• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ສີສັນວັດທະນະທຳອາຊຽນ

ກ່າວປາໄສເນື່ອງໃນໂອກາດ ພິທີເປີດການສ້າງຕັ້ງປະຊາຄົມອາຊຽນ (ASEAN) ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີຫງວຽນເຕິນ ຢຸງ ໄດ້ເວົ້າວ່າ: “ພວກເຮົາຍິນດີຕ້ອນຮັບການກຳເນີດປະຊາຄົມອາ ຊຽນທີ່ມີປະຊາກອນ 600 ກວ່າລ້ານຄົນ ດ້ວຍບັນດາພື້ນຖານເສດ ຖະກິດທີ່ຂະຫຍັນຂັນແຂງ ລວມຍອດຈີດີປີ (GDP) ບັນລຸ 2600 ຕື້ USD ແລະ ເປັນປະຊາຄົມໜຶ່ງທີ່ມີວັດທະນະທຳຫຼາກຫຼາຍຮູບແບບ, ອຸດົມສົມບູນ ໄປດ້ວຍສີສັນ ແລະ ມູນເຊື້ອ”. ຄວາມໄຝ່ຝັນ ແລະ ນຶກຄິດກ່ຽວກັບປະຊາຄົມໜຶ່ງທີ່ “ພູຜາປ່າດົງ ແມ່ນ້ຳລຳເຊບໍ່ເປັນສິ່ງ ຂວາງຂັ້ນ ແຕ່ຫາກຜູກພັນພວກເຮົາເຂົ້າກັນໃນການຮ່ວມມື ແລະ ຄວາມໄມຕິຈິດມິດຕະພາບ” ຄືດັ່ງຂໍ້ຖະແຫຼງການວິໄສທັດອາຊຽນ 2020 ມາຮອດປັດຈຸບັນໄດ້ປະກົດຜົນເປັນຈິງແລ້ວ. 
ເມື່ອພູຜາປ່າດົງ ແມ່ນ້ຳລຳເຊບໍ່ເປັນສິ່ງຂວາງຂັ້ນ
ເມື່ອຫວນຄືນຫຼັງຫ່າງຈາກນີ້ 9 ປີ, ໃນປີ 2007, ທີ່ນະຄອນຫຼວງມານີ ລາແຫ່ງປະເທດ ຟີລິບປິນ, ນັ່ງດື່ມກາເຟຕອນເຊົ້າລໍຖ້າສົ່ງຂ່າວສານ ກ່ຽວກັບກອງປະຊຸມສະພາປະຊາຊົນອາຊີຕາເວັນອອກສຽງໃຕ້ ຄັ້ງທີ 6 (ASEAN People’s Assembly 6, ເອີ້ນຫຍໍ້ວ່າ APA6), ພວກຂ້າ ພະເຈົ້າ ແລະ ບັນດາເພື່ອນຮ່ວມງານທີ່ມາຈາກບັນດາປະເທດອາຊຽນ ໄດ້ໂອ້ລົມກັນກ່ຽວກັບການກຳເນີດຂອງປະຊາຄົມອາຊຽນ ເຖິງວ່າບໍ່ ມີໃຜສາມາດຄາດເດົາໄດ້ວ່າຈະເຂົ້າ ຈະອອກຄືແນວໃດ ເນື່ອງຈາກວ່າ ຍາມນັ້ນແມ່ນໄວເກີນໄປ ເມື່ອເວົ້າເຖິງສິ່ງທີ່ຍິ່ງໃຫຍ່ປານນັ້ນ (ເດືອນ ມັງກອນປີ 2007 ບັນດາທ່ານຜູ້ນຳອາຊຽນ ຈຶ່ງຕັດສິນໃຈຫຼຸດຫຍໍ້ເວລາ ການກຳເນີດປະຊາຄົມອາຊຽນລົງ 5 ປີ ເມື່ອທຽບກັບຂີດໝາຍປີ 2020 ທີ່ຂໍ້ຖະແຫຼງການ ປອງດອງບາລີ II ທີ່ໄດ້ວາງອອກແຕ່ປີ 2003 - ນັກ ຂ່າວ)

