• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ສີສັນຄວາມເປັນເອກະລັກພິເສດ ຊຸດອາພອນ ຂອງແມ່ຍິງຊົນເຜົ່າຢ້າວຕ່ຽນ

ດ້ວຍຄວາມພິຖິພິຖັນ ໃນການຫຍິບແສ່ວ, ການໃຊ້ ສີໝາກ ເດືອຍຊ້ຳ ແລະ  ສີແດງເປັນຕົ້ນຕໍ, ຊຸດອາພອນ ຂອງຜູ້ຍິງ ຊົນເຜົ່າຢ້າວຕ່ຽນ ໄດ້ມີສີສັນເອກະລັກສະເພາະ ໃນບັນດາ ຊຸດ ອາພອນປະຈຳເຜົ່າ ຂອງ 54 ຊົນເຜົ່າຢູ່ຫວຽດນາມ.
ຍາມເມື່ອວ່າງວຽກໄຮ່ການນາ, ຜູ້ຍິງຊົນເຜົ່າຢ້າວຕ່ຽນເປັນຄົນດຸໝັ່ນຫັນມາປັ່ນຝ້າຍ, ທໍໄໝ, ຕ່ຳຫູກ ເພື່ອຕັດຫຍິບ ໃຫ້ ເປັນຊຸດໂສ້ງເສື້ອ, ຜືນສິ້ນທີ່ມີສີສັນງາມຕາ ເປັນເອກະລັກສະເພາະທາງດ້ານວັດທະນະທໍາຄວາມເຊື່ອຂອງຊົນເຜົ່າຕົນ. ຊຸດອາພອນຊຸດໜຶ່ງທີ່ສົມບູນແບບຂອງ ຜູ້ຍິງເຜົ່າຢ້າວ ຕ່ຽນຈະປະກອບດ້ວຍອ້ຽມ, ຜ້າພັນແຄ່ງ, ສາຍຮັດແອວ, ແພຄຽນຫົວ, ສິ້ນ ພ້ອມດ້ວຍເຄື່ອງປະດັບເອ້ຢ້ອງຕ່າງໆ. ຢາກຕໍ່າ, ຕັດຫຍິບ ຊຸດເຄື່ອງອາພອນຊຸດໜຶ່ງໃຫ້ສໍາເລັດສົມບູນ, ຜູ້ຍິງຊົນເຜົ່າຢ້າວຕ່ຽນ ຕ້ອງໄດ້ຜ່ານຫລາຍຂັ້ນຕອນ, ທຸ້ມເທເຫື່ອແຮງ ແລະ ມີຄວາມລະອຽດລະອໍ ບາງເທື່ອເປັນເດືອນຈຶ່ງແລ້ວ.

ຈຸດໂດດເດັ່ນກ່ອນໝູ່ໃນຊຸດອາພອນ ຂອງ ຜູ້ຍິງເຜົ່າຢ້າວ ຕ່ຽນ ແມ່ນແພຄຽນຫົວຍາວປະມານ 3 ແມັດ. ຢູ່ທາງລຸ່ມ ຂອງ ຜ້າແພນີ້ ໄດ້ປັກແສ່ວລາຍດອກ, ລວດລາຍຮູບສີ່ຫຼ່ຽມ ດ້ວຍ ເສັ້ນໄໝ 5 ສີ. ເມື່ອສວມແພຄຽນຫົວ, ຜູ້ຍິງມັກຕັ້ງ ເກົ້າຜົມ ສູງຂຶ້ນເທິງຈອມຫົວ, ອ່ຽງໄປທາງໜ້າເລັກໜ້ອຍ ແລະ ເອົາແພສອງສົ້ນໄຂ່ວກັນຜ່ານໜ້າຜາກ ລົງມາ ທາງງ່ອນດົ້ນ ແລະ ປົກບັງຫູສອງເບື້ອງເກືອບໝົດ.

ໃນມື້ວ່າງວຽກໄຮ່ການນາ, ຜູ້ຍິງເຜົ່າຢ້າວຕ່ຽນມັກສຸມໃສ່ ການຖັກແສ່ວລາຍດອກສໍາລັບເສື້ອຜ້າອາພອນຂອງຕົນ.


ໜຶ່ງໃນບັນດາຂັ້ນຕອນທີ່ໃຊ້ເວລາຫລາຍທີ່ສຸດໃນການສວມຊຸດອາພອນຂອງຊົນເຜົ່າຢ້າວຕ່ຽນແມ່ນການຄຽນຫົວ.


ຕາມທ່ານນາງ ຈ້ຽວທິຮາຍ (ຕາແສງພຽງຫລວງ, ເມືອງມົກ ເຈົາ,ແຂວງເຊີນລາ)ລົມສູ່ຟັງວ່າ, ແພຄຽນຫົວຂອງ ຜູ້ຍິງ ເຜົ່າຢ້າວຕ່ຽນ
ບ່ໍພຽງແຕ່ມີພາລະບົດບາດເສີມຄວາມງາມເທົ່ານັ້ນ, ຫາກຍັງເປັນເຄື່ອງໃຊ້ທີ່ເປັນປະໂຫຍດທີ່ສຸດ
ເພື່ອຕ້ານກັບຄວາມເຢືອກເຢັນ ຂອງລະດູໜາວອີກດ້ວຍ.



ແພຄຽນຫົວຂອງຜູ້ຍິງເຜົ່າຢ້າວຕ່ຽນ ມັກຈະປະດັບປະດາເອ້ຢ້ອງດ້ວຍ ເງິນຂາວ.


