• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ສຽງຂິມ ທີ່ບໍ່ມີພົ້ນແດນ

ໄດ້ຜູກພັນກັບຂິມ ໂດຍບັງເອີນ ເມື່ອອາຍຸ 14 ປີ, ຕະຫຼອດ 60 ປີ ຜ່ານມາ, ນາຍຄູດີເດັ່ນ-ນັກດົນຕີ ຟ້າມຖຸ໋ຍຮວານ ໄດ້ນຳສຽງ ຂິມ ຂອງ ຕົນ ໄປສະແດງ ຢູ່ຫຼາຍປະເທດ ໃນໂລກ. ດ້ວຍ ຄວາມ ກະຕື້ລືລົ້ນ ແລະ ຄວາມສາມາດຂອງຕົນ, ທ່ານນາງ ໄດ້ ຕັ້ງໜ້າ ປະກອບສ່ວນ ບໍ່ນ້ອຍ ໃນວຽກງານສິດສອນ ແລະ ແນະ ນຳ ສຽງຂິມ ຂອງ ຫວຽດນາມ ເຖິງປະຊາຊົນ ຢູ່ພາຍໃນ ແລະ ຕ່າງປະເທດ ເປັນ ຈຳນວນຫຼວງຫຼາຍ. 
ທ້າຍເດືອນ ທັນວາ 2017, ມີຂ່າວດີ ສຳລັບຜູ້ຫຼິ້ນຂິມ ສະໝັກຫຼິ້ນ ຢູ່ນະຄອນ ໂຮ່ຈີມິນ ເມື່ອນາຍຄູດີເດັ່ນ-ນັກດົນຕີ ຟ້າມຖຸຍຮວານ ໄດ້ສົມທົບ ກັບ ນາງ ເວິນແອງ ນັກ ສິລະປິນ ຫຼິ້ນພິນ ສາຍດຽວ ສ້າງເວທີ ຫຼິ້ນຂິມ ແຫ່ງທຳອິດ ທີ່ຫໍພິ ພິທະພັນ ຮູບປັ້ນ ຫວຽດ ຈາກ ຫຸ່ນຂີ້ເຜິ້ງ ຢູ່ ເມືອງ 10. ນີ້ແມ່ນຜົນແຫ່ງຄວາມມັກຮັກ ທີ່ ນັກດົນຕີຍິງ ທີ່ເກີດ ຢູ່ແຂວງ ນາມດິ້ງ ໄດ້ທຸ້ມເທຈິດໃຈ ຕະຫຼອດຊີ ວິດຂອງ ຕົນ ໃຫ້ແກ່ຂິມ ຂອງ ຫວຽດນາມ ດ້ວຍ ຄວາມປາດຖະໜາ ຢາກ ແນະນຳ ດົນຕີພື້ນເມືອງ ເຖິງປະຊາຊົນ ຢູ່ພາຍໃນ ແລະ ຕ່າງປະເທດ ຫຼາຍຍິ່ງຂຶ້ນ. 


ນາຍຄູດີເດັ່ນ, ນັກດົນຕີ ຟ້າມຖຸ໋ຍຮວານ ມີຄວາມສະໜິດ ຕິດ ພັນກັບຂິມ ມາເປັນເວລາ ກວ່າ 60 ປີ. ພາບ: ເຊີນເຫງ້ຍ


ສີມືທີ່ນິ້ມນວນອ່ອນຊ້ອຍ ຂອງນັກສິລະປິນໃນການຫຼິ້ນ ຂິມ. ພາບ: ກິມເຟືອງ


ທີ່ຫໍພິພິທະພັນ ຮູບປັ້ນຫວຽດ ຈາກຫຸ່ນຂີ້ເຜິ້ງ ຢູ່ ເມືອງ 10, ນາຍຄູ ດີເດັ່ນ, ນັກດົນຕີ ຟ້າມຖຸ໋ຍຮວານ ມີຄວາມປາດຖະໜາວ່າ 
ການຫຼິ້ນຂິມ ຈະເຮັດແຟນໆ ມີສະຖານທີ່ຕື່ມອີກ ເພື່ອ ການສະແດງ, ພົບປະສັງສັນ ແລະ ຫາຮູ້ ເຊິ່ງກັນ ແລະ ກັນ. ພາບ: ກິມເຟືອງ



