• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຫວຽດນາມ: 40 ປີ ເຂົ້າເປັນສະມາຊິກ ສະຫະປະຊາຊາດ

ກ່ອນໜ້ານີ້ 40 ປີ, ວັນທີ 20 ກັນຍາ 1977, ຫວຽດນາມ ກາຍ ເປັນສະມາຊິກ ຂອງສະຫະປະຊາຊາດ (ສປຊ) ຢ່າງເປັນ ທາງການ, ເປັນການເປີດສັກກາດໃໝ່ ໃນການຮັບຮອງ ຂອງ ອົງການຈັດຕັ້ງໃຫຍ່ສຸດຂອງໂລກ ແລະ ວົງຄະນາຍາດສາກົນ ມີຕໍ່ ຫວຽດນາມ ທີ່ມີສັນພາບ, ເອກະພາບ, ເອກະລາດ, ເສລີພາບ ແລະ ປະຊາທິປະໄຕ. 
ຕະຫຼອດເວວາທີ່ຜ່ານມາ, ຫວຽດນາມ ແລະ ສປຊ ໄດ້ມີຄວາມພະຍາຍາມໃນການປັບປຸງ, ສ້າງສາສາຍພົວພັນການ ຮ່ວມມືໃຫ້ນັບມື້ນັບດີຂຶ້ນ ກັບບັນດາຜົນງານທີ່ໜ້າປະທັບໃຈ ແລະ ທ່າແຮງບົ່ມຊ້ອນໃນການພັດທະນາ.
 
ຫວຽດນາມ ໄດ້ຮັບການຊ່ວຍເຫຼືອຢ່າງຫຼວງຫຼາຍ ຈາກບັນດາ ອົງການຈັດຕັ້ງຂອງ ສປຊ, ພ້ອມດຽວກັນ ກໍ່ໄດ້ສະແດງ ໃຫ້ ເຫັນຄວາມຂະຫຍັນຂັນແຂງ, ເປັນເຈົ້າການ ແລະ ມີຄວາມ ຮັບຜິດຊອບໃນນາມເປັນສະມາຊິກຂອງ ສປຊ.
 
ໃນໄລຍະພາຍຫຼັງການປົດປ່ອຍພາກໃຕ້, ລວມປະເທດຊາດ ເປັນເອກະພາບ, ຫວຽດນາມ ທັງຕ້ອງແກ້ໄຂຜົນຢ້ອນຫຼັງທີ່ ໜັກໜ່ວງຂອງສົງຄາມ, ທັງຕ້ອງຈັດຕັ້ງຄືນໃໝ່ພື້ນຖານເສດຖະກິດທີ່ທຸກຈົນ, ຫຼ້າຫຼັງ, ແຕ່ລະກ້າວຟື້ນຟູການຜະລິດ.
 
ເຂົ້າເປັນສະມາຊິກຂອງ ສປຊ ແມ່ນເຫດການໜຶ່ງທີ່ສຳຄັນ, ຊ່ວຍໃຫ້ ຫວຽດນາມ ສ້າງຕັ້ງຖານະບົດບາດຂອງຕົນບົນເວ ທີສາກົນ, ປະກອບສ່ວນ ໃນການປົກປັກຮັກສາສັນຕິພາບ, ຄວາມກ້າວໜ້າ ແລະ ການພັດທະນາໃນທົ່ວໂລກ, ພ້ອມ ດຽວກັນກໍ່ຍາດແຍ່ງເອົາການຊ່ວຍເຫຼືອທາງດ້ານວັດຖຸ ແລະ ຈິດໃຈຈາກເພື່ອນມິດສາກົນ ໃນການສ້າງສາປະເທດຊາດ ຈາກຜົນຮ້າຍຂອງສົງຄາມກໍ່ຄືໃນຍຸກຖືກປິດລ້ອມ, ຂວ້ຳ ບາດ.
 

