• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ສຽງເອີ້ນ ຈາກ ນາມຢາງ

“ວາດຟ້ອນ ເພື່ອຖະຫວາຍ ເທວະດາ ຟ້າແຖນ” ທີ່ເຕັມໄປດ້ວຍສີສັນ ແລະ ກຳລັງແຮງ ຂອງພໍ່ແມ່ພີ່ນ້ອງຊາວຊົນເຜົ່າ ເກີຕູ ຢູ່ຕາແສງ ຕ່າ ເບີຮິງ, ເມືອງ ນາມຢາງ (ແຂວງ ກວາງນາມ) ເໝືອນດັ່ງຄຳເຊື້ອເຊີນ ນັກທ່ອງທ່ຽວ ໄປຍັງເຂດພູສູງ ຄົ້ນພົບ ວິຖີຊີວິດວັດທະນະທຳ ຂອງ ເຜົ່າຊົນ ທີ່ໃຊ້ຊີວິດ ຢູ່ກາງສາຍ ພູຫຼວງ ທີ່ໃຫຍ່ໂຕມະໂຫຖານ. 
ໃນຄວາມຈຳຂອງພໍ່ເຖົ້າ ຢວງ ນໍ ຢູ່ບ້ານ ປ່າຣົງ, ຕາແສງ ຕ່າ ເບີຮິງ, ກ່ອນໜ້ານີ້ປະມານສິບປີ, ນາມຢາງ ເປັນເມືອງໜຶ່ງ ທີ່ ທຸກຍາກຫຼາຍ. ສະພາບການເລີ່ມປ່ຽນແປງ ນັບຕັ້ງແຕ່ອົງການ ຊ່ວຍເຫຼືອ ພັດທະນາສາກົນ (FIDR) ຂອງ ຍີ່ປຸ່ນ ມາຊ່ວຍເຂົາເຈົ້າ ຟື້ນຄືນອາຊີບ ຕໍ່າແພລາຍດອກ ຕິດໝາກຕຸ້ມ ຊຶ່ງເປັນປະເພດແພລາຍດອກພື້ນເມືອງ ທີ່ມີຊື່ສຽງ ຂອງຊາວເຜົ່າ ເກີຕູ, ແລະ ຊ່ວຍເຫຼືອ ພາຫະນະ ເພື່ອການ ຫາລ້ຽງຊີບ ດ້ວຍການພັດທະນາ ການທ່ອງທ່ຽວວົງຄະນາຍາດ. ໂຄງການດັ່ງກ່າວ ໂດຍອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ເປັນຜູ້ອຸປະຖຳ.

ກ່ອນນີ້ ປະມານສິບປີ, ທົ່ວ ຕາແສງ ຕ່າ ເບີຮິງ ມີແມ່ຍິງ ພຽງ 4 ຄົນ ຮູ້ຈັກ ຕໍ່າແພລາຍດອກຕິດໝາກຕຸ້ມ, ແຕ່ມາຮອດປັດຈຸບັນ ໄດ້ສ້າງຕັ້ງສະຫະກອນໜຶ່ງຂຶ້ນ ມີແມ່ຍິງ 40 ກວ່າຄົນເຂົ້າຮ່ວມ. ຜະລິດຕະພັນ ທີ່ຜະລິດອອກມາ ມີຫຼາຍຮູບຊົງ ແລະ ສີສັນ, ບໍ່ພຽງແຕ່ຜືນເສື້ອ, ສິ້ນນຸ່ງ ປະຈຳວັນພຽງຢ່າງດຽວເທົ່ານັ້ນ ຫາກຍັງມີທັງເຄື່ອງທີ່ລະນຶກ ທີ່ສວຍງາມເປັນຕາໜ້າຮັກ ແລະ ທັງມີ ຄຸນຄ່າວັດທະນະທຳ ຕໍ່ ນັກທ່ອງທ່ຽວຕ່າງປະເທດ.