ໃນກອງປະຊຸມນີ້, ທ່ານນາງ Carolina Hernandez, ປະທານສະຖາ ບັນຄົ້ນຄວ້າຍຸດທະສາດ ແລະ ພັດທະນາຟີລິບປິນທັງເປັນປະທານ ກອງປະຊຸມຄັ້ງນີ້ໄດ້ມີຄຳເວົ້າ ຊຶ່ງມີເນື້ອໃນໃຈຄວາມແບບກວມລວມ ວ່າ, ສ່ວນຫຼາຍປະຊາຊົນອາຊຽນລ້ວນແຕ່ເຄີຍຜ່ານບັນດາ ໄລຍະປະ ຫວັດສາດທີ່ຫຍຸ້ງຍາກກັນດານມາແລ້ວ, ໃນນັ້ນມີໄພສົງຄາມ, ໄພອຶດ ຢາກຂາດເຂີນ, ໂລກລະບາດ ແລະ ມາບັດນີ້ແມ່ນຄວາມເປັນຫ່ວງ ກັງວົນໃຈກ່ຽວກັບໄພກໍ່ການຮ້າຍ ແລະ ຄວາມບໍ່ສະຫງົບ… ດ້ວຍເຫດ ນັ້ນ, ປະຊາຊົນອາຊຽນຕ່າງກໍມີຄວາມຫວັງຢາກດໍາລົງຊີວິດຢູ່ ໃນສະພາບແວດລ້ອມແຫ່ງສັນຕິພາບ ແລະ ຄວາມວັດຖະນາຖາວອນ.


ຄວາມງາມແບບມີລັກສະນະເກົ່າແກ່ຂອງກຸງເກົ່າເຫວ້, ຫວຽດນາມ. ພາບ: ເອກະສານ VNP


ວັດຮ່ອນດ້າວ່າງ  (ກ້ອນຫີນເຫຼືອງ) (Kyaikhtiyo) ເປັນຮ່ອງຮອຍປະຫວັດສາດທີ່ລືຊື່ຂອງມຽນມາ.  ພາບ: ກິມເຟືອງ/ VNP


ຫໍພະລາຊະວັງໄທ. ພາບ:  ຮວ່າງກວາງຮ່າ/ VNP


ພະທາດຫຼວງວຽງຈັນ ຖືກສ້າງຂຶ້ນຄັ້ງທີໜຶ່ງໃນປີ ພສ 236 (ກ່ອນ ຄສ 307 ປີ),
ເປັນສະຖາປັດຕະຍະກຳໜຶ່ງທີ່ມີຊື່ສຽງຂອງລາວ. ພາບ: ຫງວຽນຖັ້ງ/VNP



