• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນ ຈີນ ໃຫ້ຂ່າວຫລວງຫລາຍກ່ຽວກັບການຢ້ຽມຢາມຫວຽດນາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ

      ຢູ່ ຮ່າໂນ້ຍ, ບັນດາການນຳ 2 ປະເທດໄດ້ເຫັນດີເປັນເອກະສັນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ - ຫວຽດນາມ ຢ່າງບໍ່ຢຸດຢັ້ງ 

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ
      ໃນລະຫວ່າງວັນທີ 13 – 14 ພະຈິກ, ສື່ມວນຊົນ ຈີນ ໄດ້ໃຫ້ຂ່າວຫລວງຫລາຍກ່ຽວກັບການຢ້ຽມຢາມທາງລັດຖະກິດເຖິງ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ.
        ໜັງສືພິມປະຊາຊົນລາຍວັນ ສະບັບອອກວັນທີ 13 ພະຈິກ ໃຫ້ຂ່າວວ່າ: ຢູ່ ຮ່າໂນ້ຍ, ບັນດາການນຳ 2 ປະເທດໄດ້ເຫັນດີເປັນເອກະສັນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ - ຫວຽດນາມ ຢ່າງບໍ່ຢຸດຢັ້ງ ເພື່ອແນໃສ່ນຳມາເຊິ່ງຜົນປະໂຫຍດໃຫ້ 2 ປະເທດຫລາຍກ່ວາອີກ.
        ສຳນັກຂ່າວສານຊີນຮວາໃຫ້ຂ່າວວ່າ: ທ່ານເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ຮຽກຮ້ອງ 2 ຝ່າຍຖືເປັນສຳຄັນພິເສດບັນດາຜົນປະໂຫຍດລວມຂອງ 2 ພັກ, 2 ລັດ ພ້ອມກັນນຳການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ຜ່ານຜ່າບັນດາໄລຍະຫຍຸ້ງຍາກ, ເພື່ອເປີດໄລຍະໃໝ່ໃນການພົວພັນ ຈີນ - ຫວຽດນາມ.
        ແລະກໍ່ໃນໄລຍະນີ້, ວິທະຍຸກະຈາຍສຽງສາກົນແຫ່ງປະເທດ ຈີນ (CRI), ໂທລະພາບສູນກາງຈີນ (CCTV)…ໄດ້ຄັດສະເໜີຄຳຕອບສຳພາດຂອງເອກອັກຄະລັດຖະທູດ, ນັກຊ່ຽວຊານ, ນັກສຶກສາ 2 ປະເທດ ຕີລາຄາກ່ຽວກັບຜົນງານແຫ່ງການພັດທະນາ, ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ແລະ ແງ່ຫວັງການພົວພັນ 2 ຝ່າຍໃນອະນາຄົດ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top