• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ສ້າງຕັ້ງສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ບຣູໄນ ດາຣູຊາລາມ

ເນື່ອງໃນໂອກາດ ສົມເດັດ ຊຸນຕານ ຮາຈິ ຣັດຊານານ ໂບນ ເກຍ  ກະສັດ ແຫ່ງ ບຣູໄນ ດາຣູຊາລາມ ທຳການຢ້ຽມຢາມທາງ ລັດຖະກິດ ຫວຽດນາມ ແຕ່ວັນທີ 26-28 ມີນາ 2019, ຫວຽດ ນາມ ແລະ ບຣູໄນ ດາຣູຊາລາມ ໄດ້ອອກຖະແຫຼງການ ຮ່ວມ ກ່ຽວກັບການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຮອບດ້ານລະ ຫວ່າງ ຫວຽດນາມ-ບຣູໄນ ດາຣູຊາລາມ.
ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນ ຝູ໋ຈ້ອງ ເປັນເຈົ້າພາບໃນພິທີຕ້ອນຮັບ ທີ່ທຳນຽບລັດ ຖະ ບານ ຢ່າງເປັນທາງການ, ພົບປະເຈລະຈາ ແລະ ງານລ້ຽງຕ້ອນ ຮັບ ກະສັດ ບຣູໄນ ດາຣູຊາລາມ ຊຸນຕານ ຮາຈິ ຣັດຊານານ ໂບນເກຍ. ກະສັດ ບຣູໄນ ດາຣູຊາລາມ ມີການພົບປະແລກ ປ່ຽນ ຄຳຄິດເຫັນ ກັບ ນາຍົກລັດຖະ ມົນຕີ ຫງວຽນຊວນຟຸກ, ວາງພວງມາລາ ແລະ ເຂົ້າໄວ້ອາໄລ ຢູ່ສຸສານ ປະທານ ໂຮ່ຈີ ມິນ ແລະ ວາງ ພວງມາລາຢູ່ອະນຸ ສາວະລີ ນັກຮົບວິລະຊົນ ເສຍສະຫຼະ ຊີວິດ ເພື່ອຊາດ. 

ຕອນເຊົ້າວັນທີ 27 ມີນາ 2019, ທີ່ສຳນັກງານປະທານປະເທດ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ
ຫງວຽນຝູ໋ຈ້ອງ ໄດ້ເປັນເຈົ້າພາບໃນພິທີຕ້ອນຮັບ ກະສັດ ບຣູໄນ ດາຣູຊາລາມ ສົມເດັດ
ຊຸນຕານ ຮາຈິ ຣັດຊານານ ໂບນເກຍ  ຢ່າງເປັນທາງການ
ເນື່ອງໃນໂອກາດາະເດັດຢ້ຽມຢາມທາງລັດ ຖະກິດ ສສ ຫວຽດນາມ. ພາບ:
VNA


ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູ໋ຈ້ອງ ແລະ ກະສັດ ບຣູໄນ ດາຣູຊາລາມ ສົມເດັດ ຊຸນ ຕານ ຮາຈິ ຣັດຊານານ ໂບນເກຍ 
ໂບກມືຕໍ່ ບັນດານ້ອງ ນ້ອຍ ໃນພິທີຕ້ອນຮັບ. ພາບ: ຈີ໋ຢຸງ/
VNA


ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນ ຝູ໋ຈ້ອງ ແລະ ກະສັດ ບຣູໄນ
ດາຣູຊາລາມ ສົມເດັດ
ຊຸນຕານ ຮາຈິ ຣັດຊານານ ໂບນເກຍ  ດໍາເນີນ ການພົບປະເຈ ລະຈາ ຢ່າງເປັນທາງການ. ພາບ: ຈີ໋ຢຸງ/VNA



ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນ ຝູ໋ຈ້ອງ
ແລະ ກະສັດ ບຣູໄນ ດາຣູຊາລາມ ສົມເດັດ
ຊຸນຕານ ຮາຈິ ຣັດຊານານ ໂບນເກຍ  ທຳການພົບປະເຈລະຈາ ວົງແຄບ. ພາບ: ຈີ໋ຢຸງ/VNA


