• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ສູນກາງ ອຸດສາຫະກໍາ ກຸ້ງ ຫວຽດນາມ

ໃນຊຸມປີມໍ່ໆ ມານີ້, ສອງແຂວງພາກໃຕ້ ຫວຽດນາມ ຄື ກ່າເມົາ ແລະ ບາກລຽວ ກຳລັງບືນຕົວກ້າວຂຶ້ນ ກາຍເປັນ ສູນກາງ ແຫ່ງການສົ່ງອອກ ຂອງ ຂະແໜງກຸ້ງ ຫວຽດນາມ ຕາມທິດພັດທະນາທ່ີໝັ້ນຄົງ, ຢືນຢັນຖານະບົດບາດ ຂອງ ກຸ້ງ ຫວຽດນາມ ຢູ່ເທິງແຜນທີ່ສິນທະເລໂລກ. 
ບັນດາຕົວແບບລ້ຽງກຸ້ງເພື່ອສົ່ງອອກ

ປັດຈຸບັນ, ຫວຽດນາມ ມີປະມານ 30 ແຂວງ, ນະຄອນ ເປັນຕົວແບບໃນການລ້ຽງກຸ້ງກຸລາດໍາ ແລະ ກຸ້ງຕີນຂາວ (Litopenaeus vannamei) ລ້ຽງຢູ່ ເຂດນໍ້າຈືດໆ ເຄັມໆ, ໃນນັ້ນ ແຂວງ ກ່າເມົາ ເປັນແຂວງນຳໜ້າໃນທົ່ວປະເທດ ກ່ຽວກັບເນື້ອທີ່ ແລະ ປະລິມານການຜະລິດກຸ້ງ. ຂະແໜງ ກຸ້ງ ໄດ້ກຳນົດວ່າ ເປັນເສດຖະກິດປາຍແຫຼມຂອງແຂວງ ກ່າເມົາ, ໄດ້ຮັບບຸລິມະສິດໃນການລົງທຶນພັດທະນາ. 
EVFTA ໄດ້ນໍາມາ ຊຶ່ງຄວາມໄດ້ປຽບ ຢ່າງຫຼວງຫຼາຍ ໃຫ້ ອຸດສາຫະກໍາ ກຸ້ງ ຫວຽດນາມ ຍ້ອນວ່າ ນອກຈາກ ລົບລ້າງ ສິ່ງກີດຂວາງທາງດ້ານພາສີແລ້ວ, ຫວຽດນາມ ຍັງມີໂອ ກາດ ທ່ີຫຼາກຫຼາຍ ໃນການສະໜອງວັດຖຸດິບ ສໍາລັບຜະ ລິດຕະພັນປຸງແຕ່ງ, ຈາກນັ້ນ ກໍຊ່ວຍອຸດສາຫະກໍາກຸ້ງ ຫວຽດນາມ ເພີ່ມຄວາມສາມາດໃນການແຂ່ງຂັນຍິ່ງຂຶ້ນ ເມື່ອທຽບ ກັບ ບັນດາຄູ່ແຂ່ງອື່ນໆ.

ພວກຂ້າພະເຈົ້າໄດ້ໄປຢ້ຽມຢາມນິຄົມລ້ຽງກຸ້ງ ຂອງທ່ານ ຟານແທງຮຸ່ງ (ເມືອງ ນຳກັນ, ແຂວງ ກ່າເມົາ) ໃນຂະນະທີ່ ບໍ່ລ້ຽງກຸ້ງສອງບໍ່ ຂອງ ທ່ານ ຍັງອີກສອງສາມວັນ ແມ່ນ ຈະ ຮອດເວລາເກັບກ່ຽວ. ທ່ານ ຮຸ່ງ ໃຫ້ຮູ້ວ່າ ແຕ່ກ່ອນ ຢູ່ເຂດ ດິນຕອນນີ້ ຕົວທ່ານເອງ ກໍຄື ຊາວກະສິກອນ ຫຼາຍຄົນ ແມ່ນລຶ້ງ ກັບການລ້ຽງກຸ້ງ ແບບດັ້ງເດີມ, ເພາະສະນັ້ນ ຜົນ ທີ່ໄດ້ຮັບແມ່ນບໍ່ສູງ. ແຕ່ອາໄສ ການຮຽນເອົາ ບົດຮຽນ ຂອງ ຕົວແບບລ້ຽງກຸ້ງ ກະເສດສູມ, ເມື່ອຕົ້ນປີ 2018, ທ່ານ ຮຸ່ງ ໄດ້ກ້າຕັດສິນໃຈ ຫັນໄປສູ່ ຕົວແບບ ລ້ຽງກຸ້ງ ກະເສດສູມ. 