ຍິງສາວ ເຜົ່າ ເກີຕູ ຢູ່ບ້ານ ປ່າຊົ່ວ ຕ້ອນຮັບແຂກມາຢາມ. ພາບ: ແທງຮ່ວາ


ຄວາມງາມ ແລະ ເຂັ້ມແຂງ ປຽບສະເໜືອນ ນັກຮົບ ຂອງ ຜູ້ ບ່າວ ເຜົ່າ ເກີຕູ. ພາບ: ແທງຮ່ວາ


ຕຸງໆ ຢາຢ໋າ ແມ່ນ ວາດຟ້ອນມູນເຊື້ອ ທີ່ມີຊ່ືສຽງ ຂອງ ເຜົ່າ ເກີຕູ. ພາບ: ແທງຮ່ວາ


ບັນດາຜູ້ບ່າວ, ນາງສາວ ໃນວາດຟ້ອນ ຕຸງໆ ຢາຢ໋າ. ພາບ: ແທງຮ່ວາ


ກອງສິລະປະ ບ້ານ ປ່າຊົ່ວ ຕີກອງ ຕ້ອນຮັບແຂກມາຢາມ. ພາບ: ແທງຮ່ວາ


ນັກທ່ອງທ່ຽວຖ່າຍຮູບເປັນທີ່ລະນຶກ ກັບກອງສິລະປະ ຂອງບ້ານ ປ່າຊົ່ວ. ພາບ: ແທງຮ່ວາ


ຍິງສາວ ເຜົ່າ ເກີຕູ ຖ່າຍຮູບ ກັບ ນັກທ່ອງທ່ຽວ ດ້ວຍຄວາມ ສະໜິດສະໜົມ. ພາບ: ແທງຮ່ວາ

ປີ 2016, ຕາແສງ ຕ່າ ເບີຮິງ ໄດ້ສ້າງຕັ້ງສະຫະກອນ ເຮັດ ບໍລິ ການ ທ່ອງທ່ຽວ ອີກແຫ່ງໜຶ່ງ. ປະຊາຊົນ ເຜົ່າເກີຕູ ພາກັນ ປັບ ປຸງ ຕົບແຕ່ງເຮືອນຊານບ້ານຊ່ອງ ເພື່ອກະກຽມ ເຮັດບໍລິການ ນັກທ່ອງທ່ຽວ ດ້ວຍຄວາມສະໝັກໃຈ. ແຕ່ລະບ້ານ ປະກອບ ສ່ວນຜະລິດຕະພັນພິເສດ ຂອງ ທ້ອງຖິ່ນ ເພື່ອເຮັດໃຫ້ທົ່ວບ້ານ ເປັນທົວທ່ອງທ່ຽວ ຄົບວົງຈອນ. ຕົວຢ່າງ: ບ້ານ ປ່າລາ ຈັດຕັ້ງ ທົວສິລະປະ ອາຫານການກິນ ບໍລິການນັກທ່ອງທ່ຽວ ດ້ວຍບັນ ດາລາຍການອາຫານ ພື້ນບ້ານ ທີ່ເຂັ້ມຄົ້ນໄປດ້ວຍ ລົດຊາດ ຂອງ ເຂດພູສູງ, ບ້ານ ປ່າຣົງ ຮັບຜິດຊອບ ການສະແດງ ຕຳເຂົ້າ, ເຫຼົາຂວາກ, ຮ້າງແຮ້ວ, ສານເປ້…, ບ້ານ ເຢີຣາ ຈະຕໍ່າ ແພລາຍດອກ ຕິດໝາກຕຸ້ມ, ສ່ວນ ບ້ານ ປ່າຊົວ ມີກອງສິລະປະ ສະແດງ ວາດຟ້ອນ ຕຸງໆ ຢາຢ໋າ ທີ່ເຕັມໄປດ້ວຍສີສັນຂອງຊາວ ຊົນເຜົ່າ ເກີຕູ…

