• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຫງວຽນທຸ: ນັກຈິດຕະກອນ ອຸທິດ ທັງຊີວິດ ເພື່ອການແຕ້ມ ພາບຜ້າໄໝ

ມີຕົ້ນກຳເນີດຈາກ ຈີນ, ຍີ່ປຸ່ນ, ພາບຜ້າໄໝບູຮານ ເມື່ອນຳເຂົ້າ ຫວຽດນາມ ໂດຍຜ່ານຫົວຄິດປະດິດສ້າງ, ການດັດປ່ຽນ ຂອງ ບັນ ດານັກຈິດຕະກອນຢູ່ພາຍໃນປະເທດ ໄດ້ສ້າງເປັນປະເພດ ພາບ ແຕ້ມທີ່ເຕັມໄປດ້ວຍສີສັນຫວຽດ. ນັກຈິດຕະກອນ ຫງວຽນທຸ, ໜຶ່ງ ໃນຈຳນວນນັກຮຽນ 15 ຄົນ ຊຸດທີ 1 (1957-1962) ຂອງ ວິທະ ຍາໄລ ວິຈິດສິນ ຫວຽດນາມ (ປັດຈຸບັນ ແມ່ນມະຫາວິທະ ຍາໄລ ວິຈິດສິນ ຫວຽດນາມ) ເປັນທ່ີຮູ້ຈັກກັນວ່າ ເປັນໜຶ່ງ ໃນບັນ ດານັກ ຈິດຕະກອນ ທີ່ໄດ້ອຸທິດ ທັງຊີວິດ ຂອງ ຕົນເພື່ອ ການແຕ້ມ ພາບ ຜ້າໄໝ ແລະ ສ້າງ ຂີດໝາຍສະເພາະ ກັບປະເພດພາບ ແຕ້ມ ດັ່ງກ່າວ. 
ຖືກຮັບຮອງເປັນ ນັກຈິດຕະກອນ ລຸ້ນທຳອິດ ໃນການພັດທະນາສິ ລະປະພາບແຕ້ມຜ້າໄໝ ຫວຽດນາມ, ນັກຈິດຕະກອນ ຫງວຽນທຸ ເປັນໜຶ່ງໃນ ບັນດານັກຈິດຕະກອນ ມີຊື່ສຽງທີ່ສຸດ ໃນການພັດທະ ນາສິລະປະ ພາບແຕ້ມຜ້າໄໝ ຫວຽດນາມ ຫຼັງການປະຕິວັດ ເດືອນ ສິງຫາ. 

ນັກຈິດຕະກອນ ຫງວຽນທຸ ເປັນອາຈານສອນ, ຮອງ ສຈ ຜູ້ທຳອິດ ຂອງ ຫວຽດນາມ ທຳການສິດສອນ ກ່ຽວກັບສິລະປະ ລະບາຍສີ, ສະເພາະແຕ້ມພາບຜ້າໄໝ ຢູ່ຕ່າງປະເທດ ເຊັ່ນ: ມະຫາວິ ທະຍາ ໄລ ວິຈິດສິນແຫ່ງຊາດ ປາຣີ. 
ພາບແຕ້ມຜ້າໄໝຂອງ ທ່ານ ຫງວຽນທຸ ໄດ້ວົງການນັກວິຊາການ ຕີລາ ຄາວ່າ ເປັນຈິດຕະກອນ ແຕ້ມພາບຜ້າໄໝ ມີສີສັນທ່ີເປັນ ເອກະ ລັກສະເພາະພິເສດ. ສິ່ງດັ່ງກ່າວສະແດງ ໃຫ້ເຫັນ ການຈັດ ໂຄງພາບແຕ້ມທີ່ງ່າຍດາຍ ກັບສີສັນທີ່ ອ່ອນໂຍນ ຂອງ ເພິ່ນ. ກັບ ບັນດາຕົວລະຄອນ ທ່ີຄຸ້ນເຄີຍ, ລຽບງ່າຍ, ແຕ່ນັກຈິດຕະກອນ ຫງວຽນທຸ ໄດ້ນໍາໃຊ້ ສິລະປະ ທ່ີເປັນອິດສະຫຼະ ເພື່ອສ້າງບັນຍາ ກາດ ທ່ີເປັນໂລແມນຕິກ. ການຄົ້ນພົບຄວາມຄິດສ້າງສັນ ໃນເຕັກ ນິກການແຕ້ມ ໄດ້ຊ່ວຍໃຫ້ ນັກຈິດຕະກອນ ຫງວຽນທຸ ບໍ່ພຽງແຕ່ ຈຳກັດ ໄດ້ຂໍ້ຈໍາກັດ ຂອງ ພາບແຕ້ມຜ້າໄໝ ເທົ່ານັ້ນ, ແຕ່ຍັງເຮັດ ໃຫ້ມັນ ມີປະໂຫຍດ ທ່ີເດັ່ນ, ຊຶ່ງເປັນຄວາມແຕກຕ່າງ  ທ່ີບໍ່ພົບ ເຫັນ ໃນວັດຖຸ ອື່ນ.