ປັດຈຸບັນ, ແຂວງ ບາກລຽວ ມີເນື້ອທີລ້ຽງກຸ້ງກວ່າ 131.000 ເຮັກຕາ, ສະເພາະ ການລ້ຽງກຸ້ງເຕັກໂນໂລຊີສູງ ກວມປະມານ 2.000 ເຮັກຕາ. ພາບ: ເລມິນ
 

ກຸ້ງພັນອາຍຸ 15 ວັນ ກຽມປ່ອຍລົງສູ່ໜອງ ລ້ຽງ ກຸ້ງ ເຕັກໂນໂລຊີສູງ ຢູ່ ແຂວງ ກ່າເມົາ. ພາບ: ເລມິນ


ຕົວແບບລ້ຽງກຸ້ງເຕັກໂນໂລຊີສູງຢູ່ແຂວງ ກ່າເມົາ. ພາບ: ຟານແທງເກື່ອງ


ຊາວກະສິກອນເມືອງ ເດີ່ມເຢີຍ ແຂວງ ກ່າເມົາ ເກັບ ກ່ຽວ ຜົນຜະລິດ ກຸ້ງ. ພາບ: ບ໊າວເລີມ
 

ກໍາມະກອນ ສະຫະກອນ ນາມດົງ (ຕາແສງ ຫວິງແຈກ ດົງ, ນະຄອນ ບາກລຽວ ເກັບກ່ຽວຜົນຜະລິດກຸ້ງ. ພາບ: ເລມິນ


ເກັບກູ້ກຸ້ງງ່າມຂຽວລ້ຽງຢູ່ເທິງທົ່ງນາ ຢູ່ແຂວງ ກ່າເມົາ. ພາບ: ຮີ່ວນເລີມ

ເທິງເນື້ອທີ່ 1,1 ເຮັກຕາ, ທ່ານ ຮຸ່ງ ໄດ້ອອກແບບສາມບໍ່, ແຕ່ລະບໍ່ ມີເນື້ອທີ່ 1.200 ຕາລາງແມັດ. ນອກນັ້ນຍັງ ມີ ບໍ່ ບໍາບັດນໍ້າສອງບໍ່ເຊັ່ນ: ໜຶ່ງບໍ່ ສຳລັບການລົງຕະກອນ, ໜຶ່ງ ບໍ່ ສຳລັບໜອງນຳ້ ແລະ ອີກສາມບໍ່ ເພື່ອການກຳຈັດ ບີໂອ ຈີ. ບັນດາບໍ່ ດັ່ງກ່າວ ຕ່າງກໍຖືກຮອງດ້ວຍຜ້າເຕັນຢູ່ພື້ນ, ມີ ຕາໜ່າງປິດບັງ, ມີລະບົບໄຟຟ້າ, ພັດລົມ, ຈັກສະໜອງ ອາ ຫານໃຫ້ກຸ້ງ ໂດຍອັດຕະໂນມັດ ແລະ ອື່ນໆ ອີກຫຼາຍຢ່າງ ຊຶ່ງ ລວມຄ່າໃຊ້ຈ່າຍ ທັງໝົດ 1,2 ຕື້ດົ່ງ. 