ຫໍວິຫານ Bayon ໃນກຸ່ມ ອັງກໍທອມຂອງກຳປູເຈຍ. ພາບ: ກິມເຟືອງ/ VNP
 

ຢູ່ອາຊີຕາເວັນອອກສ່ຽງໃຕ້ມີຫຼາຍຮ້ອຍຊົນເຜົ່າຕ່າງກັນ, ດ້ວຍເຫດນັ້ນ ຮີດຄອງປະເພນີກໍ່ສຸດທີ່ຫຼາຍຮູບຫຼາຍແບບ. ຜ່ານໄລຍະປະຫວັດສາດ ມາແລ້ວຫຼາຍພັນປີ, ພ້ອມກັນກຳເນີດ ແລະ ເຕີບໃຫຍ່ຢູ່ໃນຂົງເຂດ ພູມ ສາດດຽວກັນ ແລະ ພ້ອມກັນຮັບຜົນສະທ້ອນຂອງ ພື້ນຖານອະລິຍະ ທຳເຂົ້ານາທາມ, ແຕ່ພື້ນຖານວັດທະນະທຳ, ຄວາມເຊື່ອຖືຂອງບັນດາ ປະເທດອາຊີຕາເວັນອອກສ່ຽງໃຕ້ ເຖິງວ່າຈະມີຫຼາຍຮູບຫຼາຍແບບທີສຸດ ກໍ່ຕາມ ແຕ່ຍັງມີຈຸດລວມ, ນັ້ນຄືຄວາມເຊື່ອຖືນົບໄຫວ້ທຳມະຊາດ, ຄວາມເຊື່ອຖືເສັ່ນໄຫວ້ຜູ້ທີ່ລ່ວງລັບໄປ. ສະຫຼຸບລວມແລ້ວ, ວັດທະນະ ທຳອາຊີຕາເວັນອອກສ່ຽງໃຕ້ເປັນພື້ນຖານວັດທະນະທຳທີ່ມີຄວາມ ເປັນເອກະພາບກັນໃນຄວາມຫຼາກຫຼາຍ. 
ເລື່ອງລາວຂອງ 9 ປີກ່ອນ, ມາບັດນີ້ໄດ້ປະກົດຜົນເປັນຈິງແລ້ວ. ເພື່ອ ມາເຖິງຈຸດນີ້ໄດ້, ພວກເຮົາໄດ້ຜ່ານຜ່າຂະບວນວິວັດ ທີ່ເຕັມໄປດ້ວຍ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ຄືດັ່ງຄຳເວົ້າຂອງທ່ານນາຍົກ ລັດຖະມົນຕີ ຫງວຽນເຕິນຢຸງທີ່ໄດ້ເວົ້າວ່າ: “ຜ່ານພົ້ນຄວາມຫຍຸ້ງຍາກ ນາໆປະການ  ແລະ ຄວາມແຕກຕ່າງກັນ, ມາບັດນີ້ປະຊາຄົມອາຊຽນ 2015 ໄດ້ກາຍເປັນເຮືອນລວມຂອງມະຫາຄອບຄົວ ບັນດາປະຊາ ຊາດອາຊີຕາເວັນອອກສ່ຽງໃຕ້”.

ແລະ ເມື່ອ “ພູຜາປ່າດົງ ແມ່ນ້ຳລຳເຊບໍ່ມີການຂີດຂັ້ນ”, ປະຊາຊົນອາ ຊຽນນັບມື້ກໍ່ນັບມີໂອກາດໄດ້ໃກ້ຊິດ ແລະ ສະໜິດຕິດພັນກັນຍິ່ງຂຶ້ນ ໃນ “ມະຫາຄອບຄົວ” ໜຶ່ງທີ່ມີຫຼາຍຊົນເຜົ່າ, ຫຼາຍພື້ນຖານວັດທະນະ ທຳແຕ່ມີວິໄສທັດ ແລະ ສີສັນວັດທະນະທຳດຽວກັນ. ດ້ວຍເຫດນັ້ນ, ຍິ່ງກວ່າຍາມໃດໝົດ, ເສົາຄ້ຳວັດທະທຳ-ສັງຄົມພ້ອມກັບບັນດາຄຸນຄ່າທີ່ກວມລວມໄປເກືອບໝົດທຸກຂົງເຂດແຕ່ການສຶກສາ, ວັດທະນະທຳ, ສາທາລະນະສຸກ, ສະຫວັດດີການສັງຄົມ, ສິ່ງແວດລ້ອມ ຕະຫຼອດຮອດ ການຮັບມືກັບບັນດາສິ່ງທ້າທາຍເຊັ່ນ: ໂລກລະບາດ, ຢາເສບຕິດ, ໄພພິບັດ ແລະ ອື່ນໆ… ຈະປະກອບສ່ວນເບິ່ງແຍງດູແລ ແລະ ຍົກສູງ ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນຢ່າງຮອບດ້ານ ແລະ  ເປັນຈິງ.

ຫຼັກຖານຄືວ່າໃນທົດສະວັດຜ່ານມາ, ອັດຕາສ່ວນຜູ້ທຸກຍາກ, ຍາກຈົນທີ່ສຸດ ຢູ່ໃນບັນດາປະເທດສະມາຊິກໄດ້ຫຼຸດລົງ 4 ເທື່ອ; ຈຳນວນຄົນຊັ້ນກາງໃນສັງຄົມໄດ້ເພີ່ມຂຶ້ນ 6 ເທື່ອ, ຈາກ 50 ລ້ານຄົນປີ 2004 ຂຶ້ນ ເປັນ 300 ລ້ານຄົນໃນປີ 2014.