ພິທີຊັກທຸງຊາດ ຫວຽດນາມ ຂຶ້ນສູ່ຍອດເສົາ ທີ່ສຳນັກງານ ສປຊ ໃນວັນທີ 20 ກັນຍາ 1977,
ເປັນຂີດໝາຍທີ່ ຫວຽດນາມ ເຂົ້າເປັນສະມາຊິກຂອງ ສປຊ ຢ່າງເປັນທາງການ. ພາບ: ເອກະສານ VNA



ພິທີໄຂວາລະກອງປະຊຸມຄັ້ງທີ 32 ຂອງສະມັດຊາໃຫຍ່ ສປຊ ທີ່ນະຄອນ ນິວຢອກ (ສ. ອາເມລິກາ)
ເມື່ອວັນທີ 20 ກັນຍາ 1977 ອະນຸມັດຜ່ານມະຕິຕົກລົງຮັບຮອງ ຫວຽດນາມ ເປັນສະມາຊິກຂອງ ສປຊ.
ພາບ: ເອກະສານ VNA



ທ່ານ ຫງວຽນຢຸຍຈິງ, ລັດຖະມົນຕີການຕ່າງປະເທດ ກ່າວປາໄສທີ່ວາລະກອງປະຊຸມຄັ້ງທີ 32
ຂອງສະມັດຊາໃຫຍ່ ສປຊ ທີ່ ນະຄອນນິວຢອກ (ສ. ອາເມລິກາ) ເມື່ອວັນທີ 20 ກັນຍາ 1977.
ກອງປະຊຸມດັ່ງກ່າວໄດ້ອະນຸມັດ ຮັບຜ່ານມະຕິຕົກລົງ ຮັບຮອງ ຫວຽດນາມ ເປັນສະມາຊິກຂອງ ສປຊ.
ພາບ: ເອກະສານ VNA



ຄະນະຜູ້ແທນ ຫວຽດນາມ ນຳໂດຍທ່ານ ຫງວຽນຢຸຍຈິງ, ລັດ ຖະມົນຕີການຕ່າງປະເທດ
ເຂົ້າຮ່ວມວາລະກອງປະຊຸມຄັ້ງ ທີ 32 ຂອງສະມັດຊາໃຫຍ່ ສປຊ ທີ່ນະຄອນ ນິວຢອກ (ສ. ອາເມລິກາ)
ເມື່ອວັນທີ 20 ກັນຍາ 1977. ກອງປະຊຸມ ດັ່ງກ່າວ ໄດ້ອະນຸມັດ ຮັບຜ່ານມະຕິຕົກລົງຮັບຮອງ
ຫວຽດນາມ ເປັນ ສະມາຊິກຂອງ ສປຊ. ພາບ: ເອກະສານ VNA



ທ່່ານ K.Vanhem, ເລຂາທິການໃຫຍ່ ສປຊ ຕ້ອນຮັບທ່ານ ຫງວຽນຢຸຍຈິງ,
ລັດຖະມົນຕີການຕ່າງປະເທດ ຫວຽດນາມ ເມື່ອວັນທີ 20 ກັນຍາ 1977 ທີ່ວາລະກອງປະຊຸມຄັ້ງທີ 32
ຂອງ ສະມັດຊາໃຫຍ່ ສປຊ ທີ່ນະຄອນ ນິວຢອກ (ສ. ອາເມລິກາ). ກອງປະຊຸມ ດັ່ງກ່າວ
ໄດ້ອະນຸມັດຜ່ານມະຕິຕົກລົງ ຮັບຮອງ ຫວຽດນາມ ເປັນສະມາຊິກຂອງ ສປຊ. ພາບ: ເອກະສານ VNA
ໃນຂະບວນການປ່ຽນແປງໃໝ່, ຍູ້ແຮງການຫັນເປັນ ອຸດສາຫະກຳ ຫັນເປັນທັນສະໄໝ ແລະ ເຊື່ອມໂຍງສາກົນ, ສປຊ ສືບຕໍ່ຊ່ວຍເຫຼືອຫວຽດນາມ ຢ່າງຕັ້ງໜ້າດ້ວຍແຫຼ່ງທຶນ ຫຼາຍ ຮ້ອຍລ້ານໂດລາສະຫະລັດຕໍ່ປີ.  
 