ເນື້ອທີ່ລ້ຽງກຸ້ງໃນທົ່ວປະເທດ ມີປະມານ 720.000 ເຮັກ ຕາ, ສະເພາະແຂວງ ກ່າເມົາ ມີເນື້ອທີ່ລ້ຽງກຸ້ງ 280.000 ເຮັກຕາ, ກວມເກືອບ 40% ເນື້ອທີ່ລ້ຽງກຸ້ງ ໃນທົ່ວປະເທດ. ມີຫຼາຍທ້ອງຖິ່ນຢູ່ແຂວງ ກ່າເມົາ ໄດ້ ພັດທະນາຕົວແບບ ລ້ຽງກຸ້ງ ແບບກະເສດເສດສຸມເຊັ່ນ: ນຳກັນ, ຫງອກຫຽນ, ເຕິນຝູ໋, ນະຄອນ ກ່າເມົາ ແລະ ອື່ນໆ.
ຕາມທ່ານ ຮຸ່ງ, ນອກຈາກໃຫ້ອາຫານ ກຸ້ງ ແລ້ວ, ແຕ່ລະມື້ ທ່ານ ຮຸ່ງ ຍັງຕ້ອງປະຕິບັດ ຖືກຕາມຂັ້ນຕອນຕ່າງໆ ເຊັ່ນ ກວດກາຄຸນນະພາບ ຂອງ ນຳ້, ປ່ຽນຖ່າຍນຳ້ ສະອາດໃຫ້ ບໍ່ກຸ້ງ, ເຮັດອະນາໄມ ພື້ນບໍ່, ຕິດຕາມການຈະເລີນເຕີບໂຕ ຂອງກຸ້ງ ເພື່ອມີມາດຕະການຈັດແກ້ຢ່າງທັນການ. ແຕ່ລະ ເດືອນ ຈະມີນັກວິສາວະກອນ ທີ່ມາຈາກ ບັນດາໜ່ວຍ ງານ ທີ່ມີວິຊາສະເພາະ ຫຼື ບັນດາຄູ່ຮ່ວມມືເກັບຊື້ ເຂົ້າເຖິງ ບໍ່ ເພື່ອກວດກາຄຸນນະພາບຂອງນຳ້, ຄວາມເປັນກົດ, ອາຍ ພິດ ເພື່ອແນະນຳ ໃຫ້ຜູ້ລ້ຽງກຸ້ງ ກໍາຈັດຢ່າງທັນການ.

ການລ້ຽງກຸ້ງ ໃຊ້ເວລາປະມານ 115-120 ວັນ/ລະດູການ, ປີໜຶ່ງສາມາດລ້ຽງໄດ້ສາມລະດູການ, ດ້ວຍລາຄາ ສະເລ່ຍ ປະມານ 150.000-200.000 ດົ່ງ/ກິໂລ, ຫຼັງຈາກຫັກຄ່າ ໃຊ້ຈ່າຍແລ້ວ, ທ່ານ ຮຸ່ງ ໄດ້ກຳໄລ 500 ລ້ານດົ່ງ/ລະດູ ການ. ເນື່ອງຈາກ ການຫັນໄປສູ່ ຕົວແບບນີ້ ໄດ້ຊ່ວຍໃຫ້ ເສດຖະກິດຄອບຄົວ ຂອງ ທ່ານຮຸ່ງ ພ້ອມກັບ ຫຼາຍຄອບ ຄົວ ໄດ້ມີຊີວິດການເປັນຢູ່ທ່ີດີຂຶ້ນທາງດ້ານເສດຖະກິດ ຢ່າງໜ້າຊື່ນຊົມ.

ພວກຂ້າພະເຈົ້າກໍໄດ້ໄປຍັງ ສະຫະກອນ ນາມດົງ (ຕາ ແສງ ຫວິງແຈກດົງ, ນະຄອນ ບາກລຽວ) ໃນລະດູເກັບກ່ຽວ ກຸ້ງ ຢູ່ບໍ່ ສາມແຫ່ງ. ທ່ານ ນົງກວກຈີ໋ ຜູ້ອຳນວຍການ ສະ ຫະກອນ ນາມດົງ ໃຫ້ຮູ້ວ່າ ບໍ່ກຸ້ງ ສາມແຫ່ງນີ້ ລວມເນື້ອທີ່ 4.500 ຕາລາງແມັດ ມີຈຳນວນກຸ້ງພັນ 500.000 ໂຕ, ສາ ມາດ ເກັບກ່ຽວໄດ້ 9 ໂຕນ, ສ້າງລາຍຮັບ ປະມານ 900 ລ້ານດົ່ງ/ລະດູການ.