ບັນດາການເຄື່ອນໄຫວຮ່ວມມືທີ່ມີປະສິດທິຜົນ ແລະ ຟົດຟື້ນໂດຍຜ່ານ ຂອບ ແລະ ກົນໄກຕ່າງໆ ມັນໄດ້ສ້າງໃຫ້ກາຍເປັນຄວາມຊິນເຄີຍຮ່ວມ ມື ແລະ ແບ່ງປັນກັນເພື່ອພ້ອມກັນກໍ່ສ້າງມະຫາຄອບຄົວ ບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ໃຫ້ຮູ້ອຸປະຖຳຄ້ຳຊູ ແລະ ຊ່ວຍເຫຼືອເຊີ່ງກັນ ແລະ ກັນເພື່ອພ້ອມກັນພັດທະນາ. ນໍ້າໃຈຮັກຫໍ່ຜູກພັນສະໜິດສະ ຫນົມນຳກັນນີ້ພວມຄ່ອຍໆ ປະກົດເປັນຮູບເປັນຮ່າງສີສັນລວມຂອງອາຊຽນເພື່ອເຊື່ອມຕໍ່ປະຊາຊົນອາຊຽນດ້ວຍກັນໃນຄວາມສະຕິຮູ້ສຶກ ປະຊາຄົມ ແລະ ນຳເອົາບັນດາຄຸນຄ່າອັນປະເສີດຂອງອາຊຽນໄປສູ່ ພາຍນອກນັບມື້ກວ້າງໄກ.

ງານມະໂຫລານເຊີດມັງກອນຮ່າໂນ້ຍ. ພາບ: ກົງດາດ/VNP


ການສະແດງຂັບກາຈູ່, ມູນມໍລະດົກວັດທະນະທຳໂລກຂອງຫວຽດນາມ. ພາບ: ເຕິດເຊີນ/ VNP


ຄວາມງາມຂອງຍຸວັນນາລີມາເລເຊຍ. ພາບ: ເຈີ່ນແທງຢາງ/ VNP


ວາດຟ້ອນມູນເຊື້ອຂອງຊາວບຣຸໄນ. ພາບ: ຮວ່າງກວາງຮ່າ/ VNP


ຄະນະສິລະປະກອນມູນເຊື້ອຂອງອິນໂດເນເຊຍ ທຳການສະແດງທີ່ສັບປະດາວັດທະນະທຳອາຊຽນ 2004. ພາບ: ຮວ່າງກວາງຮ່າ/ VNP


ຄະນະສິລະປະກອນມູນເຊື້ອຂອງຟີລິບປິນ ສະແດງທີ່ງານມະຫາກຳເຫວ້ 2012. ພາບ: ເຈີ່ນແທງຢາງ/ VNP


ວາດຟ້ອນມູນເຊື້ອຂອງຊາວສິງກະໂປ. ພາບ: ຫວູແຂ໋ງ
 
ສັນຍາລັກ ຫວຽດນາມ
ປະຊາຄົມອາຊຽນກຳເນີດເກີດຂຶ້ນບໍ່ພຽງແຕ່ມີຄວາມໝາຍ ສຳຄັນເປັນ ພິເສດສໍາລັບພາກພື້ນຫາກຍັງມີຄວາມໝາຍຕໍ່ແຕ່ລະປະເທດສະມາ ຊິກ, ໃນນັ້ນ ມີຫວຽດນາມນໍາ. ສິ່ງດັ່ງກ່າວຍິ່ງມີຄວາມໝາຍຍິ່ງຂຶ້ນຕື່ມ ເມື່ອເຫດການນີ້ ເກີດຂຶ້ນພ້ອມໆກັບຂີດໝາຍຫວຽດນາມເຂົ້າຮ່ວມ ສະມາຄົມຄົບຮອບ 20 ປີ (1995-2015). ສອງທົດສະວັດຜ່ານມາ, ຫວຽດນາມໄດ້ມີການປະກອບສ່ວນ ເຂົ້າໃນການເຕີບໃຫຍ່ຂະຫຍາຍ ຕົວ ແລະ ຜົນສຳເລັດລວມຂອງອາຊຽນ ຫລາຍພໍສົມຄວນ ແລະ ໄດ້ ຮັບການຮັບຮອງຈາກປະເທດຕ່າງໆ.