ນາຍຄູດີເດັ່ນ, ນັກດົນຕີ ຟ້າມຖຸ໋ຍຮວານ ໄດ້ ປະກອບສ່ວນບໍ່ນ້ອຍ ໃນການສິດສອນ ແລະ ແນະນຳຂິມ ຂອງ ຫວຽດນາມ
ເຖິງ ຜູ້ຟັງ ຢູ່ພາຍໃນ ແລະ ຕ່າງປະເທດ ເປັນຈຳນວນ ຫຼວງຫຼາຍ. ພາບ: ກິມເຟືອງ



ບັນດາສະມາຊິກ ສະໂມສອນ ສຽງເພງບ້ານເກີດເມືອງນອນ ສະ ແດງ ຂິມ ຢູ່ຂ້າງຮູບປັ້ນ ມື້ລາງ ສາດສະດາຈານ ເຈິ່ນວັນເຄ
ຈາກ ຫຸ່ນຂີ້ເຜິ້ງ ຜູ້ເຄີຍເປັນທີ່ປຶກສາໃຫ້ແກ່ສະໂມສອນ.  ພາບ: ກິມ ເຟືອງ



ນາຍຄູດີເດັ່ນ, ນັກດົນຕີ ຟ້າມຖຸ໋ຍຮວານ ເຂົ້າຮ່ວມ ການສະແດງ ຂິມ ໃນງານວັດທະນະທຳ. ພາບ: ຂ້ໍມູນໂດຍ ຜູ້ກ່ຽວສະໜອງໃຫ້


ລາຍການສະແດງ ປະສານສຽງດົນຕີ ພື້ນເມືອງ ຂອງ ບັນດາ ສະ ມາຊິກ ສະໂມສອນ ສຽງເພງບ້ານເກີດເມືອງນອນ
ທີ່ ຫໍວັດທະ ນະທຳນະຄອນ ໂຮ່ຈີມິນ. ພາບ: ເຊີນເຫງ້ຍ



ນາຍຄູດີເດັ່ນ, ນັກດົນຕີ ຟ້າມຖຸ໋ຍຮວານ ຢູ່ຂ້າງເຄື່ອງດົນຕີ ໃນ ການສະແດງ ແລະ ສິດສອນຂອງຕົນ. ພາບ: ເຊີນເຫງ້ຍ

ເປັນເວລາກວ່າ 90 ນາທີ ຂອງ ການສະແດງ, ມີນັກສິລະປິນ ກວ່າ 30 ຄົນ ໃນທຸກເພດທຸກໄວ ແລະ ລະດັບຄວາມສາມາດ ໄດ້ສະ ແດງ ບັນເລງເພງດ່ຽວ, ສະແດງຄູ່ ບັນດາ ບົດດົນຕີ ທີ່ຕົນເອງ ມີ ຄວາມຊຳນານ, ໂດຍໄດ້ຮັບການ ຊ່ວຍໜູນ ຂອງ ນາຍຄູດີເດັ່ນ-ນັກດົນຕີ ຖຸ໋ຍຮວານ, ນັກສິລະປິນ ພິນສາຍດຽວ ເວິນແອງ, ນັກ  ສິລະປິນ ຂິມ ຫາຍເຟື້ອງ ໄດ້ເຮັດໃຫ້ ບັນຍາກາດ ຂອງການ ສະ ແດງ ຄຶກຄື້ນຍິ່ງຂຶ້ນ. ການປະສານສຽງຂອງ ບັນດາ ເຄື່ອງດົນ ຕີ ພື້ນເມືອງ ເຊັ່ນ: ຂິມ, ພິນສາຍດຽວ, ກອງພື້ນເມືອງ, ພິນຕື໋... ເພື່ອ ສະແດງ ບັນດາ ບົດດົນຕີ ພື້ນເມືອງ ແລະ ທັນສະໄໝ ເຊັ່ນ: ຂວັນ ບ້ານເກີດ, ລອງໂຫໂຮ້ຍ (ການປະພົບປະສັງສັນຂອງ ມັງກອນ ແລະ ເສືອ, Come back to Sorrento… ທີ່ ເປັນເອກະລັກ. 

