• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສຸມ​ໃສ່​ຟື້ນ​ຟູ​ເສດ​ຖະ​ກິດ, ຮັກ​ສາ​ກຳ​ລັງ​ໜູນໃນ​ການ​ເຕີບ​ໂຕ

ໃນບົດລາຍງານກ່ຽວກັບສະພາບການເສດຖະກິດ - ສັງຄົມ ປີ 2021 ການຄາດຄະເນ ແຜນການພັດທະນາເສດຖະກິດ ສັງຄົມ ປີ 2022, ຢູ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຊຸດທີ XV ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 20 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະຫຼຸບໂດຍສັງເຂບຄືນ ໝາກຜົນສຳຄັນ ເຊິ່ງ ຫວຽດນາມ ບັນລຸໄດ້ໃນຫຼາຍຂົງເຂດ, ໃນນັ້ນ ໄດ້ເນັ້ນໜັກເຖິງເປັນພິເສດວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ທ່ານນາຍົກລັດຖະມົນຕີ ກໍ່ໄດ້ຍົກອອກເປົ້າໝາຍຈຸດສຸມ ໃນການພັດທະນາເສດຖະກິດ, ສັງຄົມ ປີ 2022 ແລະ ມາດຕະການຄົບຊຸດ ເພື່ອຟື້ນຟູເສດຖະກິດ, ຮັກສາກຳລັງໜູນໃນການເຕີບໂຕ.

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ພາບ: TTXVN)

ເມື່ອຕີລາຄາສະພາບການ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ໂລກລະບາດໂຄວິດ - 19 ແຜ່ລະບາດຮອບທີ 4 ຢູ່ ຫຼາຍທ້ອງຖິ່ນ, ດ້ວຍການປະກົດຕົວຂອງ ໄວເຊື້ອໄວຣັດສາຍພັນ Delta ທີ່ມີການແຜ່ລະບາດໄວ, ແຊກຊຶມ ເຂົ້າສູນເສດຖະກິດຫຼາຍແຫ່ງ, ບັງຄັບ ໃຫ້ຫວຽດນາມ ຕ້ອງນຳໃຊ້ຫຼາຍມາດຕະການທີ່ບໍ່ເຄີຍມີມາກ່ອນຢ່າງແຮງ ແລະ ຂ້ຽວຂາດ ໂດຍໃຫ້ບຸລິມະສິດຢູ່ ເໜືອກ່ວາສິ່ງໃດກ່ອນອື່ນໝົດ ແມ່ນ ການປົກປ້ອງສຸຂະພາບ ແລະ ຊີວິດອິນຊີຂອງ ປະຊາຊົນ.

ວຽກງານ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແມ່ນການບຸລິມະສິດແຖວໜ້າໃນການຊີ້ນຳ, ບໍລິຫານ

ຕາມທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລ້ວ, ຊຸມເດືອນຜ່ານມາ, ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແມ່ນການບຸລະມະສິດແຖວໜ້າໃນການຊີ້ນຳ, ບໍລິຫານຢ່າງແຮງ ແລະ ຂ້ຽວຂາດ ຂອງ ລັດຖະບານ, ທຸກຂັ້ນ, ທຸກຂະແໜງການ, ທຸກທ້ອງຖິ່ນ; ດ້ວຍຈິດໃຈ ທັງສືບທອດ ແລະ ທັງປ່ຽນແປງໃໝ່, ຕິດແທດກັບຄວາມຮຽກຮ້ອງຕ້ອງການຕົວຈິງ, ເໝາະສົມກັບເຊື້ອໄວຣັດສາຍພັນໃໝ່. ຍ້ອນມີການເຂົ້າຮ່ວມຢ່າງຂ້ຽວຂາດຂອງ ທົ່ວລະບົບການເມືອງ ແລະ ທົ່ວປວງຊົນ, ວຽກງານປ້ອງກັນ, ຕ້ານໂລກລະບາດ ນັບມື້ນັບມີການຜັນປ່ຽນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນກ່ວາອີກ. ເປັນຕົ້ນແມ່ນ ພາຍຫຼັງ ການຍົກລະດັບ, ບູລະນະປັບປຸງຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຈັດສົ່ງກຳລັງຂະໜາດໃຫຍ່ທີ່ບໍ່ເຄີຍມີມາກ່ອນຢ່າງທັນການ, ໃນໄລຍະເວລາສັ້ນທີ່ສຸດ ດ້ວຍພະນັກງານ, ນັກຮົບ ກຳລັງການແພດ ກອງທັບ, ຕຳຫຼວດ ປະມານ 300.000 ເທື່ອຄົນ ຈາກສູນກາງ ແລະ ທ້ອງຖິ່ນ ຕ່າງໆເພື່ອມາໜູນຊ່ວຍໃຫ້ແກ່ທ້ອງຖິ່ນທີ່ປະຕິບັດການແຍກຫ່າງ ແລະ ເພີ່ມທະວີການແຍກຫ່າງໃນສັງຄົມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

