• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ຟີລິບປີນ ໃຫ້ເລິກເຊິ່ງກ່ວາອີກ

      ວັນທີ 30 ມີນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ຟີລິບປີນ Teodoro L. Locsin Jr ເພື່ອແລກປ່ຽນກ່ຽວກັບການຮ່ວມມື 2 ຝ່າຍ ແລະ ພາກພື້ນໃນສະພາບການໂລກລະບາດ Covid-19 ສືບຕໍ່ຜັນແປຢ່າງສັບສົນ. 

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ (ພາບ: TTXVN)
      ທ່ານຮອງນາຍົກລັດຖະມົນຄີ, ລັດຖະມົນຕີ ຟ້າມບີງມິງ ເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມລວມ, ຫວຽດນາມ ພ້ອມກັບ ຟີລິບປີນ ແລະ ບັນດາປະເທດສະມາຊິກ ອາຊຽນ ຈະຜ່ານຜ່າສິ່ງທ້າທາຍໂດຍໄວ, ສ້າງເສດຖະກິດ - ສັງຄົມເປັນປົກກະຕິ ແລະ ຈະສືບຕໍ່ຊຸກຍູ້ວິວັດທະນາການກໍ່ສ້າງປະຊາຄົມ ອາຊຽນ.
        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຟີລິບປີນ Teodoro L. Locsin Jr ໄດ້ຕີລາຄາສູງການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ຢ່າງມີປະສິດທິຜົນຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ ກໍ່ຄືບັນດາຂໍ້ລິເລີ່ມຊຸກຍູ້ການຮ່ວມມືເພື່ອຮັບມືກັບໂລກລະບາດດັ່ງກ່າວ ໃນຂອບເຂດປີ ອາຊຽນ 2020; ທ່ານໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນ ຫວຽດນາມ ຮັບບົດບາດເປັນປະທານ ອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021 ປະສົບຜົນສຳເລັດ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top