ນາຍຄູດີເດັ່ນ, ນັກດົນຕີ ຟ້າມຖຸ໋ຍຮວານ ເກີດເມື່ອປີ 1942 ຢູ່ ແຂວງ ນາມດິ້ງ, ຮຽນຂິມ ຢູ່ ໂຮງຮຽນ ດົນຕີແຫ່ງຊາດ ແລະ ລະ ຄອນ ແຫ່ງຊາດ ໄຊງ່ອນ (ປັດຈຸບັນແມ່ນ ສະຖານບັນ ດົນຕີ ນະ ຄອນ ໂຮ່ຈີມິນ), ຄວ້າ ໄດ້ຫຼຽນຄຳ ທົ່ວໂຮງຮຽນ ປີ 1960, ເສັງຈົບ ອັນດັບໜຶ່ງ ພະແນກຂິມ ປີ 1962, ເສັງຈົບ ອັນດັບໜຶ່ງ ວິຊາດົນ ຕີສາມັນປີ 1963. 
ນາຍຄູດີເດັ່ນ, ນັກດົນຕີ ຟ້າມຖຸ໋ຍຮວານ ເປີດເຜີຍໃຫ້ຮູ້ ດ້ວຍໃບ ໜ້າຍິ້ມແຍ້ມວ່າ: “ຂ້າພະເຈົ້າສ້າງເວທີນີ້ຂຶ້ນ ດ້ວຍຈຸດປະສົງ ນຳ ມາ ໃຫ້ ບັນດາຜູ້ຄົນ ທີ່ຮັກມັກສຽງຂິມ ມີສະຖານທີ່ ອີກແຫ່ງໜຶ່ງ ເພື່ອ ການສະແດງ, ພົບປະສັງສັນ, ຊອກຮູ້ຊຶ່ງກັນ ແລະ ກັນ. ຄາດ ວ່າ ຈະໄດ້ຈັດເດືອນ ລະຄັ້ງ ໃນສັບປະດາທຳອິດ ຂອງ ເດືອນ. ແຂກທີ່ມາຢ້ຽມຊົມ ຫໍພິພິທະພັນ ຈະມີໂອກາດ ໄດ້ຊື່ນຊົມ ຕໍ່ບັນ ດາ ລາຍການສະແດງ ທີ່ໜ້າດຶງດູດໃຈ ຢູ່ເວທີ ສະແດງນີ້”.

ເບິ່ງທ່ານນາງ ຟ້າມຖຸ໋ຍຮວານ ຮີບຮ້ອນ ພ້ອມກັບບັນດາລູກສິດ ກະກຽມ ເວທີສະແດງ, ໂຕະຕັ່ງ, ວົນໄປ ວຽນມາ, ກວດກາ ສາຍ ພິນແຕ່ລະສາຍ ໃຫ້ແກ່ບັນດາ “ນັກສິລະປິນ” ກ່ອນຂຶ້ນເວທີ ສະ ແດງ, ຂ້າພະເຈົ້າ ຈຶ່ງຮູ້ໄດ້ ຄວາມຮັກຂອງ ຜູ້ເປັນນາຍຄູ, ນັກດົນ ທີ ອາຍຸ 75 ປີ ຕໍ່ຂິມ ຍິ່ງໃຫຍ່ເຖິງຂັ້ນໃດ.

ເຄີຍເປັນຜູ້ຕາງໜ້າ ຂອງ ຫວຽດນາມ ເຂົ້າຮ່ວມການສະແດງ, ພົບ ປະສັງສັນ ໃນຫຼາຍປະເທດ, ນາຍຄູດີ ເດັ່ນ, ນັກດົນຕີ ຟ້າມຖຸ໋ຍ ຮວານ ຍາມໃດ ກໍມີຄວາມເປັນຫ່ວງ ກ່ຽວກັບ ການເຂົ້າເຖິງ, ແນະ ນຳ ຂິມຂອງ ຫວຽດນາມ ເຖິງຜູ້ຊົມຢູ່ຕ່າງປະເທດ.

