• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ກອງປະຊຸມຄັ້ງທີ 23 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ

      ໂດຍສືບຕໍ່ກອງປະຊຸມຄັ້ງທີ 23 ຂອງຄະນະປະຈຳສະພາແຫ່ງຊາດ, ຕອນເຊົ້າວັນທີ 17 ເມສາ, ບັນດາຜູ້ແທນແຫ່ງຊາດໄດ້ໃຫ້ຄຳເຫັນໃສ່ວຽກງານກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 14.

ສືບຕໍ່ກອງປະຊຸມຄັ້ງທີ 23 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ
(ພາບ: TTXVN)
      ຄະນະປະຈຳສະພາແຫ່ງຊາດໄດ້ເປັນເອກະພາບເນື້ອໃນຂອງກອງປະຊຸມສະໄໝສາມັນເທື່ອນີ້ໄດ້ຮັບການປັບປຸງ, ຖອນ 4 ຮ່າງກົດໝາຍອອກຈາກລາຍການຄາດຄະເນ. ຄາດວ່າ, ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຈະຖືກໄຂຂຶ້ນໃນວັນທີ 21 ພຶດສະພາ ແລະ ຈະອັດລົງໃນວັນທີ 14 ມິຖຸນາ 2018.
      ແລະກໍ່ໃນຕອນເຊົ້າວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນໃສ່ຮ່າງລາຍການຕິດຕາມກວດກາຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດປີ 2019.
      ຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດອັດກອງປະຊຸມ. ກ່ອນໜ້ານັ້ນ, ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນໃສ່ຮ່າງກົດໝາຍປັບປຸງ, ເພີ່ມເຕີ່ມບາງຂໍ້ມາດຕາຂອງບັນດາກົດໝາຍຄື: ກໍ່ສ້າງ, ເຮືອນຢູ່, ການວາງແຜນຜັງຕົວເມືອງ, ດຳເນີນທຸລະກິດອະສັງຫາລິມະຊັບ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top