ຈິດຕະກອນ ຫງວຽນທຸ, ເປັນໜຶ່ງ ໃນຈຳນວນບໍ່ພໍເທົ່າໃດນັກ ຈິດ ຕະກອນ ໄດ້ອຸທິດຕະຫຼອດຊີວິດ ເພື່ອການແຕ້ມ ພາບຜ້າໄໝ ແລະ ສ້າງຊື່ສຽງໃຫ້ກັບປະເພດພາບ ແຕ້ມນີີ້. 


ນັກຈິດຕະກອນ ຫງວຽນທຸ ພ້ອມກັບລູກສິດ ຊາວ ສ ເກົາຫຼີ ໃນ ຫ້ອງ gallery ຂອງເພິ່ນຢູ່ ມະຫາວິທະຍາໄລ ວິຈິດສິນ ຮ່າໂນ້ຍ. 


ນັກຈິດຕະກອນ ຫງວຽນທຸ ແນະນຳ ວາດຈຸດພື້ນຖານ ພາບຜ້າໄໝ ໃຫ້ແກ່ນັກສຶກສາ ມະຫາວິທະຍາໄລວິຈິດສິນ ຮ່າໂນ້ຍ. 


ນັກຈິດຕະກອນ ຫງວຽນທຸ ວາດຈຸດພື້ນຖານ ຜົນການປະດິດແຕ່ງ ກ່ຽວກັບພາບຜ້າໄໝ...


... ແລະ ເຮັດໃຫ້ສຳເລັດພາບແຕ້ມ ຜ້າໄໝ ແຜ່ນໜຶ່ງ ວ່າດ້ວຍຫົວ ເລື່ອງ ພູເຂົາ. 

ຢູ່ໃນເຮືອນຂອງຕົນ ໃຫ້ກັບ ມະຫາວິທະຍາໄລວິຈິດສິນ ຮ່າໂນ້ຍ, ນັກຈິດຕະກອນ ຫງວຽນທຸ ໄດ້ໃຫ້ ພວກຂ້າພະເຈົ້າຊົມຜົນງານ ປະດິດແຕ່ງ ທີ່ທ່ານໄດ້ແຕ້ມ ໃນຕະຫຼອດຊ່ວງເວລາ 50 ປີ ຢຶດ ໝັ້ນກັບອາຊີບແຕ້ມພາບຜ້າໄໝ. ຈິດຕະກອນ ຫງວຽນທຸໃຫ້ຮູ້ວ່າ ຈາກເລື່ອງລາວ ທຳມະດາ, ແຕ່ເປີດໂລກກະທັດລັດໃຫ້ເພິ່ນ ຊອກ ຮູ້ ເຕັກນິກ ການແຕ້ມພາບຜ້າໄໝ ໃໝ່ ສຳລັບປະເພດສິລະປະ ທີ່ ມີລັກ ສະນະຈຳເພາະ ພາບຜ້າໄໝ, ບັນຫາເຕັກນິກ ຖືບົດບາດ ສຳຄັນທີສຸດ. 