ຫວຽດນາມໄດ້ສ້າງຂີດໝາຍ ພິເສດຫຼາຍຢ່າງ ໃນການຊຸກຍູ້ການສ້າງ ແລະ ເຮັດໃຫ້ສຳເລັດບັນດາເອກະສານກຳນົດທິດ ໃຫ້ແກ່ການປະຕິບັດ ບັນດາຈຸດໝາຍຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ. ພົ້ນເດັ່ນ ຄືໃນປີທີ່ເປັນປະທານອາຊຽນ 2010, ຫວຽດນາມໄດ້ມີແນວຄິດລິເລີ່ມ, ເປັນເຈົ້າການສ້າງ ແລະ ນໍາສະເໜີຕໍ່ບັນດາທ່ານຜູ້ນຳຂັ້ນສູງ ອາຊຽນ ຮັບຮອງເອົາເອກະສານສຳຄັນສອງສະບັບຂອງປະຊາຄົມ ວັດທະນະ ທຳ-ສັງຄົມອາຊຽນເຊັ່ນ: ຂໍ້ຖະແຫຼງການຮ່າໂນ້ຍ ກ່ຽວກັບສະຫວັດດີ ການ ແລະ  ການພັດທະນາສໍາລັບແມ່ຍິງ ແລະ ເດັກນ້ອຍອາຊຽນ; ຂໍ້ຖະແຫຼງການຂອງການນຳຂັ້ນສູງ ອາຊຽນ ກ່ຽວກັບການພັດທະນາ ແຫຼ່ງຊັບພະຍາກອນມະນຸດ ແລະ ທັກສະຄວາມສາມາດດ້ານວິຊາ ຊີບເພື່ອການຟື້ນຟູເສດຖະກິດ ແລະ ພັດທະນາທີ່ຍືນຍົງ.

ຫວຽດນາມກໍໄດ້ມີແນວຄິດລິເລີ່ມ ແລະ ອອກເຫື່ອເທແຮງຮ່ວມ ກັນ ກັບບັນດາປະເທດອາຊຽນ ໃນການສ້າງບັນດາຂໍ້ຖະແຫຼງການອື່ນໆ ເຊັ່ນ: ຂໍ້ຖະແຫຼງການອາຊຽນວ່າດ້ວຍການເພີ່ມທະວີຄວາມສະຫງົບ ແລະ ຄວາມຜາສຸກຂອງສັງຄົມ; ຂໍ້ຖະແຫຼງການວ່າດ້ວຍ ການລົບລ້າງ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍໃນອາຊຽນ; ຂໍ້ຖະແຫຼງການ Bandar Seri Begawan ວ່າດ້ວຍ ຊາວໜຸ່ມອາສາສະໝັກ ແລະ ນັກ ທຸລະກິດໜຸ່ມ; ຖະແຫລງ ການອາຊຽນວ່າດ້ວຍການເພີ່ມທະວີການ ຮ່ວມມືໃນການຄຸ້ມຄອງໄພພິບັດ. ບັນດາຂໍ້ຖະແຫຼງການຕ່າງໆເຫລົ່ານີ້ ລ້ວນແຕ່ຖືກຮັບຮອງເອົາໃນປີ 2013. ນີ້ແມ່ນບັນດາເອກະສານສຳຄັນ, ກຳນົດທິດທາງ ຄື່ອນໄຫວ ກໍຄືຊຸກຍູ້ຂະບວນວິວັດແຫ່ງການກໍ່ສ້າງປະ ຊາຄົມອາຊຽນໃນປີ 2015.