ນີ້ແມ່ນໜຶ່ງໃນບັນດາແຫຼ່ງກຳລັງສຳຄັນທີ່ຊ່ວຍເຫຼືອ ຫວຽດ ນາມ ປະຕິບັດສຳເລັດ ບັນດາເປົ້າໝາຍ ພັດທະນາເສດຖະ ກິດ-ສັງຄົມ ແລະ ປະກອບສ່ວນເຮັດໃຫ້ ຫວຽດນາມ ກາຍ ເປັນໜຶ່ງໃນຈຳນວນປະເທດສຳເລັດບັນດາ ເປົ້າໝາຍພັດທະ ນາສະຫັດສະວັດຂອງ ສປຊ.
 
ຕະຫຼອດທົດສະວັດ 1980 ຈົນເຖິງກາງທົດສະວັດ 1990, ບັນ ດາການເຄື່ອນໄຫວຂອງ ຫວຽດນາມ ທີ່ ສປຊ ສ່ວນຫຼາຍ ສຸມ ໃສ່ເຂົ້າໃນການຕໍ່ສູ້ ເພື່ອຍົກເລີກການປິດລ້ອມ ແລະ ຂວຳ້ ບາດ.
 
ໃນໄລຍະນີ້, ຫວຽດນາມ ເລີ່ມຜັນຂະຫຍາຍຢ່າງແຂງແຮງນະໂຍບາຍການຕ່າງປະເທດແບບຫຼາຍຝ່າຍ, ຫຼາຍຮູບແບບ, ເປັນເຈົ້າຕົນເອງ, ເຊ່ືອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ເທື່ອລະກ້າວ.
 
ໄລຍະ 1997-2000, ສປຊ ໃຫ້ບຸລິມະສິດ ໃນການຊ່ວຍ ເຫຼືອເພື່ອລົບລ້າງຄວາມທຸກຍາກ, ປະຕິບັດ ບັນດານະໂຍ ບາຍດ້ານສັງຄົມ; ປັບປຸງ ແລະ ຄຸ້ມຄອງການພັດທະນາ; ຄຸ້ມ ຄອງສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ; ຄຸ້ມ ຄອງລັດ ແລະ ລະດົມແຫຼ່ງກຳລັງ.
 
ໄລຍະ 2001-2005, ສປຊ ໄດ້ຫັນທິດໃນການຊ່ວຍເຫຼືອ ດ້ານເຕັກໂນໂລຢີສູ່ການຊ່ວຍເຫຼືອດັດແປງກ່ຽວກັບນະໂຍ ບາຍ ແລະ ບັນຍັດເສດຖະກິດ, ວິສາຫະກິດແຫ່ງລັດ, ການ ບໍລິຫານ, ກົດໝາຍ, ສ້າງແຜນການລົງທຶນ, ພັດທະນາລະ ບົບທະນາຄານ, ເປີດກວ້າງອອກໄປສູ່ບັນດາຂົງເຂດຕ່າງໆ ຄື: ກັນຕ້ານ HIV/AIDS ແລະ ບັນດາພະຍາດທີ່ອັນຕະລາຍ; ຊ່ວຍເຫຼືອປະຕິບັດກົດລະບຽບປະຊາທິປະໄຕຢູ່ ຂັ້ນຮາກ ຖານ, ປະຕິບັດສິດ ສະເໝີພາບລະຫວ່າງຍິງ-ຊາຍ...
 