 
ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນ ຝູ໋ຈ້ອງ ແລະ ກະສັດ ບຣູໄນ ດາຣູຊາລາມ ສົມເດັດ ຊຸນ ຕານ ຮາຈິ ຣັດຊານານ ໂບນເກຍ  ເປັນສັກຂີພິຍານ ໃນພິທີ ເຊັນເອກະສານ ວ່າດ້ວຍການຮ່ວມມື ຂອງ ລັດຖະບານ ສສ ຫວຽດນາມ ແລະ ລັດຖະບານ ລາຊະອານາຈັກ ບຣູໄນ ດາຣູ ຊາລາມ ກ່ຽວກັບໂທລະສັບດ່ວນ ແລກປ່ຽນຂໍ້ມູນຂ່າວ ສານ ທີ່ ກ່ຽວຂ້ອງເຖິງການເຄື່ອນໄຫວ ຂຸດຄົ້ນສິນໃນນຳ້ ແບບຜິດກົດ ໝາຍ, ບໍ່ແຈ້ງ ແລະ ບໍ່ມີການຄຸ້ມຄອງ. ພາບ: ເຟືອງຮວາ/VNA


ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນ ຝູ໋ຈ້ອງ ແລະ ກະສັດ ບຣູໄນ
ດາຣູຊາລາມ ສົມເດັດ
ຊຸນ ຕານ ຮາຈິ ຣັດຊານານ ໂບນເກຍ  ພາຍຫຼັງພິ ທີເຊັນສັນຍາ. ພາບ: ຈີ໋ຢຸງ/VNA

ການນຳສອງປະເທດໄດ້ເປັນສັກຂີພິຍານໃນພິທີລົງນາມໃນບົດບັນທຶກວ່າດ້ວຍການນຳໃຊ້ໂທລະສັບສາຍດ່ວນ, ແລກປ່ຽນຂໍ້ ມູນຂ່າວສານ ເພື່ອແກ້ໄຂການຂຸດຄົ້ນສິນໃນນຳ້ ທີ່ຜິດກົດ ໝາຍ, ບໍ່ແຈ້ງຂໍ້ຄວາມ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ລະຫວ່າງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາ ຊົນນະ ບົດ ຫວຽດນາມ ແລະ ລັດຖະມົນຕີກະຊວງ ຊັບພະຍາ ກອນ ແລະ ທ່ອງທ່ຽວ ບຣູໄນ ດາຣູຊາລາມ.

ການນຳສອງປະເທດ ໄດ້ເປັນເອກະສັນ ໃນການທະວີການຮ່ວມມື ເພື່ອສ້າງເງື່ອນໄຂ ແລະ ຊຸກຍູ້ມູນຄ່າການຄ້າສອງສົ້ນໃຫ້ ສົມດູນ ແລະ ໝັ້ນຄົງ, ກ້າວໄປສູ່ເປົ້າໝາຍ 500 ລ້ານ ໂດລາ ສະຫະລັດ ໃນປີ 2025. ສອງຝ່າຍ ໃຫ້ຄຳໝັ້ນສັນ ຍາໃນການ ຮ່ວມມືຢ່າງແໜ້ນແຟ້ນ, ພິເສດໃນຂົງເຂດກະສິກຳ,​ ເປັນ ຕົ້ນ ແມ່ນລ້ຽງສັດ ແລະ ຜະລິດຕະພັນກະສິກຳ, ການປາມົງ, ຍົກສູງ ຄວາມສາມາດທາງດ້ານເຕັກນິກ, ຮ່ວມມືໃນ ການຜະລິດ ແລະ ຮັບຮອງອາຫານການກິນ ຮາລາ (Halal) ໃຫ້ແກ່ບັນດາ ວິສາ ຫະກິດ ທີ່ຕອບສະໜອງໄດ້ມາດຕະຖານ ສາກົນ ກ່ຽວກັບ ການ ຜະລິດອາຫານ, ເຄື່ອງສຳອາງ ແລະ ຢາ, ສາມາດ ສົ່ງອອກສິນ ຄ້າໄປສູ່ຕະຫຼາດ ມຸສລິມ ໃນທົ່ວໂລກ.
 