ນັກຈິດຕະກອນ ຫງວຽນທຸ, ອະດີດຜູ້ອຳນວຍການ ມະຫາວິທະຍາ ໄລ ວິຈິດສິນ ຫວຽດນາມ (1985 - 1991); ກໍາມະການຄະນະ ບໍລິ ຫານງານສະມາຄົມວິຈິດສິນ ຫວຽດນາມ ຊຸດທີ  II (1983 - 1989). ທ່ານໄດ້ຮັບນາມມະຍົດ ຮອງ ສຈ; ນາມມະຍົດ ຄູ  ປະຊາຊົນ. 
ໃນຕອນຄໍ່າຂອງວັນໜຶ່ງປີ 1976, ໃນຂະນະທີ່ກຳລັງເຮັດໃຫ້ສົມ ບູນ ແບບພາບແຕ້ມ ທີ່ມີຫົວຂໍ້ “ໝູ່ບ້ານພູດອຍ” ມີເພື່ອນສະໜິດ ຄົນໜຶ່ງ (ຕໍ່ມາເປັນນັກສິລະປິນ ປະຊາຊົນ ກວາງເຖາະ ) ມາຢ້ຽມ ຢາມ. ເມື່ອເບິ່ງພາບແຕ້ມ ທີ່ບໍ່ທັນສົມບູນແບບ ຫ້ອຍຢູ່ ເທິງ ຝາ ທ່າມກາງແສງສະຫວ່າງທີ່ສະຫຼົວໆ ຂອງໂຄມໄຟ, ເພື່່ອນ ຄົນ ນີ້ ໄດ້ປະກອບຄຳເຫັນວ່າ: “ພາບແຕ້ມແຜ່ນນີ້ ເບິ່ງທຳມະດາ ແລະ ບໍ່ມີຄຸນຄ່າແຕ່ຢ່າງໃດ...”.

ຄວາມຄິດເຫັນທີ່ຊື່ຕົງ ຂອງ ເພື່ອນ ແລະ ບໍ່ແມ່ນນັກແຕ້ມ ໄດ້ສົ່ງ ຜົນ ກະທົບຢ່າງແຮງຕໍ່ທ່ານ. ນັກຈິດຕະກອນ ຫງວຽນທຸ ໄດ້ນຳ ແຜ່ນ ພາບແຕ້ມທີ່ ໃກ້ຈະສຳເລັດ ນັ້ນອອກມາອ່າງນຳ້ ເພື່ອຖູໃຫ້ ສະອາດ ແລະ ແຕ້ມຄືນໃໝ່. ທ່ານໃຊ້ຟອຍນ້ອຍໆ ຖູໄປຖູມາ ໃຫ້ ພາບແຕ້ມຕົກສີອອກໄປຈົນໝົດ ແລ້ວຈຶ່ງນຳເຂົ້າເຮືອນ ສ່ອງພາບ ແຕ້ມໃຕ້ແສງຫຼອດໄຟ. ພາຍໃຕ້ແສງສະຫວ່າງທີ່ສະຫຼົວໆ, ທ່ານ ເຫັນຮູບລາຍຂວາງ, ລາຍຕັ້ງ ຂອງ ຜ້າໄໝ ປະກົດຂຶ້ນຢ່າງແຈ້ງ ຊັດ.

ຈາກນັ້ນ ນັກຈິດຕະກອນ ຫງວຽນທຸ ສືີບຕໍ່ໃຊ້ “ດຽບ” (ວັດຖຸດິບ ມັກໃຊ້ໃນການແຕ້ມພາບພື້ນເມືອງ ດົງໂຮ່ ໃນໂອກາດບຸນ ເຕັດ ຊຶ່ງປະກອບມີ: ຜົງເປືອກຫອຍນາງລົມ ປຸງກັບແປ້ງເຂົ້າໜຽວ) ດັດແປງຄືນໃໝ່ຮູບພູ, ຫຼັງຄາ, ກຸ່ມຄົນ ແລະ ຕື່ມ ສຸມໄຜ່... ໃສ່ ພາບແຕ້ມ. ເວລານີ້, ສີດຳຂອງພູ ໃນພາບແຕ້ມ ປະກົດຂຶ້ນຢ່າງ ແຈ້ງຊັດ. ປີ 1979, ນັກຈິດຕະກອນ ຫງວຽນທຸ ນຳ ພາບແຕ້ມ “ໝູ່ບ້ານພູດອຍ” ເຂົ້າຮ່ວມງານວາງສະແດງ ພາບ ແຕ້ມສາກົນ ຢູ່ ໂຊເຟຍ (ບູນກາຣີ). ຜົນງານ ປະດິດແຕ່ງນີ້ ຂອງ ເພິ່ນໄດ້ບັນດາ ນັກຈິດຕະກອນຕ່າງປະເທດຕີລາຄາສູງ. ນັກຈິດຕະກອນ ຫງວຽນ ທຸ ຫວນຄືນຫຼັງ: “ເຂົາເຈົ້າ ຂ້ອງໃຈວ່າ ບໍ່ຮູ້ ຈິດ ຕະກອນຄົນນີ້ ໄດ້ ກຳຈັດ ສ່ວນສີດຳ ຄືແນວໃດ ແລະ ຍ້ອນຫຍັງ ພາບແຕ້ມ ປະກົດ ຂຶ້ນຮູບລາຍຂວາງ, ລາຍຕັ້ງ ໄດ້ຄືຈັ່ງຊີ້...”.ປີນັ້ນ ພາບແຕ້ມຂອງ ເພິ່ນໄດ້ຮັບລາງວັນຄຳ ໃນງານວາງ ສະແດງ.


