• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ສືບຕໍ່ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ສ ອາ ເມລິກາ ເລິກເຊິ່ງຍິ່ງຂຶ້ນ

ຕອນບ່າຍວັນທີ 12 ພະຈິກ 2017, ທ່ານ Donald Trump, ປະ ທານາທິບໍດີແຫ່ງ ສ ອາເມລິກາ ໄດ້ສິ້ນສຸດ ການຢ້ຽມຢາມທາງ ລັດຖະກິດ ສສ ຫວຽດນາມ ຕາມຄຳເຊື້ອເຊີນ ຂອງທ່ານ ເຈິ່ນ ດ້າຍກວາງ ປະທານປະເທດ ສສ ຫວຽດນາມ ເປັນເວລາ 2 ວັນ ຢ່າງຈົບງາມ. 
ໃນຂອບເຂດຂອງການຢ້ຽມຢາມ, ປະທານາທິບໍດີ Donald Trump ໄດ້ພົບປະເຈລະຈາກັບ ທ່ານ ເຈິ່ນດ້າຍກວາງ ປະທານ ປະເທດແຫ່ງ ສສ ຫວຽດນາມ ແລະ ເປັນສັກຂີພິຍານພິທີລົງ ນາມເອກະສານຫຼາຍສະບັບ, ພົບປະກັບສື່ມວນຊົນ; ເຂົ້າຢ້ຽມ ຄຳນັບເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນ ຝູ໋ຈ້ອງ, ພົບປະແລກປ່ຽນຄຳຄິດຄຳເຫັນກັບ ທ່ານ ຫງວຽນຊວນ ຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ.
 
ເນື່ອງໃນໂອກາດການຢ້ຽມຢາມ, ສອງຝ່າຍໄດ້ອອກຖະແຫຼງ ການຮ່ວມລະຫວ່າງ ສ ອາເມລິກາ ແລະ ຫວຽດນາມ. ໃນການ ພົບປະສອງຝ່າຍໄດ້ຢືນຢັນຄືນຄຳໝັ້ນສັນຍາທີ່ເຮັດ ໃຫ້ການ ພົວພັນມີ ຄວາມເລິກເຊິ່ງກວ່າເກົ່າ ບົນພື້ນຖານຂອງບັນດາຖະ ແຫຼງການຮ່ວມໃນເມື່ອກ່ອນລະຫວ່າງສອງປະເທດ; ເຄົາລົບກັດ ບັດ ຂອງ ສະຫະປະຊາຊາດ ແລະ ກົດໝາຍສາກົນ; ເຄົາລົບ ຄວາມເປັນເອກະລາດ, ສິດອາທິປະໄຕ, ຜືນແຜ່ນດິນຢ່າງຄົບ ຖ້ວນ ແລະ ບັນຍັດການເມືອງຂອງກັນ ແລະ ກັນ.
 
ສອງຝ່າຍໃຫ້ຄຳໝັ້ນສັນຍາວ່າ ຈະເຮັດໃຫ້ເລິກເຊິ່ງກວ່າເກົ່າ ແລະ ເປີດກວ້າງການພົວພັນທາງດ້ານການຄ້າ ແລະ ການລົງທຶນໂດຍຜ່ານບັນດາກົນໄກຢ່າງເປັນທາງການ, ລວມທັງສັນຍາແມ່ກ່ຽວ ກັບການຄ້າ ແລະ ການລົງທຶນ (TIFA); ພ້ອມທັງ ຈະຊອກ ຫາວິທີການແກ້ໄຂ ບັນດາບັນຫາທີ່ຍັງຄົງຄ້າງ ໃນຂົງເຂດການ ຄ້າກະສິກຳ, ໃນນີ້ມີປາໜັງ, ກຸ້ງ, ໝາກມ່ວງ. ຈະຊຸກຍູ້ການຄ້າ, ການລົງທຶນເສລີ ແລະ ສະເໝີພາບໃນບັນດາຂົງເຂດ ບຸລິມະສິດ, ໃນນັ້ນ ມີບໍລິການຊຳລະເອເລັກໂຕນິກ, ລົດໃຫຍ່ ແລະ ການ ປະ ຕິບັດກຳມະສິດທາງບັນຍາ.