ນັບແຕ່ປີ 2007-2011, ເພີ່ມທະວີປະຕິບັດນະໂຍບາຍການ ຕ່າງປະເທດແບບຫຼາຍຝ່າຍ, ການພົວພັນສາກົນແບບຫຼາຍ ສີສັນ, ຫວຽດນາມ ໄດ້ນຳໃຊ້ເວທີ ສປຊ ເພື່ອເພີ່ມທະວີ ການພົວພັນກັບບັນດາອົງການໃນລະບົບ ສປຊ, ເປີດກວ້າງ ການພົວພັນແບບສອງຝ່າຍ, ຫຼາຍຝ່າຍກັບບັນດາປະເທດ ແລະ ອົງການຈັດຕັ້ງ ສາກົນ.
 
ຫວຽດນາມ ໄດ້ເປັນເຈົ້າການ ແລະ ສົມທົບຢ່າງຕັ້ງໜ້າກັບ ບັນດາປະເທດບໍ່ຮ່ວມກັນ ແລະ ພວມພັດທະນາ ເພື່ອຕໍ່ສູ້ ແລະປົກປັກຮັກສາບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ, ພ້ອມດຽວກັນ ກໍຮັກສາຜົນປະໂຫຍດ ຂອງປະ ເທດກຳລັງພັດທະນາ.
 
ຫວຽດນາມ ໄດ້ກາຍເປັນສະມາຊິກສົມບູນ ຂອງ ສົນທິສັນຍາ ຫ້າມ ເກືອດຫ້າມການນຳໃຊ້ອາວຸດເຄມີ ຢ່າງເປັນທາງການ ເມື່ອປີ 1998; ເປັນໜຶ່ງໃນປະເທດທຳອິດ ໄດ້ເຊັນສົນທິສັນ ຍາຫ້າມທົດລອງໃຊ້ອາວຸດ ນິວເຄຼຍ ຢ່າງຮອບດ້ານ ເມື່ອປີ 1996; ເປັນສະມາຊິກຂອງກອງປະຊຸມລົບລ້າງກຳລັງອາວຸດ ເມື່ອປີ 1996...
 
ເດືອນ ມິຖຸນາ 2014, ເທື່ອທຳອິດ ຫວຽດນາມ ໄດ້ສົ່ງກອງກຳ ລັງ ໄປເຂົ້າຮ່ວມການເຄື່ອນໄຫວປົກ ປັກຮັກສາສັນຕິພາບຂອງ ສປຊ. ໃນຂອບຄວາມຄິດເຫັນທ່ີເປັນເອກະພາບໃນ ການເຄື່ອນໄຫວ- ໜຶ່ງ ສປຊ, ລັດຖະບານ ຫວຽດນາມ ແລະ ສປຊ ໄດ້ມີການສົມທົບຜັນຂະຫຍາຍແຜນການຮ່ວມ ຂອງ ສປຊ ໄລຍະ 2012-2016 ຢ່າງຕັ້ງໜ້າ.
 
ຫວຽດນາມ ເປັນໜຶ່ງໃນ 8 ປະເທດໄດ້ທົດລອງໃຊ້ຫົວຄິດປະ ດິດສ້າງເຄື່ອນໄຫວລວມເປັນເອກະພາບ ໃນໂລກ ແລະ ຫົວ ຄິດປະດິດສ້າງນີ້ ປະກອບສ່ວນຍົກສູງຜົນການເຄື່ອນໄຫວ, ເພີ່ມທະວີຄວາມສະໜິດຕິດພັນຂອງບັນດາອົງການ ສປຊ ຢູ່ ຫວຽດນາມ.
 