ການນຳສອງປະເທດ ໄດ້ສະແດງຄວາມຊົມເຊີຍຕໍ່ການຮ່ວມມືລະຫວ່າງບໍລິສັດ ກົນຈັກ ແລະ ປະກອບ  PTSC ແລະ ບໍລິສັດ ບໍລິການ PB ບົນພື້ນຖານຂໍ້ຕົກລົງທີ່ໄດ້ລົງນາມ ເພື່ອສ້າງ ຕັ້ງ ການຮ່ວມມືຍຸດທະສາດ ລະຫວ່າງ ສອງຝ່າຍໃນບັນດາໂຄງ ການອອກແບບ, ຊື້ຂາຍ, ປະດິດສ້າງ, ປະຕິບັດວຽກງານ ການກໍ່ ສ້າງ ແລະ ທົດລອງການນຳໃຊ້ (EPCIC) ຢູ່ ບຣູໄນ ດາຣູຊາ ລາມ ແລະ ພາກພື້ນ.

ການນຳສອງປະເທດ ສະແດງຄວາມເພິ່ງພໍໃຈຕໍ່ການຮ່ວມມືອັນດີງາມລະຫວ່າງສອງປະເທດ ໃນບັນດາເວທີປາໄສ ພາກພື້ນ ແລະ ສາກົນ, ປະກອບມີ ອາຊຽນ ແລະ ບັນດາກົນໄກຂອງ ອາ ຊຽນ, ເວທີປາໄສຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (APEC), ເວທີປາໄສຮ່ວມມື ອາຊີ-ເອີຣົບ (ASEM) ແລະ ສະຫະປະຊາ ຊາດ (UN). ຫວຽດນາມ ຂອບໃຈ ບຣູໄນ ດາຣູຊາລາມ ທີ່ໃຫ້ ການສະໜັບ ສະໜູນ ຫວຽດນາມ ສະໝັກເປັນສະມາຊິກ ບໍ່ຖາ ວອນ ຂອງ ສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ ໄລຍະ 2020-2021. 


ຕອນຄຳ່ວັນທີ 27 ມີນາ 2019, ທີ່ຫໍປະຊຸມສາກົນ (ຮ່າໂນ້ຍ), ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນ ຝູ໋ຈ້ອງ ເປັນເຈົ້າພາບໃນງານລ້ຽງຕ້ອນຮັບ ກະສັດ ບຣູ ໄນ ດາຣູຊາລາມ ຮັດຊານານ ໂບນເກຍ ເນື່ອງໃນໂອກາດຢ້ຽມ ຢາມ ທາງລັດຖະກິດ ຫວຽດນາມ. ພາບ: ເຢືອງຢາງ/VNA


ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູ໋ຈ້ອງ ແນະນຳເຄື່ອງດົນຕີພື້ນເມືອງຂອງ ຫວຽດນາມ
ຕໍ່ກະສັດ ບຣູໄນ ດາຣູຊາລາມ ສົມເດັດຮັດຊານານ ໂບນເກຍ. ພາບ: ເຢືອງຢາງ/
VNA



ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູ໋ຈ້ອງ ແລະ ກະສັດ ບຣູໄນ
ດາຣູຊາລາມ ສົມເດັດ ຮັດຊານານ ໂບນເກຍ ຖ່າຍຮູບຮ່ວມກັບບັນດານັກສິລະປິນ ທີ່ສະແດງໃນ ງານລ້ຽງ. ພາບ: ເຢືອງຢາງ/
VNA



ຕອນເຊົ້າວັນທີ 27 ມີນາ 2019, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ພົບປະແລກປ່ຽນ ຄຳຄິດຄຳເຫັນກັບ ກະສັດ ບຣູໄນ ດາຣູຊາລາມ ສົມເດັດ ຮັດຊາ ນານ ໂບນເກຍ. ພາບ: ຖົ໋ງເຍີດ/
VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະແລກປ່ຽນ ຄຳ ຄິດຄຳເຫັນກັບ ກະສັດ ບຣູໄນ
ດາຣູຊາລາມ ສົມເດັດ ຮັດຊາ ນານ ໂບນເກຍ. ພາບ: ຖົ໋ງເຍີດ/
VNA



