• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສີສັນ ຕະຫຼາດນັດ ຊານຖ່າງ

ຕະຫຼາດນັດ ຊານຖ່າງ ເປັນຕະຫຼາດນັດມີຂະໜາດໃຫຍ່ກວ່າ ໝູ່ຢູ່ແຂວງລາຍເຈົາ, ໂດຍມີການເຂົ້າຮ່ວມຊື້ຂາຍ ຂອງ ພໍ່ແມ່ ພີ່ນ້ອງຊາວເຜົ່າ ຢາວ, ມົ້ງ, ຜູ້ໄທ, ໄຢ໋, ລື້... ທີ່ອາໄສ ຢູ່ບັນດາ ເມືອງ, ເທສະບານ ຕາມເດື່ອງ, ຟອງໂຖ ແລະ ນະຄອນ ລາຍ ເຈົາ. ຕະຫຼາດ ຊານຖ່າງ ບໍ່ພຽງແຕ່ ເປັນບ່ອນ ຊື້ຂາຍ ເທົ່ານັ້ນ ຫາກຍັງເປັນສະຖານທີ່ ໃຫ້ປະຊາຊົນ ບັນດາເຜົ່າໃນຂົງເຂດ ພົບປະສັງສັນກັນອີກດ້ວຍ. 
ຕະຫຼາດນັດ ຊານຖ່າງ ມີຊື່ເດີມວ່າ ຕາມເດື່ອງເດິດ. ຕາມເດື່ອງ ຕາມພາສາ ຂອງ ຊາວເຜົ່າ ໄຢ໋ ມີຄວາມໝາຍວ່າ ທາງສາມ ແຍກ. ສະໄໝຝຣັ່ງ ປົກຄອງ, ຕາມເດື່ອງ ແມ່ນຈຸດໃຈກາງ ຂອງ ແຂວງ ລາຍເຈົາ ໃນປະຈຸບັນ. ໃນຄາວນັ້ນ, ຕາມເດື່ອງ ມີທາງ ມ້າຫຼາຍສາຍ ເຊື່ອມຕໍ່ລະຫວ່າງເມືອງ ຟອງໂຖ, ບິ່ງລື ແລະ ທານອວຽນ, ດັ່ງນັ້ນ ໄດ້ເລືອກເອົາ ເປັນບ່ອນເຕົ້າໂຮມຕະຫຼາດ ເພື່ອການຊື້ຂາຍ, ແລກປ່ຽນ ເຄື່ອງຂອງທີ່ພິເສດຂອງທ້ອງຖິ່ນ.

ຕາມຄວາມເປັນໄປຂອງການເວລາ, ມີທາງໃໝ່ຫຼາຍສາຍ ໄດ້ ຮັບການກໍ່ສ້າງຂຶ້ນ, ດັ່ງນັ້ນ ຕະຫຼາດ ຕາມເດື່ອງ ບໍ່ເປັນຈຸດໃຈ ກາງ ຂອງ ເຂດອີກແລ້ວ, ເຂົາເຈົ້າ ເອົາບ່ອນເຕົ້າໂຮມ ຕະຫຼາດ ບ້ານ ຊານຖ່າງ ເປັນຊື່ໃໝ່ໃຫ້ແກ່ຕະຫຼາດນັດນີ້.

ຕະຫຼາດນັດ ຊານຖ່າງ ເຕົ້າໂຮມກັນໃນ ວັນ ພະຫັດ ແລະ ວັນ ສຸກ ຂອງ ທຸກອາທິດ. ແຕ່ຍາມເຊົ້າຕູ່, ພໍ່ແມ່ພີ່ນ້ອງບັນດາເຜົ່າ ລື້, ໄຢ໋, ມົ້ງ,ຢາວ, ຜູ້ໄທ... ຢູ່ເຂດອ້ອມຂ້າງ ມາເຕົ້າໂຮມກັນຢູ່ ຕະຫຼາດ ເພື່ອທຳການ ຊື້ຂາຍ, ແລກປ່ຽນ. ໃນຊຸດອາພອນທີ່ສວຍງາມ, ປະຊາຊົນ ຈະມັກນຳມາສູ່ຕະຫຼາດ ບັນດາວັດຖຸສິ່ງ ຂອງ ພິເສດ ຂອງ ທ້ອງຖິ່ນ, ຜະລິດຕະພັນກະສິກຳ, ເຄື່ອງໃຊ້ ໃນ ຊີວິດປະຈຳວັນ. ຕະຫຼາດນັດເຕົ້າໂຮມກັນໃນ ບັນຍາກາດ ຢ່າງຄຶກຄື້ນ, ໜາແໜ້ນໄປທັງຜູ້ຊື້ ຜູ້ຂາຍ ແລະ ແກ່ຍາວ ໄປເຖິງ ຕອນທ່ຽງ ຈຶ່ງສິ້ນສຸດລົງ.