ທ່ານ ເຈິ່ນດ້າຍກວາງ ປະທານປະເທດແຫ່ງ ສສ ຫວຽດນາມ ແລະ ທ່ານ Donald Trump ປະທານາທິບໍດີແຫ່ງ ສ ອາເມລິກາ ກວດແຖວກອງກຽດຕິຍົດກອງທັບປະຊາຊົນ ຫວຽດນາມ ໃນ ພິທີຕ້ອນຮັບຢ່າງເປັນທາງການໃນຕອນເຊົ້າວັນທີ 12 ພະຈິກ 2017 ຢູ່ ທຳນຽບປະທານປະເທດ. ພາບ: ຍານຊ໋າງ/VNA


ທ່ານ ເຈິ່ນດ້າຍກວາງ ປະທານປະເທດແຫ່ງ ສສ ຫວຽດນາມ ຕ້ອນຮັບທ່ານ Donald Trump
ປະທານາທິບໍດີແຫ່ງ ສ ອາເມ ລິກາ. ພາບ: ຍານຊ໋າງ/VNA



ທ່ານ ເຈິ່ນດ້າຍກວາງ ປະທານປະເທດແຫ່ງ ສສ ຫວຽດນາມ ພົບປະເຈລະຈາກັບທ່ານ Donald Trump ປະທານາທິບໍດີແຫ່ງ ສ ອາເມລິກາ. ພາບ: ຍານຊ໋າງ/VNA


ທ່ານ ເຈິ່ນດ້າຍກວາງ ປະທານປະເທດແຫ່ງ ສສ ຫວຽດນາມ ແລະ ທ່ານ Donald Trump ປະທານາທິບໍດີແຫ່ງ ສ ອາເມລິ ກາ ເປັນສັກຂີພິຍານໃນພິທີລົງນາມຂໍ້ຕົກລົງການຮ່ວມມື ທາງ ດ້ານເສດຖະກິດລະຫວ່າງສອງປະເທດ, ມີຍອດມູນຄ່າກວ່າ 12 ຕື້ໂດລາສະຫະລັດ. ພາບ: ຍານຊ໋າງ/VNA


ທ່ານ ເຈິ່ນດ້າຍກວາງ ປະທານປະເທດແຫ່ງ ສສ ຫວຽດນາມ ແລະ ທ່ານ Donald Trump
ປະທານາທິບໍດີແຫ່ງ ສ ອາເມລິ ກາ ຢືນຢູ່ຂ້າງຮູບປັ້ນລຸງ ໂຮ່ ທີ່ເຂດອານຸສອນປະທານ ໂຮ່ຈີມິນ
ໃນທຳນຽບປະທານປະເທດ. ພາບ: ຍານຊ໋າງ/VNA



ທ່ານ ເຈິ່ນດ້າຍກວາງ ປະທານປະເທດແຫ່ງ ສສ ຫວຽດນາມ ແລະ ທ່ານ Donald Trump ປະທານາທິບໍດີແຫ່ງ
ສ ອາເມລິກາ ໃນກອງປະຊຸມຖະແຫຼງຂ່າວສາກົນ, ຫຼັງຈາກສິ້ນສຸດການ ພົບປະເຈລະຈາ.ພາບ: ຍານຊ໋າງ/VNA



ທ່ານ ເຈິ່ນດ້າຍກວາງ ປະທານປະເທດແຫ່ງ ສສ ຫວຽດນາມ ເປັນເຈົ້າພາບຈັດງານລ້ຽງຮັບຮອງທ່ານ Donald Trump ປະທານາທິບໍດີແຫ່ງ ສ ອາເມລິກາ ແລະ ຄະນະ. ພາບ: ຍານຊ໋າງ/VNA


