• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ອຽກລັງ ​ເພີ​່ມທະວີ​ການ​ຮ່ວມ​ມື​ສອງ​ຝ່າຍ ​ແລະ ສົມທົບ​ກັນ​​ໃນ​ບັນດາເວທີ​ປາ​ໄສຫຼາຍຝ່າຍ

ຕອນຄໍ່າວັນທີ 22 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ໂອ້ລົມຜ່ານທາງໂທລະສັບກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ອຽກລັງ Simon Coveney  ເພື່ອແລກປ່ຽນກ່ຽວກັບການເພີ່ມທະວີການຮ່ວມມືສອງຝ່າຍ ແລະ ການສົມທົບລະຫວ່າງສອງປະເທດໃນບັນດາເວທີປາໄສຫຼາຍຝ່າຍ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໂອ້ລົມຜ່ານທາງໂທລະສັບກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ອຽກລັງ Simon Coveney  (ພາບປະກອບ: dangcongsan.vn)

   ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຍາມໃດກໍສົມທົບກັບບັນດາຄູ່ຮ່ວມມືຢ່າງແໜ້ນແຟ້ນ ໃນນັ້ນ ມີອຽກລັງ ຢູ່ບັນດາເວທີປາໄສຫຼາຍຝ່າຍ ເພື່ອປະກອບສ່ວນຫຼາຍກວ່າອີກເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ເຄົາລົບກົດໝາຍສາກົນ ກໍຄືໃນການຮັບມືກັບບັນດາບັນຫາທົ່ວໂລກ. ທ່ານກໍສະເໜີວ່າ ອຽກລັງ ແລະ ຫວຽດນາມ ຈະສົມທົບກັນເສີມຂະຫຍາຍ ແລະ ຍາດແຍ່ງເອົາກາລະໂອກາດ ໂດຍ ສັນຍາການຄ້າເສລີ ລະຫວ່າງຫວຽດນາມ ແລະ ອີຢູ (EVFTA), ສັນຍາອາລັກຂາການລົງທຶນ (EVIPA) ນໍາມາໃຫ້, ໜູນຊ່ວຍພື້ນຖານເສດຖະກິດຂອງສອງປະເທດຜ່ານຜ່າບັນດາສິ່ງທ້າທາຍໃນປັດຈຸບັນ. ສ່ວນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ອຽກລັງ Simon Coveney  ສະເໜີວ່າ ສອງປະເທດສືບຕໍ່ເພີ່ມທະວີການສົມທົບໃນການຮ່ວມມືລະຫວ່າງຫວຽດນາມ - ອີຢູ, ອາຊຽນ - ອີຢູ ກໍຄືຢູ່ບັນດາເວທີປາໄສສາກົນ ໂດຍສະເພາະແມ່ນ ສປຊ ໃນບັນດາບັນຫາ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍກໍເຫັນດີຈະສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນຫວຽດນາມ - ອຽກລັງ ຄົບຮອບ 25 ປີ (1996 – 2021), ເພີ່ມທະວີການຮ່ວມມືໃນຫຼາຍດ້ານ, ພິເສດແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ, ຮ່ວມມືພັດທະນາ, ສ້າງກໍາລັງໜູນໃໝ່ໃຫ້ແກ່ສາຍພົວພັນສອງຝ່າຍ. 
(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top