• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດຕ່າງປະເທດ ຜັນຂະຫຍາຍບັນດາໂຄງການກ່ຽວກັບ ພະລັງງານຜະລິດຄືນໃໝ່

ວັນທີ 15 ສິງຫາ, ທີ່ ສຳນັກງານລັດຖະບານ, ທ່ານ ຈິ້ງດິ່ງຢຸ໊ງ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Raymond Carlsen ຜູ້ອຳນວຍການໃຫ່ຍບໍລິສັດ Scatec Solar (ນອກແວ). 
ທີ່ ການຕ້ອນຮັບ,  ທ່ານ Raymond Carlsen ໃຫ້ຮູ້ວ່າ: ບໍລິສັດມີບົດຮຽນໃນການໜູນຊ່ວຍບັນດາປະເທດທີ່ກຳລັງພັດທະນາຜັນຂະຫຍາຍບັນດາໂຄງການກ່ຽວກັບພະລັງງານຜະລິດຄືນໃໝ່, ນີ້ກໍ່ແມ່ນທ່າໄດ້ປຽບເມື່ອບໍລິສັດມີແຜນນະໂຍບາຍລົງທຶນ ຢູ່ ຫວຽດນາມ. ໄປຄຽງຄູ່ກັນນັ້ນ, ບໍລິສັດກໍ່ພວມສົ່ງເສີມ, ເຊື່ອມຕໍ່ກັບບັນດາມະຫາວິທະຍາໄລ ຢູ່ ຫວຽດນາມ ເພື່ອໃຫ້ບັນດານັກສຶກສາມາຝຶກງານ, ມາຮຽນຮູ້ກ່ຽວກັບເຕັກໂນໂລຊີ ຢູ່ ໂຮງງານຂອງບໍລິສັດ.

ທີ່ການຕ້ອນຮັບ (ພາບ: TTXVN)

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸ໋ງ ໄດ້ເນັ້ນໜັກວ່າ: ສາຍພົວພັນຮ່ວມມືມິດຕະພາບຂອງ ຫວຽດນາມ-ນອກແວ ແມ່ນນັບມື້ນັບພັດທະນາ. ໃຫ້ການສະໜັບສະໜູນແຜນນະໂຍບາຍລົງທຶນດ້ານໄຟຟ້າແສງຕາເວັນ ຂອງບໍລິສັດ Scatec Solar, ທ່ານ ຮອງນາຍົກລັດຖະມົນຕີຫວຽດນາມ ປາດຖະໜາວ່າ ບໍລິສັດຈະຊຸກຍູ້ການຮ່ວມມືກັບບັນດາວິສາຫະກິດຫວຽດນາມ; ພ້ອມດຽວກັນນັ້ນ, ກໍ່ລົງທຶນຜະລິດບັນດາຜະລິດຕະພັນເຕັກໂນໂລຊີ ໃຫ້ແກ່ຂະແໜງ ພະລັງງານໄຟຟ້າຜະລິດຄືນໃໝ່, ຕິດພັນກັບການສຶກສາ ແລະ ບຳລຸງສ້າງ.
(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top