ນອກຈາກໃຊ້ປະດັບປະດາຢູ່ເທິງແພແລ້ວ, ເງິນຂາວທີ່ ຫ້ອຍເປັນພວງ ກ່ໍຖືກຜູ້ຍິງເຜົ່າຢ້າວຕ່ຽນ
ໃຊ້ເປັນເຄື່ອງປະດັບຕື່ມອີກ ໂດຍແຂວນຢູ່ໜ້າເອິກ.



ໃນຊຸດອາພອນຂອງຕົນ, ເຜົ່າຢ້າວມັກໃຊ້ສີແດງສໍາລັບ ຍອຍຜ້າແພຄຽນຫົວ, ແຂບແຂນເສື້ອ ແລະ ລາຍດອກ ຕ່າງໆ ໃນເສື້ອນຸ່ງ.
ເຂົາເຈົ້າມີຄວາມສຳນຶກວ່າ, ສີແດງແມ່ນ ສັນຍະລັກ ໃຫ້ແກ່ດວງພະອາທິດ-ເທວະດາບັນດານ ແສງ ສະຫວ່າງ ໃຫ້ແກ່ມວນມະນຸດ.


ເຊັ່ນດຽວກັບຊາວເຜົ່າມົ້ງ, ຜູ້ຍິງເຜົ່າຢ້າວຕ່ຽນກໍ່ໃຊ້ຜ້າແພ ປັກລາຍດອກ ເພື່ອພັນໜ້າແຄ່ງໃຫ້ມັນນ້ອຍບາງ.


ດ້ວຍຊຸດອາພອນອັນເປັນມູນເຊື້ອ, ຜູ້ຍິງເຜົ່າຢ້າວຕ່ຽນໄດ້ ເຂົ້າຮ່ວມງານບຸນໄຫວ້ຟ້າເພື່ອພາວະນາໃຫ້ລະດູເກັບກ່ຽວ
ໄດ້ຮັບໝາກຜົນດີ ຊຶ່ງຈັດຂຶ້ນໃນລະດູບານໃໝ່ແຕ່ລະປີ.


ສະເໜ່ຫາໃນຊຸດອາພອນປະຈຳເຜົ່າ.
 

ເສື້ອຂອງຜູ້ຍິງເຜົ່າຢ້າວຕ່ຽນ ແມ່ນໂຕເສື້ອຍາວ ຜ່າຂ້າງ ແລະ ມີແຂບນ້ອຍແສ່ວລາຍດອກສີແດງ, ກະດຸມເຮັດດ້ວຍ ເງິນ ມີການແກະສະຫຼັກ ຢ່າງລະອຽດ ເກາະໃສ່ກັນເປັນຮູບເສັ້ນສະຫຼຽງ. ສ່ວນແຂນເສື້ອແມ່ນຫຍິບຕາມແບບແຂນທ່ໍ ແລະ ແສ່ວຂອບດ້ວຍລາຍດອກໄມ້. ເພື່ອນຸ່ງໃຫ້ປິດມິດດີ, ເຂົາເຈົ້າໃຊ້ແພຮູບສາມຫຼ່ຽມຫຍິບຕິດໃສ່ໃກ້ໆກັບຄໍເສື້ອ ເພື່ອເປັນອ້ຽມປົກ. ນອກນັ້ນ, ຜູ້ຍິງເຜົ່າຢ້າວຕ່ຽນຍັງໃຊ້ສາຍ ແອວ ຕ່ຳດ້ວຍເສັ້ນຝ້າຍ ຍາວປະມານ 2 ແມັດ ຮັດຕິດຕົວ ກັບແອວກິ່ວ ເພື່ອຄວາມສະບາຍ ເມື່ອເຮັດໄຮ່ເຮັດນາ.

ໃນວົງຄະນາຍາດຂອງຊົນເຜົ່າຢ້າວ, ມີແຕ່ຜູ້ຍິງເຜົ່າຢ້າວ ຕ່ຽນ ເທົ່ານັ້ນທີ່ນຸ່ງສິ້ນ. ສິ້ນຂອງຜູ້ຍິງຢ້າວຕ່ຽນ ຍາວລົງ ຈົນຈ້ຳປອມເຜືອກຕີນ ແລະ ເຂົາເຈົ້າໃຊ້ຂີ້ເຜີ້ງແຕ້ມປະດັບປະດາເປັນຮູບວົງມົນ, ຮູບສາມຫຼ່ຽມ ຫຼື ລວດລາຍຕ່າງໆໃກ້ຊິດກັບທຳມະຊາດຕົ້ນໄມ້ໃບຫຍ້າ. ຜູ້ຍິງເຜົ່າຢ້າວຕ່ຽນ ເປັນຊົນເຜົ່າໜຶ່ງທີ່ນຳໃຊ້ເຄື່ອງເອ້ຢ້ອງຫຼາຍ ຕົ້ນຕໍແມ່ນ ເງິນຂາວ ຫຼື ເຄື່ອງໂລຫະອື່ນ.

ຍາມໃດກໍ່ມີສະຕິອະນຸລັກຮັກສາສີສັນ, ອາພອນຂອງຕົນ. ສະນັ້ນ, ຊົນເຜົ່າຢ້າວຕ່ຽນຈຶ່ງມີຄວາມເອກອ້າງ ທະນົງ ໃຈ ກ່ຽວກັບເຄົ້າກຳເນີດ ແລະ ວັດທະນະທຳທີ່ມີມາ ເປັນຫຼາຍ ເຊັ່ນ ຫຼາຍ ຊາດ ຂອງເຜົ່າຕົນເອງ.

ບົດ: ເງິນຮ່າ - ພາບ: ທົງທ້ຽນ

bichlien

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top