• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍໍ່ຊຸກຍູ້ການພົວພັນມິດຕະພາບລະຫວ່າງ ຫວຽດນາມ - ກຳປູເຈຍ ພ້ອມກັນຮ່ວມມື, ພ້ອມກັນພັດທະນາວັດທະນາຖາວອນ

      ຕອນເຊົ້າວັນທີ 16 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບ ທ່ານນາງ Men Sam Am, ຮອງນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ກຳປູເຈຍ, ລັດຖະມົນຕີກະຊວງການພົວພັນສະພາແຫ່ງຊາດ, ສະພາສູງ ແລະ ກວດກາຂອງ ກຳປູເຈຍ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບ ທ່ານນາງ Men Sam Am, ຮອງນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ກຳປູເຈຍ (ພາບ: VGP)
       ທີ່ການຕ້ອນຮັບ, ທ່ານ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ຫວຽດນາມມີຄວາມປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນມິດຕະພາບລະຫວ່າງສອງປະເທດບົນເນື້ອໃນຈິດໃຈພ້ອມກັນຮ່ວມມື, ພ້ອມກັນພັດທະນາວັດທະນາຖາວອນ, ບໍ່ປະໃຫ້ບໍ່ວ່າອິດທິກຳລັງປໍລະປັກໃດມາແບ່ງແຍກນ້ຳໃຈສາມັກຄີ, ຄວາມສະໜິດຕິດພັນລະຫວ່າງສອງປະເທດ. ທ່ານນາຍົກລັດຖະມົນຕີ ມີຄວາມປາດຖະໜາຢາກໃຫ້ທ່ານນາງ ຮອງນາຍົກລັດຖະມົນຕີ Men Sam Am ສືບຕໍ່ໍຊຸກຍູ້ບັນດາອົງການ, ສະມາຄົມ, ຄະນະ, ມະຫາຊົນ ກຳປູເຈຍ ສະໜັບສະໜູນເລື່ອງສະພາແຫ່ງຊາດ ສອງປະເທດໃຫ້ສັດຕະຍາບັນບັນດາເອກະສານນິຕິກຳກ່ຽວກັບການຂີດເສັ້ນປັກຫຼັກໝາຍຊາຍແດນໂດຍໄວ. ທ່ານນາຍົກລັດຖະມົນຕີກໍ່ຫວັງວ່າ ລັດຖະບານ ກຳປູເຈຍຈະ ເອົາໃຈໃສ່, ໜູນຊ່ວຍ ຊາວກຳປູເຈຍທີ່ມີເຊື້ອຊາຍ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ ກຳປູເຈຍ, ເປັນຕົ້ນແມ່ນກ່ຽວກັບເອກະສານດ້ານນິຕິກຳເພື່ອໃຫ້ມີຊີວິດເປັນປົກກະຕິ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັງຄົມຂອງປະເທດປະຈຳຖິ່ນ. ໃນການຮ່ວມມືດ້ານເສດຖະກິດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ສອງປະເທດແກ້ໄຂຄວາມຫຍຸ້ງຍາກ, ສິ່ງຕິດຂັດ, ຕັ້ງໜ້າຮ່ວມມື, ຊຸກຍູ້, ນຳການພົວພັນດ້ານການຄ້າພັດທະນາຢ່າງແຮງກ່ວາອີກ.
        ສ່ວນທ່ານນາງ Men Sam Am ຢັ້ງຢືນວ່າ ກຳປູເຈຍຕັດສິນໃຈຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ສອງປະເທດ, ພ້ອມທັງເນັ້ນໜັ້ກວ່າ ກຳປູເຈຍ ບໍ່ອາດຫຼົງລືມການເສຍສະຫຼະຊີວິດ ແລະ ການຊ່ວຍເຫຼືອອັນຍິ່ງໃຫຍ່ຂອງ ປະຊາຊົນ ຫວຽດນາມ ທີ່ສະຫງວນໃຫ້ແກ່ປະຊາຊົນ ກຳປູເຈຍໃນການຕໍ່ສູ້  ໂຄ່ນລົ້ມລະບອບດັບສູນເຊື້ອຊາດ ປອນປົດ

 (ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top