ຫຼັງຈາກໄດ້ຈັດປະເພດກຸ້ງ, ຜູ້ເກັບຊື້ ຈະສົ່ງລົດ ມາຮອດບໍ່ ເພື່ອເກັບຊື້ ແລະ ແຊ່ເຢັນ ຢູ່ກັບທີ່ ກ່ອນສົ່ງໄປຍັງ ວິສາຫະ ກິດ ໃນພື້ນທີ່ ເພື່ອຈັດການ ແລະ ປຸງແຕ່ງ. ສ່ວນວຽກ ທີ່ຍັງ ເຫຼືອ ຂອງບັນດາສະມາຊິກ ໃນສະຫະກອນ ນາມດົງ ແມ່ນ ເຮັດອະນາໄມ ບໍ່ລ້ຽງກຸ້ງ ແລະ ກະກຽມແນວພັນ ໃຫ້ລະດູ ການຕໍ່ໄປ.


ກຸ້ງ ຫວຽດນາມ ໄດ້ສົ່ງໄປຍັງ 90 ປະເທດ

ປັດຈຸບັນ, ອຸດສາຫະກໍາກຸ້ງ ຫວຽດນາມ ກຳລັງສຸມໃສ່ ໃນ ການ ກໍ່ສ້າງ ແລະ ພັດທະນາ ຕ່ອງໂສ້ ການເຊື່ອມໂຍງ ການຜະລິດ ແບບຄົບວົງຈອນ ແຕ່ຂາເຂົ້າ ເຖິງຂາອອກ, ປະກອບສ່ວນຫຼຸດຜ່ອນລາຍຈ່າຍ ໃນການລ້ຽງ, ພ້ອມກັນ ນັ້ນ ຍົກສູງຄຸນນະພາບ ໃຫ້ກຸ້ງ ຫວຽດນາມ ອີກດ້ວຍ.

ກະເສດຕະກອນຜູ້ລ້ຽງກຸ້ງຫຼາຍຄອບຄົວໄດ້ລວມຕົວກັນ ຈັດຕັ້ງ ສະຫະກອນ ຜະລິດຂະໜາດໃຫຍ່, ໄດ້ຮັບການ ສະ ໜັບສະໜູນ ຈາກບັນດາວິສາຫະກິດລ້ຽງກຸ້ງ ສະໜອງແນວ ພັນ ທ່ີໄດ້ມາດຕະຖານແຕ່ຕົ້ນ; ສະໜອງອາຫານ, ອຸປະ ກອນຮັບໃຊ້ການລ້ຽງກຸຸ້ງ, ສ່ວນກຸ້ງ ທີ່ຜະລິດອອກ ໄດ້ບັນ ດາວິສາຫະກິດ ຮັບຈຳໜ່າຍ ແລະ ປຸງແຕ່ງທັງໝົດ. ນອກ ຈາກນັ້ນ ກໍຍັງມີຝ່່າຍຕ່າງໆ ທີ່ກ່ຽວຂ້ອງເຊັ່ນ ບັນດານັກວິ ທະຍາສາດ, ທະນາຄານ ຊ່ວຍເຫຼືອ ດ້ານທຶນຮອນ ແລະ  ບັນດາອົງການຄຸ້ມຄອງ ຕ່າງກໍປະກອບສ່ວນຊ່ວຍເຫຼືອ ເພື່ອ ເຮັດໃຫ້ເກີດຕ່ອງໂສ້ຄົບວົງຈອນ ແລະ ຫຼຸດຜ່ອນ ຂັ້ນຕອນຂອດກາງ, ເຊື່ອມໂຍງໂດຍກົງ ກັບ ກະເສດ ຕະກອນ ຜູ້ລ້ຽງ, ການປຸງແຕ່ງ ໄປເຖິງຂອດ ການ ຈຳໜ່າຍ.



ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມາຢ້ຽມຢາມ ຕົວ ແບບ ປຸງແຕ່ງກຸ້ງເພື່ອສົ່ງອອກ ຂອງ ບໍລິສັດຫຸ້ນສ່ວນສິນ ທະເລ ມິງຝູ໋, ແຂວງ ກ່າເມົາ. ພາບ: ເຖ໋ແອງ


ປັດຈຸບັນ ແຂວງ ກ່າເມົາ ມີໂຮງງານປຸງແຕ່ງກຸ້ງ ກວ່າ 30 ແຫ່ງ ຂອງ 28 ວິສາຫະກິດ, ມີກຳລັງການຜະລິດປະມານ 200.000 ໂຕນ/ປີ ດ້ວຍ ເຕັກໂນໂລຊີ ການປຸງແຕ່ງ ທີ່ທັນ
ສະໄໝ ໄດ້ສົ່ງອອກໄປຍັງ 90 ປະເທດໃນໂລກ. ພາບ: ຮິ່ວນເລີມ