ຕອນເຊົ້າວັນທີ 12 ພະຈິກ, ທີ່ສຳນັກງານສູນກາງພັກ, ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມໄດ້ ຕ້ອນຮັບທ່ານ Donald Trump ປະທານາທິບໍດີແຫ່ງ ສ ອາເມລິກາ ເນື່ອງໃນໂອກາດຢ້ຽມຢາມທາງລັດຖະກິດ ສສ ຫວຽດນາມ. ພາບ: ຈີ໋ຢຸງ/VNA
 


ຕອນເຊົ້າວັນທີ 12 ພະຈິກ, ທີ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ
ສສ ຫວຽດນາມ ໄດ້ ທຳການພົບປະເຈລະຈາກັບທ່ານ
Donald Trump ປະທານາ ທິບໍດີແຫ່ງ ສ ອາເມລິກາ
ເນື່ອງໃນໂອກາດມາຢ້ຽມຢາມທາງ ລັດຖະກິດ ສສ ຫວຽດນາມ. ພາບ: ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໄດ້ທຳການພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານ Donald Trump ປະທານາທິບໍດີແຫ່ງ ສ ອາເມລິກາ ເນື່ອງໃນໂອກາດ ຢ້ຽມຢາມ ທາງລັດຖະກິດ
ສສ ຫວຽດນາມ. ພາບ: ຖົ໋ງເຍິດ/VNA


ໃນຖະແຫຼງການຮ່ວມລະຫວ່າງ ສສ ຫວຽດນາມ ແລະ ສ ອາເມລິ ກາ, ການນຳສອງປະເທດໄດ້ສະແດງຄວາມຊົມເຊີຍຕໍ່ ບັນດາຂໍ້ ຕົກ ລົງການຄ້າໃໝ່ ທີ່ມີມູນຄ່າກວ່າ 12 ຕື້ໂດລາສະຫະລັດ ເນື່ອງໃນຢ້ຽມຢາມ ສສ ຫວຽດນາມ ຂອງ ທ່ານ DonaldTrump ປະທານາທິບໍດີແຫ່ງ ສ ອາເມລິກາ; ຊົມເຊີຍ ການພົວພັນສອງ ຝ່າຍ ທີ່ນັບມື້ ນັບເພີ່ມທະວີຂຶ້ນໃນຂົງເຂດພະລັງງານ, ໃນນັ້ນມີ ການພິ ຈາລະນາລະຫວ່າງວິສາຫະກິດສອງປະເທດກ່ຽວ ກັບ ເລື່ອງ ຫວຽດນາມ ນຳເຂົ້າອາຍແກ໊ສ ທຳມະຊາດຈາກ ສ ອາ ເມລິກາ ແລະ ບັນດາບາດກ້າວຂອງ ຫວຽດນາມ ເພື່ອຍົກສູງ ຄວາມສາມາດໃນການຜະລິດພະລັງງານຈາກແສງຕາເວັນ ພາຍ ໃຕ້ການຊ່ວຍເຫຼືອຂອງ ສ ອາເມລິກາ.

ສອງຝ່າຍໄດ້ຢືນຢັນຄືນຄວາມສຳຄັນຂອງການສືບຕໍ່ຮ່ວມມືເພື່ອຟື້ນຟູຜົນຢ້ອນຫຼັງຂອງສົງຄາມ; ໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມມືກັບ ຫວຽດນາມ ໃນການຊອກຫາຂໍ້ມູນຂ່າວສານຂອງທະຫານ ຫວຽດນາມ ທີ່ຫາຍສາບສູນໃນສົງຄາມ; ສະໜັບສະໜູນການເພີ່ມທະວີການພົວພັນລະຫວ່າງປະຊາຊົນສອງປະເທດ.
 
ສອງຝ່າຍໃຫ້ຄຳໝັ້ນສັນຍາວ່າ ຈະເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ສ ອາເມລິກາ ແລະ ອາຊຽນ ເລິກເຊິ່ງກວ່າ ເກົ່າ ບົນພື້ນຖານບັນດາຫຼັກການທີ່ໄດ້ຍົກໃຫ້ເຫັນໃນຖະແຫຼງ ການ Sunnylands 2016; ເປັນເອກະສັນຕໍ່ຄວາມສຳຄັນ ຂອງ ການຫັນເປັນເຂດປອດອາວຸດ ນິວເຄຼຍ ຢູ່ແຫຼມ ເກົາຫຼີ ຢ່າງສັນຕິ.
 