ສະໂມສອນ ສຽງເພງບ້ານເກີດເມືອງນອນ ໂດຍທ່ານນາງ ຟ້າມ ຖຸ໋ຍ ຮວານ ເປັນຜູ້ສ້າງຕັ້ງຂຶ້ນ ໄດ້ກາຍເປັນສະໜາມການຫຼິ້ນ ດົນ ຕີ ພື້ນເມືອງ ທີ່ແກ່ວນເຄີຍ ຢູ່ນະຄອນ ໂຮ່ຈີມິນ ຕະຫຼອດ 36 ປີ ຜ່ານມາ. ປະຈຸບັນ, ສະໂມສອນມີ ນັກຮຽນ ປະມານ 50 ຄົນ ໃນ ທຸກເພດ ທຸກໄວ ຕິດຕາມການຮຽນເປັນປະຈຳ. ແຕ່ລະປີ ສະໂມ ສອນ ຈັດຕັ້ງ 8 ລາຍການສະແດງ ຢູ່ ຫໍວັດທະນະທຳ ແຮງງານ ເມືອງ 3 ແລະ ໄປແລກປ່ຽນວັດທະນະທຳ, ສະແດງສິລະປະ ຢູ່ ຫຼາຍແຫ່ງ, ພິເສດ ແມ່ນ ເຄີຍທຳການ ແນະນຳ ເຄື່ອງດົນຕີ ພື້ນ ເມືອງ ໃນໂຮງຮຽນຕ່າງໆ.



ສະໂມສອນ ສຽງເພງບ້ານເກີດເມືອງນອນ ຍາມໃດ ກໍມີ ນັກຮຽນ ດ້ວຍຈຳນວນປະມານ 50 ຄົນ ໃນທຸກເພດທຸກໄວ ຕິດຕາມ
ຮຽນເປັນປະຈຳ. ພາບ: ກິມເຟືອງ



ນາຍຄູດີເດັ່ນ, ນັກດົນຕີ ຟ້າມຖຸ໋ຍຮວານ ເປັນຜູ້ ຮັບຜິດຊອບ ສະ ໂມສອນ ສຽງເພງບ້ານເກີດເມືອງນອນ ທີ່ຫໍວັດທະນະທຳ
ນະຄອນ ໂຮ່ຈີມິນ, ທັງເປັນ ນາຍຄູ ສອນຂິມ ແລະ ເຄື່ອງດົນຕີພື້ນ ເມືອງອື່ນໆ ອີກຈຳນວນໜຶ່ງ. ພາບ: ເຊີນເຫງ້ຍ



ນາຍຄູດີເດັ່ນ, ນັກດົນຕີ ຟ້າມຖຸ໋ຍຮວານ ແນະນຳ ໃຫ້ນັກຮຽນ ໃນ ແຕ່ລະ ອະລິຍະບົດ, ແຕ່ລະສອນແຟ ດົນຕີ
ຢ່າງສຸດອົກສຸດໃຈ. ພາບ: ເຊີນເຫງ້ຍ



ຫ້ອງຮຽນດົນຕີພື້ນເມືອງ ຂອງ ນາຍຄູດີເດັ່ນ, ນັກດົນຕີ ຟ້າມ ຖຸ໋ຍຮວານ ທີ່ຫໍວັດທະນະທຳ ນະຄອນໂຮ່ຈີມິນ. ພາບ: ເຊີນເຫງ້ຍ


ນາຍຄູດີເດັ່ນ, ນັກດົນຕີ ຟ້າມຖຸ໋ຍຮວານ ກຳລັງແນະນຳ ໃຫ້ນັກຮຽນ ຂອງ ຫ້ອງຮຽນຂຸ່ຍ. ພາບ: ເຊີນເຫງ້ຍ