ຕະຫຼາດບໍ່ພຽງແຕ່ເປັນບ່ອນຊື້ຂາຍ, ແລກປ່ຽນສິນຄ້າເທົ່ານັ້ນ ຫາກຍັງເປັນສະຖານທີ່ໃຫ້ປະຊາຊົນພົບປະ, ລົມເລື່ອງໃນໃຈ ເຊິ່ງກັນ ແລະ ກັນ. ອາດຍ້ອນແມ່ນແນວນັ້ນ, ບັນດາຕະຫຼາດ ນັດຢູ່ເຂດຊາຍແດນ ຍາມໃດ ກໍສ້າງຄວາມຮູ້ສຶກ ປະທັບໃຈ ຍາກ ທີ່ຫຼົງລືມສຳລັບຜູ້ຄົນ ມີໂອກາດ ໄດ້ມາຢ້ຽມຢາມ. 

ຍ້ອນຢູ່ໄກຈາກຕະຫຼາດ, ບັນດາຜູ້ຍິງຊາວຜົ່າ ມົ້ງຢູ່ ຕາແສງ ຕ໊າ ແຫຼ່ງ, ໂຮ່ເທົ່າ, ຊິນສ໋ວຍໂຮ່ ຕ້ອງໄປແຕ່ເຊົ້າຕູ່,
ຂ້າມຜ່ານເສັ້ນທາງທີ່ຍາວໄກ ເພື່ອນຳສິນຄ້າ ລົງຕະຫຼາດ ທຳການຊື້ ຂາຍ, ແລກປ່ຽນ. ພາບ: ຫວຽດເກື່ອງ



ປະຊາຊົນບັນດາເຜົ່າ ທຳການຊື້ຂາຍ, ແລກປ່ຽນສິນຄ້າ ຢູ່ຕະ ຫຼາດ ຊານຖ່າງ. ພາບ: ຫວຽດເກື່ອງ


ຜູ້ຍິງຊາວເຜົ່າ ມົ້ງ ອຸ້ມໄກ່ລົງຂາຍຢູ່ຕະຫຼາດ. ສິນຄ້າຢູ່ຕະຫຼາດ ສ່ວນຫຼາຍແມ່ນ ປະຊາຊົນຜະລິດເອງ
ແລະ ນຳມາຂາຍຢູ່ ຕະ ຫຼາດ. ພາບ: ຫວຽດເກື່ອງ



ຊາວເຜົ່າໄຢ໋ ຢູ່ ຊານຖ່າງ ມີຊື່ສຽງ ໃນການເຮັດເຂົ້າຈີ່, ເຂົ້າໜົມ ແລະ ເຂົ້າປຸ້ນ.  ພາບ: ຫວຽດເກື່ອງ


ຈຸດພິເສດຂອງຕະຫຼາດນັດ ຢູ່ເຂດພູສູງນີ້ ບໍ່ພຽງແຕ່ເປັນບ່ອນ ຊື້ ຂາຍ, ແລກປ່ຽນສິນຄ້າເທົ່ານັ້ນ,
ແຕ່ຍັງເປັນບ່ອນ ພົບປະ ແບ່ງ ປັນ ຄວາມສຸກ ທຸກ ໃນຊີວິດ ອີກດ້ວຍ. ພາບ: ຫວຽດເກື່ອງ



ຮ້ານຂາຍຜ້າແພຂອງຊາວເຜົ່າ ໄຢ໋ ຢູ່ຕະຫຼາດ ຊານຖ່າງ. ພາບ: ຫວຽດເກື່ອງ


ມູມໜຶ່ງ ຂອງ ຕະຫຼາດ ຊຶ່ງເຕັມໄປດ້ວຍ ສີສັນທີ່ສົດໃສ  ບັນດາ ຊຸດ ອາພອນ ຂອງ ຊາວເຜົ່າມົ້ງ. ພາບ: ຫວຽດເກື່ອງ


ຄືກັນກັບຕະຫຼາດນັດ ຢູ່ເຂດພູສູງແຫ່ງອື່ນໆ, ນະແຫ່ງນີ້ ຂາດບໍ່ ໄດ້ແມ່ນບັນດາຮ້ານອາຫານ. ຕະຫຼາດ ຊານຖ່າງ ມີລາຍການ ອາຫານ ເຂົ້າປຸ້ນສົ້ມ ທີ່ມີຊື່ສຽງ ຊຶ່ງເປັນອາຫານ ທີ່ໄດ້ຮັບຄວາມ ນິຍົມຂອງປະຊາຊົນຢູ່ເຂດພູສູງ. ພາບ: ຫວຽດເກື່ອງ