ກະສັດ ບຣູໄນ ດາຣູຊາລາມ ສົມເດັດ ຮັດຊານານ ໂບນເກຍ ວາງພວງ ມາລາ ແລະ ເຂົ້າໄວ້ອາໄລ ຢູ່ສຸສານ ປະທານ ໂຮ່ຈີ ມິນ. ພາບ: ຢວານເຕິນ/VNA

ການນຳສອງປະເທດ ຢັ້ງຢືນຄືນໃໝ່ ຄຳໝັ້ນສັນຍາ ໃນການ ສືບຕໍ່ສະໜັບສະໜູນ ເຊິ່ງກັນ ແລະ ກັນ ແລະ ຮ່ວມມືຢ່າງແໜ້ນ ແຟ້ນ ເມື່ອ ຫວຽດນາມ ເປັນປະທານ ອາຊຽນ ໃນປີ 2020ແລະ ບຣູໄນ ໃນປີ 2021. ສອງຝ່າຍເນັ້ນໜັກເຖິງຄວາມສຳຄັນ ຂອງ ການຮັກສາ ແລະ ເພີ່ມທະວີຄວາມສາມັກຄີ, ຢັ້ງຢືນຄືນໃໝ່ ຄວາມສຳຄັນຂອງການຮັກສາບົດບາດທີ່ເປັນໃຈກາງ ແລະ ເອກະພາບຂອງ ອາຊຽນ ໃນການກໍ່ສ້າງປະຊາຄົມ ກໍ່ຄືໃນການ ຮ່ວມມືກັບບັນດາຄູ່ຮ່ວມມື.

ການນຳສອງປະເທດ ໄດ້ຢັ້ງຢືນເຖິງຄວາມສຳຄັນ ຂອງ ການຮັກສາ ແລະ ຊຸກຍູ້ ສັນຕິພາບ, ສະຖຽນລະພາບ, ຄວາມ ສະ ຫງົບ, ປອດໄພ ແລະ ເສລີພາຍ ໃນການເດີນເຮືອ ແລະ ການ ເດີນອາກາດຢູ່ທະເລຕາເວັນອອກ; ເນັ້ນໜັກເຖິງ ຄວາມ ຕ້ອງ ການ ເພີ່ມທະວີຄວາມເຊື່ອຖື ແລະ ຄວາມໄວ້ວາງ ໃຈ ເຊິ່ງ ກັນ ແລະ ກັນ, ແກ້ໄຂຂໍ້ຂັດແຍ້ງຢູ່ທະເລຕາເວັນອອກ ດ້ວຍສັນ ຕິວິ ທີ ບົນພື້ນຖານກົດໝາຍສາກົນ, ລວມມີສົນທິ ສັນຍາຂອງ ສະ ຫະປະຊາຊາດວ່າດ້ວຍກົດໝາຍສາກົນ ປິ 1982 (UNCLOS).
 
ສອງຝ່າຍ ໄດ້ຢັ້ງຢືນ ໃນການສະໜັບສະໜູນ ຢ່າງຄົບຖ້ວນໃນ ການປະຕິບັດຖະແຫຼງການ ວ່າດ້ວຍການປະພຶດ ຂອງ ຝ່າຍ ຕ່າງໆ ຢູ່ ທະເລຕາເວັນອອກ ປີ 2002 (DOC) ແລະ ມີ ປະສິດ ທິພາບ, ຊົມເຊີຍຄວາມຄືບໜ້າ ໃນການຮ່ວມມືລະຫວ່າງ ອາ ຊຽນ ແລະ ສປ ຈີນ, ກໍ່ຄືໃນການເຈລະຈາ ຢ່າງຈິງຈັງ ເພື່ອບັນ ລຸໄດ້ ວ່າດ້ວຍການປະພຶດ ຂອງ ຝ່າຍຕ່າງໆ ຢູ່ ທະເລ ຕາເວັນ ອອກ (COC) ຢ່າງມີປະສິດທິພາບ ຊຶ່ງທຸກຝ່າຍເຫັນ ພ້ອມ. 

ບົດ: VNP ສັງລວມ - ພາບ: VNA

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top