ຈຸດດີ ໃນການເຮັດບໍລິການທ່ອງທ່ຽວ ຂອງ ຊາວຊົນເຜົ່າ ເກີຕູ ຢູ່ ເມືອງ ນາມຢາງ ແມ່ນທຸກການເຄື່ອນໄຫວຂອງທົວທ່ອງທ່ຽວ ລ້ວນແຕ່ ມີຄວາມຕິດພັນ ກັບ ການດຳລົງຊີວິດ ແລະ ວັດ ທະນະທຳ ວົງຄະນາຍາດ. ປະຊາຊົນ ທຸກຄົນ ຕ່າງກໍເຂົ້າ ຮ່ວມເຮັດບໍລິການທ່ອງທ່ຽວ ແລະ ຊົມໃຊ້ຜົນງານນຳກັນ. ເຂົາເຈົ້າ ພ້ອມກັນ ຕ້ອນຮັບນັກທ່ອງທ່ຽວ, ເມື່ອແຂກບໍ່ມາ, ເຂົາຈົ້າ ກັບຄືນ ເຮັດວຽກໄຮ່ວຽກນາ, ວຽກຄອບຄົວ ຕາມປົກກະຕິ. ດ້ວຍເຫດນັ້ນ ນັກທ່ອງທ່ຽວ ເມື່ອມາຍັງຕາແສງ ຕ່າ ເບີຮິງ ຈະໄດ້ຄົ້ນພົບ ແລະ ຊົມໃຊ້ ຊີວິດການເປັນຢູ່ ວັດທະນະທຳທ້ອງຖິ່ນ ສຸດທີ່ທຳມະດາສາມັນ ແລະ ໜ້າປະທັບໃຈ. 


ຍິງສາວ ເຜົ່າ ເກີຕູ ຢູ່ ບ້ານ ປ່າຣົງ ມອບຂອງຂວັນເປັນທີ່ລະ ນຶກ ໃຫ້ແກ່ແຂກທີ່ມາຢາມ. ພາບ: ແທງຮ່ວາ


ທ່ານນາງ Nobuko Otsuki, ຫົວໜ້າຜູ້ຕາງໜ້າ ຂອງ FIDR ປະຈຳຫວຽດນາມ ໃນຄັ້ງການຢ້ຽມຢາມ ຕາແສງ ຕ່າ ເບີຮິງ,
ເມືອງ ນາມຢາງ ໃນຕົ້ນປີ 2018. ພາບ: ແທງຮ່ວາ



ນັກທ່ອງທ່ຽວຜ່ານປະສົບການຕົວຈິງ ກັບເຕັກນິກ ຕຳເຂົ້າດ້ວຍ ສາກຄູ່ ຂອງຊາວ ເຜົ່າ ເກີຕູ ດ້ວຍຄວາມກະຕື້ລືລົ້ນ. ພາບ: ແທງຮ່ວາ 


ນັກທ່ອງທ່ຽວຄົ້ນພົບ ຊີວິດການເປັນຢູ່ ຂອງ ຄອບຄົວມູນເຊື້ອ ຂອງເຜົ່າ ເກີຕູ ຢູ່ບ້ານ ປ່າຣົງ, ຕາແສງ ເບີຮິງ, ເມືອງນາມຢາງ. ພາບ: ແທງຮ່ວາ


ພໍ່ເຖົ້າ ຢວງ ນໍ ຢູ່ບ້ານ ປ່າຣົງ, ຕາແສງ ຕ່າ ເບີຮິງ ພວມສານ ເປ້ ແລະ ບັນດາຜະລິດຕະພັນ ດ້ວຍໄມ້ໄຜ່, ຫວາຍ
ເພື່ອ ຮັບໃຊ້ ການທ່ອງທ່ຽວ. ພາບ: ແທງຮ່ວາ