ຜົນງານປະດິດແຕ່ງຈຳນວນໜຶ່ງ ຂອງ ຈິດຕະກອນຫງວຽນທຸ:

ພາບແຕ້ມ ຜ້າໄໝ “ພົນເອກ ຫວໍງວຽນຢ໋າບ”. 


ພາບແຕ້ມ ຜ້າໄໝ “ຮ້ານຂາຍນຳ້”. 


ພາບແຕ້ມ ຜ້າໄໝ “ມາຈາກຕະຫຼາດ”. 


ພາບແຕ້ມ ຜ້າໄໝ “ແມ່ລູກ”. 


ພາບແຕ້ມ ຜ້າໄໝ “ລະດູໃບໄມ້ຫຼົ່ນ ໃນ ໝູ່ບ້ານ”. 


ພາບແຕ້ມ ຜ້າໄໝ “ເຍົາໄວ”. 


ພາບແຕ້ມ ຜ້າໄໝ “ເຮືອນ ຂອງ ຊົນເຜົ່າ ໄຕ່”. 


ພາບແຕ້ມ ຜ້າໄໝ “ລະດູເກັບກ່ຽວ”. 
 
ສຳລັບນັກຈິດຕະກອນ ຫຼາຍຄົນ ມີປະສົບການ ຫຼາຍປີ ໃນອາຊີບ, ພາບຜ້າໄໝ ຍັງຖືວ່າ ເປັນ ວັດຖຸ ທີ່ຍາກ ຈະສະແດງ ຄວາມຮູ້ສຶກ ແລະ ຍາກເຮັດໃຫ້ ນັກຈິດຕະກອນ ມີ ຄວາມຕື້ນເຕັ້ນໃນ ເວລາ ແຕ້ມ. ນັກຈິດຕະກອນ ຫງວຽນທຸ ດັດແກ້ໄດ້ຂໍ້ບົກພ່ອງນີ້ ຂອງ ພາບຜ້າໄໝ ແລະ ເຮັດໃຫ້ມັນກາຍເປັນຈຸດເດັ່ນ. ພິເສດ, ການ ເປັນເຈົ້າເຕັກນິກແຕ້ມພາບຜ້າໄໝ ຊ່ວຍໃຫນັກຈິດຕະກອນ ຫງວຽນທຸ ໄດ້ສະແດງອອກ ເຖິງຄວາມຮູ້ສຶກ, ຄວາມນຶກຄິດ ທີ່ ຢາກຖ່າຍທອດໃນແຕ່ລະແຜ່ນພາບແຕ້ມ ແລະ ກາຍເປັນ ນັກ ຈິດຕະກອນ ທີ່ມີລີລາການແຕ້ມ ສະເພາະຕ່າງຫາກທີສຸດ ໃນປະ ເພດພາບຜ້າໄໝ ຫວຽດນາມ. 

ບັນດາຜົນງານປະດິດແຕ່ງທີ່ໄດ້ຮັບລາງວັນຂອງ ນັກຈິດຕະກອນ ຫງວຽນທຸ ເຊ່ັນ: ລາງວັນ ງານວາງສະແດງ ວິຈິດສິນ ທົ່ວປະເທດ (ລາງວັນ A ປີ 1980, ລາງວັນ B ປີ 1976, ຫຼຽນເງິນ ປີ 1990 ແລະ ລາງວັນ C  ປີ 1960); ລາງວັນ ງານວາງສະແດງ ວິຈິດສິນ ສາກົນ ທີ່ ໂຊເຟຍ-ບູນກາຣີ ປີ 1979 ... 

 
ບົດ: ຖາວວີ - ພາບ: ຈິ້ງວັນໂບ້

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top