        ອາດເວົ້າໄດ້ວ່າ, ພວກເຮົາໄດ້ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ໃນເງື່ອນໄຂທີ່ສາມາດ. ໝາກຜົນບັນລຸໄດ້ຄື ສູນກາງໄດ້ຕີລາຄາວ່າ: “ແຜນນະໂຍບາຍ, ນະໂຍບາຍ, ມາດຕະການທີ່ຜັນຂະຫຍາຍໃນໄລຍະຜ່ານມາ ແມ່ນຖືກຕ້ອງ, ທັນການ ແລະ ການຊີ້ນຳ, ຈັດຕັ້ງປະຕິບັດຢ່າງຮີບດ່ວນ, ຂ້ຽວຂາດນັ້ນ, ບັນລຸໄດ້ໝາກຜົນທີ່ສຳຄັນຫຼາຍຢ່າງ. ມາຮອດປັດຈຸບັນ,  ພວກເຮົາສາມາດຄວບຄຸມໂລກລະບາດໂຄວິດ - 19ໄດ້ ໂດຍພື້ນຖານ ໃນຂອບເຂດທົ່ວປະເທດ ແລະ ພວມປະຕິບັດວິວັດການຮັບມືຢ່າງປອດໄພ, ຄ່ອງຕົວມີໄຫວພິບ; ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ ຢູ່ຫຼາຍທ້ອງຖິ່ນ”. ສິ່ງພົ້ນເດັ່ນແມ່ນ, ໃນໄລຍະປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຢ່າງຮ້າຍແຮງທີ່ສຸດຂອງໂລກລະບາດນັ້ນ, ຈິດໃຈມະຫາສາມັກຄີທົ່ວປວງຊົນທັງຊາດ ໄດ້ເສີມຂະຫຍາຍຢ່າງແຮງ, ໄດ້ປະກົດມີຫຼາຍແບບຢ່າງ, ການກະທຳອັນສູງສົ່ງ ແລະ ສະເທືອນໃຈຄົນ.

ບໍ່ປະໃຫ້ກຳລັງໜູນການເຕີບໂຕຫຼຸດລົງໃນໄລຍະຍາວ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ພາບ: VGP)

ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລ້ວ, ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19, ຄາດວ່າ ມີ 4 ໃນຈຳນວນ 12 ດັດຊະນີເສດຖະກິດ - ສັງຄົມຂອງປີ 2021 ຍັງບໍ່ທັນບັນລຸໄດ້ຄາດໝາຍທີ່ວາງອອກ, ກຳລັງຮັບມືຂອງ ພື້ນຖານເສດຖະກິດຫຼຸດລົງ, ຈຳນວນຜູ້ອອກແຮງງານຖືກຢຸດວຽກຊົ່ວຄາວ ຫຼື ເສຍວຽກເຮັດງານທຳເພີ່ມຂຶ້ນ. ນອກຈາກນັ້ນ, ຈຳນວນວິສາຫະກິດໄດ້ຢຸດດຳເນີນທຸລະກິດ, ຢຸດເຄື່ອນໄຫວຊົ່ວຄາວ ຫຼື ລໍຖ້າການຍຸບເລີກ ເພີ່ມຂຶ້ນຢູ່ລະດັບສູງພໍສົມຄວນ.

ເມື່ອເຕື້ອງເຖິງການຄາດຄະເນແຜນການ ພັດທະນາເສດຖະກິດ ສັງຄົມ ປີ 2022, ທ່ານນາຍົກລັດຖະມົນຕີ ຖືວ່າ ຄວາມຫຍຸ້ງຍາກ, ສິ່ງທ້າຍທາຍຍັງມີຫຼາຍ. ດັ່ງນັ້ນ, ເປົ້າໝາຍລວມແມ່ນ:

