• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົ່ງເສີມການຮ່ວມມືຫລາຍດ້ານລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ກັບແຂວງ Kanagawa (ຍີ່ປຸ່ນ)

      ຍີ່ປຸ່ນ ແລະ ແຂວງ Kanagawa ສ້າງທຸກເງື່ອນໄຂສະດວກໃຫ້ວິສາຫະກິດ 2 ປະເທດເພີ່ມທະວີການລົງທຶນ, ຊອກຮູ້, ຜັນຂະຫຍາຍບັນດາການເຄື່ອນໄຫວເສດຖະກິດ ແລະ ການຮ່ວມມືໃນບັນດາຂົງເຂດອື່ນ

ທ່ານນາງ ດັ້ງທິງອັກທິ້ງ ແລະ ທ່ານ Kuroiwa Yuji (ພາບ: TTXVN)
      ຕອນເຊົ້າວັນທີ 16 ພະຈິກ, ທີ່ສຳນັກງານປະທານປະເທດ ຫວຽດນາມ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ ແລະ ບັນດາວິສາຫະກິດແຂວງ Kanagawa (ຍີ່ປຸ່ນ) ໂດຍທ່ານ Kuroiwa Yuji, ຜູ້ວ່າການແຂວງ Kanagawa, ນຳໜ້າພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດໄດ້ສະເໜີໃຫ້ ຍີ່ປຸ່ນ ແລະ ແຂວງ Kanagawa ສ້າງທຸກເງື່ອນໄຂສະດວກໃຫ້ວິສາຫະກິດ 2 ປະເທດເພີ່ມທະວີການລົງທຶນ, ຊອກຮູ້, ຜັນຂະຫຍາຍບັນດາການເຄື່ອນໄຫວເສດຖະກິດ ແລະ ການຮ່ວມມືໃນບັນດາຂົງເຂດອື່ນ, ພິເສດແມ່ນອຸດສາຫະກຳປະດິດສ້າງ, ກະສິກຳ, ການສຶກສາ-ບຳລຸງສ້າງ…ທ່ານນາງຮອງປະທານປະເທດເນັ້ນໜັກວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າຈະ ສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ແລະ ຂອງແຂວງ Kanagawa ມາລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ; ແລະປາດຖະໜາວ່າ ຍີ່ປຸ່ນ ແລະ ແຂວງ Kanagawa ສ້າງເງື່ອນໄຂສະດວກໃຫ້ແກ່ຊາວ ຫວຽດນາມ ທີ່ພວມອາໄສຢູ່ປະເທດ ຍີ່ປຸ່ນ.
        ສ່ວນທ່ານ Kuroiwa Yuji, ຜູ້ວ່າການແຂວງ Kanagawa ຢືນຢັນວ່າ ອຳນາດການປົກຄອງແຂວງ Kanagawa ໃຫ້ຄຳໝັ້ນສັນຍາວ່າຈະສ້າງເງື່ອນໄຂສະດວກໃຫ້ແກ່ແຮງງານ ຫວຽດນາມ ໄປເຮັດວຽກຢູ່ Kanagawa, ພ້ອມທັງໜູນຊ່ວຍບັນດາວິສາຫະກິດທ້ອງຖິ່ນລົງທຶນເຂົ້າ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top