ພິທີມອບລາງວັນທີ່ງານມະໂຫລານພາບຖ່າຍ ແລະ ຟີມຮູບເງົາ ປະເພດສາລະຄະດີ-ເອກະສານ
ກ່ຽວກັບບັນດາຊົນຊາດໃນປະຊາຄົມ ອາຊຽນທີ່ຫວຽດນາມ ປີ 2015. ພາບ: ເຕິດເຊີນ/ VNP



ທ່ານນາງມາຍທິແຮ້ງ (ນຸ່ງເສື້ອຍາວສີແດງ), ພັນລະຍາຂອງທ່ານປະທານປະເທດ ເຈືອງເຕິນຊາງ ເຂົ້າຮ່ວມງານມະໂຫລານອາຫານການກິນ
“ປະຊາຄົມອາຊຽນ ກັບເພື່ອນມິດສາກົນ, ຄັ້ງທີ III – 2015”. ພາບ: ເຈີ່ນແທງຢາງ/ VNP



ຄະນະຊາວໜຸ່ມບຣຸໄນຢ້ຽມຢາມນະຄອນໂຮ່ຈີມິນ. ພາບ: ອານຮ໋ຽວ/ VNA


ບັນດານັກຂ່າວ, ນັກສິລະປິນອາຊຽນກຳລັງຢ້ຽມຊົມມູມໜຶ່ງໃນຫ້ອງວາງສະແດງກ່ຽວກັບວັດທະນະທຳອາຊຽນທີ່ຫໍພິພິດທະພັນ
ວັດທະນະ ທຳບັນດາເຜົ່າຫວຽດນາມ, ແຂວງຖ້າຍງວຽນ, ຫວຽດນາມ. ພາບ: ຫວຽດເກື່ອງ/ VNP



ຄະນະສິລະປະກອນມູນເຊື້ອຟີລິບປິນສະແດງທີ່ງານມະຫາກຳເຫວ້. ພາບ: ເຈີ່ນແທງຢາງ/VNP


ຊາວໜຸ່ມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ພົບປະແລກປ່ຽນກັບຊາວໜຸ່ມນະຄອນໂຮ່ຈີມິນ. ພາບ:  ອານຮ໋ຽວ / VNA


ປະຊາຊົນຮ່າໂນ້ຍຍ່າງ “ຮ່ວມເດີນທາງເພື່ອປະຊາຄົມອາຊຽນໜຶ່ງ ທີ່ສັນຕິພາບ ແລະ ວັດທະນາຖາວອນ” ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງອາຊຽນ
ຄົບຮອບ 43 ປີ ແລະ ວັນຫວຽດນາມເຂົ້າຮ່ວມອາຊຽນຄົບ ຮອບ 15 ປີ. ພາບ: ຫງອກເຈື່ອງ/ VNA



ຊາວໜຸ່ມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ໃນການພົບປະ ແລກປ່ຽນ ແລະ ຮ່ວມຊີວິດປະຈໍາວັນກັບຄອບຄົວໜ່ຶງ
ຂອງຊາວຫວຽດ ນາມຢູ່ນະຄອນໂຮ່ຈີມິນ. ພາບ:  ອານຮ໋ຽວ/VNA

 
ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການກໍ່ສ້າງເອກະສານສະບັບຕ່າງໆເທົ່ານັ້ນ, ຫວຽດນາມຍັງໄດ້ອອກແຮງພະຍາຍາມ ປະກອບສ່ວນເຂົ້າໃນ ການເຄື່ອນໄຫວ ແລກປ່ຽນວັດທະນະທຳ-ສັງຄົມອື່ນໆຢ່າງຫລວງ ຫລາຍທີ່ເໝາະກັບຕົວຈິງ ແນໃສ່ເພີ່ມທະວີຄວາມສາມັກຄີ, ຄວາມສະ ໜິດສະໜົມກັນ ລະຫວ່າງປະຊາຊົນບັນດາປະເທດ ອາຊີຕາເວັນອອກ ສ່ຽງໃຕ້. ໃນຊຸມປີມໍ່ໆມານີ້, ບັນດາການເຄື່ອນໄຫວແລກປ່ຽນສິລະປະ, ວັດທະນະທຳ, ການພົວພັນລະຫວ່າງ ປະຊາຊົນດ້ວຍກັນ … ໂດຍແມ່ນຫວຽດນາມເປັນເຈົ້າພາບໄດ້ ຖືກຈັດຕັ້ງຂຶ້ນຢ່າງຕໍ່ເນື່ອງ, ສ້າງເປັນຂົວເຊື່ອມຕໍ່ລະຫວ່າງປະຊາຊົນຫວຽດນາມ ກັບເພື່ອນມິດບັນດາປະ ເທດອາຊຽນ.