ຊາວເຜົ່າ ຢູ່ທີ່ນີ້ ມີວິຖີຊີວິດ ທີ່ແບບລຽບງ່າຍ. ຄວາມ ລຽບງ່າຍ ນັ້ນໄດ້ສະແດງອອກມາ ຜ່ານການສື່ສານ
ນຳກັນ ນັບທັງໃນ ການ ຊື້ຂາຍ ໂດຍບໍ່ມີການຕໍ່ລອງລາຄາ. ພາບ: ຫວຽດເກື່ອງ



ສິນຄ້າວາງຂາຍຢູ່ຕະຫຼາດ ສ່ວນຫຼາຍແມ່ນພໍ່ແມ່ພີ່ນ້ອງ ຜະລິດ ເອງ. ພາບ: ຫວຽດເກື່ອງ


ບ່ອນວາງຂາຍຊຸດອາພອນພື້ນເມືອງ ແລະ ເສັ້ນໄໝ ຂອງ ຊາວ ເຜົ່າມົ້ງ. ພາບ: ທົງທ້ຽນ


ບ່ອນວາງຂາຍຊຸດອາພອນພື້ນເມືອງ ແລະ ເສັ້ນໄໝ ຂອງ ຊາວ ເຜົ່າມົ້ງ. ພາບ: ທົງທ້ຽນ


ບ່ອນວາງຂາຍປະເພດເຄື່ອງເທດເຊັ່ນ: ໝາກເຜັດຜົງ, ໝາກ ແຄນ, ພິກໄທ ແລະ ອື່ນໆ... ພາບ: ທົງທ້ຽນ


ບ່ອນວາງຂາຍຕັ່ງຫວາຍ ຂອງ ຊາວເຜົ່າ ຢາວ ຢູ່ຕາແສງ ໂຮ່ ເທົ່າ, (ເມືອງ ຕາມເດື່ອງ). ພາບ: ທົງທ້ຽນ


ຊາວເຜົ່າ ໄຢ໋ ຢູ່ ຕາແສງ ບ່ານຢາງ, ບ່ານຮອນ (ເມືອງ ຕາມ ເດ່ື່ອງ) ມີຄວາມຄ່ອງແຄ້ວ ໃນການຈັກສານເຄື່ອງໃຊ້ໄມ້ສອຍ.
ເຂົາເຈົ້ານຳມາຂາຍຢູ່ຕະຫຼາດນັດ ຊານຖ່າງ ເຄື່ອງມືຊະນິດ ຕ່າງໆ ເຊັ່ນ: ກະຕ່າ, ກະບຽນ, ແຫ ແລະ ອ່ືນໆ...  ພາບ: ທົງທ້ຽນ



ແມ່ຍິງ ຊາວເຜົ່າມົ້ງ ຊື້ອ້ອຍ ເມືອຕ້ອນເດັກນ້ອຍ ຢູ່ເຮືອນ. ພາບ: ທົງທ້ຽນ


ແມ່ຍິງຊາວເຜົ່າມົ້ງ ຢູ່ຕາແສງ ຊີນສ໋ວຍໂຮ່  ນຳແກ່ນໝາກແຕງ ເພື່ອເຮັດແນວມາ ຂາຍຢູ່ຕະຫຼາດນັດ. ພາບ: ທົງທ້ຽນ


ມູມໜຶ່ງ ຂອງ ຕະຫຼາດນັດ ຊານຖ່າງ ຄັບຄາໜາແໜ້ນໄປດ້ວຍຜູ້ ຄົນ ທີ່ມາເຕົ້າໂຮມກັນໃນເຊົ້າວັນອາທິດ. ພາບ: ຫວຽດເກື່ອງ


ໄປຕະຫຼາດນັດ ເປັນຄວາມມ່ວນຊື່ນຂອງປະຊາຊົນ ທ່ີອາໄສ ຢູ່ ເຂດພູສູງ. ແມ່ ມັກຈະໃຫ້ເດັກນ້ອຍໄປນຳ
ໃນຕອນເຊົ້າ ວັນ ທິດ. ພາບ: ຫວຽດເກື່ອງ



ບ່ອນວາງຂາຍ ໝູດຳ (ຫຼືເອີ້້ນວ່າ ໝູ ລູກສອນໄພ) ຂອງແມ່ຍິງ ຊາວເຜົ່າມົ້ງ ຢູ່ຕະຫຼາດນັດ ຊານຖ່າງ. ພາບ: ຫວຽດເກື່ອງ


ບ່ອນວາງຂາຍ ໝູດຳ (ຫຼືເອີ້້ນວ່າ ໝູ ລູກສອນໄພ) ຂອງແມ່ຍິງ ຊາວເຜົ່າມົ້ງ ຢູ່ຕະຫຼາດນັດ ຊານຖ່າງ. ພາບ: ຫວຽດເກື່ອງ

ບົດ: ຫວຽດເກື່ອງ - ພາບ: ຫວຽດເກື່ອງ, ທົງທ້ຽນ

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top