ຂັ້ນຕອນປຸງແຕ່ງກຸ້ງ ເພື່ອສົ່ງອອກ ທີ່ບໍລິສັດຫຸ້ນສ່ວນ ສົ່ງ ອອກ-ນຳເຂົ້າ ນຳກັນ, ແຂວງ ກ່າເມົາ. ພາບ: ເລມິນ


ປຸງແຕ່ງສິນຄ້າເພື່ອສົ່ງອອກ ທີ່ບໍລິສັດຫຸ້ນສ່ວນສິນທະເລ ມິງຝູ໋, ແຂວງ ກ່າເມົາ. ພາບ: ເຕິ໋ນດຽບ


ຂັ້ນຕອນຫຸ້ມຫໍ່ກຸ້ງເພື່ອສົ່ງອອກ ທີ່ແຂວງ ກ່າເມົາ. ພາບ: ຝູ໋ຫືວ


ຊາວກະສິກອນ ຢູ່ ແຂວງ ກ່າເມົາ ປຸງແຕ່ງຜະລິດຕະ ພັນ ກຸ້ງແຫ້ງ. ພາບ: ຮິ່ວນເລີມ

ປັດຈຸບັນ, ຫວຽດນາມ ມີໂຮງງານປຸງແຕ່ງກຸ້ງ ຂະໜາດ ໃຫຍ່ ແລະ ທັນສະໄໝ 100 ແຫ່ງ ດ້ວຍກຳລັງການຜະລິດ ປະມານ 500.000 – 700.000 ໂຕນ/ປີ. ໃນນັ້ນ ມີບໍລິ ສັດ, ກຸ່ມບໍລິສັດ ຫຼາຍແຫ່ງ ທີ່ເຂົ້າຮ່ວມຂັ້ນຕອນປຸງແຕ່ງ ແລະ ສົ່ງອອກກຸ້ງ ທ່ີມີຊື່ສຽງ ເຊັ່ນ: ມິງຝູ໋, ຫວິ໋ງຮວ່ານ, ຮຸ່ງ ເວືອງ, ຫວຽດ-ອົດສະຕຣາລີ... ສະເພາະ ຢູ່ແຂວງ ກ່າເມົາ ປັດຈຸບັນ ມີໂຮງງານປຸງແຕ່ງກຸ້ງ ກວ່າ 30 ແຫ່ງຂອງ 28 ວິ ສາຫະກິດ, ມີກຳລັງການ ຜະລິດປະມານ 200.000 ໂຕນ/ປີ ດ້ວຍ ເຕັກໂນໂລຊີ ການປຸງແຕ່ງທີ່ທັນສະໄໝ ຊຶ່ງ ໄດ້ ສົ່ງອອກໄປຍັງ 90 ປະເທດໃນໂລກ.

ພິເສດ, ບໍລິສັດຫຸ້ນສ່ວນສິນທະເລ ມິງຝູ໋ ເປັນໜຶ່ງໃນສີ່ ໂຮງງານປຸງແຕ່ງ ແລະ ສົ່ງອອກກຸ້ງ ຂະໜາດໃຫຍ່ອັນດັບ ແຖວໜ້າຂອງໂລກ ແລະ ຢືນຢູ່ດັບໜຶ່ງຂອງ ຫວຽດນາມ ໃນຫຼາຍປີຜ່ານມາ.

ບໍລິສັດຫຸ້ນສ່ວນສິນທະເລ ມິງຝູ໋ ມີໂຮງງານໃຫຍ່ສອງ ແຫ່ງ ຢູ່ແຂວງ ກ່າເມົາ ແລະ ແຂວງ ເຮົ້າຢາງ, ຍອດມູນຄ່າ ສົ່ງອອກ ປີ 2018 ບັນລຸກ່ວາ 700 ລ້ານໂດລາສະຫະລັດ, ສະເພາະໂຮງງານ ຢູ່ ກ່າເມົາ ໄດ້ສົ່ງອອກເກືອບ 400 ລ້ານ ໂດລາສະຫະລັດ, ກວມ 1/3 ມູນຄ່າການສົ່ງອອກກຸ້ງ ຂອງ ແຂວງ ກ່າເມົາ.

