8% ທຽບ​ໃສ່ປີ 2014, ມູນຄ່າການນຳເຂົ້າຂອງ ຈີນ ຈາກຫວຽດນາມ ບັນລຸໄດ້ 29,7 ຕື້ USD, ເພີ່ມຂຶ້ນ 49,1%.
ດຸດ່ຽງການຄ້າ ຫວຽດນາມ-ຈີນ ກຳລັງໄດ້ຮັບການແກ້ໄຂ ໃຫ້ດີຂຶ້ນ
 
ວິພາກກ່ຽວກັບບັນຫາຄວາມຂາດດຸນການຄ້າລະຫວ່າງສອງປະເທດ, ທ່ານ ຮູສົວຈີນ ເວົ້າວ່າ: “ສະພາບຂາດການ ດຸນດຽງການພົວພັນດ້ານການຄ້າ ຫວຽດນາມ-ຈີນ ກຳລັງໄດ້ແກ້ໃຫ້ດີຂຶ້ນ”.

ຕາມການສະຖິຕິຂອງ ຝ່າຍ ຈີນ, ປີ 2015, ມູນຄ່າການຄ້າຫວຽດນາມ-ຈີນ ເພີ່ມຂຶ້ນ 14,6%, ໃນນັ້ນ, ມູນຄ່າການສົ່ງອອກຂອງ ຈີນ​ເຂົ້າຫວຽດນາມ ເພີ່ມຂຶ້ນ 3,8%, ມູນຄ່າການ ສົ່ງອອກຂອງ ຫວຽດນາມ ໄປ ຈີນ ເພີ່ມຂຶ້ນ 49,1%. ​ໃນປີ 2015, ຫວຽດນາມ​ຂາດ​ດຸນ​ການ​ຄ້າ​ກັບ​ຈີນ​ໄດ້​ຫລຸດ​ລົງ 7,4ຕື້ USD ທຽບ​ໃສ່ປີ 2014. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່​ດີ, ທ່ານ ຮູສົວຈີນຍອມຮັບວ່າ ສະພາບ ການຂາດດຸນການຄ້າ ຫວຽດນາມ-ຈີນ ບໍ່ສາມາດແກ້ໄຂໄດ້ ໃນເວລາສັ້ນ.
 
ຕາມທ່ານ ຮູສົວຈີນ ແລ້ວ, ເພື່ອເຮັດໃຫ້ການພົວພັນ ທາງດ້ານການຄ້າ ຫວຽດນາມ-ຈີນ ພັດທະນາຍືນຍົງ ກວ່າເກົ່າ, ສອງປະເທດໄດ້ນຳໃຊ້ຫຼາຍມາດຕາ​ການເພື່ອເຮັດໃຫ້ຄວາມດຸນດຽງທາງດ້ານການຄ້າໄດ້ກັບ​ຄືນດີຂຶ້ນ. ຫວຽດນາມ ໄດ້ເພີ່ມທະວີຄວາມອາດສາມາດໃນການສົ່ງອອກ ແລະ ສົ່ງອອກຜະລິດ ຕະພັນເອເລັກໂຕນິກ, ເຄື່ອງຈັກ ​ແລະ ບັນດາ​ຜະລິດ​ຕະພັນ​ສ້າງ​ມູນ​ຄ່າ​ເພີ່ມ​ອອກໄປ ຈີນ, ໃນ​ເວລາ​ດຽວ​ກັນຈີນ ກໍ່ເພີ່ມທະວີການນຳເຂົ້າຈາກ ຫວຽດນາມ.
 
ພົວພັນເຖິງບັນຫາການຄ້າເຂດຊາຍແດນ, ການນຳ ຈີນໃຫ້ທັດສະນະ​ວ່າ ການຄ້າຊາຍແດນເປັນ “ພາກສ່ວນໜຶ່ງ ທີ່ສຳຄັນ” ໃນການພົວພັນການຄ້າ ຫວຽດນາມ-ຈີນ. ຍ້ອນບັນຫາການຄ້າຊາຍແດນພົວພັນເຖິງຊີວິດການເປັນຢູ່ຂອງປະຊາຊົນເຂດຊາຍແດນສອງປະເທດ, ສະນັ້ນລັດຖະບານສອງປະເທດໄດ້ຖືເປັນບັນຫາສຳຄັນ.
 
ທ່ານ ຮູສົວຈີນ ຍັງໃຫ້ຮູ້ຕື່ມ​ອີກວ່າ ຫວຽດນາມ-ຈີນ ກຳລັງປະຕິບັດການເຈລະຈາກ່ຽວກັບສັນຍາການຄ້າຊາຍແດນສອງຝ່າຍເພື່ອສາມາດລົງນາມສັນຍາການຄ້າຊາຍແດນສະບັບ
ໃໝ່ໃນປີນີ້. ກ່ຽວກັບສະພາບການລົງທຶນຂອງ ຫວຽດນາມ, ທ່ານ ຮູສົວຈີນ ໃຫ້ຮູ້ວ່າ ປີ 1988 ຫວຽດນາມ ໄດ້ປະກາດກົດໝາຍລົງທຶນຕ່າງປະເທດ. ເວລານັ້ນ, ກົດໝາຍສະບັບນີ້ ເປັນກົດໝາຍ ​ເປີດປະຕູລົງທຶນທີ່ເປີດເຜີຍທີ່ສຸດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ຫຼັງຈາກນັ້ນ, ຫວຽດນາມ ​ໄດ້​ມີການປັບປຸງ, ປ່ຽນ​ແປງ ​ແລະ ເຮັດໃຫ້ກົດໝາຍລົງທຶນຕ່າງປະເທດດີຂຶ້ນ.
 
ທ່ານ ຮູສົວຈີນ ໃຫ້ຮູ້ວ່າ: “ພວກຂ້າພະຈົ້າ ຄິດວ່າ ກົດໝາຍລົງທຶນຕ່າງປະເທດຂອງ ຫວຽດນາມ ​ແມ່ນ ເພື່ອຈຸດປະສົງສ້າງສະພາບແວດລ້ອມຂອງຄວາມສະເໝີພາບ, ຍຸຕິທຳ ແລະ ​ໂປ່​ງ​ໃສ​ຕໍ່ບັນດາວິສາຫະກິດລົງທຶນຕ່າງປະເທດ. ແລະ ກົດໝາຍລົງທຶນຂອງ ຫວຽດນາມຂ້ອນ​ຂ້າງ ມີຄວາມຄ່ອງ​ຕົວ”.
 

ປະຈຸບັນ, ຈີນ ຢືນອັນດັບທີ່ 9 ໃນຈຳນວນປະເທດ, ເຂດພາກ​ພື້ນຕ່າງໆ ທີ່ມີມູນຄ່າລົງທຶນຈາກຕ່າງປະເທດ (FDI) ເຂົ້າຫວຽດນາມ. 
ປະຕິບັດໂດຍ: VNA/VNP
 

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top