ການນຳສອງປະເທດຮຽກຮ້ອງການປະຕິບັດຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ຖະແຫຼງການກວ່າດ້ວຍການປະພຶດຕໍ່ຂອງຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (DOC) ແລະ ສຳເລັດການສ້າງປະມວນກົດລະບຽບຂອງການປະພຶດຕໍ່ຂອງຝ່າຍຕ່າງໆ ຢູ່ທະເລຕາເວັນອອກ ຢ່າງມີປະສິດທິຜົນ ໂດຍໄວ, ມີລັກສະນະຜູກຮັດດ້ານນິຕິກຳ.
 
ສອງຝ່າຍຮຽກຮ້ອງບັນດາປະເທດທີ່ອ້າງສິດຢູ່ທະເລຕາເວັນອອກ ຕ້ອງເຮັດໃຫ້ຈະແຈ້ງ ແລະ ປະຕິບັດສິດໃນການເດີນກຳປັ່ນ ໃຫ້ ຖືກຕ້ອງຕາມກົດໝາຍສາກົນ ວ່າດ້ວຍກົດໝາຍທະເລປີ 1982 ແລະ ປະຕິບັດບັນດາຄວາມຮັບຜິດຊອບດ້ານນິຕິກຳສາກົນ ຂອງ ຕົນໃນການຄຸ້ມຄອງ ແລະ ແກ້ໄຂຂໍ້ຂັດແຍ້ງດ້ວຍສັນຕິວິທີ.




“ການພົບປະຂອງການນຳຂັ້ນສູງ ຫວຽດນາມ ກັບປະທານາທິບໍດີ ສ.ອາເມລິກາ ໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ແມ່ນມີຜົນປະໂຫຍດຫຼາຍ. ພວກຂ້າພະເຈົ້າໄດ້ມີໂອກາດ ພົບປະເຈລະຈາ ແລະ ຊຸກຍູ້ບັນດາບັນຫາທີ່ສອງຝ່າຍມີຄວາມສົນໃຈ. ສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ສສ ຫວຽດນາມ-ສ ອາເມລິກາ ພວມພັດທະນາຢ່າງມີປະສິດທິຜົນ, ຈະນຳຜົນປະໂຫຍດມາສູ່ ປະຊາຊົນ ສອງປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະ ຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກ ພື້ນ ແລະ ໃນ ໂລກ ອີກດ້ວຍ”.
(ຄັດຈາກບົດກ່າວປາໄສຂອງປະທານປະເທດ ເຈິ່ນດ້າຍກວາງ ໃນກອງປະຊຸມຂ່າວຮ່ວມກັບປະທານາທິບໍດີ Donald Trump).
ປະທານາທິບໍດີ Donald Trump ສະແດງຄວາມຍິນດີຕໍ່ບັນດາ ຜົນງານທີ່ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຍາດໄດ້ໃນ ຂະບວນການພັດທະນາເສດຖະກິດ-ສັງຄົມໃນຊຸມປີ ຜ່ານມາ. ປະທານາທິບໍດີ Donald Trump ເນັ້ນໜັກວ່າ ຫວຽດນາມ ເປັນ ໜຶ່ງໃນບັນດາສິ່ງມະຫັດສະຈັນໃນໂລກ, ເປັນປະເທດ ໜຶ່ງມີພື້ນ ຖານເສດຖະກິດພັດທະນາທີ່ໄວ.
(ຄັດຈາກບົດກ່າວປາໄສ ຂອງ ປະທານາທິບໍດີ Donald Trump ທີ່ງານລ້ຽງຮັບຮອງ ປະທານາທິບໍດີ ແລະ ຄະນະຜູ້ແທນ ຂັ້ນສູງ ສ ອາເມລິກາ ຈັດໂດຍປະທານປະເທດ ເຈິ່ນດ້າຍກວາງ)

 

 
ປະຕິບັດ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top