ເປັນຜູ້ສ້າງຕັ້ງ ແລະ ຮັບຜິດຊອບ ສະໂມສອນ ສຽງເພງ ບ້ານເກີດ ເມືອງນອນ ແຕ່ປີ 1981 ມາຮອດປັດຈຸບັນ, ນາຍຄູດີເດັ່ນ, ນັກດົນ ຕີ ຟ້າມຖຸ໋ຍຮວານ ໄດ້ຂຽນປຶ້ມຮຽນກ່ຽວກັບຂິມ 15 ຊຸດ, ໄດ້ຮັບ ນາມມະຍົດ ເປັນ “ນາຍຄູດີເດັ່ນ” ປີ 1994 ແລະ ຫຼຽນກາ “ເພື່ອ ພາລະກິດການສຶກສາ” ປີ 1995. 
ເປັນຜູ້ສ້າງຕັ້ງ ແລະ ຮັບຜິດຊອບ ສະໂມສອນ ສຽງເພງ ບ້ານເກີດ ເມືອງນອນ ແຕ່ປີ 1981 ມາຮອດປັດຈຸບັນ, ນາຍຄູດີເດັ່ນ, ນັກດົນ ຕີ ຟ້າມຖຸ໋ຍຮວານ ໄດ້ຂຽນປຶ້ມຮຽນກ່ຽວກັບຂິມ 15 ຊຸດ, ໄດ້ຮັບ ນາມມະຍົດ ເປັນ “ນາຍຄູດີເດັ່ນ” ປີ 1994 ແລະ ຫຼຽນກາ “ເພື່ອ ພາລະກິດການສຶກສາ” ປີ 1995.
ເປັນລູກສາວ ຂອງ ນາຍຄູດີເດັ່ນ, ນັກດົນຕີ ຟ້າມຖຸ໋ຍຮວານ, ໄດ້ ແມ່ສອນຂິມ ແຕ່ເມື່ອອາຍຸ 5-6 ປີ, ບວກກັບ ການຝຶກ ຝົນຫຼໍ່ຫຼອມ ຕົນເອງ ຢ່າງບໍ່ຢຸດຢັ້ງ, ມາຮອດປັດຈຸບັນ, ປອ. ນັກສິລະປິນດີ ເດັ່ນ ຫາຍເຟື້ອງ ໄດ້ກາຍເປັນນັກສິລະປິນ ຂິມ ທີ່ມີຊື່ສຽງ. ທ່ານ ນາງ  ແລະ ແມ່ ຕ່າງກໍມີຄວາມມຸ່ງຫວັງ ນຳສຽງຂິມ ໄປເຖິງ ທ່ານ ຜູ້ຟັງ ຢູ່ພາຍໃນ ແລະ ຕ່າງປະເທດ. ລູກສາວ ນາງ ຫາຍມິງ ຂອງ ທ່ານນາງ ຫາຍເຟື້ອງ ໄດ້ແມ່ ແລະ ແມ່ເຖົ້າ ຖ່າຍທອດການຫຼິ້ນ ຂິມ ແຕ່ຄາວຍັງນ້ອຍ ແລະ ປັດຈຸບັນ ເປັນສະມາຊິກທ່ີຫ້າວຫັນ ຂອງ ສະໂມສອນ ສຽງເພງ ບ້ານເກີດເມືອງນອນ.

ປອ.ນັກສິລະປິນດີເດັ່ນ ຫາຍເຟື້ອງ ເວົ້າກ່ຽວກັບແມ່ ດ້ວຍ ຄວາມ ຕື້ນຕັນໃຈວ່າ: “ແມ່ເປັນທັງຄູ, ທັງເປັນແມ່ ເພາະສະນັ້ນ ຂ້າພະ ເຈົ້າ ຫາຮູ້ໄດ້ຫຼາຍສິ່ງຫຼາຍຢ່າງ ກ່ຽວກັບ ຊີວິດ ກໍຄື ອາຊີບ ຂອງ ເພິ່ນ. ເພິ່ນເປັນຄົນ ມີຄວາມ ຕັ້ງໃຈ ກັບພື້ນຖານ ດົນຕີພື້ນເມືອງ, ເພາະສະນັ້ນ ຍາມໃດ ເພິ່ນກໍທຳການຄົ້ນຫາ, ປະດິດສ້າງ ແລະ ຄິດວົນໄປວຽນມາ ກັບເລື່ອງເຮັດແນວໃດ ເພື່ອ ດຶງດູດໃຈ ຫຼາຍ ຄົນ ຮຽນດົນຕີພື້ນເມືອງ. ທ່ານນາງ ຫາຍເຟື້ອງ ຍາມໃດກໍມີ ຄວາມມຸ່ງຫວັງວ່າ ແມ່ຂອງຕົນຈະ ມີສຸຂະພາບແຂງແຮງ ຢູ່ສະ ເໝີ ເພື່ອເຮັດໄດ້ທຸກສິ່ງທຸກຢ່າງທີ່ຕົນເອງມັກ. ມີຫຼາຍລາຍ ການ ເຮັດລວມໝູ່ ເຮັດໃຫ້ຂ້າພະເຈົ້າ ແລະ ບັນດາລູກສິດ ຕ້ອງເຮັດ ວຽກແລ່ນຕາມການເຮັດວຽກຂອງເພິ່ນ”. 
ບົດ: ເຊີນເຫງ້ຍ - ພາບ: ດັ້ງກິມເຟືອງ-ເຊີນເຫງ້ຍ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top