ຄວາມງາມແບບສຸຂຸມ ແລະ ສົດໃສ ຂອງ ຊາວເຜົ່າ ເກີຕູ ຢູ່ ເມືອງ ນາມຢາງ. ພາບ: ແທງຮ່ວາ


ຄວາມງາມແບບສຸຂຸມ ແລະ ສົດໃສ ຂອງ ຊາວເຜົ່າ ເກີຕູ ຢູ່ ເມືອງ ນາມຢາງ. ພາບ: ແທງຮ່ວາ


ພໍ່ເຖົ້າ ໂຮຍເຮີ ໂກ໋ຍ ຢູ່ ບ້ານ ປ່າຫວາ, ຕາແສງ ຕ່າ ເບີຮິງ, ໄດ້ ຮັບຂະໜານນາມວ່າ ເປັນ “ຂອງປະເສີດທີ່ມີຊີວິດ”
ກ່ຽວກັບ ດົນຕີມູນເຊື້ອ ຂອງ ເຜົ່າ ເກີຕູ ຢູ່ ເມືອງ ນາມຢາງ. ພາບ: ແທງຮ່ວາ



ພໍ່ເຖົ້າ ໂຮຍເຮີ ໂກ໋ຍ ອ້າງກັບນັກທ່ອງທ່ຽວ ປອກຄໍ ທີ່ເຮັດ ຈາກແຂ້ວ ຂອງ ໝູປ່າ. ພາບ: ແທງຮ່ວາ


ນັກທ່ອງທ່ຽວ ຊອກຮູ້ ບັນດາຜະລິດຕະພັນມູນເຊື້ອ ໂດຍຊາວ ເຜົ່າ ເກີຕູ ເປັນຜູ້ຜະລິດ ເພື່ອຮັບໃຊ້ ການທ່ອງທ່ຽວ. ພາບ: ແທງຮ່ວາ


ນັກທ່ອງທ່ຽວ ຊີມລົດຊາດ ບັນດາລາຍການອາຫານ ຂອງຊາວ ເຜົ່າ ເກີຕູ ໃນເຂດເຮືອນ “ເກືອລ” ມູນເຊື້ອ. ພາບ: ແທງຮ່ວາ

ຊີ້ນຳທຸກການເຄື່ອນໄຫວ ທ່ອງທ່ຽວ ຢູ່ຕາແສງ ຕ່າ ເບີຮິງ ແມ່ນ ເບີຣິວ ເທືອງ, ຊາວເຜົ່າ ເກີຕູ, ອາຍຸ 31 ປີ ແຕ່ໄດ້ຮັບຄັດເລືອກເປັນ ຜູ້ຮັບຜິດຊອບສະຫະກອນ ດ້ວຍຄວາມໄວ້ວາງໃຈ. ໂດຍໄດ້ຮັບການຊ່ວຍເຫຼືອ, ໂຄສະນາຈາກ FIDR, ທ້າວ ເບີ ຣິວ ເທືອງ ຈະເປັນຜູ້ຮັບທົວ ແລະ ແບ່ງວຽກງານໃຫ້ ທຸກບ້ານ ພ້ອມກັນ ຜັນຂະຫຍາຍປະຕິບັດ. ແຂກຄົນມາຢາມ ຕາແສງ ຕ່າ ເບີຮິງ, ກ່ອນອື່ນໝົດ ຈະໄດ້ພາໄປຢ້ຽມຢາມ ຄົ້ນ ພົບຊີວິດການເປັນຢູ່ ຂອງ ຊາວເຜົ່າ ເກີຕູ ຢູ່ບ້ານ ປ່າຣົງ, ຫຼັງຈາກນັ້ນ ໄປຊົມເຮືອນ “ເກືອລ” ແລະ ວາດຟ້ອມ ຕຸງໆ ຢາຣ໋າ ຢູ່ ບ້ານ ປ່າຊົວ, ຕອນທ່ຽງ ພັກຜ່ອນ ແລະ ຮັບປະທານອາຫານ ກັບບັນດາລາຍ ການອາຫານພື້ນບ້ານ ຂອງ ຊາວເຜົ່າ ເກີຕູ ໃນເຮືອນ “ເກືອລ” ຢູ່ບ້ານ ປ່າລາ, ຕອນບ່າຍ ໄປຊົມການຕຳ່ແພລາຍດອກພື້ນເມືອງ ຕິດໝາກຕຸ້ມ ຢູ່ ບ້ານ ເຢີຣາ.