ພົ້ນເດັ່ນຄືເຫດການສັບປະດາວັດທະນະທຳອາຊຽນ ທີ່ຈັດຂຶ້ນຢູ່ນະ ຄອນຫລວງຮ່າໂນ້ຍ ເມື່ອປີ 2014 ໄດ້ມີນັກສິລະປິນ ເກືອບຫ້າຮ້ອຍ ຄົນມາຈາກ ບັນດາປະເທດອາຊຽນເຂົ້າຮ່ວມການສະແດງ, ສ້າງເປັນ ເຫດການໃຫຍ່ໜຶ່ງດ້ານວັດທະນະທຳທັງ ມີລັກສະນະໂຄສະນາເຜີຍ ແຜ່ບັນດາຄຸນຄ່າວັດທະນະທຳ ຂອງອາຊີຕາເວັນອອກສ່ຽງໃຕ້  ຫຼື ວ່າ ໃນງານບຸນມະຫາກຳສາກົນເຫວ້ແຕ່ລະຄັ້ງ, ໝູ່ມວນຊົນໄດ້ຮັບການຊື່ນຊົມບັນດາການສະແດງສິລະປະທີ່ເປັນມູນເຊື້ອເອກະລັກພິເສດຂອງບັນດານັກສິລະປິນທີ່ມາຈາກລາວ, ກຳປູເຈຍ, ມຽນມາ, ຟີລິບປິນ, ມາເລເຊຍ, ສິງກະໂປ… ແລະ ງານມະໂຫລານພາບຖ່າຍ ແລະ  ຮູບ ເງົາປະເພດສາລະຄະດີ-ເອກະສານກ່ຽວກັບປະຊາຄົມອາຊຽນ ໂດຍ ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມຈັດຕັ້ງ 3 ຄັ້ງມາແລ້ວ ນັ້ນ ກໍໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ມີຊື່ສຽງໂດ່ງດັງຢ່າງຍິ່ງ. ນອກນັ້ນຍັງ ມີຫລາຍຮ້ອຍເຫດການສິລະປະວັດທະນະທຳອື່ນໆອີກຖືກຈັດຂຶ້ນເຊັ່ນ: ງານສຳມະນາ, ງານວາງສະແດງພາບຖ່າຍ, ພາບແຕ້ມ, ການແລກປ່ຽນ ວັດທະນະທຳອາຫານການກິນ, ການທ່ອງທ່ຽວ ຄົ້ນພົບ, ການຊ່ວຍໜູນດ້ານສາທາລະນະສຸກ, ຝຶກສ້ອມການປ້ອງກັນ ແລະ ຕ້ານໄພພິບັດທຳມະຊາດ… ລວມທັງການເຂົ້າຮ່ວມປະກອບ ສ່ວນຢ່າງແຂງແຮງ ຂອງບັນດາອົງການຈັດຕັ້ງສື່ສານ, ໜັງສືພິມເຮັດ ໃຫ້ກາຍເປັນແຫຼ່ງສື່ຂ່າວສຳຄັນອັນໜຶ່ງຊ່ວຍເພີ່ມທະວີການເຊື່ອມຕໍ່ ລະຫວ່າງປະຊາຄົມດ້ວຍກັນ.

ເຖິງແມ່ນວ່າບົນເສັ້ນທາງເດີນຢູ່ຂ້າງໜ້າ ຂອງປະຊາຄົມອາຊຽນຍັງມີ ວຽກງານຫຼາຍຢ່າງທີ່ຕ້ອງປະຕິບັດ, ໃນນັ້ນມີທັງຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆກໍ່ຕາມ, ແຕ່ດ້ວຍນໍາ້ໃຈສາມັກຄີ, ສະໜິດຕິດພັນ ແລະ ແບ່ງປັນກັນເພື່ອວິໄສທັດໜຶ່ງ, ສີສັນແຫ່ງຊາດໜຶ່ງ, ປະຊາຊົນ ອາຊີຕາເວັນອອກສ່ຽງໃຕ້ຫລາຍກວ່າ 600 ລ້ານຄົນ, ໃນນັ້ນມີປະຊາຊົນຫວຽດນາມນໍາຈະມີຄວາມເຊື່ອໝັ້ນ ແລະ ຄວາມມຸ່ງໝັ້ນຢ່າງພຽງພໍພ້ອມກັນຜ່ານຜ່າສິ່ງທົດສອບທຸກປະການເພື່ອອະນາຄົດຂອງປະຊາຄົມອາຊຽນໜຶ່ງທີ່ມີຄວາມສາມັກຄີ ແລະ ເຂັ້ມແຂງ. 