ດ້ວຍຄວາມມານະພະຍາຍາມ ແລະ ການປະກອບສ່ວນ ຢ່າງ ມີປະສິດທິຜົນເຂົ້າໃນການເຄື່ອນໄຫວ ແລະ ວິວັດແຫ່ງການ ພັດທະນາຂອງ ສປຊ, ຫວຽດນາມ ໄດ້ປະຊາຄົມສາກົນໃຫ້ ຄວາມໄວ້ວາງໃຈ, ຕີລາຄາສູງ, ສິ່ງດັ່ງກ່າວ ໄດ້ສະແດງອອກ ມາຢ່າງຈະແຈ້ງເມື່ອ ຫວຽດນາມ ຖືກເລືອກເຂົ້າໃນບັນດາອົງ ການຂອງ ສປຊ ດ້ວຍຈຳນວນບັດສະໜັບສະໜູນສູງ, ພິເສດ ແມ່ນສະພາຄວາມໝັ້ນຄົງຂອງ ສປຊ (ອາຍຸ ການ 2008-2009), ສະພາເສດຖະກິດ-ສັງຄົມ ຖືກເລືອກ 2 ສະໄໝ (ອາຍຸການ 1998-2000 ແລະ 2016-2018), ສະພາສິດທິ ມະນຸດ (ອາຍຸການ 2014-2016), ສະພາປະຕິບັດງານ ຢູ ແນັສໂກ (ອາຍຸການ 2015-2019), ຄະນະກຳມະການກົດ ໝາຍສາກົນ (ອາຍຸການ 2017-2021). 

ກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບການ
ລະບາດຂອງ ເຊື້ອ Ebola ໄດ້ຈັດຂຶ້ນໃນວັນທີ 18 ກັນຍາ 2014. ພາບ: ເອກະສານ VNA



ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ເບື້ອງຊ້າຍ) ຕ້ອນ ຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 40 ປີ ຫວຽດນາມ ເຂົ້າເປັນສາມາຊິກ ສປຊ ເມື່ອວັນທີ 30 ພຶດສະພາ 2017,
ທີ່ສຳນັກງານ ສປຊ ຢູ່ນະຄອນ ນິວຢອກ, ສ. ອາເມລິກາ. ພາບ: ຖົ໋ງເຍິດ/
VNA



ຕອນຄ່ຳວັນທີ 14 ກັນຍາ 2017, ທີ່ ສຳນັກງານ ສປຊ ຢູ່ ເຊີ ແນວ (ສະວິດ), ທ່ານ ຮອງນາຍົກລັດຖະມົນຕີ
ເວືອງດິ່ງເຫວ້ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສໃນພິທີສະເຫຼີມສະຫຼອງ 40 ປີ ຫວຽດນາມ ເຂົ້າເປັນສະມາຊິກ
ສປຊ
(20/9/1977 - 20/9/2017) ແລະ 72 ປີ ວັນຊາດ ຫວຽດນາມ ວັນທີ 2 ກັນ ຍາ ດ້ວຍການເຂົ້າຮ່ວມ
ຂອງບັນດາເອກອັກຄະລັດຖະທູດ 500 ກວ່າທ່ານ, ຫົວໜ້າຄະນະ ຂອງບັນດາປະເທດ, ຜູ້ຕາງໜ້າ
ຂອງອົງການ ສປຊ, ບັນດາອົງການຈັດຕັ້ງສາກົນ ແລະ ຊາວ ຫວຽດນາມ ຢູ່ເຊີແນວ.
ໃນພາບ: ທ່ານຮອງນາຍົກລັດ ຖະມົນຕີ ເວືອງດິ່ງເຫວ້ ກ່າວປາໄສໃນພິທີ. ພາບ: ຮວ່າງຮວາ/
VNA



ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ນຳໂດຍ ພົນໂທ ຫງວຽນຈີວິ້ງ, ຮອງລັດຖະມົນຕີ
ເຂົ້າຮ່ວມກອງປະຊຸມ ຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ເຂົ້າຮ່ວມກອງກຳລັງຮັກສາສັນຕິພາບຂອງ ສປຊ ທີ່ ລອນດອນ (ອັງກິດ) ວັນທີ 8 ກັນຍາ 2016. ພາບ: ເອກະສານ/
VNA