ເມື່ອບໍ່ດົນມານີ້, ຄະນະກຳມະການປະຊາຊົນ ແຂວງ ກ່າ ເມົາ ໄດ້ສົມທົບກັບ ຄະນະຄົ້ນຄວ້າພັດທະນາ ພາກເສດ ຖະກິດເອກະຊົນ, ໂຄງການ SeafoodWatch ແລະ ກອງ ທຶນ Carnegie ເພື່ອສັນຕິພາບສາກົນ ຈັດຕັ້ງ “ວັນເຊື່ອມ ຕໍ່ວິສາຫະກິດ ຂະແໜງການສິນທະເລ” ແລະ ພິທີ ລົງນາມ ເຂົ້າຮ່ວມ ສະຫະພັນຜະລິດກຸ້ງສະອາດ ແລະ ຍືນຍົງ. ໃນ ງານຕະຫຼາດນັດ, ມີລູກຄ້າ 4 ຄົນ ທີ່ມາຈາກ ສ ອາເມລິ ກາ ເຊັ່ນ: Aramark, Bon Appettite, Santa Monica Seafoods, Fortune Fish&Gourmet ແລະ ລະບົບ ການຈຳໜ່າຍສິນຄ້າ ຂະໜາດໃຫຍ່ຂອງ ຫວຽດນາມ ໄດ້ມີ ໜ້າຢູ່ ແຂວງ ກ່າເມົາ ເພື່ອເຂົ້າຮ່ວມ ໃນການເປີດກວ້າງ ຕະຫຼາດຈຳໜ່າຍກຸ້ງ.


ມາຮອດປັດຈຸບັນ, ການສົ່ງອອກກຸ້ງຂອງ ຫວຽດນາມ ໄດ້ ສົ່ງອອກໄປຍັງ 90 ປະເທດ ແລະ ເຂດແຄວ້ນ ຢູ່ໃນໂລກ, ໃນນັ້ນມີຕະຫຼາດທ່ີສໍາຄັນເຊັ່ນ: ເອີຣົບ, ສ ອາເມລິກາ, ຍີ່ ປຸ່ນ, ສ ເກົາຫຼີ ແລະ ອື່ນໆ. ໃນປີ 2018, ວົງເງິນສົ່ງອອກ ກຸ້ງ ໃນທົ່ວປະເທດ ບັນລຸໄດ້ 3,5 ຕື້ ໂດລາສະຫະລັດ, ສະ ເພາະແຂວງ ກ່າເມົາ ບັນລຸໄດ້ 1,175 5 ຕື້ ໂດລາສະຫະ ລັດ, ກວມກວ່າ 30% ປະລິມານ ການຜະລິດກຸ້ງ ສົ່ງອອກ ທົ່ວປະເທດ. 

ບົດ: ເຊີນເຫງ້ຍ
ພາບ: ເລມິນ, ຮີ່ວນເລີມ, ເຕິ໋ນດຽບ, ຟານແທງເກື່ອງ, ຝູ໋ຫືວ, ເຖ໋ແອງ, ບ່າວເລີມ 

ບັນດາ ຂຸມຊັບ ຢູ່ເຂດພູຫີນປູນ ບັກເຊີນ

ບັນດາ “ຂຸມຊັບ” ຢູ່ເຂດພູຫີນປູນ ບັກເຊີນ

ບັນດາຄຸນຄ່າທີ່ເປັນເອກະລັກສະເພາະ ທາງດ້ານບູຮານຄະດີ, ປະຫວັດສາດ, ວັດທະນະທຳ, ພູມສັນຖານ-ທໍລະນີສາດ ຢູ່ ເຂດ ພູຫີນປູນ ບັກເຊີນ ບໍ່ພຽງແຕ່ໄດ້ນັກວິທະຍາສາດຖືວ່າ ແມ່ນ “ຊັບສົມບັດ” ເທົ່ານັ້ນ, ແຕ່ຍັງແມ່ນ “ກຸນແຈ” ເພື່ອໃຫ້ ແຂວງ ລ້າງເຊີນ ພັດທະນາການທ່ອງທ່ຽວ ອ້ອມຂ້າງເຂດສວນສາທາ ລະນະ ທໍລະນີສາດໂລກ ໃນອະນາຄົດອີກດ້ວຍ.

Top