ຈຸດໝາຍພື້ນຖານ ແລະ ແຜນການລວມຂອງ ASCC ແມ່ນ ປະກອບ ສ່ວນກໍ່ສ້າງປະຊາຄົມອາຊຽນໜຶ່ງທີ່ຖືເອົາມະນຸດເປັນໃຈກາງ, ມີຄວາມ ຮັບຜິດຊອບຕໍ່ສັງຄົມແນໃສ່ກໍ່ສ້າງສັງຄົມໜຶ່ງທີ່ຖືກຕ້ອງປອງດອງກັນ ແລະ ເປີດກວ້າງ, ບ່ອນທີ່ຊີວິດການເປັນຢູ່, ສິດຜົນປະໂຫຍດ ແລະ ຄວາມຜາສຸກຂອງປະຊາຊົນນັບມື້ນັບສູງຂຶ້ນ. ບັນດາຄຸນຄ່າເຫລົ່າ ນັ້ນ ຂອງ ASCC ບໍ່ພຽງແຕ່ເຮັດໃຫ້ ສີສັນຂອງອາຊຽນອຸດົມສົມບຸນຂຶ້ນ ຕື່ມເທົ່ານັ້ນ ຫາກຍັງໄດ້ສ້າງເປັນກຳລັງແຮງພາຍໃນເພື່ອ ປະກອບ ສ່ວນເຂົ້າໃນການພັດທະນາ, ເຊື່ອມໂຍງ ແລະ ຄວາມຍືນຍົງຂອງ ທົ່ວ ທັງປະຊາຄົມອີກດ້ວຍ”. ”.
(ຮອງສາດສະດາຈານ. ດຣ ຫງວຽນຢຸຍຢຸງ, ຫົວໜ້າສະຖາບັນຄົ້ນຄວ້າ ອາຊີຕາເວັນອອກສ່ຽງໃຕ້)

ບົດ: ແທງຮ່ວາ - ພາບ: ຫງວຽນຖັ້ງ, ຮວ່າງກວາງຮ່າ, ເຕິດເຊີນ, ເຈີ່ນແທງຢາງ, ກົງດາດ, ກິມເຟືອງ, ຫວຽດເກື່ອງ, ເອກະສານ VNP & VNA

ບັນດາ ຂຸມຊັບ ຢູ່ເຂດພູຫີນປູນ ບັກເຊີນ

ບັນດາ “ຂຸມຊັບ” ຢູ່ເຂດພູຫີນປູນ ບັກເຊີນ

ບັນດາຄຸນຄ່າທີ່ເປັນເອກະລັກສະເພາະ ທາງດ້ານບູຮານຄະດີ, ປະຫວັດສາດ, ວັດທະນະທຳ, ພູມສັນຖານ-ທໍລະນີສາດ ຢູ່ ເຂດ ພູຫີນປູນ ບັກເຊີນ ບໍ່ພຽງແຕ່ໄດ້ນັກວິທະຍາສາດຖືວ່າ ແມ່ນ “ຊັບສົມບັດ” ເທົ່ານັ້ນ, ແຕ່ຍັງແມ່ນ “ກຸນແຈ” ເພື່ອໃຫ້ ແຂວງ ລ້າງເຊີນ ພັດທະນາການທ່ອງທ່ຽວ ອ້ອມຂ້າງເຂດສວນສາທາ ລະນະ ທໍລະນີສາດໂລກ ໃນອະນາຄົດອີກດ້ວຍ.

Top