• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົ່ງອັດຖິທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ 12 ຊຸດກັບເມືອປະເທດ

ຕອນເຊົ້າວັນທີ 18 ມິຖຸນາ, ທີ່ແຂວງ ອຸດົມໄຊ, ສປປ. ລາວ ໄດ້ດຳເນີນພິທີສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ 12 ຊຸດທີ່ໄດ້ເສຍສະຫຼະຊີວິດເມື່ອປະຕິບັດໜ້າທີ່ສາກົນຢູ່ ລາວ ກັບເມືອປະເທດ.

 ພິທີສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ

ພາຍຫລັງຊອກຫາເປັນຫລາຍຄັ້ງ, ອີງໃສ່ການໜູນຊ່ວຍຢ່າງຕັ້ງໜ້າກ່ຽວກັບດ້ານຂໍ້ມູນຂ່າວສານຈາກປະຊາຊົນ ລາວ ແລະ ບັນດານັກຮົບເກົ່າທີ່ເຄີຍຮ່ວມການສູ້ຮົບກັບທະຫານ ຫວຽດນາມ ໃນສົງຄາມ. ຕາມແຜນການແລ້ວ, ພິທີໄວ້ອາໄລ ແລະ ປົງອັດຖິຈະໄດ້ຈັດຂຶ້ນໃນວັນທີ 19 ມິຖຸນາ ຢູ່ເຂດສຸສານ ຕົງຄາວ, ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ. ທ່ານພົນຈັດຕະວາ ເຈິ່ນງອັກຕ໊ວນ, ຮອງຫົວໜ້າການເມືອງກອງບັນຊາການທະຫານເຂດ 2 ໃຫ້ຮູ້ວ່າ:

        “ໜ່ວຍງານທ້ອນໂຮມອັດຖິຈະສືບຕໍ່ເພີ່ມທະວີການເຄື່ອນໄຫວຊອກຫານັກຮົບທີ່ເສຍສະຫຼະຊີວິດຢູ່ບັນດາບໍລິເວນທີ່ຫ່າງໄກ, ພະຍາຍາມເກັບກຳຂໍ້ມູນຂ່າວສານຈາກບັນດາເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ບັນດາພະນັກງານກອງທັບ ລາວ ໄດ້ຮຽງບ່າຮຽງໄຫຼ່ກັບທະຫານອາສາສະໝັກ ຫວຽດນາມ ໃນບັນດາການຕໍ່ສູ້ກ່ອນນີ້.

        ໂດຍໄດ້ຮັບການສ້າງຕັ້ງແຕ່ປີ 1994, ພາຍຫລັງ 25 ປີ, ຄະນະປະຕິບັດງານພິເສດຂອງທະຫານເຂດ 2 ເຮັດວຽກຢູ່ 6 ແຂວງພາກເໜືອ ລາວ ໄດ້ຊອກຫາ, ທ້ອນໂຮມ ແລະ ສົ່ງອັດຖິນັກຮົບເສຍສະຫຼະຊີວິດກັບເມືອປະເທດໄດ້ 1743 ຊຸດ, ໃນນັ້ນ ມີ 123 ຊຸດທີ່ມີຂໍ້ມູນຢ່າງຄົບຖ້ວນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top