ທົວທ່ອງທ່ຽວຄົ້ນພົບ ຢູ່ ຕາແສງ ຕ່າ ເບີຮິງ ເຖິງວ່າ ໃຊ້ເວລາ ພຽງມື້ໜ່ຶງ ແຕ່ ມີຄວາມສົມບູນຄົບຖ້ວນ ກັບບັນດາຕົວແບບການ ທ່ອງທ່ຽວ ທີ່ໜ້າປະທັບໃຈ. ດ້ວຍເຫດນັ້ນ ນັກທ່ອງທ່ຽວ ທີ່ມາຈາກຕ່າງປະເທດ ເມື່ອໄປຍັງ ແຂວງ ກວ່າງນາມ ມັກສົນໃຈ ຕໍ່ທົວທ່ອງທ່ຽວ ຄົ້ນພົບ ສີສັນພິເສດນີ້.

ການພັດທະນາທ່ອງທ່ຽວ ຕາມທິດໝັ້ນຄົງ ໄດ້ຊ່ວຍໃຫ້ຊີວິດການເປັນຢູ່ ຂອງຊາວ ເຜົ່າ ເກີຕູ ຢູ່ ເມືອງ ນາມຢາງ ຍົກສູງ ຂຶ້ນ ທັງຮັກສາໄວ້ໄດ້ສີສັນວັດທະນະທຳ ທີ່ເປັນເອກະລັກຂອງຕົນ. ໂດຍອາໄສສິ່ງດັ່ງກ່າວ, “ວາດຟ້ອນ ເພື່ອຖະຫວາຍ ເທວະດາ ຟ້າແຖນ”ຂອງ ຊາວເຜົ່າ ເກີຕູ ຈະໄດ້ຍືນຍົງຄົງຕົວກັບສາຍ ພູຫຼວງຕະຫຼອດໄປ ແລະ ກາຍເປັນແຫຼ່ງດົນໃຈ ແລະສຽງ ເຊີນຊວນຈາກນ້ຳໃຈ ຈາກແຖບດິນ ນາມຢາງ.
 

 

ນາມຢາງ ເປັນ ເມືອງພູດອຍ ຂອງ ແຂວງ ກວ່າງນາມ, ຕັ້ງຢູ່ເຂດພູຜາປ່າໄມ້ ຂອງສາຍພູຫຼວງ, ທາງທິດຕາເວັນຕົກ ຕິດກັບ ສປປ ລາວ, ຫ່າງຈາກນະຄອນ ດ່າໜັງ ປະມານ 70 ກິໂລແມັດ ໄປທາງທິດຕາເວັນຕົກສ່ຽງໃຕ້ ແລະ ນະຄອນ ຕາມກີ່ ຂອງ ແຂວງ ກວ່າງນາມ 120 ກິໂລແມັດ ໄປຕາມທາງທິດ  ຕາເວັນຕົກສ່ຽງເໜືອ. ນີ້ແມ່ນບ່ອນໃຊ້ຊີວິດ ຂອງພໍ່ແມ່ປະຊາຊົນ ບັນດາ ເຜົ່າ ເກີຕູ, ແວ, ຕ່າຣ່ຽງ… ໃນນັ້ນ ຊາວເຜົ່າ ເກີຕູ ກວມຈຳນວນ ປະຊາກອນ ກວ່າ 60%. ເມືອງ ນາມຢາງ ມີພູຜາປ່າໄມ້ ແມ່ນຳ້ລຳເຊ ທີ່ໃຫຍ່ໂຕມະໂຫຖານ ແລະ ມີຄວາມສວຍງາມແບບວິຈິດພິດສະດານ. ຊາວ ເກີຕູ ແລະ ບັນດາຊົນເຜົ່າສ່ວນໜ້ອຍ ມີຮີດຄອງປະເພນີມາແຕ່ເຫິງນານ, ມີຊີວິດການເປັນຢູ່ ທີ່ເປັນເອກະລັກ ແລະ ເຂັ້ມຂົ້ນໄປດ້ວຍສີສັນສະເພາະ. 

ບົດ ແລະ ພາບ: ແທງຮ່ວາ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top