ຮັບມືຢ່າງປອດໄພ, ຄ່ອງຕົວ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ປົກປ້ອງສຸຂະພາບ, ຊີວິດອິນຊີຂອງປະຊາຊົນໃຫ້ສຸດຂີດ, ພ້ອມກັບການສຸມໃສ່ຍາດແຍ່ງກາລະໂອກາດໃຫ້ເປັນຢ່າງດີ ເພື່ອຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ ດ້ວຍມາດຕະການສັງລວມ ເພື່ອກະຕຸກຊຸກຍູ້ພື້ນຖານເສດຖະກິດ, ໜູນຊ່ວຍ ແລະ ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ, ບໍ່ປະໃຫ້ກຳລັງໜູນ ການເຕີບໂຕຫຼຸດລົງໃນໄລຍະຍາວ. ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄຟເງິນເຟີ້, ຮັບປະກັນຄວາມສົມດຸນໃຫຍ່, ຍົກສູງລັກສະນະເປັນເຈົ້າຕົນເອງ, ມີຄວາມສາມາດຕ້ານທານ, ຮັບມືຂອງ ພື້ນຖານເສດຖະກິດ. ຍູ້ໄວຄວາມຄືບໜ້າໃນການສ້າງລະບົບໂຄງປະກອບພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝ, ເປັນຕົ້ນແມ່ນບາງໂຄງການຈຸດສຸມແຫ່ງຊາດ, ລົງທຶນຍົກສູງຄຸນນະພາບຊັບພະຍາກອນມະນຸດ ຕິດພັນກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ ແລະ ປ່ຽນແປງໃໝ່, ປະດິດຄິດສ້າງ.

ທ່ານ ນາຍົກລັດຖະມົນຕີ ໄດ້ຍົກອອກ 16 ດັດຊະນີ້ຕົ້ນຕໍ ຂອງປີ 2022, ໃນນັ້ນຄວາມໄວໃນການເພີ່ມຍອດຜະລິດຕະພັນພາຍໃນປະເທດ (GDP) ຕ້ອງໃຫ້ບັນລຸລະດັບ 6 – 6,5%, ຄວາມໄວໃນການເພີ່ມດັດຊະນີຄ່າຊົມໃຊ້ (CPI) ໄລ່ສະເລ່ຍແມ່ນປະມານ 4%. ເພື່ອປະຕິບັດ 16 ດັດຊະນີນີ້, ຕ້ອງປະຕິບັດ 12 ໜ້າທີ່, ມາດຕະການຕົ້ນຕໍ, ໃນນັ້ນ, ທຳອິດ ແມ່ນສຸມໃສ່ປະຕິບັດເປົ້າໝາຍທັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ທັງຟື້ນຟູພັດທະນາເສດຖະກິດສັງຄົມ ຢ່າງມີໄຫວພິບ ແລະ ມີປະສິດທິຜົນ; ຖັດຈາກນັ້ນແມ່ນໃຫ້ບຸລິມະສິດວຽກງານກໍ່ສ້າງ, ປັບປຸງລະບອບລະບຽບການ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ. ຫວຽດນາມ ກໍ່ປະຕິບັດຢ່າງແທດຈິງ ແລະ ມີປະສິດທິຜົນກ່ວາອີກ ກ່ຽວກັບການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ຕິດພັນກັບການປ່ຽນແປງໃໝ່ ຮູບແບບການເຕີບໂຕ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງ… ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ:

ຫວຽດນາມ ຈະເດັດດ່ຽວຢຶດໝັ້ນຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕແຫ່ງຊາດໄດ້ຢ່າງໝັ້ນຄົງ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ. ຜັນຂະຫຍາຍການເຄື່ອນໄຫວການທູດ ຢ່າງຄົບຊຸດ, ມີປະສິດທິຜົນ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ປະກອບສ່ວນເຂົ້າໃນການປັບປຸງຖານະບົດບາດ, ອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີສາກົນ. ຜັນຂະຫຍາຍການເຄື່ອນໄຫວການທູດ, ເຮັດໃຫ້ການພົວພັນສອງຝ່າຍ ກັບ ຄູ່ຮ່ວມມືເລິກເຊິ່ງກ່ວາອີກ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງການເມືອງ, ແຊກຊ້ອນຜົນປະໂຫຍດແກ້ໄຂການພົວພັນກັບປະເທດໃຫຍ່ຢ່າງກົມກຽວ. ເພີ່ມທະວີການເຄື່ອນໄຫວການທູດຂັ້ນສູງ, ຂຸດຄົ້ນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ ຄູ່ຮ່ວມມືຮອບດ້ານ, ສັນຍາການຄ້າເສລີ (FTA) ຢ່າງມີປະສິດທິຜົນ.

 

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຊື່ອໝັ້ນວ່າ ດ້ວຍກຳລັງແຮງຂອງມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ປະຊາຊົນທີ່ມີຕໍ່ການນຳພາຂອງພັກ, ແນ່ນອນວ່າ ຫວຽດນາມ ຈະຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ ເພື່ອ ຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ, ນຳປະເທດຊາດກ້າວຂຶ້ນເສັ້ນທາງປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາຢ່າງໜັ້ນແກ່ນ./.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top