• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນ ໄດ້ປະກອບສ່ວນສ້າງຜົນສໍາເລັດໃນການເຄື່ອນໄຫວທາງການຕ່າງປະເທດ ປີ 2018

      ສື່ມວນຊົນ ແມ່ນຂົວເຊື່ອມຕໍ່ທີ່ສໍາຄັນ ນໍາບັນດາຂໍ້ມູນຂ່າວສານກ່ຽວກັບການພົວພັນການຕ່າງປະເທດຂອງພັກ, ລັດ ມາເຖິງປະຊາຊົນ ແລະ ອອກສູ່ໂລກ ຢ່າງທັນການ ແລະ ມີປະສິດທິຜົນ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ກ່າວຄໍາເຫັນທີ່ການພົບປະ
ກັບສື່ມວນຊົນ ໃນວັນທິ 15 ມັງກອນ (ພາບ:Nguyen Hong)
      ໃນການພົບປະກັບຜູ້ຕາງໜ້າບັນດາອົງການສື່ມວນຊົນ ໃນວັນທີ 15 ມັງກອນ ຢູ່ຮ່າໂນ້ຍ ເພື່ອແນໃສ່ສະຫຼຸບບັນດາການເຄື່ອນໄຫວຖະແຫຼງຂ່າວການຕ່າງປະເທດ ໃນປີ 2018, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງສື່ມວນຊົນ ແລະ ຖືວ່າ ສື່ມວນຊົນ ແມ່ນຂົວເຊື່ອມຕໍ່ທີ່ສໍາຄັນ ນໍາບັນດາຂໍ້ມູນຂ່າວສານກ່ຽວກັບການພົວພັນການຕ່າງປະເທດຂອງພັກ, ລັດ ມາເຖິງປະຊາຊົນ ແລະ ອອກສູ່ໂລກ ຢ່າງທັນການ ແລະ ມີປະສິດທິຜົນ. ບໍ່ພຽງແຕ່ໂຄສະນາພາບພົດຂອງຫວຽດນາມ ຢູ່ ພາຍໃນປະເທດ ແລະ ອອກສູ່ຕ່າງປະເທດຢ່າງຫຼວງຫຼາຍເທົ່ານັ້ນ, ສື່ມວນຊົນ ຍັງແມ່ນເຄື່ອງມືສໍາຄັນໃນສະໜາມຮົບດ້ານແນວຄິດ ເພື່ອຮັກສາສະພາບແວດລ້ອມຂອງປະເທດຊາດໃຫ້ມີສັນຕິພາບ, ສະຖຽນລະພາບ.
        ທ່ານ ຟ້າມບິ່ງມິນ ຖືວ່າ ປີ 2018 ສືບຕໍ່ແມ່ນປີຫວຽດນາມປະສົບຜົນສໍາເລັດໃນທຸກດ້ານ, ນັບທັງດ້ານການເມືອງ, ເສດຖະກິດ ຕະຫຼອດຮອດ ວັດທະນະທໍາ - ສັງຄົມ. ລະດັບການເຕີບໂຕເສດຖະກິດ ບັນລຸລື່ນກາຍຄາດໝາຍ ທີ່ໄດ້ວາງອອກ ກໍແມ່ນຍ້ອນການປະກອບສ່ວນຂອງບັນດານະໂຍບາຍການຕ່າງປະເທດ ໃນສະໜາມຮົບເສດຖະກິດດຶງດູດການຄ້າ ແລະ ການລົງທຶນຈາກຕ່າງປະເທດ. ໄປຄຽງຄູ່ກັນນັ້ນ, ຍັງຊຸກຍູ້ການພົວພັນສອງຝ່າຍທີ່ພວມມີີ ໃຫ້ກ້າວເຂົ້າສູ່ລວງເລິກ, ຫວຽດນາມ ໄດ້ຈັດຕັ້ງສໍາເລັດບັນດາເຫດການຫຼາຍຝ່າຍທີ່ສໍາຄັນ ຄື ກອງປະຊຸມຂັ້ນສູງ ພາກພື້ນ ແມ່ນໍ້າຂອງເປີດກວ້າງ, ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ ແລະ ອື່ນໆ, ຍົກອອກບັນດາຂໍ້ສະເໜີແນະ ແລະ ໄດ້ຮັບການຕີລາຄາສູງຈາກສາກົນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ຢັ້ງຢືນວ່າ ບັນດາຜົນສໍາເລັດເຫຼ່ົານັ້ນ ສ່ວນໜຶ່ງແມ່ນຍ້ອນການຊີ້ນໍາອັນຂ້ຽວຂາດຂອງບັນດາອົງການສື່ມວນຊົນໃຫຍ່, ໃນນັ້ນມີ ວິທະຍຸກະຈາຍສຽງຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top