• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ.ເກົາຫຼີ ລົບຊື່ ຍີ່ປຸ່່ນ ອອກຈາກບັນຊີລາຍຊື່ບັນດາຄູ່ຮ່ວມມືການຄ້າທີ່ໄວ້ເນື້ອເຊື່ອໃຈ

      ສ.ເກົາຫຼີ ໄດ້ລົບຊື່ ຍີ່ປຸ່ນ ອອກຈາກບັນຊີລາຍຊື່ບັນດາປະເທດຄູ່ຮ່ວມມືດ້ານການຄ້າທີ່ໄວ້ເນື້ອເຊື່ອໃຈຂອງ ເຊີອູນ, ພ້ອມທັງໃຫ້ຮູ້ວ່າ ຂໍ້ຕົກລົງດັ່ງກ່າວຈະມີຜົນສັກສິດນັບແຕ່ວັນທີ 18 ກັນຍາ. 
        ໃນການກະທໍາໂຕ້ຕອບ, ກະຊວງພະລັງງານ, ອຸດສາຫະກໍາ ແລະ ການຄ້າ ສ.ເກົາຫຼີ ແຈ້ງໃຫ້ຊາບວ່າ ສ.ເກົາຫຼີ ໄດ້ລົບຊື່ ຍີ່ປຸ່ນ ອອກຈາກບັນຊີລາຍຊື່ບັນດາປະເທດຄູ່ຮ່ວມມືດ້ານການຄ້າທີ່ໄວ້ເນື້ອເຊື່ອໃຈຂອງ ເຊີອູນ, ພ້ອມທັງໃຫ້ຮູ້ວ່າ ຂໍ້ຕົກລົງດັ່ງກ່າວຈະມີຜົນສັກສິດນັບແຕ່ວັນທີ 18 ກັນຍາ. ດ້ວຍຂໍ້ຕົກລົງສະບັບດັ່ງກ່າວ, ສ.ເກົາຫຼີ ຈະຈັດແບ່ງກຸ່ມຄູ່ຮ່ວມມືດ້ານການຄ້າຄືນໃໝ່ ຈາກ 2 ກຸ່ມທີ່ມີໃນປັດຈຸບັນ ອອກເປັນ 3 ກຸ່ມ ແລະ ຈັດ ໂຕກຽວ ເຂົ້າກຸຸ່ມທີ່ຫາກໍ່ສ້າງຕັ້ງຂຶ້ນໃໝ່.
        ນອກຈາກນັ້ນ, ບັນດາວິສາຫະກິດສົ່ງອອກປະເພດສິນຄ້າທີ່ເປັນຍຸດທະສາດຂອງ ສ.ເກົາຫຼີ ໄປຍັງ ຍີ່ປຸ່ນ ຕ້ອງແຈ້ງເອກະສານ 5 ສະບັບ ແທນທີ່ ກ່ອນນີ້ແມ່ນ 3 ສະບັບ ເພື່ອຂໍອະນຸມັດຜ່ານບັນຊີສິນຄ້າສົ່ງອອກແຕ່ລະໃບ. ໄປຄຽງຄູ່ກັນນັ້ນ, ຂັ້ນຕອນການອະນຸມັດຜ່ານ ຈະແກ່ຍາວປະມານ 15 ວັນ, ເຊິ່ງດົນກວ່າເມື່ອກ່ອນນີ້ 5 ວັນ. ບໍ່ພຽງແຕ່ເທົ່ານັ້ນ, ບັນດາມາດຕະການເຄັ່ງຄັດໃໝ່ຂອງ ເຊີອູນ ກໍຮຽກຮ້ອງໃຫ້ບັນດາວິສາຫະກິດສົ່ງອອກ ສ.ເກົາຫຼີ ຕ້ອງຜ່ານຂັ້ນຕອນການອະມຸມັດທີ່ແກ່ຍາວກວ່າ, ເຂັ້ມງວດກວ່າ ຈຶ່ງໄດ້ຮັບໃບອະນຸຍາດສົ່ງອອກສິນຄ້າໄປຍັງ ຍີ່ປຸ່ນ ດ້ວຍຜົນບັງຄັບໃຊ້ພຽງແຕ່ 2 ປີ ເທົ່ານັ້ນ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top