• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົນທິສັນຍາເລກທີ 98 ນໍາມາເຊິ່ງສະພາບແວດລ້ອມເຮັດວຽກອັນເປັນປົກກະຕິໃຫ້ແກ່ແຮງງານຢູ່ ຫວຽດນາມ

      ສົນທິສັນຍາເລກທີ 98 ແມ່ນໜຶ່ງໃນສົນທິສັນຍາຫຼັກແຫຼ່ງ 8 ສະບັບຂອງ ອົງການ ILO ໃນຂອບເຂດຖະແຫຼງການປີ 1998 ກ່ຽວກັບບັນດາຫຼັກການພື້ນຖານໃນການອອກແຮງງານ.

ກອງປະຊຸມສໍາມະນາປະກາດການເຂົ້າຮ່ວມສົນທິສັນຍາ ເລກທີ 98 (ພາບ: qdnd.vn)
      ກອງປະຊຸມສໍາມະນາປະກາດການເຂົ້າຮ່ວມສົນທິສັນຍາ ເລກທີ 98 ຂອງ ອົງການແຮງງານສາກົນ (ILO) ແລະ ປຶກສາຫາລືກ່ຽວກັບຮ່າງແຜນການປະຕິບັດສົນທິສັນຍາເລກທີ 98 ຂອງ ILO ໂດຍກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຈັດຕັ້ງຂຶ້ນຢູ່ຮ່າໂນ້ຍໃນວັນທີ 06 ກໍລະກົດ. 
        ສົນທິສັນຍາເລກທີ 98 ຂອງ ILO ກ່ຽວກັບການນໍາໃຊ້ບັນດາຫຼັກການຂອງສິດຈັດຕັ້ງ ແລະ ເຈລະຈາລວມໝູ່ ໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດຫວຽດນາມ. ປັດຈຸບັນ, ຫວຽດນາມ ໄດ້ເຂົ້າຮ່ວມສົນທິສັນຍາສາກົນ 25 ສະບັບ, ໃນນັ້ນ ມີ 7 ໃນຈໍານວນສົນທິສັນຍາພື້ນຖານ 8 ສະບັບກ່ຽວກັບບັນດາຫຼັກການ ແລະ ສິດພື້ນຖານໃນການອອກແຮງງານຂອງອົງການ ILO. ຫວຽດນາມ ແມ່ນປະເທດທີ 167 ຮັບຮອງເອົາສົນທິສັນຍາເລກທີ 98 ແລະ ພວມຄົ້ນຄວ້າ ເພື່ອເຂົ້າຮ່ວມສົນທິສັນຍາທີ 8 ຂອງອົງການດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top