ວັນທີ 2 ເມສາ 2015, ທີ່ນະຄອນຫຼວງ ຮ່່າໂນ້ຍ, ສູນກາງ ປົກປັກຮັກສາສັນຕິພາບ ຫວຽດນາມ ໄດ້ຈັດພິທີ
ສົ່ງພະນັກ ງານ 3 ທ່ານ ເພື່ອໄປປະຕິບັດ ໜ້າທ່ີຮັກສາສັນຕິພາບ ຂອງ ສປຊ ຢູ່ ສ ອາຟຣິກກາກາງ ປະກອບມີ:
ພັນໂທ ຫງວຽນຊວນ ແທງ, ພັນຕີ ຫວູວັນຮຽບ ແລະ ຮ້ອຍເອກ ຮວ່າງຈຸງກຽນ. ພາບ: ໂຮ່ງຟາ/
VNA



ແຕ່ວັນທີ 6-23 ກັນຍາ 2017, ສູນກາງປົກປັກຮັກສາ ສັນ ຕິພາບ ຫວຽດນາມ ສົມທົບກັບໂຮງໝໍເສນາຮັກ
175 ແລະ ບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນ ປະເທດ ຫວຽດນາມ ຈັດຕັ້ງຊຸດຝືກອົບຮົມ
ການນຳໃຊ້ຕົວຈິງ ເຄື່ອງ ປະກອບ ຂອງໂຮງໝໍກາງສະໜາມຮົບຊັ້ນ 2 ເລກ 1, ຕົວ ແບບໂຮງໝໍ
ສະໜາມຮົບແຫ່ງທຳອິດຂອງ ຫວຽດນາມ ຈະ ໄດ້ເຂົ້າຮ່ວມການເຄື່ອນໄຫວປົກປັກຮັກສາສັນຕິພາບ
ສປຊ ທີ່ ຊູດານ ໃຕ້ ໃນປີ 2018. ພາບ:
VNA


ໂຄງການຮ່ວມມືແຕ່ປີ 2017-2021 ລະຫວ່າງ ຫວຽດນາມ ແລະ ສປຊ ໃນຂອບຂອງຫົວຄິດປະດິດສ້າງໜຶ່ງ ສປຊ, ຊຶ່ງ ສອງຝ່າຍລົງນາມ ເມື່ອເດືອນ ກໍລະກົດ ຜ່ານມາ, ສຸມໃສ່ ໃນ 4 ຂົງເຂດບຸລິມະສິດຄື: ລົງທຶນເຂົ້າພັດທະນາຊັບພະຍາກອນ ມະນຸດ; ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ແລະ ພັດທະນາສິ່ງແວດລ້ອມແບບຍືນຍົງ; ຊຸກຍູ້ຄວາມວັດ ທະນາຖາວອນ ແລະ ການພົວພັນຄູ່ຮ່ວມມື; ເພີ່ມທະວີຄວາມ ຍຸຕິທຳ, ສັນຕິພາບ ແລະ ຄຸ້ມຄອງ ຢ່າງຮອບດ້ານ. ນີ້ແມ່ນ ພື້ນຖານທີ່ສຳຄັນ ເພື່ອຜັນຂະຫຍາຍ ບັນດາການເຄື່ອນໄຫວ ຮ່ວມມືຕົວຈິງ ລະຫວ່າງ ຫວຽດນາມ ແລະ ສປຊ ໃນຊຸມ ປີ ທີ່ຈະມາເຖິງ.
 
ເປັນສະມາຊິກທີ່ມີຄວາມຮັບຜິດຊອບ ແລະ ຕັ້ງໜ້າໃນບັນດາ ການເຄື່ອນໄຫວຂອງ ສປຊ, ນະໂຍບາຍຂອງ ຫວຽດ ນາມ ແມ່ນສົມທົບກັບບັນດາປະເທດສະມາຊິກ ຍົກສູງຫຼັກ ການພື້ນຖານຂອງກົດບັດ ສປຊ ແລະ ກົດໝາຍສາກົນ, ຊຸກ ຍູ້ການພົວພັນສາກົນແບບສະເໝີພາບ, ມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາປະຊາຊາດ, ຮັບປະກັນຜົນປະ ໂຫຍດທີ່ສົມເຫດສົມຜົນຂອງທຸກປະເທດ, ເປັນຕົ້ນແມ່ນບັນ ດາປະເທດພວມພັດທະນາ.
 
