• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງເງື່ອນໄຂສະດວກເພື່ອໃຫ້ທະນາຍຄວາມດໍາເນີນອາຊີບໃຫ້ຖືກຕ້ອງຕາມຂໍ້ກໍານົດກົດໝາຍ

  ຕອນຄໍ່າວັນທີ 9 ຕຸລາ, ຢູ່ຮ່າໂນ້ຍ, ສະຫະພັນທະນາຍຄວາມຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນທະນາຍຄວາມຫວຽດນາມ ຄົບຮອບ 74 ປີ  (10/10/1945 – 10/10/2019) ແລະ 10 ປີ ແຫ່ງວັນສ້າງຕັ້ງສະຫະພັນທະນາຍຄວາມຫວຽດນາມ (2009 – 2019).

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ (ພາບ: TTXVN)

ກ່າວຄໍາເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ເນັ້ນໜັກວ່າ ກວ່າໄລຍະ 30 ປີ ແຫ່ງການປ່ຽນແປງໃໝ່, ພາຍໃຕ້ການຊີ້ນໍານໍາພາຂອງພັກ, ປະເທດຊາດບັນລຸໄດ້ຜົນງານສໍາຄັນ ແລະ ຮອບດ້ານຫຼາຍຢ່າງ, ບໍ່ພຽງແຕ່ກ່ຽວກັບການພັດທະນາເສດຖະກິດ-ສັງຄົມເທົ່ານັ້ນ ຫາກຍັງຍົກສູງປະສິດທິຜົນ, ປະສິດທິພາບຂອງການເຄື່ອນໄຫວຂອງກົງຈັກລັດ, ສ້າງລັດແຫ່ງອໍານາດນິຕິບັນຍັດສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ພ້ອມກັບການປະຕິຮູບກົງຈັກລັດ ແລະ ການປະຕິຮູບການບໍລິຫານ, ພັກ, ລັດ ໄດ້ຖືວຽກງານປະຕິຮູບຕຸລາການເປັນສໍາຄັນ ດ້ວຍເປົ້າໝາຍປ່ຽນແປງໃໝ່, ບູລະນະກົງຈັກການຈັດຕັ້ງ, ບົດບາດໜ້າທີ່ຂອງບັນດາອົງການຍຸຕິທໍາ ແລະ ບັນດາອົງການຈັດຕັ້ງໜູນຊ່ວຍດ້ານຕຸລາການ.

        ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ສະເໜີໃຫ້ ທະນາຍຄວາມແຕ່ລະຄົນ ຈົ່ງປະຕິບັດຫຼັກການຄຸນສົມບັດ ແລະ ການປະພຶດກ່ຽວກັບອາຊີບໃຫ້ເຂັ້ມງວດ, ເປັນແບບຢ່າງໃນການປະຕິບັດກົດໝາຍ, ຕໍ່ສູ້ບໍ່່ຜ່ອນຜັນຕໍ່ການລະເມີດກົດໝາຍໃນທຸກກໍລະນີ; ປົກປ້ອງ, ຍົກສູງພາບພົດ, ອິດທິພົນຊື່ສຽງ, ມີຄວາມຮັບຜິດຊອບ ຕໍ່ລູກຄ້າ ແລະ ສັງຄົມ. ທ່ານ ກໍຮຽກຮ້ອງໃຫ້ສະຫະພັນທະນາຍຄວາມຫວຽດນາມ ເປັນເຈົ້າການ, ຕັ້ງໜ້າປະຕິບັດບັນດາຂໍ້ກໍານົດຂອງກົດໝາຍວ່າດ້ວຍທະນາຍຄວາມປີ 2006 (ສະບັບປັບປຸງ ແລະ ເພີ່ມເຕີມ 2012) ໃຫ້ເປັນຢ່າງດີ. 

(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top