ເພີ່ມທະວີການເຂົ້າຮ່ວມໃນລະດັບສູງກວ່າ ການເຄື່ອນໄຫວ ປົກປັກຮັກສາສັນຕິພາບຂອງ ສປຊ, ພະຍາຍາມປະຕິບັດສຳ ເລັດ ລະບຽບວາລະປະຊຸມ 2030, ບັນດາເປົ້າໝາຍພັດທະ ນາແບບຍືນຍົງ ແລະ ຂໍ້ຕົກລົງ ປາຣີ ວ່າດ້ວຍການປ່ຽນແປງ ຂອງ ດິນຟ້າອາກາດ; ສະໜັບສະໜູນຄວາມພະຍາຍາມ ປັບ ປຸງ ສປຊ ຕາມທິດຍົກສູງປະສິດທິຜົນ, ຈະແຈ້ງ ແລະ ຫັນ ເປັນປະຊາທິປະໄຕໃນທຸກໆ ການເຄື່ອນໄຫວ; ສຸມໃສ່ສຳ ເລັດເປັນຢ່າງດີບົດບາດທີ່ເປັນ ສະມາຊິກ ໃນບັນດາກົນໄກ ຂອງ ສປຊ ແລະ ນຳໜ້າດ້ານຫົວຄິດປະດິດສ້າງໃນຂົງເຂດ ບຸລິມະສິດ.  
 
ຖືການພົວພັນຮ່ວມມືກັບ ສປຊ ເປັນໜຶ່ງໃນບັນດາບຸລິມະສິດ ແຖວໜ້າຂອງ ນະໂຍບາຍພົວພັນການຕ່າງປະເທດ, ຫວຽດ ນາມ ພ້ອມແລ້ວທີ່ຈະສົມທົບຢ່າງຕັ້ງໜ້າກັບບັນດາປະເທດ ສະມາຊິກ ສປຊ ແລະ ບັນດາຄູ່ຮ່ວມມືຂອງ ສປຊ, ເສິີມຂະ ຫຍາຍຫຼາຍກວ່າເກົ່າບົດບາດຂອງອົງການຫຼາຍຝ່າຍ ທີ່ມີ ຂະໜາດໃຫຍ່ທີ່ສຸດໃນໂລກ, ປະກອບສ່ວນເຂົ້າໃນ ພາລະ ກິດປົກປັກຮັກສາສັນຕິພາບ, ເອກະລາດແຫ່ງຊາດ, ປະຊາ ທິປະໄຕ ແລະ ກ້າວໜ້າທາງສັງຄົມໃນທົ່ວໂລກ.



ປະຈຸບັນ, ຫວຽດນາມ ພວມຕັ້ງໜ້າໃນການສະໝັກເປັນສະ ມາຊິກ ຂອງຄະນະມົນຕີຄວາມໝັ້ນຄົງ ໃນວາລະ 2020-2021, ດ້ວຍຄວາມຫວັງທີ່ຈະປະກອບສ່ວນຢ່າງຕັ້ງໜ້າ ແລະ ຕົວຈິງກວ່າເກົ່າ ໃຫ້ແກ່ຄວາມພະຍາຍາມຂອງ ສປຊ ໃນການ ປົກປັກຮັກສາສັນຕິພາບ, ຄວາມສະຫງົບສາກົນ, ພ້ອມກັນ ນັ້ນ ກໍ່ຍົກສູງຖານະບົດບາດ, ຄວາມໄວ້ວາງໃຈຂອງ ຫວຽດ ນາມ ບົນເວທີສາກົນ. 

ບົດ: VietnamPlus - ພາບ: VNA

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top